ສານກຳມະການອາດສາມາດປະຕິເສດຄຳຮຽກສິດທາງ9ຕອນຂອງຈີນ

ສານກຳມະການອາດສາມາດປະຕິເສດຄຳຮຽກສິດທາງ9ຕອນຂອງຈີນ - ảnh 1
ນັກຊ່ຽວຊານ CSIS ທີ່ກອງປະຊຸມສຳມະນາ

(vovworld) - ​ແຜນ​ຮ່າງ​ກ່ຽວ​ກັບ​ຄຳ​ຕັດສິນ​ຂອງ​ສານ​ກຳມະການ​ປະຈຳການ ດ້ວຍ​ຄະດີ​ຮ້ອງ​ຟ້ອງ​ຂອງ ຟີ​ລິ​ບປິນຕໍ່​ຈີນ ກໍ່​ຄື​ປະຕິ​ກິລິຍາ​ຕໍ່​ໄປ​ຂອງ​ ປັກ​ກິ​ງນັ້ນ ​ແມ່ນ​ຫົວ​ຂໍ້​ຂອງ​ກອງ​ປະຊຸມ​ສຳ​ມະ​ນາ​ເຊິ່ງຫາ​ກໍ່​ໄດ້​ຮັບ​ການຈັດ​ຕັ້ງ​ຂຶ້ນ​ໃນ​ວັນ​ທີ 21/6, ຢູ່​ສູນ​ຄົ້ນ​ຄ້ວາຍຸ​ດທະ​ສາດ ​ແລະ ສາກົນ (CSIS) ທີ່​ມີສຳນັກ​ງານ​ຢູ່ ວໍ​ຊິງ​ຕັນ ດີ​ຊີ, ອາ​ເມ​ລິ​ກາ. ບັນດາ​ນັກ​ຊ່ຽວຊານ​ຂອງສູນ​ຄົ້ນ​ຄ້ວາຍຸ​ດທະ​ສາດ ​ແລະ ສາກົນ, ກໍ່​ຄື​ບັນດາ​ຜູ້​ເຂົ້າ​ຮ່ວມ ສ່ວນ​ຫຼາຍ​ລ້ວນ​ແຕ່​ຖື​ວ່າ, ສານ​ຈະ​ປະຕິ​ເສດ​ຄຳ​ຮຽກ​ສິດ​ທີ່​ໄຮ້​ເຫດຜົນ​ກ່ຽວ​ກັບ​ທາງ 9 ຕອນ ​ເຊິ່ງຈີນ​ໄດ້​ປະກາດ​ພຽງ​ລຳພັງ​ຝ່າຍ​ດຽວຢູ່ທະ​ເລ​ຕາ​ເວັນ​ອອກ.

        ຕໍ່ໜ້າ​ເລື່ອງ​ຈີນ​ປະກາດ​ບໍ່​ຮັບ​ຮູ້​ຄຳ​ຕັດສິນ​ຂອງ​ສານ​ກຳມະການ, ທ່ານ Amy Searight, ອະດີດ​ຜູ້​ຊ່ວຍ​ວຽກ​ລັດຖະມົນຕີປ້ອງ​ກັນ​ປະ​ເທດ ອາ​ເມ​ລິ​ກາຖື​ວ່າ, ຈີນ​ຈະ​​ເສຍ​ອິດ​ທິພົນ​ຊື່​ສຽງຢ່າງ​ຮ້າຍ​ແຮງ, ຖ້າ​ຫາກ​ບໍ່​ປະຕິບັດ​ຕາມ​ຄຳ​ຕັດສິນ​ຂອງ​ສານ.

        “ປະຈຸ​ບັນ, ບໍ່​ມີ​ຄວາມ​ມານະ​ພະຍາຍາມ​ການ​ທູດ​ໃດໆ ທີ່​ສາມາ​ດ​ເຮັດ​ໃຫ້​ ຈີນ​ປ່ຽນ​ແປງ​ຄວາມ​ຕັ້ງ​ໃຈ​ໄດ້. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ຂ້າພະ​ເຈົ້າ​ຫວັງ​ວ່າ, ​ໃນ​ໄລຍະ​ຍາວ, ​ເມື່ອ​ອິດ​ທິພົນ ​ແລະ ຄວາມ​ສາມາດ​ຖືກ​ຕົກ​ຢູ່​ໂດດ​ດຽວ​ນັບ​ມື້​ນັບ​ສູງ​ນັ້ນ ຈະ​ເຮັດ​ໃຫ້​ ຈີນ​ຕ້ອງ​ມີ​ການ​ປ່ຽນ​ແປງ​ດ້ານ​ແນວ​ຄວາມ​ຄິດ ​ແລະ ຊອກ​ຫາບ​ັນດາ​ມາດ​ຕະການ​ເພື່ອ​ຮັກສາ​ກຽດ​ໄວ້

ຂ່າວ/ບົດ​ອື່ນ