ຫາງສຽງສາກົນສືບຕໍ່ເຜີຍແບການກະທຳລະເມີດກົດໝາຍຂອງຈີນຢູ່ທະເລຕາເວັນອອກ

ຫາງສຽງສາກົນສືບຕໍ່ເຜີຍແບການກະທຳລະເມີດກົດໝາຍຂອງຈີນຢູ່ທະເລຕາເວັນອອກ - ảnh 1
ບັນດາ​ຜູ້​ຊ່ຽວຊານ​ສາກົນເຂົ້າຮ່ວມການພົບປະແລກປ່ຽນກ່ຽວກັບ
ເລື່ອງ​ຈີນ​ຕັ້ງ​ຮ້ານ​ເຈາະ​ນຳ້ມັນທີ່ຜິດກັບ​ກົດໝາຍ​ສາກົນ.
(ພາບ: HC)

(vovworld) -​ໃນ​ຊຸມ​ມື້​ຜ່ານ​ມາ, ສື່​ມວນ​ຊົນ ​ແລະ ບັນດາ​ຜູ້​ຊ່ຽວຊານ​ສາກົນ​ໄດ້​ຍົກ​ອອກ​ບັນດາ​ຫຼັກ​ຖານ​​ທີ່ຢັ້ງຢືນວ່າ​ເລື່ອງ​ຈີນ​ຕັ້ງ​ຮ້ານ​ເຈາະ​ນຳ້ມັນ ​ແລະ ສົ່ງ​ກຳ່​ປັ່ນ​ເຖິງ​ທະ​ເລ​ຕາ​ເວັນ​ອອກ ​ແມ່ນການ​ກະທຳ​ທີ່​ຝືນ​ກັບ​ກົດໝາຍ​ສາກົນ. ​ໃນ​ບົດ​ຂຽນ​ຂອງ​ຕົນ, ​ເມື່ອ​ວັນ​ທີ 23/6, ທ່ານ Andre່ Bouny, ປະທານຄະນະ​ກຳມະການ​ສາກົນ​ໜູນ​ຊ່ວຍ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊີ​ນ ຫວຽດນາມ​ໄດ້​ເນັ້ນ​ໜັກ​ວ່າ “ຍຸດ​ທະ​ສາດ​ແຜ່​ອຳນາດ“ຂອງ​ຈີນ, ​ແມ່ນ​ການ​ນຳ​ໃຊ້​ກຳລັງ​ອາວຸດ​ເພື່ອ​ຢືດຄອງ​ໝູ່​ເກາະ​ຮ່ວາງ​ຊາ ​ຂອງ​ຫວຽດນາມ​ ​ໃນ​ຊຸມ​ປີ 1956 ​ແລະ 1974. ບົດ​ຂຽນ​ກໍ່​ເຕື້ອງ​ເຖິງ​ແຜນ​ທີ່​ຂອງ​ຈີນ​ທີ່​ແຕ້ມ​ໃນ​ທ້າຍ​ສະ​ໄໝ​ລາດ​ຊະ​ວົງ​ຊິງ (1644-1912) ​ແລະ ​ໄດ້​ຮັບ​ການ​ພິມ​ຈຳໜ່າຍ​ເມື່ອ​ປີ 1904. ​ໃນ​ນັ້ນ​ກຳນົດ​ເຂດ​ໃຕ້​ສຸດ​ຂອງ​ຈີນ​ແມ່ນ​ຢູ່​ເກາະ​ໄຮ​ໜານ ​ໂດຍ​ບໍ່​ມີ​ໝູ່​ເກາະ​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ​ຂອງ​ຫວຽດນາມ. ທ່ານ​ຢືນຢັນ​ວ່າ, ຕາມ​ສົນທິສັນຍາ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​, ​ເຂດ​ເສດຖະກິດ​ຈຳເພາະ ​ແລະ ​ໄຫຼ່​ທະວີບ​ຂອງ​ຫວຽດນາມ​ບໍ່​ແມ່ນ​ເຂດ​ທີ່​ມີ​ການ​ຂັດ​ແຍ້​ງກັນ. ດັ່ງ​ນັ້ນ​ເດືອນ 6/2012, ບໍລິສັດ​ນຳ້ມັນ​ອາຍ​ແກ​ດ​ໄຮ​ຢາງ​ຂອງ​ຈີນ ​ເປີດ​ການ​ປະມູນ​ສຳ​ຫຼວດ, ຂຸດ​ຄົ້ນນຳ້​ມັນ​ຢູ່​ເຂດ​ດັ່ງກ່າ​ວຈຶ່ງ​ບໍ່​ມີ​ບໍລິສັດ​ຕ່າງ​ປະ​ເທດ​ໃດ​ເຂົ້າ​ຮ່ວມ​ການ​ປະມູນ. ຜູ້​ຂຽນ​ກໍ່​ລົງ​ພິມ​ຮູບ​ພາບ​ຈຳນວນ​ໜຶ່ງ​ສະ​ແດງ​ໃຫ້​ເຫັນ​ວ່າ, ບັນດາລັດ​ຫວຽດນາມ​ໄດ້​ກຳນົດ ​ແລະ ​ປະຕິບັດອະທິປະ​ໄຕ​ຂອງ​ຕົນ​ທີ່​ມີ​ຕໍ່​ໝູ່​ເກາະ​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊານັບ​ແຕ່​ກ່ອນ​ມາ​ຮອດ​ປະຈຸ​ບັນ.

        ​ໃນ​ວັນ​ດຽວ​ກັນ, ໜັງສືພິມ​ Deutsche Welle ຂອງ​ເຢຍລະ​ມັນ, ກໍ່​ລົງ​ພິມ​ໃຫ້​ຂໍ້​ສັງ​ເກດ​ກ່ຽວ​ກັບ​ເລື່ອງ​ຈີນ​ນຳ​ເອົາ​ຮ້ານ​ເຈາະ​ນຳ້ມັນ​ຕື່ມ​ອີກ 4 ຮ້ານ​ເຂົ້າ​ເຂດ​ທະ​ເລ​ຕາ​ເວັນ​ອອກ. ດຣ Ian Storey, ສະມາຊິກ​ຂັ້ນ​ສູງ​ສະ​ຖາ​ບັນ​ຄົ້ນ​ຄ້ວາ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ຖື​ວ່າ, ​ສິ່ງ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ຄວາມ​ຕັດສິນ​ໃຈ​ຂອງ​ຈີນ​ໃນ​ການ​ຢັ້ງຢືນ​ອະທິປະ​ໄຕ​ຂອງ​ຕົນ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ຕາມ​ທ່ານ​ແລ້ວ, ຈີນ​ຢາກ​ຢັ້ງຢືນ​ອັນ​ທີ່​ເອີ້ນ​ວ່າ “ສິດ​ປະ​ຫວັດ​ສາດ“​ ສຳລັບ​ຊັບພະຍາກອນ​ຢູ່​ໃນ​ເສັ້ນ​ລີ​ນງົວ 9 ຕອນນັ້ນ​ ແມ່ນ​​ຖືກ​ບັນດາ​ຜູ້​ຊ່ຽວຊານ​ດ້ານ​ກົດໝາຍສາກົນ​​ຖື​ວ່າ​ບໍ່​ເໝາະ​ສົມ​ກັບ​ສົນທິສັນຍາ ສປຊ ກ່ຽວ​ກັບກ​ົດໝາຍວ່າ​ດ້ວຍ​ທະ​ເລ (UNCLOS).

ຂ່າວ/ບົດ​ອື່ນ