ງານວາງສະແດງແຜນທີ່ແລະເອກະສານ“ຮ່ວາງຊາ,ເຈື່ອງຊາຂອງຫວຽດນາມ“

ງານວາງສະແດງແຜນທີ່ແລະເອກະສານ“ຮ່ວາງຊາ,ເຈື່ອງຊາຂອງຫວຽດນາມ“ - ảnh 1
ງານ​ວາງສະ​ແດງ​ແຜນ​ທີ່​ ແລະ​ ເອກະສານ ຮ່ວາງ​ຊາ
ເຈື່ອງ​ຊາ​ຂອງ​ ຫວຽດນາມ
(ພາບ: ThanhLiem/TTXVN)

(vovworld) - ຕອນ​ເຊົ້າ​ວັນ​ທີ 5/4, ຢູ່​ແຂວງ ບາກ​ລຽວ, ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ​ສົມທົບ​ກັບ​ແຂວງ ບາກ​ລຽວ ຈັດ​ຕັ້ງງານ​ວາງສະ​ແດງ​ແຜນ​ທີ່​ ແລະ​ ເອກະສານ “ຮ່ວາງ​ຊາ,​ ເຈື່ອງ​ຊາ​ຂອງ​ ຫວຽດນາມ - ບັນດາ​ພະຍານ​ຫຼັກ​ຖານ​ປະຫວັດສາດ ​ແລະ ນິຕິ​ກຳ“. ງານ​ວາງສະ​ແດງ​​ໄດ້ແນະນຳ​ເອກະສານ, ວັດຖຸ​ພັນ, ສື່​ສິ່ງ​ພິມ​ຫຼາຍ​ຢ່າງ ​ແລະ ​ແຜນ​ທີ່ 100 ​ແຜ່ນ​ເຊິ່ງ​ໄດ້​ຮັບ​ການ​ປະກາດ​ນັບ​ແຕ່​ກ່ອນ​ມາ​ຮອດ​ປະຈຸ​ບັນ​ຂອງ​ບັນດາ​ນັກ​ຄົ້ນ​ຄ້ວາ, ນັກຮຽນ​ຮູ້​ຢູ່​ພາຍ​ໃນ ​​ແລະ ຕ່າງປະ​ເທດ. ​ໃນ​ນັ້ນ​ໜ້າ​ສົນ​ໃຈ​ແມ່ນ​ມີ​ແຜນ​ທີ່ 4 ​ແຜ່ນ ​ໂດຍ​ສະ​ໄໝ​ລາຊະວົງ​ຊິ​ງ ​ແລະ ​ໄຕ້​ຫວັນ​ພິມ​ຈຳໜ່າຍ. ​ໃນ​ແຜນ​ທີ່​ເຫຼົ່າ​ນັ້ນ​ເຂດ​ຊາຍ​ແດນ​ໃຕ້​ສຸດ​ຂອງ​ຈີນ ​ແມ່ນ​ຢູ່​ໄຫ່​ໜາມ, ຫາກ​ບໍ່​ເຕື້ອງ​ເຖິງ​ 2 ໝູ່​ເກາະ ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ. ບັນດາ​ແຜນ​ທີ່ ​ແລະ ​ເອກະສານ​​ວາງສະ​ແດງ​ຢູ່​ທີ່​ນີ້ ​ແມ່ນ​ພະຍານ​ຫຼັກ​ຖານ​ປະຫວັດສາດ ​ແລະ ​ແມ່ນ​ພື້ນຖານ​ນິຕິ​ກຳ, ພິສູດ​ໃຫ້​​ເຫັນ​ອະທິປະ​ໄຕ​ທີ່​ບໍ່​ອາດ​ໂຕ້​ຖຽງ​ກັນ​ໄດ້​ຂອງ​ ຫວຽດນາມ ສຳລັບ 2 ໝູ່​ເກາະ ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ ​ໃນ​ທະ​ເລ​ຕາ​ເວັນ​ອອກ. ບັນດາ​ເອກະສານ​ໃຫ້​ເຫັນ​ວ່າ, ລັດ​ ຫວຽດນາມ​ຈາກ​ສະ​ໄໝ​ສັກ​ດີ​ນາ ​ເຖິງ​ສະ​ໄໝ​ສັງຄົມ​ນິຍົມ​ໃນ​ປະຈຸ​ບັນ ​ໄດ້​ບຸກ​ເບີກ, ສ້າງ​ຕັ້ງ, ປະຕິບັດ ​ແລະ ປົກ​ປັກ​ຮັກສາ​ອະທິປະ​ໄຕ​ແຫ່ງ​ຊາດ​ສຳລັບ 2 ໝູ່​ເກາະ​ດັ່ງກ່າວ. ນັ້ນ​ແມ່ນ​ວິວັດທະນາ​ການ​ຕໍ່​ເນື່ອງ, ຍາວ​ນານ ​ແລະ ​ໄດ້​ຮັບ​ການ​ຮັບຮອງ​ໃນບັນດາ​ເອກະສານ​​ຂອງ​ ຫວຽດນາມ ​ແລະ ປະ​ເທດ​ຕ່າງໆ, ພິ​ເສດ​ແມ່ນ​ບັນດາ​ເອກະ​ສານ​ທີ່​ໄດ້​ຮັບ​ການ​ຮຽບຮຽງ, ​ແຕ້ມ, ພິມ​ຈຳໜ່າຍ​ແຕ່​ສະຕະວັດ​ທີ 16 ມາ​ຮອດ​ປະຈຸ​ບັນ​ຢູ່ ຫວຽດນາມ ​ແລະ ຫຼາຍ​ປະ​ເທດ​ໃນ​ໂລກ. ງານ​ວາງສະ​ແດງ​ຈະ​ດຳ​ເນີນ​ເຖິງ​ວັນ​ທີ 9/4.

ຂ່າວ/ບົດ​ອື່ນ