ກິ່ນ​ຫອມ​ຈາກ​ຕົ້ນ​ແຄ່, ຄວາມ​ອີ່ມ​ໜຳ​ສຳ​ລານ​ທີ່ມາ​ຈາກ​ປ່າ

(VOVWORLD) -

ບັນດາເຂດໂນນພູຫວ່າງເປົ່າ ເນື້ອທີ່ດິນໄຮ່ຊຸດໂຊມຢູ່ແຂວງ ລາຍເຈົາ ພວມຄ່ອຍໆໄດ້ປົກຄຸມໄປດ້ວຍສີຂຽວຂອງປ່າແຄ່. ເນື້ອທີ່ດິນປູກແຄ່ພວມໄດ້ຮັບການເປີດກ້ວາງ, ກິ່ນຫອມຈາກຕົ້ນແຄ່ໄດ້ກະຈາຍໄປທົ່ວທຸກບ້ານ, ນຳມາເຊິ່ງລາຍຮັບເປັນປົກກະຕິໃຫ້ ປຊຊ ເທື່ອລະກ້າວ ແລະ ເປັນສັນຍານບົ່ງບອກວ່າ ລະດູການທີ່ອີ່ມໜຳສາລານວຽນມາແລ້ວ.


ກິ່ນ​ຫອມ​ຈາກ​ຕົ້ນ​ແຄ່, ຄວາມ​ອີ່ມ​ໜຳ​ສຳ​ລານ​ທີ່ມາ​ຈາກ​ປ່າ - ảnh 1

ຍ້ອນປູກຕົ້ນແຄ່ ບ້ານນາບັນດາເຜົ່າຢູ່ເມືອງເມື່ອງແຕ່ ໄດ້ມີການປ່ຽນແປງໃໝ່ຫຼາຍຢ່າງ.

    ບ້ານປັກມາ, ຕາແສງເມື່ອງແຕ, ເມືອງເມື່ອງແຕ, ແຂວງລາຍເຈົາ ແມ່ນບ່ອນດຳລົງຊີວິດຂອງ 100 ກ່ວາຄອບຄົວຊາວເຜົ່າຜູ້ໄທ ແລະ ລາຫູ ໃນລະດູການປີນີ້, ໄດ້ປົກຄຸມໄປດ້ວຍສີຂຽວອຸ່ມທຸ່ມຂອງຕົ້ນແຄ່. ປຊຊ ຢູ່ທີ່ນີ້ ປູກຕົ້ນແຄ່ແທນໃຫ້ເຂດດິນທີ່ຊຸດໂຊມ ມີແຕ່ສີເຫຼືອງຂອງຫຍ້າຄາ ໄດ້ກ່ວາ 10 ປີແລ້ວ.

    ເອື້ອຍ ວ່າງລໍ່ປຶ, ຊາວເຜົ່າລາຫູ, ຢູ່ບ້ານປັກມາ, ຕາແສງເມື່ອງແຕ, ແບ່ງປັນວ່າ, ຄອບຄົວຂອງເອື້ອຍ ແລະ ບາງຄອບຄົວໃນບ້ານ ໄດ້ເລີ່ມປູກທົດລອງຕົ້ນແຄ່ນັບແຕ່ປີ 2016 ຕາມການແນະນຳຂອງຕາແສງ ແລະ ເມືອງ. ຜ່ານການປູກທົດລອງກໍ່ເຫັນວ່າ, ຕົ້ນແຄ່ປູກງ່າຍ, ເໝາະກັບເຂດດິນ, ຂະຫຍາຍຕົວດີທີ່ສຸດ. ພາຍຫຼັງປູກຕົ້ນແຄ່ມາເປັນເວລາ4 ປີ, ເນື້ອທີ່ປູກຕົ້ນແຄ່ທົດລອງກໍ່ສາມາດເກັບກ່ຽວໄດ້ໃນເບື້ອງຕົ້ນ. ໃນເນື້ອທີ່ປູກ 1.6 ເຮັກຕາ, ແຕ່ລະປີ, ຄອບຄົວເອື້ອຍມີລາຍຮັບກ່ວາ  1.200 USD :

   ຄອບຄົວຂ້າພະເຈົ້າໄດ້ປູກຕົ້ນແຄ່ນັບແຕ່ປີ 2017 ແລະ ມາຮອດປະຈຸບັນ, ເນື້ອທີ່ດິນປູກແຄ່ຂອງຄອບຄົວສາມາດເກັບກ່ຽວໄດ້ 3 ປີແລ້ວ. ຍ້ອນປູກແຄ່, ຊີວິດການເປັນຢູ່ຂອງຄອບຄົວຂ້າພະເຈົ້າກໍ່ດີຂຶ້ນຫຼາຍ ເມື່ອທຽບກັບຊຸມປີກ່ອນ, ບໍ່ຕ້ອງຫ່ວງເສດຖະກິດປະສົບກັບຄວາມຫຍຸ້ງຍາກອີກແລ້ວ.

ກິ່ນ​ຫອມ​ຈາກ​ຕົ້ນ​ແຄ່, ຄວາມ​ອີ່ມ​ໜຳ​ສຳ​ລານ​ທີ່ມາ​ຈາກ​ປ່າ - ảnh 2 ພະນັກງານກະສິກຳເມືອງເມື່ອງແຕ ແນະນຳເຕັກນິກຕັດງ່າແຄ່, ໃບແຄ່ໃຫ້ ປຊຊ

    ຈາກເນື້ອທີ່ປູກຕົ້ນແຄ່ທົດລອງໃນເບື້ອງຕົ້ນໄດ້ໃຫ້ປະສິດທິຜົນ, ໃນຊຸມປີຕໍ່ໄປ, ຍ້ອນໄດ້ຮັບການໜູນຊ່ວຍດ້ານແນວພັນ, ຝຸ່ນ ຈາກອຳນາດການປົກຄອງ, ປຊຊ ຕາແສງເມື່ອງແຕ ໄດ້ເປີດກ້ວາງເນື້ອທີ່ປູກຕື່ມອີກ. ເນື້ອທີ່ດິນປູກຝັງທີ່ຊຸດໂຊມໃນເມື່ອກ່ອນ ໄດ້ຫັນປ່ຽນໄປປູກຕົ້ນແຄ່ເກືອບທັງໝົດ. ມາຮອດປະຈຸບັນ, ທົ່ວຕາແສງມີເນື້ອທີ່ປູກແຄ່ກ່ວາ 200 ເຮັກຕາ ແລະ ພວມສືບຕໍ່ເປີດກ້ວາງເນື້ອທີ່ປູກ, ດ້ວຍຄວາມປາດຖະໜາ ຢາກນຳຕົ້ນແຄ່ ກາຍເປັນຕົ້ນໄມປາຍແຫຼມຢູ່ທ້ອງຖິ່ນ. ທ່ານ ຫຼີວັນແຈັງ, ຮອງປະທານຄະນະກຳມະການ ປຊຊ ຕາແສງເມື່ອງແຕ, ເມືອງເມື່ອງແຕ ໃຫ້ຮູ້ວ່າ:

    ປຊຊ ໃນຕາແສງໄດ້ເລີ່ມຜັນຂະຫຍາຍປູກຕົ້ນແຄ່ນັບແຄ່ປີ 2016. ໃນເບື້ອງຕົ້ນໄດ້ປູກທົດລອງໃນເນື້ອທີ່ພຽງ 10 ເຮັກຕາເທົ່ານັ້ນ. ໃນຊຸມປີຕໍ່ໄປ, ທາງຕາແສງ ໄດ້ຂົນຂວາຍ ປຊຊ ປູກແຄ່ຫຼາຍຂຶ້ນ ແລະ ປະຈຸບັນ ມີເນື້ອທີ່ປູກແຄ່ກ່ວາ 200 ເຮັກຕາແລ້ວ. ຕົ້ນແຄ່ໄດ້ຮັບການຕີລາຄາວ່າ ແມ່ນໄດ້ຂະຫຍາຍຕົວດີ, ດິນຟ້າອາກາດກໍ່ເໝາະສົມ ແລະ ພວມໃຫ້ປະສິດທິຜົນທາງດ້ານເສດຖະກິດດີທີ່ສຸດ.

ກິ່ນ​ຫອມ​ຈາກ​ຕົ້ນ​ແຄ່, ຄວາມ​ອີ່ມ​ໜຳ​ສຳ​ລານ​ທີ່ມາ​ຈາກ​ປ່າ - ảnh 3

ຕົ້ນແຄ່ກາຍເປັນຕົ້ນໃມ້ປາຍແຫຼມຢູ່ເມືອງຊາຍແດນເມື່ອງແຕ

      ຕົ້ນແຄ່ໄດ້ປູກຢູ່ 13 ຕາແສງ, ເທດສະບານເມືອງໃນບໍລະເວນເມືອງຊາຍແດນ ເມື່ອງແຕ ແລະ ພາຍຫຼັງໄດ້ປູກແຄ່ມາເປັນເວລາ 7 ປີ, ທົ່ວເມືອງກໍ່ມີເນື້ອທີ່ປູກແຄ່ກ່ວາ 2.300 ເຮັກຕາແລ້ວ. ໃນເນື້ອທີ່ປູກແຄ່ກ່ວາ 50% ທີ່ມີອາຍຸກ່ວາ 4 ປີ, ປຊຊ ໄດ້ຕັດງ່າໄມ້, ໃບໄມ້ເອົາໄປຂາຍ ດ້ວຍລາຍຮັບສະເລ່ຍແຕ່ 600-800 USD/ເຮັກຕາ/ປີ,  ອັນໄດ້ປະກອບສ່ວນຫລຸດຜ່ອນອັດຕາສ່ວນທຸກຍາກຂອງທ້ອງຖິ່ນ ສະເລ່ຍ 5%/ປີ ໃນຊຸມປີມໍ່ໆມານີ້. ທ່ານ ດ່າວວັນແຄັງ, ປະທານຄະນະກຳມະການ ປຊຊ ເມືອງເມື່ອງແຕ່, ແຂວງລາຍເຈົາ ໃຫ້ຮູ້ວ່າ:

   ພາຍຫຼັງຫຼາຍປີທີ່ໄດ້ຊອກຮູ້ບັນດາຮູບແບບກ່ຽວຂ້ອງເຖິງກະສິກຳ, ປ່າມ້ນັ້ນ, ມາຮອດຈຸດເວລານີ້, ອາດຢັ້ງຢືນໄດ້ວ່າ, ເມືອງໄດ້ເລືອກເອົາການປູກແຄ່ ແມ່ນທິດທາງເດີນທີ່ຖືກຕ້ອງ. ໃນໄລຍະທີ່ຜ່ານມາ, ລາຍຮັບຈາກການປູກແຄ່ໄດ້ມີບາດກ້າວປ່ຽນແປງ. ປຊຊ ໄດ້ກໍ່ສ້າງເຮືອນຢູ່ທີ່ໃຫ່ຍໂຕ ແລະ ສວຍງາມ, ມີລາຍຮັບເປັນປົກກະຕິ, ຍາວນານຈາກການປູກແຄ່.

   ພ້ອມກັບການພັດທະນາເຂດວັດຖຸດິບແຄ່, ເມືອງເມື່ອງແຕ ໄດ້ສ້າງເງື່ອນໄຂອຳນວຍຄວາມສະດວກ, ເຊີນຊວນບັນດານັກລົງທຶນເຂົ້າມາສຳຫຼວດ, ຮ່ວມສຳພັນເພື່ອປູກ, ເກັບຊື້ຜະລິດຕະພັນໃຫ້ ປຊຊ. ປະຈຸບັນ, ໂຮງງານປຸງແຕ່ງບັນດາຜະລິດຕະພັນຈາກແຄ່ແຫ່ງທຳອິດຢູ່ ລາຍເຈົາ ໄດ້ຮັບການລົງທຶນກໍ່ສ້າງ ແລະ ນຳເຂົ້າເຄື່ອນໄຫວຢູ່ເມືອງເມື່ອງແຕ. ດ້ວຍສະມັດຕະພາບຈຳໜ່າຍວັດຖຸດິບ 100 ໂຕນ/ວັນ, ໂຮງງານນີ້ ໄດ້ຊ່ວຍໃຫ້ນັບພັນຄອບຄົວມີລາຍຮັບເປັນປົກກະຕິ ຈາກການຕັດງ່າໄມ້, ໃບໄມ້ຈາກເຂດປູກແຄ່ຂອງຄອບຄົວ. ຕາມທ່ານ ດ່າວວັນແຄັງ , ປະທານຄະນະກຳມະການ ປຊຊ ເມືອງເມື່ອງແຕ່, ແຂວງລາຍເຈົາ ແລ້ວ, ທ້ອງຖິ່ນພວມສົ່ງເສີມການພັດທະນາຕົ້ນແຄ່ ແລະ ເອົາຕົ້ນໄມ້ຊະນິດນີ້ ແມ່ນຕົ້ນໄມ້ປາແຫຼມໃນການພັດທະນາເສດຖະກິດ, ລົບລ້າງຄວາມອຶດຫິວ, ຫລຸດຜ່ອນຄວາມທຸກຍາກໃຫ້ແກ່ ປຊຊ. ເມືອງສູ້ຊົນຮອດປີ 2025 ຈະປູກແຄ່ໄດ້ແຕ່ 3.800-4.000 ເຮັກຕາ ແລະ ຮອດປີ 2030 ຈະປູກຕົ້ນແຄ່ໄດ້ 10.000 ເຮັກຕາ:

   ພວກຂ້າພະເຈົ້າກຳນົດວ່າ ຕົ້ນແຄ່ຈະແມ່ນຕົ້ນມ້ປາຍແຫຼມ ແລະ ໄດ້ຄັດເລືອກບັນດານັກລົງທຶນນຳໜ້າ ໜູນຊ່ວຍ ປຊຊ ພັດທະນາຕົ້ນແຄ່ໃນທົ່ວເມືອງ. ໃນໄລຍະທີ່ຜ່ານມາ, ແຂວງມີແຜນນະໂຍບາຍໃຫ້ 3 ນັກລົງທຶນມາສຳຫຼວດ ແລະ ປູກແຄ່. ບັນດານັກລົງທຶນກໍ່ສົມທົບ ແລະ ຮ່ວມສຳພັນກັບ ປຊຊ ຢູ່ບັນດາຕາແສງທີ່ມີຄວາມສາມາດບົ່ມຊ້ອນ, ດິນຟ້າອາກາດເອື້ອອຳນວຍເພື່ອປູກ, ເປີດກ້ວາງເນື້ອທີ່ດິນປູກແຄ່.

   ເນື້ອທີ່ດິນປູກແຄ່ໃນບໍລະເວນເມືອງເມື່ອງແຕ່, ແຂວງລາຍເຈົາ ພວມນັບມື້ນັບໄດ້ເປີດກ້ວາງ ແລະ ຄ່ອຍໆກາຍເປັນຕົນໄມ້ຫຼັກຢູ່ທ້ອງຖິ່ນ ໃນການລົບລ້າງຄວາມອຶດຫິວ, ຫລຸດຜ່ອນຄວາມທຸກຍາກ. ປຊຊ ມີຄວາມເຊື່ອໝັ້ນວ່າ ການປູກແຄ່ຈະນຳມາເຊິ່ງລາຍຮັບເປັນປົກກະຕິ ຈາກການຂາຍງ່າແຄ່ ແລະ ໃບແຄ່. ນີ້ຈະແມ່ນພື້ນຖານທີ່ໜັກແໜ້ນ ເພື່ອຕົ້ນແຄ່ກາຍເປັນໜຶ່ງໃນບັນດາຕົ້ນໄມ້ຫຼັກ, ນຳມາເຊິ່ງຊີວິດທີ່ອີ່ມໜຳສຳລານໃຫ້ແກ່ ປຊຊ ບັນດາເຜົ່າຢູ່ທ້ອງຖິ່ນ./.



ຕອບກັບ

ຂ່າວ/ບົດ​ອື່ນ