ທະເລຕາເວັນອອກ-ຫົວຂໍ້ຕົ້ນຕໍຢູ່ກອງປະຊຸມສຳມະນາສາກົນກ່ຽວກັບມະຫາສະໝຸດອິນເດຍ


ທະເລຕາເວັນອອກ-ຫົວຂໍ້ຕົ້ນຕໍຢູ່ກອງປະຊຸມສຳມະນາສາກົນກ່ຽວກັບມະຫາສະໝຸດອິນເດຍ - ảnh 1

ກອງ​ປະຊຸມ​ສຳ​ມະ​ນາສາ​ກົນ​ກ່ຽວ​ກັບ​ມະຫາ​ສະໝຸດ​ອິນ​ເດຍ
(ພາບ: ອິນເຕີແນດ)

(vovworld) - ວັນ​ທີ 18/3, ຢູ່​ນິວ​ເດ​ລີ, ​ໄດ້​ໄຂ​ກອງ​ປະຊຸມ​ສຳ​ມະ​ນາສາ​ກົນ​ກ່ຽວ​ກັບ “ບັນຫາ​ພູມ​ສາດ​ການ​ເມືອງ​ທີ່​ພວມ​ພົ້ນ​ເດັ່ນ​ຂຶ້ນ​ຢູ່​ມະຫາ​ສະໝຸດ​ອິນ​ເດຍ“ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ບັນດານັກຮຽນ​ຮູ້, ນັກ​ຄົ້ນ​ຄ້ວາ,  ​ເອກ​ອັກຄະ​ລັດຖະທູດ​ຂອງ ​ອິນ​ເດຍ ​ແລະ ປະ​ເທດ​ຕ່າງໆ. ກ່າວ​ຄວາມ​ເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ສາ​ສະ​ດາ​ຈານ Baladas Ghoshal, ນັກຮຽນ​ຮູ້​ທີ່​ມີ​ຊື່​ສຽງ​ຂອງ​ສະມາຄົມ​ຄົ້ນ​ຄ້ວາມະຫາ​ສະໝຸດ​ອິນ​ເດຍ (SIOS), ຖື​ວ່າ​ ທະ​ເລ​ຕາ​ເວັນ​ອອກ​ພວມ​ພົ້ນ​ເດັ່ນ​ຂຶ້ນ​ເປັນ​ຈຸດ​ຮ້ອນ​ຕົ້ນຕໍ, ບໍ່​ພຽງ​ແຕ່​ກ່ຽວຂ້ອງ​ເຖິງ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ເທົ່າ​ນັ້ນ, ຫາກ​ທັງ​ນອກ​ພາກ​ພື້ນອີກ​ດ້ວຍ, ​ເມື່ອ​ ຈີນ​ພວມ​ດຳ​ເນີນ​ການ​ເຄື່ອນ​ໄຫວ​ກໍ່ສ້າງ ​ແລະ ຫັນ​ເຂດ​ທະ​ເລ​ນີ້​ເປັນ​ເຂດ​ດຳ​ເນີນ​ການ​ເຄື່ອນ​ໄຫວ​ດ້ານ​ການ​ທະຫານ. ສ່ວນ​ພົນ​ຈັດຕະວາ​ກອງທັບ​ ອິນ​ເດຍ O P Sharma ​ໄດ້​ຄັດ​ສະ​ເໜີ​ຄວາມ​ສຳນຶກ ​ແລະ ກົດໝາຍ​ສາກົນ​ຕ່າງໆ ​ເພື່ອ​ພິສູດ​ເລື່ອງ ຈີນ​ປະກາດ​ຖະ​ເຫຼງອະທິປະ​ໄຕ ດ້ວຍ​ເຂດ​ທະ​ເລ​ຕາ​ເວັນ​ອອກ​ສ່ວນ​ຫຼາຍນັ້ນ ​ແມ່ນ​ບໍ່​ຖືກ​ຕ້ອງຕາມ​ກົດໝາຍ​ສາກົນ ​ແລະ ສົນທິສັນຍາ​ສະຫະ​ປະຊາ​ຊາດ ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982 (UNCLOS) ​ເຊິ່ງ ຈີນ​ກໍ່​ແມ່ນ​ປະ​ເທດ​ສະມາຊິກ. ​ໃນ​ບົດ​ປະກອບ​ຄວາມ​ເຫັນ​ຂອງ​ຕົນ, ທ່ານ ຫວໍ​ຊວນ​ວິ​ງ, ສະ​ຖາ​ບັນ​ຄົ້ນ​ຄ້ວາ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (ISAS)  ຂຶ້ນ​ກັບ​ມະຫາບັນດິດ​ວິທະຍາສາດ ສັງຄົມ ຫວຽດນາມ, ກໍ່​ກ່າວ​ປະນາມ​ການ​ກະທຳ​ພຽງ​ລຳພັງ​ຝ່າຍ​ດຽວ​ຂອງ​ ຈີນ ຢູ່​ທະ​ເລ​ຕາ​ເວັນ​ອອກ ​ແລະ ຢືນຢັນ​ອະ​ທິ​ປະ​ໄຕ​ອັນ​ສອດ​ທຳ​ຂອງ​ ຫວຽດນາມ ທີ່​ມີ​ຕໍ່​ໝູ່​ເກາະ ​ເຈື່ອງ​ຊາ ​ແລະ ຮ່ວາງ​ຊາ. ທ່ານ​ກໍ່​ຍົກ​ອອກ​ບົດບາດ​ຂອງ ອິນ​ເດຍ​ໃນ​ການ​ຮັບປະກັນ​ສະຖຽນ​ລະ​ພາບ ​ແລະ ຄວາມ​ປອດ​ໄພ​ຢູ່​ເຂດ​ທະ​ເລ​ຕາ​ເວັນ​ອອກ.

ຂ່າວ/ບົດ​ອື່ນ