ກອງປະຊຸມສຳມະນາວິທະຍາສາດກ່ຽວກັບທະເລຕາເວັນອອກຢູ່ສະຫະພັນລັດເຊຍ

ກອງປະຊຸມສຳມະນາວິທະຍາສາດກ່ຽວກັບທະເລຕາເວັນອອກຢູ່ສະຫະພັນລັດເຊຍ - ảnh 1
(ກອງ​ປະຊຸມ​ສຳ​ມະ​ນາ​ວິທະຍາສາດ​ກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກ)

(vovworld) - ກອງ​ປະຊຸມ​ສຳ​ມະ​ນາ​ວິທະຍາສາດ​ກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກ ຖື​ກດຳ​ເນີນ​ໃນ​ວັນ​ທີ 21/03 ຢູ່​ນະຄອນຫລວງ ມົດ​ສະ​ກູ ສະຫະພັນ ລັດ​ເຊຍ ດ້ວຍ​ຫົວ​ຂໍ້​ວ່າ: “ການ​ຂັດ​ແຍ້​ງກັນດ້ານຜືນ​ແຜ່ນ​ດິນ ​ແລະ ກົດໝາຍສັນຕິພາບ​ໃນ​ໄລຍະຫັນ​ເປັນ​ໂລກາ​ພິວັດ​ປະຈຸ​ບັນ”. ກອງ​ປະຊຸມ​ສຳ​ມະ​ນາ​ໄດ້​ດຶງ​ດູດ​ນັກວິ​ທະ​ນາສາ​ດທີ່ມີ​ຊື່​ສຽງຫລາຍ​ຄົນ, ບັນດາ​ນັກ​ຊ່ຽວຊານ​ແຖວ​ໜ້າ​ກ່ຽວ​ກັບ​ຂົງ​ເຂດ​ນິຕິ​ທຳ​ຂຶ້ນ​ກັບ​ສະ​ຖາ​ບັນ, ສູນ​ຄົ້ນຄວ້າ​ໃຫຍ່​ຕ່າງໆ​ຂອງ ລັດ​ເຊຍ. ບັນດາການທາ​ບທາມ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ​ລ້ວນ​ແຕ່​ສຸມ​ໃສ່​ໄຈ້​ແຍກ​ບັນດາ​ການ​ຜັນ​ແປ​ໃໝ່​ສຸດ ທີ່​ກ່ຽວ​ຂ້ອງ​ເຖິງ​ບັນດາ​ການ​ເຄື່ອນ​ໄຫວ​ຜິດ​ກົດໝາຍ​ຂອງ ຈີນ ​ໃນ​ເຂດທະ​ເລ​ຕາ​ເວັນ​ອອກ. ທ່ານ Boris Vinogradov ບັນນາທິການ​ໃຫຍ່ວາລະສານ “​ໂລກ​ຫລາຍ​ຂົ້ວ” ຖື​ວ່າ:

        “ນີ້​ແມ່ນ​ບັນຫາ​ສຳຄັນ ​ເຊິ່ງຂ້າພະ​ເຈົ້າ​ສົນ​ໃຈ​ທີ່​ສຸດ. ຂ້າພະ​ເຈົ້າຢາກ​ເຮັດ​ແນວ​ໃດ ​ເພື່ອ​ໃຫ້​ຜູ້​ອ່ານ​ຂອງ​ພວກ​ຂ້າພະ​ເຈົ້າ​ເຂົ້າ​ໃຈ​ໄດ້​ບັນຫາ​ທີ່​ສັບສົນ​ນີ້, ​ເຂົ້າ​ໃຈ​ໄດ້​ບັນຫາ​ມີ​ຜົນ​ກະທົບ​ແຮງຕໍ່​ຊີວິ​ດການ​ເປັນ​ຢູ່​​ໃນ​ທົ່ວ​​ໂລກ ​ແລະ ​ມວນ​ມະນຸດ. ສະພາບ​ການ​ຕົວ​ຈິງ​ໃນ​ໄລຍະ​ມໍ່ໆ​ມາ​ນີ້ ​ເປັນ​ໜ້າ​ວິຕົກ​ກັງວົນ​ຫລາຍ ແລະ ຂ້າພ​ະ​ເຈົ້າ​ຄິດ​ວ່າ: ​ໄດ້​​ເຖິງ​ເວລາ​ແລ້ວ ທີ່​ຈະ​ຕ້ອງ​ເວົ້າ​ແບບ​ເປີດ​ເຜີຍ, ກົງ​ໄປ​ກົງ​ມາ ​ແຕ່​ບໍ່ອາດ​ນັ່ງ​ມິດ​ງຽບ​ໄດ້ ​ເພາະວ່າ ບັນດາ​ການ​ກະທ​​ຳ ດ້ານ​ການທະຫານ ຊຶ່ງ ຈີນ ດຳ​ເນີນ​ຈະ​ນາບ​ຂູ່​ບໍ່ພຽງ​ແຕ່​ຕໍ່ຄວາມ​ສະຫງົບ​ປອດ​ໄພ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ທັງ​ຜົນ​ປະ​ໂຫຍ​ດຂອງ​ຫລາຍ​ປະ​ເທດ​ອື່ນໆ​ອີກ​ດ້ວຍ”

        ບັນດາ​ນັກຮຽນ​ຮູ້​ລ້ວນ​ແຕ່​ຖື​ວ່າ: ມາດ​ຕະການ​ດີ​ທີ່​ສຸດ ​ເພື່ອ​ແກ້​ໄຂ​ການ​ຂັດ​ແຍ້​ງກັນ ​ແມ່ນ​ຜ່ານ​ການ​ເຈລະຈາ, ​ເຄົາລົບ​ກົດໝາຍ​ສາກົນ, ພິ​ເສດ​ແມ່ນ​ສົນ​ທິສັນຍາ​ສະຫະ​ປະຊາ​ຊາດ ​ແລະ ກົດໝາຍ​ວ່າ​ດ້ວຍທະ​ເລ​ປີ 1982 ​ແລະ ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC).


ຂ່າວ/ບົດ​ອື່ນ