ງານວາງສະແດງແລະສຳມະນາກ່ຽວກັບອະທິປະໄຕຂອງຫວຽດນາມຢູ່ທະເລຕາເວັນອອກ


ງານວາງສະແດງແລະສຳມະນາກ່ຽວກັບອະທິປະໄຕຂອງຫວຽດນາມຢູ່ທະເລຕາເວັນອອກ - ảnh 1

ງານ​ວາງສະ​ແດງ​ ແລະ ສຳ​ມະ​ນາ​ກ່ຽວ​ກັບ​ອະທິປະ​ໄຕ​ຂອງ​ ຫວຽດນາມ​
ຢູ່​ທະ​ເລ​ຕາ​ເວັນ​ອອກຖືກຈັດຕັ້ງຢູ່ສະວິດ
(ພາບ: ອິນເຕີແນດ)

(vovworld) - ວັນ​ທີ 16/4, ຢູ່​ນະຄອນ ​ເຊີ​ແນວ, ປະ​ເທດ​ສະ​ວິດ, ປະຊາ​ຄົມ​ຊາວ ຫວຽດນາມ​ຢູ່ ສະ​ວິດ ​ແລະ ສະມາຄົມ​ມິດຕະພາບ ສະ​ວິດ - ຫວຽດນາມ, ​ໄດ້​ຈັດ​ຕັ້ງ ງານ​ວາງສະ​ແດງ​ ແລະ ສຳ​ມະ​ນາ​ກ່ຽວ​ກັບ​ອະທິປະ​ໄຕ​ຂອງ​ ຫວຽດນາມ​ຢູ່​ທະ​ເລ​ຕາ​ເວັນ​ອອກ ກໍ່​ຄື​ລົງ​ນາມ​ໃນ “ຈົດໝາຍ​ປາຖະໜາ“ ທີ່​ຝາກ​ເຖິງ​ທ່ານ Ban Ki-moon ​ເລຂາທິການ​ໃຫຍ່ ສະຫະ​ປະຊາ​ຊາດ ​ເພື່ອ​ແນ​ໃສ່​ຄັດຄ້ານ ຈີນຫັນ​ທະ​ເລ​ຕາ​ເວັນ​ອອກ​ເປັນ​ເຂດ​ດຳ​ເນີນ​ການ​ເຄື່ອນ​ໄຫວ​ດ້ານ​ການ​ທະຫານ, ລະ​ເມີດ​ກົດໝາຍ​ສາກົນ​ຢ່າງ​ຮ້າຍ​ແຮງ.

        ງານ​ວາງສະ​ແດງອະທິປະ​ໄຕ​ຂອງ​ ຫວຽດນາມ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ແນະນຳ​ແຜນ​ທີ່​ບູຮານ​, ​ເອກະສານ, ຮູບ​ພາບປະມານ 110 ຢ່າງ, ສະ​ແດງ​ໃຫ້​ເຫັນ​ອະທິປະ​ໄຕ​ຂອງ ​ຫວຽດນາມທີ່​ມີ​ຕໍ່​ໝູ່​ເກາະ ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ​ຢູ່ ທະ​ເລ​ຕາ​ເວັນ​ອອກ. ທີ່​ການ​ສຳ​ມະ​ນາ​ກ່ຽວ​ກັບອະທິປະ​ໄຕ​ຂອງ​ ຫວຽດນາມ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ບັນດາ​ນັກ​ປາຖະ​ກະຖາ ​ໄດ້​ໃສ່​ໃຈ​ກ່ຽວ​ກັບ​ລະດັບ​ອັນຕະລາຍ ​ແລະ​ການ​ຜັນ​ແປ​ຢ່າງ​ວ່ອງ​ໄວ​ຂອງ​ບັນດາ​ຄວາມ​ຂັດ​ແຍ້​ງກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ນີ້​ແມ່ນ​ບັນຫາບໍ່​ພຽງ​ແຕ່​ກ່ຽວຂ້ອງ​ເຖິງ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ເທົ່າ​ນັ້ນ, ຫາກ​ມັນ​ຍັງ​ຊ້ອນ​ແຝງ​ບັນດາ​ປັດ​ໃຈ​ນອກ​ພາກ​ພື້ນຄື​ບັນຫາຄວາມ​ສະ​ຫົງ​ບປອດ​ໄພ​ໃນ​ການ​ເດີນ​ທະ​ເລອີກ​ດ້ວຍ.

        ​ແລະ​ກໍ່​ໃນ​ເຫດ​ການ​ນີ້, ບັນດາ​ອົງການ​ຈັດ​ຕັ້ງ ​ແລະ ບັນດາ​ຜູ້​ເຂົ້າ​ຮ່ວມ​ໄດ້​ພ້ອມ​ກັນ​ລົງ​ນາມ​ໃນ“ຈົດໝາຍ​ປາຖະໜາ“ ທີ່​ຝາກ​ເຖິງ​ທ່ານ Ban Ki-moon ​ເລຂາທິການ​ໃຫຍ່ ສະຫະ​ປະຊາ​ຊາດ ​ເພື່ອ​ແນ​ໃສ່​ຄັດຄ້ານ ຈີນຫັນ​ທະ​ເລ​ຕາ​ເວັນ​ອອກ​ເປັນ​ເຂດ​ດຳ​ເນີນ​ການ​ເຄື່ອນ​ໄຫວ​ດ້ານ​ການ​ທະຫານ, ລະ​ເມີດ​ກົດໝາຍ​ສາກົນ​ຢ່າງ​ຮ້າຍ​ແຮງ. ຈົດໝາຍ​ນີ້​ເນັ້ນ​ໜັກ​​ເຖິງ​ຄຳ​ຮຽກຮ້ອງ ຈີນ​ເຄົາລົບ​ກົດໝາຍ​ສາກົນ, ຢຸດຕິ​ບັນດາ​ການ​ກະທຳລະ​ເມີດ, ​ຢືດຄອງ​ໃນ​ທັນທີ, ​ແລະປະຕິບັດ​ບັນດາ​ຄຳ​ໝັ້ນ​ສັນຍາ​ໃນ​ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC), ກ້າວ​ໄປ​ເຖິງ​ປະມວນ​ຂໍ້​ກຳນົດ​ກ່ຽວ​ກັບ​ການ​ປະພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC).ຢ່າງ​ເຂັ້ມ​ງວດ.

ຂ່າວ/ບົດ​ອື່ນ