ຍົກ​ສູງ​ປະ​ສິດ​ທິ​ຜົນ​ຮູບ​ແບບ​ຜະ​ລິດ​ເຂົ້າ-ກຸ້ງ

(VOVWORLD) - ຮູບແບບຜະລິດເຂົ້າ-ກຸ້ງ ມຸ່ງໄປເຖິງການຜະລິດບັນດາຜະລິດຕະພັນກະເສດປອດສານພິດ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ໄດ້ ແລະ ພວມໄດ້ຮັບການຕອບສະໜອງຢ່າງແຮງ ຈາກຊາວກະສິກອນແຂວງ ກ່າເມົາ. ໄລ່ຮອດປະຈຸບັນ, ແຂວງ ກ່າເມົາ ມີເນື້ອທີ່ປູກເຂົ້າ-ລ້ຽງກຸ້ງປະມານ 40.000 ເຮັກຕາ ໂດຍສຸມໃສ່ສ່ວນຫຼາຍຢູ່ບໍລິເວນເມືອງ ເທີຍບິງ, ເມືອງເຈິ່ນວັນເທີ່ຍ, ອູມິນ, ກາຍເນືອກ ແລະ ນະຄອນ ກ່າເມົາ. ໃນຊຸມປີມໍ່ໆມານີ້, ຊາວກະສິກອນໄດ້ຕັ້ງໜ້າໝູນໃຊ້ບັນດາເຕັກນິກໃໝ່ຕື່ມອີກ, ປູກແນວພັນເຂົ້າທີ່ມີຄຸນນະພາບສູງ, ລ້ຽງກຸ້ງກ້າມໃຫ່ຍ, ກຸ້ງກຸລາດຳຕື່ມອີກ, ດັ່ງນັ້ນ, ລາຍຮັບຂອງບັນດາຄອບຄົວຈາກຮູບແບບນີ້ ຈຶ່ງເພີ່ມຂຶ້ນຢ່າງເຫັນໄດ້ຊັດ.
ຍົກ​ສູງ​ປະ​ສິດ​ທິ​ຜົນ​ຮູບ​ແບບ​ຜະ​ລິດ​ເຂົ້າ-ກຸ້ງ - ảnh 1

 ຮູບແບບການປູກເຂົ້າ-ລ້ຽງກຸ້ງຊ່ວຍຊາວແຂວງ ກ່າເມົາ ມີລາຍຮັບເປັນປົກກະຕິ (ພາບ: VOV)

   ຄອບຄົວປ້າ ຫງວຽນທິເມີ້ນ ຢູ່ຕາແສງແຄັງທ້ວນ, ເມືອງ ອູມິນ ແຂວງ ກ່າເມົາ ມີເນື້ອທີ່ປູກເຂົ້າ-ລ້ຽງກຸ້ງ ເກືອບ 2 ເຮັກຕາ. ດ້ວຍຮູບແບບປູກເຂົ້າ-ລ້ຽງກຸ້ງຄືເມື່ອກ່ອນ, ແຕ່ລະປີ, ຄອບຄົວປ້າ ຫງວຽນທິເມີ້ນ ສ້າງລາຍຮັບປະມານ 60 ລ້ານດົ່ງ/ເຮັກຕາ. ນັບແຕ່ເມື່ອລ້ຽງກຸ້ງກ້າມໃຫ່ຍຊະນິດໃໝ່ຕື່ມອີກ, ແຫຼ່ງລາຍຮັບເພີ່ມຂຶ້ນສະເລ່ຍປະມານ 80 ລ້ານດົ່ງ/ເຮັກຕາ, ສະເພາະປີ 2023 ຄາດວ່າຈະບັນລຸກ່ວາ 90 ລ້ານດົ່ງ/ເຮັກຕາ:

   ປີນີ້ ດິນຟ້ານອາກາດເອື້ອອຳນວຍ, ມີຝົນຫຼາຍ ດັ່ງນັ້ນຈຶ່ງມີນ້ຳຫຼາຍ. ຍ້ອນເຫດນັ້ນລະດູການເກັບກ່ຽວເຂົ້າ, ກຸ້ງກໍ່ໄດ້ຮັບຜົນດີ.

ຍົກ​ສູງ​ປະ​ສິດ​ທິ​ຜົນ​ຮູບ​ແບບ​ຜະ​ລິດ​ເຂົ້າ-ກຸ້ງ - ảnh 2

 ລ້ຽງກຸ້ງກ້າມໃຫ່ຍສະຫຼັບໃນທົ່ງນາຊ່ວຍ ປຊຊ ມີກຳໄລຕື່ມອີກປະມານ 20 ລ້ານດົ່ງ/ເຮັກຕາ/ປີ (ພາບ: VOV)

   ຮູບແບບລ້ຽງກຸ້ງສະຫຼັບກັບການປູກເຂົ້າຢູ່ທົ່ງນາ ໄດ້ພັດທະນາຢູ່ເມືອງ ອູມິນ ນັບແຕ່ປີ 2020. ມາຮອດປະຈຸບັນ, ເນື້ອທີ່ປູກເຂົ້າ-ລ້ຽງກຸ້ງໃນທົ່ວເມືອງກ່ວາ 3000 ເຮັກຕາ ແມ່ນໄດ້ລ້ຽງກຸ້ງກ້າມໃຫ່ຍຕື່ມອີກ. ໃນຊຸມປີມໍ່ໆມານີ້, ເມື່ອເຫັນວ່າ ຮູບແບບນີ້ມີປະສິດທິຜົນດ້ານເສດຖະກິດຢ່າງຈະແຈ້ງ, ຊາວກະສິກອນ ໄດ້ຮັບເງື່ອນໄຂສະດວກໃນການຝຶກອົບຮົມດ້ານເຕັກນິກ ເພືຶ່ອມຸ່ງໄປເຖິງການຜະລິດແບບຍືນຍົງ. ຍ້ອນການຫັນປ່ຽນຈິນຕະນາການ, ຕັ້ງໜ້າຮຽນຮູ້, ຊາວກະສິກອນກໍ່ບັນລຸໄດ້ປະສິດທິຜົນໃນການຜະລິດ. ຢູ່ເມືອງ ກາຍເນືອກ, ດ້ວຍການລ້ຽງກຸ້ງກ້າມໃຫ່ຍໃສ່ກັບການປູກເຂົ້າ, ຊາວກະສິກອນຈຶ່ງມີຜົນກຳໄລຕື່ມອີກປະມານ 20 ລ້ານດົ່ງ/ເຮັກຕາ/ປີ. ທ່ານ ມາຍວັນກວັກ, ຫົວໜ້າສະຫະກອນການບໍລິການ, ກະສິກຳ-ສິນໃນນ້ຳ ກວຽດຕຽນ, ຕາແສງ ແທັ້ງຝູ, ເມືອງ ກາຍເນືອກ ໃຫ້ຮູ້ວ່າ:

   ພວກຂ້າພະເຈົ້າ ຈັດຊຸດຝຶກອົບຮົມໃຫ້ຊາວກະສິກອນ, ແນະນຳວີທີລ້າງນ້ຳເຄັມ ບົວລະບັດເຂົ້າຫຼັງການຫວ່ານ. ພິເສດ, ເມື່ອອາກາດມີການຜັນແປ, ຊາວກະສິກອນຈະຮູ້ຈັກວິທີໝູນໃຊ້ມາດຕະການເຕັກນິກໃຫ້ເໝາະສົມ, ຮັກສາລະດູການໃຫ້ດີກ່ວາ. ໃນຮູບແບບປູກເຂົ້າ-ລ້ຽງກຸ້ງ, ຍາມນ້ຳເຄັມຈະລ້ຽງກຸ້ງກຸລາດຳ, ຍາມນ້ຳຈືດປູກເຂົ້າ ແລະ ລ້ຽງກຸ້ງກ້າມໃຫ່ຍຕື່ມອີກ ຍິ່ງນຳມາເຊິ່ງປະສິດທິຜົນດ້ານເສດຖະກິດສູງກ່ວາ.

   ເມືອງ ເຈິ່ນວັນເທີ່ຍ ແຂວງ ກ່າເມົາ ແມ່ນໜຶ່ງໃນບັນດາທ້ອງຖິ່ນທີ່ມີຮູບແບບການປູກເຂົ້າ-ລ້ຽງກຸ້ງ ໄດ້ຮັບການຕີລາຄາວ່າ ບັນລຸປະສິດທິຜົນທີ່ສຸດ, ໃນນັ້ນ, ຕ້ອງເວົ້າເຖິງຕາແສງ ຈີລຶກ. ທ້າຍເດືອນຕຸລາປີ 2022, ໃນເນື້ອທີ່ຜະລິດກຸ້ງກຸລາດຳ-ປູກເຂົ້າກ່ວາ 500 ເຮັກຕາ ຂອງສະຫະກອນ ຈີລຶກ, ອົງການຢັ້ງຢືນສາກົນເອກະລາດທົ່ວໂລກ ໃນການຄຸ້ມຄອງ ແລະ ຕິດຕາມກວດກາສິນຄ້າ (Control Union) ໄດ້ມອບໃບຢັ້ງຢືນບັນລຸມາດຖານ ASC Group ຢັ້ງຢືນຂັ້ນສາກົນສຳລັບການລ້ຽງສິນໃນນ້ຳຢ່າງມີຄວາມຮັບຜິດຊອບ ຫລຸດຜ່ອນການກະທົບບໍ່ດີຕໍ່ສິ່ງແວດລ້ອມ, ລະບົບຊີວະພາບ, ເຂດຊຸມຊົນໃນລະດັບຕ່ຳສຸດ ແລະ ຮັບປະກັນບັນດາຂໍ້ກຳນົດ ກ່ຽວກັບການອອກແຮງງານ. ນີ້ບໍ່ພຽງແຕ່ແມ່ນເນື້ອທີ່ລ້ຽງກຸ້ງກຸລາດຳໃນເນື້ອທີ່ປູກເຂົ້າ ບັນລຸໃບຢັ້ງຢືນ ASC Group ທຳອິດຂອງ ຫວຽດນາມ ເທົ່ານັ້ນ ຫາກຍັງແມ່ນຂອງໂລກອີກດ້ວຍ. ດ້ວຍໃບຢັງຢືນດັ່ງກ່າວ, ກຸ້ງ ແລະ ເຂົ້າທີ່ໄດ້ຜະລິດໃນເຂດລ້ຽງປູກ ຈຶ່ງຈະບັນລຸມາດຖານສົ່ງອອກໄປຍັງບັນດາຕະຫຼາດຈຳໜ່າຍຮຽກຮ້ອງຄຸນນະພາບສູງໃນໂລກ. ທ່ານ ເຈົາກົງບັ່ງ, ຮອງຫົວໜ້າພະແນກກະສິກຳ ແລະ ພັດທະນາຊົນນະບົດແຂວງ ກ່າເມົາ ໃຫ້ຮູ້ວ່າ:

   ໃນການກຳນົດທິດຮອດປີ 2025, ແຂວງຈະມີເນື້ອທີ່ລ້ຽງກຸ້ງ-ປູກເຂົ້າບັນລຸໃບຢັງຢືນສາກົນຢ່າງໜ້ອຍສຸດປະມານ 20%, ໃນນັ້ນ ມີໃບຢັ້ງຢືນອົງຄະທາດ EU Organic, ໃບຢັ້ງຢືນ ASC ແລະ ໃບຢັ້ງຢືນອື່ນໆອີກ. ຮອດປິ 2030, ການກຳນົດທິດຂອງຂະແໜງກະສິກຳ ແມ່ນຈະສ້າງເນື້ອທີ່ລ້ຽງກຸ້ງ-ປູກເຂົ້າທັງໝົດຂອງແຂວງ ກ່າເມົາ ລ້ວນແຕ່ໃຫ້ບັນລຸໃບຢັ້ງຢືນຂອງສາກົນ ເພື່ອເສີມຂະຫຍາຍຄຸນຄ່າຂອງທັງກຸ້ງ ແລະ ເຂົ້າ.

    ເລື່ອງພັດທະນາປະສິດທິຜົນຂອງບັນດາຮູບແບບເສດຖະກິດໝູນວຽນ ໃຫ້ສົມທົບນຳກັນ ໄດ້ຊ່ວຍໃຫ້ ປຊຊ ກ່າເມົາ ຫຼາຍຄົນ ບືນຕົວຂຶ້ນສ້າງຄວາມຮັ່ງມີ. ຕົວຈິງ ໄດ້ພີສູດໃຫ້ເຫັນວ່າ ເລື່ອງໝູນໃຊ້ຮູບແບບ “ລ້ຽງກຸ້ງ-ປູກເຂົ້າ” ໃນຊຸມປີທີ່ຜ່ານມາຢູ່ແຂວງ ກ່າເມົາ  ໄດ້ນຳມາເຊິ່ງຄຸນຄ່າຍືນຍົງ. ໃນໄລຍະທີ່ຈະມາເຖິງ, ແຂວງ ກ່າເມົາ ຈະສືບຕໍ່ທະວີຄູນຮູບແບບນີ້, ແຜ່ຂະຫຍາຍເຕັກນິກການລ້ຽງກຸ້ງກ້າມໃຫ່ຍ, ກຸ້ງກຸລາດຳ ສະຫຼັບໃສ່ກັບການປູກເຂົ້າ, ເພື່ອໃຫ້ນັບມື້ນັບມີຊາວກະສິກອນຫຼາຍຄົນ ພັດທະນາເສດຖະກິດຄອບຄົວໃຫ້ດີຂຶ້ນ./.

           

                   

ຕອບກັບ

ຂ່າວ/ບົດ​ອື່ນ