ຕາ​ແສງບັກ​ຟອງ, ແຂວງ​ຮວ່າ​ບິງ ບັນ​ລຸ​ມາດ​ຖານ​ຍົກ​ສູງ​ຊົນ​ນະ​ບົດ​ໃໝ່

(VOVWORLD) - ຕາແສງບັກຟອງ, ເມືອງກາວຟອງ, ແຂວງຮວ່າບິງ ແມ່ນໜຶ່ງໃນບັນດາຈຸດເດັ່ນໃນການກໍ່ສ້າງຊົນນະບົດໃໝ່ຢູ່ແຂວງ ຮວ່າບິງ. ໂດຍໄດ້ບັນລຸມາດຖານຊົນນະບົດໃໝ່ໃນປີ 2021,       ແຕ່ພາຍຫຼັງເວລາພຽງ 2 ປີ, ໃນປີ 2023, ຕາແສງ ບັກຟອງ ໄດ້ບັນລຸມາດຖານຍົກສູງຊົນນະບົດໃໝ່.
 
ຕາ​ແສງບັກ​ຟອງ, ແຂວງ​ຮວ່າ​ບິງ ບັນ​ລຸ​ມາດ​ຖານ​ຍົກ​ສູງ​ຊົນ​ນະ​ບົດ​ໃໝ່ - ảnh 1

ສຳນັກງານຄະນະກຳມະການ ປຊຊ ຕາແສງ ບັກຟອງ

     ຕາແສງ ບັກຟອງ ມີ 10 ບ້ານ, ດ້ວຍປະຊາກອນທັງໝົດກ່ວາ 5.100 ຄົນ, ໃນນັ້ນ, ຊາວເຜົ່າເມື່ອງ ກວມເອົາ 55%, ຊາວເຜົ່າກິງ 25% ແລະ ຊາວເຜົ່າຢ້າວ 15%. ປຊຊ ດຳລົງຊີວິດສ່ວນຫຼາຍແມ່ນທຳການປູກຝັງ, ລ້ຽງສັດ.

   ຕາແສງ ບັກຟອງ ໄດ້ກໍ່ສ້າງ, ຍົກສູງລະບົບຄົມມະນາຄົມຊົນນະບົດສຳເລັດໂດຍພື້ນຖານ ແລະ ສ້າງລະບົບສະໜອງນ້ຳປະປາຢູ່ບ້ານຕ່າງໆ. ທາງຕາແສງໄດ້ເອົາໃຈໃສ່ ໜູນຊ່ວຍທຶນ, ສະໜອງແນວພັນ ແລະ ແນະນຳເຕັກນິກການປູກຝັງ, ສ້າງບັນດາຮູບແບບຜະລິດທີ່ມີປະສິດທິຜົນສູງເທື່ອລະກ້າວ. ທ້ອງຖິ່ນໄດ້ແນະນຳ ປຊຊ ລົງທຶນເປີດກວ້າງຄອກລ້ຽງສັດ, ໝູນໃຊ້ວິທະຍາສາດ ເຕັກນິກເຂົ້າໃນການຜະລິດ, ຮັບປະກັນຄວາມປອດໄພ ບໍ່ໃຫ້ເກີດໂລກລະບາດ. ທາງທ້ອງຖິ່ນຍັງໄດ້ຂົນຂວາຍ ປຊຊ ລົງທຶນປູກຕົ້ນໄມ້ກິນໝາກປະເພດກີບຕາມມາດຖານ VietGAP ຊື່ງແມ່ນມາດຖານຜະລິດກະສິກຳທີ່ດີຢູ່ ຫວຽດນາມ. ທ່ານ ເຄືອງຊວັນລິກ, ຮອງເລຂາຄະນະພັກ, ປະທານຄະນະກຳມະການ ປຊຊ ຕາແສງ ບັກຟອງ ໃຫ້ຮູ້ວ່າ:

   ປະຈຸບັນ, ຕາແສງ ບັກຟອງ ໄດ້ພັດທະນາເສດຖະກິດກະສິກຳໂດຍພື້ນຖານ. ຕົ້ນມ້ຕົ້ນຕໍຢູ່ຕາແສງ ແມ່ນຕົ້ນມ້ກິນໝາກປະເພດກີບຄື: ຕົ້ນໝາກກ້ຽງ, ໝາກກ້ຽງນ້ອຍ, ໝາກກ້ຽງໃຫ່ຍ ແລະ ຕົ້ນອ້ອຍ. ຜ່ານການຝຶກອົບຮົມ, ປຊຊ ໄດ້ຕັ້ງໜ້າຫັນປ່ຽນໂຄງປະກອບຜົນລະປູກ, ສັດລ້ຽງ. ພວກຂ້າພະເຈົ້າສືບຕໍ່ຮັກສາ 2 ປະເພດຕົ້ນມ້ປາຍແຫຼມແມ່ນ ຕົ້ນມ້ກິນໝາກປະເພດກີບ ແລະ ຕົ້ນອ້ອຍ, ສືບຕໍ່ພັດທະນາສະຫະກອນ, ຖືກະສິກຳເຕັກໂນໂລຊີສູງເປັນສຳຄັນ. ໄປຄຽງຄູ່ກັນນັ້ນ ແມ່ນພັດທະນາການທ່ອງທ່ຽວ.

ຕາ​ແສງບັກ​ຟອງ, ແຂວງ​ຮວ່າ​ບິງ ບັນ​ລຸ​ມາດ​ຖານ​ຍົກ​ສູງ​ຊົນ​ນະ​ບົດ​ໃໝ່ - ảnh 2

ປຊຊ ມາເຮັດລະບຽບການບໍລິຫານຢູ່ ຄະນະກຳມະການ ປຊຊ ຕາແສງບັກຟອງ

     ສະເພາະສຳລັບມາດຖານວັດທະນະທຳໃນການກໍ່ສ້າງຊົນນະບົດໃໝ່, ຕາແສງບັກຟອງ ໄດ້ວາງແຜນຜັງ ແລະ ກໍ່ສ້າງສຳເລັດຫໍວັດທະນະທຳບ້ານໃຈກາງທີ່ບັນຈຸ 300 ບ່ອນນັ່ງ, ກໍ່ສ້າງສະໜາມກິລາຕາແສງໃນເນື້ອທີ່ເກືອບ 12.000 m2, 100% ບ້ານມີບ້ານວັດທະນະທຳ, ເດີ່ນກິລາ. ລະບົບພື້ນຖານວັດຖຸວັດທະນະທຳ ໄດ້ຕອບສະໜອງໜ້າທີ່ໂຄສະນາແຜນນະໂຍບາຍ, ນະໂຍບາຍ, ກົດໝາຍຂອງລັດ ກໍ່ຄືຈັດບັນດາການເຄື່ອນໄຫວດ້ານວັດທະນະທຳ, ສິລະປະ, ກິລາກາຍະກຳ ຮັບໃຊ້ ປຊຊ. ຄຽງຂ້າງນັ້ນ, ທາງທ້ອງຖິ່ນ ຍັງໄດ້ເອົາໃຈໃສ່ເປັນພິເສດ ເຖິງວຽກງານເບິ່ງແຍງດູແລສຸຂະພາບຂອງ ປຊຊ. ທ່ານໝໍ ເຈິ່ນງອກເຢືອງ, ຫົວໜ້າສຸກສະລາ ຕາແສງ ບັກຟອງ ໃຫ້ຮູ້ວ່າ:

   ປະຈຸບັນ, ສຸກສາລາ ຕາແສງບັກຟອງ ມີພະນັກງານ 5 ຄົນ. ເມື່ອທຽບກັບສຸກສາລາອື່ນໃນເມືອງ, ສຸກສາລາ ຕາແສງບັກຟອງ ມີຊັບພະຍາກອນພຽງພໍຄື: ມີທ່ານໝໍ, ພະຍາບານ, ມີຜູ້ຮັບຜິດຊອບວຽກງານປະຊາກອນ. ພວກຂ້າພະເຈົ້າໄດ້ໄປຮຽນຍົກສູງລະດັບວິຊາສະເພາະ ເພື່ອຮັບໃຊ້ ປຊຊ. ສຸກສາລາ ຕາແສງບັກຟອງ ຮັບຜິດຊອບ 2 ໜ້າວຽກຄື: ປິ່ນປົວພະຍາດ ແລະ ປ້ອງກັນໂລກລະບາດ. ຢູ່ນີ້, ປຊຊ ຊົນເຜົ່າສ່ວນໜ້ອຍໄດ້ຮັບບັດປະກັນສຸຂະພາບ. ປຊຊ ມີຄວາມໄວ້ເນື້ອເຊື່ອໃຈເມື່ອມາກວດພະຍາດຢູ່ ສຸກສາລາ ຕາແສງ ບັກຟອງ.

ຕາ​ແສງບັກ​ຟອງ, ແຂວງ​ຮວ່າ​ບິງ ບັນ​ລຸ​ມາດ​ຖານ​ຍົກ​ສູງ​ຊົນ​ນະ​ບົດ​ໃໝ່ - ảnh 3

ທ່ານໝໍ ເຈິ່ນງອກເຢືອງ ຫົວໜ້າສຸກສາລາ ຕາແສງບັກຟອງ

     ໂດຍໄດ້ຍູ້ແຮງການປະຕິຮູບລະບຽບການບໍລິຫານ, ຕາແສງບັກຟອງ ໄດ້ສ້າງຮູບແບບ “ອຳນາດການປົກຄອງເປັນມິດ, ຮັບໃຊ້ ປຊຊ” ເຮັດໃຫ້ປ່ຽນແປງວິທີເຮັດວຽກຈາກ “ຄຳສັ່ງບໍລິຫານ” ໄປເປັນ “ຮັບໃຊ້, ແນະນຳ, ຂົນຂວາຍ, ຊັກຊວນ”. ເມື່ອມາເຮັດລະບຽບການບໍລິຫານຢູ່ຄະນະກຳມະການ ປຊຊ ຕາແສງບັກຟອງ, ທ່ານ ໂດ້ຮຸຍເຊືອ, ຊາວ ຕາແສງບັກຟອງ ແບ່ງປັນຄວາມຮູ້ສຶກວ່າ:

      ເບິ່ງລວມແລ້ວ, ປະຈຸບັນ, ທາງຕາແສງໄດ້ເຮັດລະບຽບການບໍລິຫານເປັນຢ່າງດີທີ່ສຸດ, ໄວວາກວ່າເມື່ອທຽບກັບເມື່ອກ່ອນ. ພະນັກງານເປັນມິດ, ສຸດຈິດສຸດໃຈກັບ ປຊຊ. ຂ້າພະເຈົ້າຫວັງວ່າ ຄະນະກຳມະການ ປຊຊ ຕາແສງ ຈະສືບຕໍ່ເສີມຂະຫຍາຍວຽກງານ, ສືບຕໍ່ຮັບໃຊ້ ປຊຊ ຢ່າງ ສຸດຈິດສຸດໃຈ.

    ອຳນາດການປົກຄອງ ຕາແສງບັກຟອງ ຍາມໃດກໍ່ຮ່ວມເດີນທາງກັບ ປຊຊ ປະຕິບັດ 3 ໂຄງການເປົ້າໝາຍແຫ່ງຊາດຢ່າງຄົບຊຸດ ຄື: ການກໍ່ສ້າງຊົນນະບົດໃໝ່; ການພັດທະນາເສດຖະກິດ, ຕາແສງເຂດ ປຊຊ ບັນດາເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ; ການລົບລ້າງຄວາມອຶດຫິວ, ຫລຸດຜ່ອນຄວາມທຸກຍາກແບບຍືນຍົງ. ທ່ານ ເຄືອງຊວັນລິກ, ປະທານຄະນະກຳມະການ ປຊຊ ຕາແສງບັກຟອງ ໃຫ້ຮູ້ວ່າ:

      ຕາແສງ ບັກຟອງ ໄດ້ນຳໃຊ້ 3 ໂຄງການເປົ້າໝາຍແຫ່ງຊາດ ໜູນຊ່ວຍຊາວກະສິກອນ. ຊີວີດດ້ານວັດຖຸ ແລະ ຈິດໃຈຂອງ ປຊຊ ໄດ້ຮັບການປົວແປງ. ປີ 2021, ລາຍຮັບສະເລ່ຍຕໍ່ຫົວຄົນແມ່ນ 1.700 USD/ປີ ແຕ່ປີ 2023 ກໍ່ບັນລຸ 2.170 USD/ປີແລ້ວ. ສາຍໄຟຟ້າ, ເສັ້ນທາງ, ໂຮງຮຽນ, ສຸກສາລາ, ບ້ານວັດທະນະທຳ…ໄດ້ຮັບການກໍ່ສ້າງຢ່າງໃຫ່ຍໂຕ ແລະ ສວຍງາມ. 100% ເດັກນ້ອຍໄດ້ໄປໂຮງຮຽນ, ຕາແສງມີໂຮງຮຽນ 2 ແຫ່ງບັນລຸມາດຖານແຫ່ງຊາດ ແລະ ມີຮູບແບບສະໂມສອນຂັບລຳເພື້ນເມືອງ, ປະກອບສ່ວນຮັກສາສີສັນວັດທະນະທຳຊົນເຜົ່າເມື່ອງ, ປີ 2023, ຕາແສງບັກຟອງ ບັນລຸບັນດາຄາດໝາຍກ່ຽວກັບການຍົກສູງຊົນນະບົດໃໝ່.

      ການພັດທະນາເສດຖະກິດ, ຍົກສູງລາຍຮັບໃຫ້ແກ່ ປຊຊ ແມ່ນເປົ້າໝາຍຕົ້ນຕໍ ໃນການກໍ່ສ້າງຊົນນະບົດໃໝ່ຢູ່ ຕາແສງບັກຟອງ. ຍ້ອນເຫດນັ້ນ, ໂສມໜ້າຊົນນະບົດໃໝ່ຢູ່ທ້ອງຖິ່ນ ນັບມື້ນັບໄດ້ປ່ຽນແປງ ແລະ ຊີວິດຂອງ ປຊຊ ໄດ້ຍົກສູງຂຶ້ນຢ່າງເຫັນໄດ້ຊັດ./.




ຕອບກັບ

ຂ່າວ/ບົດ​ອື່ນ