ງານວາງສະແດງແຜນທີ່ ແລະ ເອກະສານ “ຮ່ວາງຊາ, ເຈື່ອງຊາຂອງຫວຽດນາມ“

ງານວາງສະແດງແຜນທີ່ ແລະ ເອກະສານ “ຮ່ວາງຊາ, ເຈື່ອງຊາຂອງຫວຽດນາມ“ - ảnh 1
(ພາບ​ປະ​ກອບ hanam.gov.vn)

(vovworld) - ວັນ​ທີ 4/11, ຢູ່ຫໍພິພິທະ​ພັນ​ແຂວງ ຮ່າ​ນາມ, ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ ​ໄດ້ສົມທົບ​ກັບ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ຮ່າ​ນາມ ຈັດ​ຕັ້ງງານ​ວາງສະ​ແດງ​ແຜນ​ທີ່ ​ແລະ ​ເອກະສານ “ຮ່ວາງ​ຊາ, ​ເຈື່ອງ​ຊາ​ຂອງ​ ຫວຽດນາມ - ບັນດາ​ພະຍານ​ຫຼັກ​ຖານ​ປະຫວັດສາດ ​ແລະ ນິຕິກຳ“. ງານ​ວາງສະ​ແດງ​ປະກອບ​ມີ​ໝວດ​ເອກະສານ​ຕົ້ນຕໍ​ຄື: ​ເອກະສານ​ໂດຍ​ລາຊະ​ວັງ​ສັກ​ດີ​ນາ ຫວຽດນາມ ​ແລະ ອຳນາດ​ການ​ປົກຄອງ ຝລັ່ງ ຢູ່​ອິນດູຈີນ ປະກາດ​ໃຊ້​ແຕ່​ສະຕະວັດ​ທີ 17 ​ເຖິງ​ຕົ້ນ​ສະຕະວັດ​ທີ 20, ​ເຊິ່ງ​ໄດ້​ຢືນຢັນ​ເຖິງ​ວິວັດ​ແຫ່ງ​ການ​ສ້າງ​ຕັ້ງ, ປະຕິບັດ ​ແລະ ການ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ຂອງ ຫວຽດນາມ ສຳລັບ​ໝູ່​ເກາະ ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ. ບັນດາ​ເອກະສານ​ຂອງ​ອຳນາດ​ການ​ປົກຄອງ ສາທາລະນະ​ລັດ ຢູ່​ພາກ​ໃຕ້​ຫວຽດນາມ ທີ່​ປະກາດ​ໃຊ້​ໃນ​​ໄລຍະ 1954-1975, ​ໂດຍ​ສືບ​ຕໍ່​ຢືນຢັນ​ວິວັດ​ແຫ່ງ​ການ​ຄຸ້ມຄອງ ບໍລິຫານ, ປະຕິບັດ ​ແລະ ການ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ຂອງ​ ຫວຽດນາມ ​ສຳລັບ​ສອງ​ໝູ່​ເກາະ​ດັ່ງກ່າວ.

        ກ່າວ​ຄວາມ​ເຫັນ​ທີ່​ງານ​ວາງສະ​ແດງ, ທ່ານ ຫວູດ້າຍ​ທັ໋ງ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ຮ່າ​ນາມ ​ເນັ້ນ​ໜັກ​ວ່າ, ນີ້​ແມ່ນ​ໂອກາດ​ເພື່ອ​ໃຫ້​ພະນັກງານ ​ແລະ ປະຊາຊົນ​ແຂວງ ຮ່າ​ນາມ​ ມີ​ຄວາມ​ເຂົ້າ​ໃຈ​ກວ່າ​ກ່ຽວ​ກັບ​ອະທິປະ​ໄຕ​ຂອງ ຫວຽດນາມ ສຳລັບ​ໝູ່​ເກາະ ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ; ປະກອບສ່ວນ​ຍົກ​ສູງ​ຄວາມ​ຮັບ​ຮູ້ ​ແລະ ປຸກລຸກ​ນຳ້​ໃຈ​ສາມັກຄີ ​ແລະ ສະຕິ​ຮັບ​ຜິດຊອບ​ໃນ​ການ​ປົກ​ປັກ​ຮັກສາ​ອະທິປະ​ໄຕທະ​ເລ​ເກາະ​ຂອງ​ປະ​ເທດ​ຊາດ​ໃນ​ໝູ່​ປະຊາຊົນ, ພິ​ເສດ​ແມ່ນ​ລຸ້ນໜຸ່ມ.

ຂ່າວ/ບົດ​ອື່ນ