ສຸກສາລາຢູ່ເກາະເຈືອງຊາ-ທີ່ຮູ້ຈັກກັນດີຂອງຊາວປະມົງເມື່ອເດີນທະເລຫາປາ

ສຸກ​ສາ​ລາ​ຢູ່​ເທດ​ສະ​ບານ​ເມືອງ​ເຈືອງ​ຊາ, ເມືອງ​ເກາະ​ເຈືອງ​ຊາ, ແຂວງ​ແຄ້ງ​ຮ່​ວາ, ບໍ່​ພຽງ​ແຕ່​ເປັນ​ບ່ອນ​ເບິ່ງ​ແຍງ ຮັກ​ສາ​ສຸ​ຂະ​ພາບ​ໃຫ້​ແກ່​ພະ​ນັກ​ງານ, ນັກ​ຮົບ ແລະ ປະ​ຊາ​ຊົນ​ໃນ​ເກາະ​ເທົ່າ​ນັ້ນ, ຫາກ​ຍັງ​ເປັນ​ທີ່​ຮູ້​ຈັກ​ທີ່​ດີຂອງ​ຊາວ​ປະ​ມົງ​ທີ່​ພວມ​ຫາ​ປາ​ຢູ່​ເຂດ​ຫາ​ປາ​ເຈືອງ​ຊາ​ເມື່ອ​ຖືກ​ເຈັບ​ເປັນ​ອີກ​ດ້ວຍ. 

ສຸກສາລາຢູ່ເກາະເຈືອງຊາ-ທີ່ຮູ້ຈັກກັນດີຂອງຊາວປະມົງເມື່ອເດີນທະເລຫາປາ - ảnh 1
ແຕ່​ລະ​ປີ, ສຸກ​ສາ​ລາ​ໄດ້​ຮັບ​ປິ່ນ​ປົວ​ໃຫ້​ຊາວ​ປະ​ມົງ​ນັບ​ຮ້ອຍ​ເທື່ອ​ຄົນ ເມື່ອ​ປະ​ສົບ​ເຄາະ​ຮ້າຍ​ຢູ່​ກາງ​ທະ​ເລ

      ສຸກ​ສາ​ລາ​ຢູ່​ເກາະເຈືອງ​ຊາໄດ້​ຮັບ​ການກໍ່​ສ້າງ​ຢ່າງ​ໃຫຍ່​ໂຕ​ໂອ​ຖົງ ແລະ ໄດ້​ຮັບ​ການ​ລົງ​ທຶນທາງ​ດ້ານ​ພື້ນ​ຖານ​ວັດ​ຖຸ, ພາ​ຫະ​ນະ​ອຸ​ປະ​ກອນ​ການ​ແພດ. ນອກ​ຈາກ​ຫ້ອງນອນ​ຄົນ​ເຈັບ 3 ຫ້ອງ​ແລ້ວ, ສຸກ​ສາ​ລາ​ກໍ​ຍັງ​ມີຫ້ອງ​ຜ່າ​ຕັດ​ພ້ອມ​ກັບ​ບັນ​ດາພາ​ຫະ​ນະ​ເຄື່ອງ​ຈັກ​ບົ່ງ​ມະ​ຕິ​ພະ​ຍາດ ແລະ ປິ່ນ​ປົວທີ່​ທັນ​ສະ​ໄໝ. ທິມ​ງານ​ແພດ​ໝ​ໍ​ທີ່​ພວມ​ປະ​ຕິ​ບັດ​ງານ​ຢູ່​ເທດ​ສະ​ບານ​ເມືອງ​ເຈື່ອງ​ຊາ ແມ່ນ​ຂຶ້ນ​ກັບ​ໂຮງ​ໝ​ໍ​ເສ​ນາ​ລັກ 175, ເຂ​ົາເຈົ້າສ່ວນຫຼາຍ​ແມ່ນ​ຄົນ​ໜຸ່ມ ແລະ ລ້ວນ​ແຕ່​ເປັນ​ກຳ​ລັງ​ຕະ​ລຸມບອນໄປ​ຮັບ​ໜ້າ​ທີ່​ວຽກ​ງານ​ໃນ​ເກາະ.

    ບັນ​ດາ​ແພດ​ໝໍ​ໃນ​ສຸກ​ສາ​ລາ​ໃຫ້​ຮູ້​ວ່າ ວຽກ​ງານ​ຢູ່​ເກາະ​ເຈືອງ​ຊາແມ່ນຫຼວງຫຼາຍ ແລະ ມີຫຼາຍ​ຮູບຫຼາຍ​ແບບເມື່ອ​ທຽບ​ໃສ່​ຢູ່​ດິນ​ຕໍ່​ແຜ່ນ ເພາະ​ຕ້ອງ​ປິ່ນ​ປົວຫຼາຍ​ພະ​ຍາດ​ທີ່​ແຕກ​ຕ່າງ​ກັນ​ພ້ອມ​ກັບ​ກໍ​ລະ​ນີ​ຮັບ​ບາດ​ເຈັບ. ດັ່ງ​ນັ້ນ, ບັນ​ດາ​ແພດ​ໝໍ​ໃນ​ສຸກ​ສາ​ລາຕ້ອງ​ຄົ້ນ​ຄ້​ວາ​ເອງ​ຜ່ານ​ປຶ້ມ​ແພດ​ສາດ, ເອ​ກະ​ສານ​ຕ່າ​ງໆຈຶ່ງ​ສາ​ມາດ​ຕອບ​ສະ​ໜອງ​ໄດ້​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງວຽກ​ງານ. ເພື່ອ​ພົບ​ພໍ້​ກັບ​ກໍ​ລະ​ນີ​ຄົນ​ເຈັບ​ຕິດ​ພະ​ຍາດ​ທີ່​ປົວ​ຍາກນັ້ນ, ບັນ​ດາ​ແພດ​ໝໍ​ກໍ​ຕ້ອງ​ເພີ່ງ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ດິນ​ຕໍ່​ແຜ່ນ​ໂດຍ​ຜ່ານ​ການ​ຮັບ​ຄຳ​ແນະ​ນຳ, ໃຫ້​ຄຳ​ປຶກ​ສາ​ຜ່ານ​ເຄືອ​ຂ່າຍ​ໂທ​ລະ​ສັບ, ຫຼື​ຖ່າຍ​ຮູບ​ລັງ​ສີ​ແລ້ວ ສົ່ງ​ຜ່ານ​ທ​າງ​ອີ​ແມວ​ເພື່ອ​ໃຫ້​ບັນ​ດາ​ສາດ​ສະ​ດາ​ຈານ, ທ່ານ​ໝໍ​ຢູ່ ໂຮງ​ໝ​ໍ​ເສ​ນາ​ລັກ 175 ກວດ,ວິ​ນິດ​ໄສ ແລະ ບົ່ງມະ​ຕິ. ປະ​ຈຸ​ບັນ, ສຸກ​ສາ​ລາ​ຢູ່​ເທດ​ສະ​ບານ​ເມືອງ​ເຈື່ອງ​ຊາໄດ້​ມີ​ລະ​ບົບ​ແຜ່ພາບຜ່ານ​ລະ​ບົບ​ອິນ​ເຕີ​ເນັດ​ເພື່ອ​ໃຫ້​ແພດ​ໝໍ​ຢູ່​ດິນ​ຕໍ່​ແຜ່ນ​ສາ​ມາດ​ໃຫ້​ຄຳ​ແນະ​ນຳ, ທີ່​ປຶກສາ, ວິ​ນິດ​ໄສ​ກໍ​ຄື​ໃຫ້​ການ​ແນະ​ນຳ​ກ່ຽວ​ກັບ​ກໍ​ລະ​ນີ​ຜ່າ​ຕັດ​ທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ. ທ່ານ​ບຸຍ​ດິງ​ເຢືອງ ການ​ນຳ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ເມືອງ​ເຈືອງ​ຊາ​ໃຫ້​ຮູ້​ວ່າ :

   “ ລະ​ບົບ​ເສ​ນາ​ລັກ​ຢູ່ ເກາະ​ເຈືອງ​ຊາ​ແມ່ນ​ຢູ່​ຫ່າງ​ໄກ​ຈາກ​ດິນ​ຕໍ່​ແຜ່ນ. ເລື່ອງ​ຊາວ​ປະ​ມົງ​ເດີນ​ທະ​ເລ​ໄປຈັບ​ຫາ​ປາເຄີຍ​ເກີດ​ອາ​ການ​ເຈັບ​ເປັນ​ຜິດ​ປົກ​ກະ​ຕິນັ້ນ, ກໍ​ຕ້ອງ​​ໄດ້​ຮັບ​ການ​ປິນ​ປົວ​ພະ​ຍາ​ບານ​ສຸກ​ເສີນ, ຫຼັງ​ຈາກນັ້ນ ກໍ​ສົ່ງ​ເຖິງ​ໂຮງ​ໝ​ໍ​ຂັ້ນ​ເທິງ. ເພາະ​ສະ​ນັ້ນ, ຖັນ​ແຖວ​ແພດ​ໝໍ​ໃນ​ສຸກ​ສາ​ລາຕ່າງ​ກໍ​ແມ່ນ​ພະ​ນັກ​ງານ​ທີ່​ຊຳ​ນານ​ງານ, ມ​ີ​ບົດ​ຮຽນ, ມີ​ແພດ​ໝໍຫຼາຍ​ຄົນ​ໄດ້​ໄປ​ປະ​ຕິ​ບັດ​ງານ​ຢູ່ ເກາະ​ເຈືອງ​ຊາຫຼາຍ​ຄັ້ງ​ແລ້ວ. ຢູ່ສຸກ​ສາ​ລາໃນເກາະ​ເຈືອງ​ຊາ ມີ​ຢຸກ​ຢາ​ປົວ​ພະ​ຍາດທີ່ຮັບ​ປະ​ກັນ​ຄຸນ​ນະ​ພາບ, ກຽມ​ພ້ອມ​ປິ່ນປົວໃຫ້​ແກ່​ຊາວ​ປະ​ມົງ, ກອງ​ທັບ ແລະ ປະ​ຊາ​ຊົນ​ໃນ​ເກາະ ”

     ສະ​ແດງ​ຄວາມ​ພາກ​ພູມ​ໃຈ​ພາຍຫຼັງ​​ທຳ​ການ​ຜ່າ​ຕັດ​​ເປັນ​ເວ​ລາ 2 ຊົ່ວ​ໂມງໃຫ້​ຄົນ​ເຈັບ​ຊາວ​ປະ​ມົງ​ແຂວງກວາງ​ບິງຍ້ອນ​ຖືກ​ອັກ​ເສ​ບ​ໄສ້ຮຸນ​ແຮງເມື່ອ​ພວມ​ຫາ​ປາ​ຢູ່​ເຂດ​ຫາ​ປາ​ເຈືອງ​ຊາ, ທ່ານ​ໝໍ ທ້າຍງອກ​ບິງ ໃຫ້​ຮູ້​ວ່າ ການ​ຜ່າ​ຕັດ​ໄດ້​ຮັບ​ຜົນ​ດີ, ສຸ​ຂະ​ພາບ​ຂອງ​ຄົນ​ເຈັບ​ໄດ້​ຄ່ອຍ​ກັບ​ຄືນ​ສູ່​ປົກ​ກະ​ຕິ. ທ່ານ​ໝໍ ທ້າຍງອກ​ບິງ ເວົ້າ​ວ່າ :

   “ ພາຍຫຼັງ​ກວດ​ພະ​ຍາດ, ພວກ​ຂ້າ​ພະ​ເຈົ້າ​ໄດ້​ປຶກ​ສາ​ກັບ​ແພດ​ໝໍ​ຢູ່​ດິນ​ຕໍ່​ແຜ່ນ ແລ້ວ​ກໍ​ຕົກ​ລົງ​ທຳ​ການ​ຜ່າ​ຕັດ​ໃຫ້​ຄົນ​ເຈັບ​ໃນ​ຄ່ຳ​ຄືນ​ໂດຍ​ທັນ​​ທີ່. ນີ້​ແມ່ນ​ກໍ​ລະ​ນີ​ຜ່າ​ຕັດ​ທີ່​ສັບ​ສົນ​ຊຶ່ງ​ແກ່​ຍາວເປັນ​ເວ​ລາ 2 ຊົ່ວ​ໂມງ. ປະ​ຈຸ​ບັນ, ສຸ​ຂະ​ພາບ​ຂອງ​ຄົນ​ເຈັບ​ໄດ້​ຄ່ອຍ​ກັບ​ຄືນ​ສູ່​ປົກ​ກະ​ຕິ, ແລະ​ ສາ​ມາດເຮັດ​ວຽກ​ໃນ 2-3 ມື້​ຂ້າງ​ໜ້າ ”

      ທ່ານ​ໝໍ ທ້າຍງອກ​ບິງ ໃຫ້​ຮູ້ວ​່າເຖິງວ່າ​ພາ​ຫະ​ນະ​ອຸ​ປະ​ກອນ​ການ​ແພດ​ຢູ່ສຸກ​ສາ​ລາ​ຢູ່​ເທດ​ສະ​ບານ​ເມືອງ​ເຈືອງ​ຊາບໍ່​ທັນ​ສະ​ໄໝ​ຄື​ກັບ​ບັນ​ດາ​ໂຮງ​ໝໍ​ຢູ່​ດິນ​ຕໍ່​ແຜ່ນ​ກໍ​ຕາມ, ແຕ່ບັນ​ດາ​ແພດ​ໝໍ​ໃນ​ສຸກ​ສາ​ລາຍາມ​ໃດ​ກໍ​ມາ​ນະ​ພະ​ຍາ​ຍາມ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ເພື່ອຕອບ​ສະ​ໜອງ​​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງວຽກ​ງານກວດ ແລະ ປິ່ນ​ປົວ​ພະ​ຍາດໃຫ້​ແກ່​ພະ​ນັກ​ງານ, ນັກ​ຮົບ ແລະ ປະ​ຊາ​ຊົນ​ໃນ​ເກາະ. ຕາມທ່ານ​ໝໍ ທ້າຍງອກ​ບິງແລ້ວ, ບັນ​ດາ​ກໍ​ລະ​ນີ​ຮັບ​ບາດ​ເຈັບ​ໃນ​ທ້ອງ, ອັກ​ເສ​ບ​ໄສ້​ຕີງ, ບາດ​ເຈັບ​ໜ້າ​ເອິກ, ກະ​ດູກ​ຫັກ, ອ​ັກ​ເສບ​ລະ​ບົບ​ທາງ​ເດີນ​ອັດ​ສະ​ວະ…ກໍ​ລ້ວນ​ແຕ່​ໄດ້​ຮັບ​ການ​ປິນ​ປົວ​ຢ່າ​ງ​ສຳ​ເລັດ​ຜົນ. ທ່ານ​ໝໍທ້າຍງອກ​ບິງເວົ້າ​ຕໍ່​ໄປ​ວ່າ:    

     “ ປີ​ກາຍນີ້, ທາງ​ສຸກ​ສາ​ລາ​ໄດ້​ປິນ​ປົວ​ໃຫ້​ກວ່າ 2600 ກ​ໍລະ​ນີຄົນ​ເຈັບ, ໃນ​ນັ້ນ ມີ 600 ກໍ​ລະ​ນີ​ສຸກ​ເສີນ. ບັນ​ດາ​ກໍ​ລະ​ນີ​ສຸກ​ເສີນ, ກໍ​ລ້ວນ​ແຕ່​ໄດ້​ຮັບ​ແກ້​ໄຂ​ຢ່າງ​ສຳ​ເລັດ​ຜົນ, ອັນ​ໄດ້​ນຳ​ຄວາມ​ເຊື່ອ​ໝັ້ນ​ມາ​ສູ່ພະ​ນັກ​ງານ, ນັກ​ຮົບ ແລະ ປະ​ຊາ​ຊົນ​ໃນ​ເກາະເພື່ອ​ມີ​ຄວາມ​ໝັ້ນ​ໃຈ​ປະ​ຕິ​ບັດ​ໜ້າ​ທີ່ ກໍ​ຄື​ປະ​ກອບ​ອາ​ຊີບ​ຫາ​ປາ​ຢູ່​ທະ​ເລ ”

     ທ່ານ ຫງວຽນ​ວັນ​ຕ້ວນ ການ​ນຳເທດ​ສະ​ບານ​ເມືອງ​ເຈື່ອງ​ຊາໃຫ້​ຮູ້​ວ່າ : ແຕ່​ລະ​ປີ, ສຸກ​ສາ​ລາ​ໄດ້​ຮັບ​ປິ່ນ​ປົວ​ໃຫ້​ຊາວ​ປະ​ມົງ​ນັບ​ຮ້ອຍ​ເທື່ອ​ຄົນ ເມື່ອ​ປະ​ສົບ​ເຄາະ​ຮ້າຍ​ຢູ່​ກາງ​ທະ​ເລ, ເປັນ​ຕົ້ນ​ແມ່ນ​ບັນ​ດາ​ກໍ​ລະ​ນີ​ຕ້ອງ​ໄດ້​ຮັບ​ການ​ປິ່ນ​ປົວ​ສຸກ​ເສີນ​ຢ່າງ​ທັນ​ການ. ທ່ານ ຫງວຽນ​ວັນ​ຕ້ວນ ການ​ນຳເທດ​ສະ​ບານ​ເມືອງ​ເຈື່ອງ​ຊາເວົ້າ​ວ່າ:

     “ ສຳ​ລັບບັນ​ດາ​ກໍ​ລະ​ນີ​ຊາວ​ປະ​ມົງ​ພວມ​ເດີ​ນ​ທະ​ເລຖືກ​ເຈັບ​ເປັນ, ຕ້ອງ​ການ​ປິ່ນ​ປົວ​ໃນ​ທັນ​ທີ່ນັ້ນ, ສຸກ​ສາ​ລາ​ຢູ່​ເກາະ​ເຈືອງ​ຊາໄດ້​ກາຍ​ເປັນ​ທີ່​ຮູ້​ຈັກ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ພໍ່​ແມ່ພີ​ນ້ອງ​ຊາວ​ປະ​ມົງ ”  

    ດ້ວຍ​ໜ້າ​ທີ່ກອບ​ກູ້​ເອົາ​ຊີ​ວິດ​ຂອງ​ຄົນ​ເຈັບ, ບັນ​ດາ​ແພດ​ໝໍ​ໃນ​ສຸກ​ສາ​ລາຍາມ​ໃດ​ກໍ​ມາ​ນະ​ພະ​ຍາ​ຍາມ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ເພື່ອຕອບ​ສະ​ໜອງ​​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງວຽກ​ງານກວດ ແລະ ປິ່ນ​ປົວ​ພະ​ຍາດໃຫ້​ແກ່​ພະ​ນັກ​ງານ, ນັກ​ຮົບ ແລະ ປະ​ຊາ​ຊົນ​ໃນ​ເກາະ. ສຳ​ລັບ​ເຂົາ​ເຈົ້າ​ແລ້ວ, ນີ້​ແມ່ນ​ຄວາມ​ມ່ວນ​ຊື່ນ, ແມ່ນ​ຄວາມ​ຜາ​ສຸກ​ເມື່ອ​ໄດ້ນຳ​ຄວາມ​ເຊື່ອ​ໝັ້ນ​ມາ​ສູ່ພະ​ນັກ​ງານ, ນັກ​ຮົບ ແລະ ປະ​ຊາ​ຊົນ​ໃນ​ເກາະເພື່ອ​ມີ​ຄວາມ​ໝັ້ນ​ໃຈ​ປະ​ຕິ​ບັດ​ໜ້າ​ທີ່ ກໍ​ຄື​ປະ​ກອບ​ອາ​ຊີບ​ຫາ​ປາ​ຢູ່​ທະ​ເລ.

ຕອບກັບ

ຂ່າວ/ບົດ​ອື່ນ