ຍົກ​ສູງ​ຄຸນ​ຄ່າ​ຜະ​ລິດ​ຕະ​ພັນ​ຈາ​ກດອກບົວ​ຂອງ ​ດົງ​ທາບ

(VOVWORLD) -ດອກບົວແມ່ນໜຶ່ງໃນບັນດາສັນຍາລັກທີ່ເປັນເອກະລັກສະເພາະຂອງເຂດດິນແດນ ດົງທາບ ຊືື່ງໄດ້ຮູ້ຈັກເຖິງແມ່ນມີບັນດາທົ່ງດອກບົວທີ່ກ້ວາງໃຫ່ຍໄພສານ. ໃນຊຸມປີທີ່ຜ່ານມາ, ຊາວກະສິກອນ ແລະ ທ້ອງຖິ່ນ ໄດ້ສ້າງ, ຂຸດຄົ້ນໄດ້ປະສິດທິຜົນດ້ານເສດຖະກິດຫຼາຍທົບຫຼາຍເທົ່າຈາກດອກບົວ ເມື່ອທຽວກັບການປູກເຂົ້າ. ມີ 20 ກ່ວາຜະລິດຕະພັນໄດ້ປຸງແຕ່ງຈາກຕົ້ນບົວ, ເປັນຕົ້ນແມ່ນ ບົວອົບເນີຍ, ນ້ຳນົມບົວ, ເຫຼົ້າບົວ, , ຊາຈາກບົວປະເພດຕ່າງໆ… ແລະ ຫຼາຍຄອບຄົວໄດ້ສ້າງຊີວິດການເປັນຢູເປັນປົກກະຕິຍ້ອນການປູກຕົ້ນບົວ.

ຍົກ​ສູງ​ຄຸນ​ຄ່າ​ຜະ​ລິດ​ຕະ​ພັນ​ຈາ​ກດອກບົວ​ຂອງ ​ດົງ​ທາບ - ảnh 1ດອກບົວແມ່ນໜຶ່ງໃນບັນດາສັນຍາລັກທີ່ເປັນເອກະລັກສະເພາະຂອງເຂດດິນແດນ ດົງທາບ

ໂຄງການສ້າງໂຄງປະກອບການຜະລິດກະສິກຳຄືນໃໝ່ຂອງເມືອງ ທາບເມືອຍ, ແຂວງດົງທາບ ໄດ້ເອົາໃຈໃສ່ເປັນພິເສດ ເຖິງບັນດາຜະລິດຕະພັນຈາກຕົ້ນບົວ. ຫຼາຍຜະລິດຕະພັນຈາກຕົ້ນບົວ ໄດ້ສົ່ງອອກໄປບັນດາປະເທດໃນໂລກ ແລະ ນຳມາເຊິ່ງຄຸນຄ່າດ້ານເສດຖະກິດສູງໃຫ້ແກ່ ປຊຊ. ທ່ານຫງວຽນຊວັນທັງ, ຜູ້ອຳນວຍການໃຫ່ຍບໍລະສັດຫຸ້ນສ່ວນສະບຽງອາຫານຈາກບົວ ດ້າຍຫວຽດ, ແຂວງ ບິນເຢືອງ ໃຫ້ຮູ້ວ່າ: ບໍລິສັດມີສາຂາຢູ່ ດົງທາບ ເພື່ອເກັບຊື້ຜະລິດຕະພັນໃຫ້ແກ່ ປຊຊ. ປະຈຸບັນ, ຄວາມຕ້ອງການກ່ຽວກັບດອກບົວໃນທ້ອງຕະຫຼາດແມ່ນຫຼວງຫຼາຍ, ນີ້ແມ່ນໂອກາດທີ່ດີ ເພື່ອສົ່ງຜະລິດຕະພັນເຖິງຜູ້ບໍລິໂພກຢູ່ປະເທດຕ່າງໆ:

ທຳອິດຊາວກະສິກອນຕ້ອງປູກໃຫ້ງາມດີ, ທີ່ 2 ແມ່ນບັນດາຂອດປຸງແຕ່ງເບື້ອງຕົ້ນ, ປຸງແຕ່ງ ແລະ ທີ 3 ແມ່ນຂອດການຄ້າ. ຄາດວ່າ, ໃນ 1, 2 ປີທີ່ຈະມາເຖິງ ພວກຂ້າພະເຈົ້າຈະວາງແຜນກຳນົດການປູກຕົ້ນບົວ.

ເພື່ອຍົກສູງຄຸນຄ່າຕົ້ນບົວ ດົງທາບ, ມີຫຼາຍບໍລິສັດໄດ້ປຸງແຕ່ງຜະລິດຕະພັນຈາກຕົ້ນບົວ. ທ່ານໂງແຄັງຮຸຍ, ຜູ້ອຳນວຍການບໍລິສັດການຜະລິດ, ການຄ້າ ແລະ ບໍລິການ ແຄັງທູ ຈຳກັດຜູ້ດຽວ ຢູ່ເມືອງ ທາບເມືອຍ ຊື່ງແມ່ນບໍລິສັດຜະລິດສະເພາະບັນດາຜະລິດຕະພັນຈາກບົວ ໃຫ້ຮູ້ວ່າ, ເພື່ອຫັນບັນດາຜະລິດຕະພັນຈາກບົວເປັນຫຼາຍຮູບຫຼາຍແບບ, ທາງບໍລິສັດພວມຜະລິດນ້ຳນົມບົວບັນຈຸກະປອງ, ຜ່ານນັ້ນເພື່ອຍົກສູງຄຸນຄ່າຂອງຕົ້ນບົວ:

ໃນ 1, 2 ປີຕໍ່ໄປ ຈຳເປັນຕ້ອງໃຫ້ມີການຮັບປະກັນການສ້າງເຂດມີວັດຖຸດິບ ແລະ ໂຮງງານປຸງແຕ່ງສຳເລັດຮູບ ທີ່ຕອບສະໜອງຕາມມາດຕະຖານ. ບໍລິສັດ ແຄັງທູ ກໍ່ໄດ້ກະກຽມ ແລະ ພວມດຳເນີນການກໍ່ສ້າງລະບົບບັນລຸມາດຖານ ISO 2000 ເພື່ອພະຍາຍາມມີເຂດປູກບົວທີ່ດີກ່ວາອີກ.

ຍົກ​ສູງ​ຄຸນ​ຄ່າ​ຜະ​ລິດ​ຕະ​ພັນ​ຈາ​ກດອກບົວ​ຂອງ ​ດົງ​ທາບ - ảnh 2ຜະລິດຕະພັນຊາຈາກໃບບົວ 

ເພື່ອໃຫ້ຕົ້ນບົວໄດ້ພັດທະນາແບບຍືນຍົງຢ່າງແທດຈິງ, ຊ່ວຍ ປຊຊ ສ້າງຊີວິດເປັນປົກກະຕິນັ້ນ, ເມືອງ ທາບເມືອຍ ໄດ້ວາງແຜນກຳນົດເຂດປູກບົວ ດ້ວຍເນື້ອທີ່ດິນປະມານ 300 ເຮັກຕາ. ຄຽງຄູ່ກັນນັ້ນ, ທ້ອງຖິ່ນ ໄດ້ຮຽກຮ້ອງໃຫ້ວິສາຫະກິດ ແລະ ສົ່ງເສີມບັນດາຮາກຖານຜະລິດປຸງແຕ່ງ ບັນດາຜະລິດຕະພັນຈາກບົວ ເພື່ອເປັນຢາສະໝູນໄພ, ສະບຽງອາຫານ ແລະ ເຄື່ອງສຳອາງປະເພດຕ່າງໆ. ທ່ານ ຫງວຽນເຟືອກທ້ຽນ ຫົວໜ້າພະແນກກະສິກຳ ແລະ ພັດທະນາຊົນນະບົດແຂວງ ດົງທາບ ໃຫ້ຮູ້ວ່າ: ນອກຈາກຄຸນຄ່າດ້ານເສດຖະກິດ ກ່ຽວກັບການສົ່ງອອກບັນດາຜະລິດຕະພັນຈາກບົວແລ້ວ, ຕ້ອງສະໜີຮູບພາບຂອງຕົ້ນບົວໃຫ້ແຂກທ່ອງທ່ຽວ, ນີ້ແມ່ນໜຶ່ງໃນບັນດາຄຸນຄ່າ ທີ່ຍັງມີຄວາມສາມາດບົ່ມຊອ້ນຫຼາຍຢ່າງຂອງເຂດດິນແດນດອກບົວ ດົງທາບ ໃນໄລຍະຈະມາເຖິງ:

ກ່ອນນີ້ມີຕົ້ນບົວ 2, 3 ຊະນິດ ແລະ ເຮັດຜະລິດຕະພັນຫຼາຍຢ່າງ ແຕ່ຍາກທີ່ຈະມີຕົ້ນບົວຊະນິດທີ່ເໝາະສົມເພື່ອເອົາດອກ, ເອົາຫົວບົວ, ກົກບົວ…ໃນໄລຍະຈະມາເຖິງ, ພວກຂ້າພະເຈົ້າຈະກວດກາຄືນ, ຕີລາຄາເບິ່ງເຂດໃດທີ່ຈະສາມາດປູກຕົ້ນບົວປະສົມ ຫຼືຮ່ວມສຳພັນກັບສະຫະກກອນ, ວິສາຫະກິດ ຕາມຄວາມຕ້ອງການ ຫລື ແບບຢ່າງໃດໜຶ່ງ, ຫຼັງຈາກນັ້ນ, ພວກຂ້າພະເຈົ້າຈະເປີດກ້ວາງ, ຂະຫຍາຍການປູກຕົ້ນບົວໃນແຂວງ.

ຕົ້ນບົວຕິດພັນກັບພາບພົດຂອງເຂດດິນແດນແຫ່ງດອກບົວ ດົງທາບ, ຜົນປະໂຫຍດດ້ານເສດຖະກິດຈາກຕົ້ນບົວນຳມາໃຫ້ ປຊຊ ໄດ້ສູງກ່ວາທົບຫຼາຍເທົ່າ ເມື່ອທຽບກັບການປູກເຂົ້າ. ແຕ່ເຖິງຢ່າງໃດກໍ່ຕາມ, ເພື່ອສາມາດຍົກສູງຄຸນຄ່າຂອງຜະລິດຕະພັນຈາກບົວ ດົງທາບ ຢ່າງແທດຈິງນັ້ນ, ການຮ່ວມສຳພັນຢ່າງແໜ້ນແຟ້ນລະຫວ່າງ ປຊຊ ແລະ ວິສາຫະກິດ ແມ່ນບັນຫາແກ່ນສານ ເພື່ອຍົກສູງເຄື່ອງໝາຍການຄ້າ, ອິດທິພົນຊື່ສຽງຂອງບັນດາຜະລິດຕະພັນຈາກບົວ. ນອກຈາກນັ້ນ, ກໍ່ຍັງຕອ້ງມີນະໂຍບາຍໜູນຊ່ວຍດ້ານແນວພັນ, ວິຊາສະເພາະ, ເຄື່ອງວັດຖຸອຸປະກອນ ເພື່ອສ້າງໄດ້ບັນດາເຂດວັດຖຸດິບໃຫ່ຍຫຼວງ ຕອບສະໜອງຄວາມຕ້ອງການພາຍໃນປະເທດ ແລະ ຮັບໃຊ້ໃຫ້ແກ່ການສົ່ງອອກ, ເພື່ອພັດທະນາແບບຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ