ຊາວ​ກະ​ສິ​ກອນ​ຢູ່ ຮ່າ​ເລົາ ສ້າງ​ຄວາມ​ຮັ່ງ​ມີ​ຈາກ​ການ​ລ້ຽງ​ໄກ່ ຕຽນ​ອຽນ

(VOVWORLD) -

ປະຈຸບັນ, ຕາແສງ ຮ່າເລົາ ບໍ່ແມ່ນຕາແສງທຸກຍາກຂອງເມືອງ ຕຽນອຽນ, ແຂວງ ກວາງນິງ ອີກແລ້ວ. ຍ້ອນໄດ້ປ່ຽນໃໝ່ວີທີການລ້ຽງສັດ, ໂດຍສຸມໃສ່ສ້າງຜະລິດຕະພັນພິເສດສະເພາະຂອງທ້ຽງຖິ່ນ ນັ້ນແມ່ນການລ້ຽງໄກ່ ຕຽອຽນ, ຊີວິດການເປັນຢູ່ຂອງ ຕາແສງ ຮ່າເລົາ ນັບມື້ນັບໄດ້ຮັບການພັດທະນາ, ມີຄວາມອີ່ໜຳສຳລານ.


ຊາວ​ກະ​ສິ​ກອນ​ຢູ່ ຮ່າ​ເລົາ ສ້າງ​ຄວາມ​ຮັ່ງ​ມີ​ຈາກ​ການ​ລ້ຽງ​ໄກ່ ຕຽນ​ອຽນ - ảnh 1

(ພາບ: Tuan Anh)

    ພ້ອມກັບການພັດທະນາປ່າໄມ້, ຕາແສງ ຮ່າເລົາ, ເມືອງ ຕຽນອຽນ, ແຂວງ ກວາງນິງ ໄດ້ຍູ້ແຮງການພັດທະນາຮູບແບບລ້ຽງໄກ່ ຕຽນອຽນ ຊື່ງແມ່ນ 1 ໃນບັນດາອາຫານພິເສດຂອງທ້ອງຖິ່ນ ດ້ວຍຂອບຂະໜາດກ່ວາ 100.000 ໂຕ/ປີ. ໄກ່ ຕຽນອຽນ ແມ່ນແນວພັນໄກ່ຂອງທ້ອງຖິ່ນ ໄດ້ລ້ຽງແບບປ່ອຍຢູ່ສວນ, ດັ່ງນັ້ນ ຊີ້ນຫອມແຊບດີ. ອ້າຍ ເຈິ່ນວັນຮວານ, ຊາວເຜົ່າໄຕ ຢູ່ ຕາແສງ ຮ່າເລົາ ໃຫ້ຮູ້ວ່າ: ນັບແຕ່ປີ 2014, ອ້າຍໄດ້ລ້ຽງທົດລອງ 1.000 ໂຕ ແລະ ມາຮອດປະຈຸບັນ, ແຕ່ລະປີ, ຄອບຄົວອ້າຍຂາຍໄກ່ໄດ້ສະເລ່ຍປະມານ 5000 ໂຕ. ໂດຍໄດ້ຮັບກຳໄລຫຼາຍຈາກການລ້ຽງໄກ່ນັ້ນ, ອ້າຍ ຮວານ ໄດ້ຕັ້ງໜ້າເຜີຍແຜ່ບົດຮຽນໃຫ້ ປຊຊ ທ້ອງຖິ່ນ ດ້ວຍຄວາມປາດຖະໜາຢາກໃຫ້ເຄື່ອງໝາຍການຄ້າຂອງ ໄກ່ ຕຽນອຽນ ມີຊື່ງສຽງທັງຢູ່ ກວາງນິງ ກໍ່ຄືຢູ່ທ້ອງຖິ່ນອື່ນໆ ແລະ ສົ່ງອອກໄປຍັງຕ່າງປະເທດອີກດ້ວຍ, ນຳມາເຊິ່ງໂອກາດສ້າງຄວາມຮັ່ງມີໃຫ້ແກ່ ປຊຊ ຢູ່ ຕາແສງ ຮ່າເລົາ. ບໍ່ພຽງແຕ່ໄດ້ໂຄສະນາ, ຂົນຂວາຍເທົ່ານັ້ນ, ຍາມໃດ, ອ້າຍ ຮວານ ກໍ່ພ້ອມແລ້ວທີ່ຈະໜູນຊ່ວຍ, ແນະນຳ ປຊຊ ທັງດ້ານທຶນຮອນ, ບົດຮຽນໃນການປ້ອງກັນ, ສະກັດກັ້ນພະຍາດໃຫ້ໄກ່ອີກດ້ວຍ. ປຊຊ ຫຼາຍຄົນໄດ້ຮ່ຳຮຽນເອົາຮູບແບບຂອງອ້າຍ ຮວານ ແລະ ສາມາດຫລຸດຜ່ອນຄວາມທຸກຍາກ, ສ້າງຄວາມຮັ່ງມີແບບຍືນຍົງ. ອ້າຍ ເຈິ່ນວັນຮວານ ໃຫ້ຮູ້ວ່າ:

   ເມື່ອຂ້າພະເຈົ້າເລີ່ມດຳເນີນທຸລະກິດ, ເສດຖະກິດຂອງຄອບຄົວຂ້າພະເຈົ້າກໍ່ປະສົບກັບຄວາມຫຍຸ້ຍາກຫຼາຍຢ່າງ. ຈາກສອງາມືເປົ່າ, ແຕ່ດຽວນີ້, ຂ້າພະເຈົ້າສາມາດຊື້ລົດໂອໂຕໄດ້ ເພື່ອັບໃຊ້ວຽກງານຊື້ຂາຍໄກ່. ພາຍຫຼັງໄດ້ລ້ຽງໄກ່ກໍ່ເຫັນວ່າ ໂຕໄກ່ໄດ້ນຳມາເຊິ່ງປະສິດທິຜົນດ້ານເສດຖະກິດທີ່ສູງ. ແຕ່ລະປີກໍ່ໄດ້ຮັບກຳໄລແຕ່ 150-200 ລ້ານດົ່ງ (ປະມານ 6.000-80.00 USD).

ຊາວ​ກະ​ສິ​ກອນ​ຢູ່ ຮ່າ​ເລົາ ສ້າງ​ຄວາມ​ຮັ່ງ​ມີ​ຈາກ​ການ​ລ້ຽງ​ໄກ່ ຕຽນ​ອຽນ - ảnh 2

(ພາບ: Tuan Anh)

   ປີ 2014, ຕາແສງ ຮ່າເລົາ ມີຄອບຄົວທຸກຍາກກ່ວາ 70%... ນັບແຕ່ໄດ້ເລີ່ມພັດທະນາອາຊີບລ້ຽງໄກ່, ໃນບໍລິເວນຕາແສງ, ຄອບຄົວທຸກຍາກຍັງເຫຼືອພຽງແຕ່ 14.5% ເທົ່ານັ້ນ. ໂສມໜ້າຊົນນະບົດຂອງ ຕາແສງ ຮ່າເລົາ ນັບມື້ນັບໄດ້ຮັບການປ່ຽນແປງໃໝ່, ເຮືອນຫຼາຍຊັ້ນໄດ້ກໍ່ສ້າງຂຶ້ນນັບມື້ນັບຫຼາຍ, ເສັ້ນທາງຄົມມະນາຄົມໄດ້ປູດ້ວຍເບຕົງ, ສ້າງຄວາມສະດວກໃນການໄປມາ, ແລກປ່ຽນຄ້າຂາຍໃຫ້ແກ່ ປຊຊ… ແຕ່ປີ 2016, ຄອບຄົວອ້າຍ ຕັງຮິງວິງ, ຊາວເຜົ່າຢ້າວ, ຢູ່ ຕາແສງ ຮ່າເລົາ ໄດ້ລ້ຽງໄກ່ດ້ວຍປະມານ 5.000ໂຕ/ປີ ແລະ ລາຍຮັບຈາກການລ້ຽງໄກ່ ໄດ້ຊ່ວຍອ້າຍປົວແປງຊີວິດການເປັນຢູ່, ລົງທຶນໃຫ້ລູກໄປຮ່ຳຮຽນ. ອ້າຍ ຕັງຮິງວິງ ແບ່ງປັນວ່າ:

  ການຈຳໜ່າຍໄກ່ ຕຽນອຽນ ງ່າຍກ່ວາ ເມື່ອທຽບກັບແນວພັນໄກ່ອື່ນໆ. ເມື່ອຮອດເວລາຂາຍ, ກໍ່ພຽງແຕ່ໃນເວລາ 1, 2 ອາທິດແມ່ນສາມາດຂາຍໄດ້ໝົດແລ້ວ, ທັງຂາຍຍົກ ແລະ ຂາຍຍ່ອຍ. ໄກ່ ຕຽນອຽນ ມີເຄື່ອງໝາຍການຄ້າແລ້ວ, ຫຼາຍຄົນໄດ້ຊອກຊື້, ບໍ່ຕ້ອງຫ່ວງການຈຳໜ່າຍ. ຫຼາຍຄອບຄົວທີ່ຫາກໍ່ລ້ຽງໃໝ່ ກໍ່ສາມາດຈຳໜ່າຍໄດ້ຢ່າງວ່ອງໄວ.

  ໃນເບື້ອງຕົ້ນມີພຽງ 2, 3 ຄອບຄົວໄດ້ລ້ຽງໄກ່ດ້ວຍຂອບຂະໜາດນ້ອຍ, ແຕ່ປະຈຸບັນ, ຮ່າເລົາ ແມ່ນຕາແສງ ມີຊື່ງສຽງໃນການລ້ຽງໄກ່ຢູ່ເມືອງ ຕຽນອຽນ. ອຳນາດການປົກຄອງຕາແສງ ໄດ້ເຊື່ອມຕໍ່ຊາວກະສິກອນ ກັບວິສາຫະກິດ, ທະນາຄານ ເພື່ອແນໃສ່ຊ່ວຍໃຫ້ຜູ້ລ້ຽງໄກ່ມີແຫຼ່ງທຶນເປັນປົກກະຕິ. ພ້ອມກັນນັ້ນ, ຜູ້ລ້ຽງໄກ່ຢູ່ ຮ່າເລົາ ຍັງໄດ້ຮັບການໜູນຊ່ວຍດ້ານວຽກງານສັດຕະວະແພດ, ກັກກັນພະຍາດອີກດ້ວຍ. ອຳນາດການປົກຄອງໄດ້ຮ່ວມເດີນທາງພ້ອມກັບ ປຊຊ ຈາກຂອດຜະລິດ, ຄຸ້ມຄອງຟາມ ຕະຫຼອດຮອດການຈຳໜ່າຍຜະລິດຕະພັນ ດ້ວຍຈຸດໝາຍຮັກສາ ແລະ ພັດທະນາແນວພັນໄກ່ ຕຽນອຽນ ດ້ວຍຂອບຂະໜາດໃຫ່ຍ. ທ່ານ ຫງວຽນແທັງຕຸ່ງ, ຮັກສາການປະທານຄະນະກຳມະການ ປຊຊ ຕາແສງ ຮ່າເລົ່າ ໃຫ້ຮູ້ວ່າ:

   ທາງຄນະກຳມະການ ຕາແສງໄດ້ປະກາດໃຊ້ມະຕິ, ແຜນການຜັນຂະຫຍາຍລົງຮອດບັນດາບ້ານ, ຄອບຄົວ, ສົມທົບກັບບັນດາໝູ່ຄະນະ, ໂຄສະນາ, ຂົນຂວາຍ. ມາຮອດປະຈຸບັນ, ມີກ່ວາ 80 ຄອບຄົວຊາວກະສິກຳໄດ້ລ້ຽງໄກ່ ຕຽນອຽນ ຢູ່ຟາມ ດ້ວຍປະມານແຕ່ 500 ຫາ 5.000 ໂຕ/ປີ. ທາງຕາແສງໄດ້ຕິດຕໍ່ກັບບັນດາຂົວຕໍ່ຢູ່ຕະຫຼາດ ຕຽອຽນ, ບິ່ງລຽວ ແລະ ຕະຫຼາດຈຳນວນໜຶ່ງເຂດ ດິງເລີບ, ນະຄອນ ລ້າງເຊີນ ເພື່ອໃຫ້ບັນດາຄອຄົວລ້ຽງໄກ່ ເຊື່ອມຕໍ່ຈຳໜ່າຍຜະລິດຕະພັນໄກ ຕຽນອຽນ.

   ໄກ່ ຕຽນອຽນ ໄດ້ຮັບການກຳນົດວ່າ ແມ່ນໜຶ່ງໃນບັນດາຜະລິດຕະພັນພິເສດສະເພາະຂອງເມືອງ ຕຽນອຽນ ແລະ ແຂວງ ກວາງນິງ. ອາຊີບລ້ຽງໄກ່ຕຽນອຽນ ພວມນັບມື້ນັບໄດ້ຮັບການພັດທະນາ, ຊ່ວຍ ປຊຊ ບັນດາເຜົ່າຢູ່ທີ່ນີ້ ສາມາດລົບລ້າງຄວາມທຸກຍາກ, ບືນຕົວຂຶ້ນສ້າງຄວາມຮັ່ງມີແບບຍືນຍົງ./.

ຕອບກັບ

ຂ່າວ/ບົດ​ອື່ນ