ຫວຽດນາມພ້ອມແລ້ວທີ່ຈະຮ່ວມມືກັບປະຊາຄົມສາກົນເພື່ອປົກປັກຮັກສາສະພາບແວດລ້ອມຢູ່ທະເລ

ຫວຽດນາມພ້ອມແລ້ວທີ່ຈະຮ່ວມມືກັບປະຊາຄົມສາກົນເພື່ອປົກປັກຮັກສາສະພາບແວດລ້ອມຢູ່ທະເລ - ảnh 1
ທ່ານ​ນາງ ຕ່ອງ​ທິຟ໋ອງ, ຮອງ​ປະທານ,
ຜູ້​ປະຈຳການ​ສະພາ​ແຫ່ງ​ຊາດ ຫວຽດນາມ
(ພາບ: TTXVN)


(vovworld) - ວັນ​ທີ 13/2 ຢູ່​ສຳນັກງານ​ຂອງ ສະຫະ​ປະຊາ​ຊາດ (ສປຊ) ທີ່ ນິວຢອກ, ອາ​ເມ​ລິ​ກາ, ດຳ​ເນີນ​ວາລະ​ອະພິປາຍ​ປະຈຳ​ປີ​ລະຫວ່າງ  ສະຫະພັນ​ລັດຖະສະພາ​ສາກົນ (IPU) ​ແລະ ສປຊ. ຫົວ​ຂໍ້​ຂອງ​ວາລະ​ອະພິປາຍ​ປີ​ນີ້​ແມ່ນ “​ໂລກ​ສີຟ້າ: ການ​ອະນຸລັກ​ຮັກສາ​ມະຫາ​ສະໝຸດ, ປ້ອງກັນ​ໜ່ວຍ​ໂລກ, ຮັບປະກັນ​ຜົນ​ປະ​ໂຫຍ​ດ​ໃຫ້​ມະນຸດ“. ກ່າວ​ຄວາມ​ເຫັນ​ຢູ່​ທີ່​ນີ້, ທ່ານ​ນາງ ຕ່ອງ​ທິຟ໋ອງ, ຮອງ​ປະທານ, ຜູ້​ປະຈຳການ​ສະພາ​ແຫ່ງ​ຊາດ ຫວຽດນາມ, ​ເນັ້ນ​ໜັກ​ວ່າ: ສັນຕິພາບ, ຄວາມ​ໝັ້ນຄົງ ​ແມ່ນ​ເງື່ອນ​ໄຂ​ຕັດສິນ​ຊີ້​ຂາດ​ການ​ພັດທະນາ​ຢ່າງ​ໝັ້ນຄົງ. ຢູ່ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ​ເພື່ອ​ແກ້​ໄຂ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, ບັນດາ​ປະ​ເທດ​ພວມ​ມານະ​ພະຍາຍາມ​ກະທຳ​ຢ່າງ​ມີຄວາມ​ຮັບ​ຜິດ​ຊອບ, ດ້ວຍ​ຄວາມ​ປາຖະໜາພ້ອມ​ກັນ​ເຄົາລົບ​ກົດໝາຍ​ສາກົນ. ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຕ່ອງ​ທິຟ໋ອງ ​ໃຫ້​ຮູ້​ວ່າ, ຫວຽດນາມ​ແມ່ນ​ປະ​ເທດ​ແຄມ​ທະ​ເລ, ມີ​ທີ່​ຕັ້ງ​ສຳຄັນ​ໃນ​ສາຍ​ທາງ​ເດີນ​ທະ​ເລ​ສາກົນ ​ແລະ ກໍ່​ຖືກ​ຜົນ​ກະທົບ​ຫຼາຍ​ຢ່າງ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ແລະ ນຳ້​ທະ​ເລ​ຂຶ້ນ​ສູງ. ດັ່ງ​ນັ້ນ, ຫວຽດນາມ ຖື​ເປັນ​ສຳຄັນ​ການ​ພັດທະນາ​ບັນດາ​ຂະ​ແໜງ​ເສດຖະກິດ​ທະ​ເລ ​ໄປ​ຄຽງ​ຄູ່​ກັບ​ການ​ປົກ​ປັກ​ຮັກສາ​ສະພາບ​ແວດ​ລ້ອມ​ທະ​ເລ. ຫວຽດນາມ​ພ້ອມ​ແລ້ວ​ທີ່​ຈະ​ຮ່ວມ​ມື​ກັບ​ປະຊາ​ຄົມ​ສາກົນ​ເພື່ອ​ປົກ​ປັກ​ຮັກສາ​ສະພາບ​ແວດ​ລ້ອມ​, ຂຸດ​ຄົ້ນ​ຜົນ​ປະ​ໂຫຍ​ດດ້ານ​ເສດຖະກິດ​ທະ​ເລ​ຢ່າງ​ເໝາະ​ສົມ ​ແລະ ມີ​ປະສິດທິ​ຜົນ, ພ້ອມ​ທັງ​ຕິດ​ແໜ້ນ​ກັບ​ໜ້າ​ທີ່​ປົກ​ປັກ​ຮັກສາ​ສັນຕິພາບ, ຄວາມ​ໝັ້ນຄົງ ​ແລະ ການ​ພັດທະນາ​ຢ່າງ​ໝັ້ນຄົງ​ຂອງ​ຊາດ.

        ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຕ່ອງ​ທິຟ໋ອງ ​ ສະ​ເໜີ​ສືບ​ຕໍ່​ປັບປຸງ​ລະບົບ​ເອກະສານ​ດ້ານ​ກົດໝາຍ, ​ເພີ່ມ​ທະວີ​ປະສິດທິ​ຜົນ​ການ​ຄຸ້ມ​ຄອງ​ລັດ​ກ່ຽວ​ກັບ​ທະ​ເລ ​ແລະ ໝູ່​ເກາະ. ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຕ່ອງ​ທິຟ໋ອງ ​ກໍ່​ສະ​ເໜີ IPU ​ແລະ ສະພາ​ແຫ່ງ​ຊາດ​ປະ​ເທດ​ຕ່າງໆ​ດຳ​ເນີນ​ການ​ກວດກາ​ການ​ປະຕິບັດ​ບັນດາ​ຄຳ​ໝັ້ນ​ສັນຍາ ​ແລະ ບັນດາ​ຂໍ້​ສະ​ເໜີເປັນ​ປະຈຳ, ​ໂດຍ​ຜ່ານ​ວາລະ​ປະຊຸມ​ນີ້ ກໍ່​ຄື​ທີ່​ກອງ​ປະຊຸມ​ກ່ຽວ​ກັບ​ທະ​ເລ ​ແລະ ມະຫາ​ສະໝຸດ​ຈະ​ມາ​ເຖິງ, ​ເພື່ອ​ແນ​ໃສ່​ຕີ​ລາຄາ​ຜົນ​ທີ່​ບັນລຸ​ໄດ້ ​ແລະ ບັນດາ​ຄວາມ​ຈຳກັດ, ສິ່ງ​ຄົງ​ຄ້າງ ​ເພື່ອ​ພ້ອມ​ກັນ​ຍົກ​ອອກ​ທິດ​ທາງ​ແກ້​ໄຂ.

 

ຂ່າວ/ບົດ​ອື່ນ