ບິງ​ເຢືອງ ໜູນ​ຊ່ວຍ​ຊາວ​ກະ​ສິ​ກອນ​ໝູນ​ໃຊ້​ວິ​ທະ​ຍາ​ສາດ​ເຕັກ​ນິກ​ເຂົ້າ​ໃນ​ການ​ຜະ​ລິດ

(VOVWORLD) - ຊາວກະສິກອນຢູ່ ບິ່ງເຢືອງ ຫຼາຍຄົນ ໄດ້ ແລະ ພວມຍຸ້ແຮງການຜະລິດກະສິກຳ ໝູນໃຊ້ເຕັກໂນໂລຊີທັນສະໄໝຢ່າງສຳເລັດຜົນ ແລະ ນຳມາເຊິ່ງຄຸນຄ່າເສດຖະກິດສູງ. ມີໝາກຜົນນີ້ແມ່ນຍ້ອນວ່າ, ໃນໄລຍະທີ່ຜ່ານມາ, ສະຖາບັນພັດທະນາໝູນໃຊ້ມະຫາວິທະຍາໄລ ຖູເຢົາມົດ (ມະຫາວິທະຍາໄລຂຶ້ນກັບຄະນະກຳມະການ ປຊຊ ແຂວງ ບິ່ງເຢືອງ) ໄດ້ຄົ້ນຄ້ວາຫຼາຍຜະລິດຕະພັນກະເສດ ແລະ ຖ່າຍຖອດເພື່ອໃຫ້ຊາວກະສິກອນປະຕິບັດ.
ບິງ​ເຢືອງ ໜູນ​ຊ່ວຍ​ຊາວ​ກະ​ສິ​ກອນ​ໝູນ​ໃຊ້​ວິ​ທະ​ຍາ​ສາດ​ເຕັກ​ນິກ​ເຂົ້າ​ໃນ​ການ​ຜະ​ລິດ - ảnh 1

ທ່ານ ເວືອງວັນມິງ ກວດກາເຫັດລິ້ນຈື່ກ່ອນການເກັບກ່ຽວ (ພາບ: ທຽນລີ)

    ປີ 2017, ທ່ານ ເວືອງວັນມິງ ອາຍຸ 59 ປີ, ຢູ່ຕາແສງ ເຕືອງບິງຫຽບ, ນະຄອນ ຖູເຢົາມົດ ໄດ້ຮູ້ຈັກເຖິງສະຖາບັນພັດທະນາໝູນໃຊ້ມະຫາວິທະຍາໄລຍ ຖູເຢົາມົດ. ຍ້ອນໄດ້ຮັບການໃຫ້ຄຳປຶກສາ ຈາກບັນດານັກຄົ້ນຄ້ວາຂອງສະຖາບັນ, ທ່ານໄດ້ປູກທົດລອງເຫັດລິ້ນຈື່ແດງ, ເຫັດເຟືອງ. ມາຮອດປະຈຸບັນ, ທ່ານມີຟາມປູກເຫັດ 2 ແຫ່ງ, ລາຍຮັບສະເລ່ຍແຕ່ລະປີປະມານແຕ່ 8.000-12.000 USD. ທ່ານ ເວືອງວັນມິງ ໃຫ້ຮູ້ວ່າ:

   ເມື່ອຫາກໍ່ເລີ່ມເຮັດທຸລະກິດ, ທາງສະຖາບັນໄດ້ໜູນຊ່ວຍຂ້າພະເຈົ້າຫຼາຍທີ່ສຸດ, ນັບແຕ່ການສັ່ງຊື້ແນວພັນ ຕະຫຼອດຮອດເຕັກນິກການລ້ຽງປູກ, ການເກັບຮັກສາ… ສະຖາບັນກໍ່ໄດ້ສ້າງເງື່ອນໄຂສະດວກໃຫ້ຂ້າພະເຈົ້າ ໄປຢ້ຽມຢາມບັນດາຟາມທີ່ປະສົບຜົນສຳເລັດແລ້ວ ເພື່ອຮ່ຳຮຽນເອົາບົດຮຽນຕື່ມອີກ.

ບິງ​ເຢືອງ ໜູນ​ຊ່ວຍ​ຊາວ​ກະ​ສິ​ກອນ​ໝູນ​ໃຊ້​ວິ​ທະ​ຍາ​ສາດ​ເຕັກ​ນິກ​ເຂົ້າ​ໃນ​ການ​ຜະ​ລິດ - ảnh 2

ແຂກຕ່າງປະເທດຢ້ຽມຢາມເຂດວາງສະແດງຜະລິດຕະພັນຂອງ ສະຖາບັນພັດທະນາໝູນໃຊ້ມະຫາວິທະຍາໄລຍ ຖູເຢົາມົດ (ພາບ: ທຽນລີ)

    ໂດຍໄດ້ຮັບການຖ່າຍທອດເຕັກໂນໂລຊີການປູກ ແລະ ຜະລິດຈາກສະຖາບັນພັດທະນາໝູນໃຊ້ມະຫາວິທະຍາໄລ ຖູເຢົາມົດ, ບໍລິສັດເຕັກນິກ ແລະ ເຕັກໂນໂລຊີ ຫວຸ້ໂມນ ຢູ່ແຂວງ ບິງເຢືອງ ໄດ້ປະສົບຜົນສຳເລັດດ້ວຍຊາສະໝູນໄພ ຫວຸ້ໂມນ. ຊາຊະນິດນີ້ໄດ້ຜະລິດດ້ວຍການນຳໃຊ້ແກ່ນບົວ, ດີບົວເປັນບ່ອນປູກ ແລະ ສະກັດເຫັດຖັ່ງເຊົ່າສີທອງ. ຫຼັງຈາກນັ້ນ, ດອກບົວໄດ້ເອືອບກັບຊາບູຮານ ແລະ ອົບແຫ້ງ ກ່ອນຈະຂາຍໃຫ້ຜູ້ບໍລະໂພກ.

  ທ່ານ ຫງວຽນແທັງຕິນ, ຜູ້ອຳນວຍການບໍລິສັດເຕັກນິກ ແລະ ເຕັກໂນໂລຊີ ຫວຸ້ໂມນ ໃຫ້ຮູ້ວ່າ, ມາຮອດປະຈຸບັນ, ບໍລິສັດຂອງທ່ານ ມີຊາສອງຊະນິດກິນໃນຕອນກາງເວັນ ແລະ ກາງຄືນ ຊ່ວຍໃຫ້ນອນຫຼັບດີ ເຊິ່ງໄດ້ຮັບຄວາມນິຍົມຈາກລູກຄ້າ, ໃນນັ້ນ ມີລູກຄ້າຢູ່ຕະຫຼາດ ອາເມລິກາ ຫຼາຍຄົນ. ທາງບໍລິສັດພວມມຸ່ງໄປເຖິງການນຳເຄື່ອງໝາຍການຄ້າຊານະນິດນີ້ ໄປຂາຍຢູ່ປະເທດອື່ນໆອີກ:

   ເມື່ອຜະລິດຕະພັນໄດ້ນຳໄປຂາຍຢູ່ຕ່າງປະເທດ ນັ້ນແມ່ນມີຄວາມເອກອ້າງທະນົງໃຈທີ່ສຸດ. ທາງບໍລິສັດໄດ້ຜັນຂະຫຍາຍຖັນແຖວຜູ້ເຮັດວຽກໃນບັນດາເຂດປູກ ແລະ ຍາມໃດກໍ່ແນະນຳໃຫ້ ປຊຊ ເຂົ້າໃຈກ່ຽວກັບຜະລິດຕະພັນອົງຄະທາດ. ຖ້າຫາກວ່າ ຖັນແຖວຜູ້ຕິດຕາມກວດກາ, ຊາວກະສິກອນທຸກຄົນ ກໍ່ຮ່ວມແຮງຮ່ວມໃຈຜັນຂະຫຍາຍ ແນ່ນອນວ່າ, ຜະລິດຕະພັນຈະຮັບປະກັນຄຸນນະພາບໄດ້, ຈາກຂອດການກວດກາສົ້ນເຂົ້າ ຕະຫຼອດຮອດສົ້ນອອກ ເພື່ອສົ່ງອອກ.

    ໂດຍໄດ້ເຄື່ອນໄຫວນັບແຕ່ປີ 2016, ມາຮອດປະຈຸບັນ,  ສະຖາບັນພັດທະນາໝູນໃຊ້ມະຫາວິທະຍາໄລ ຖູເຢົາມົດ ໄດ້ຄົ້ນຄ້ວາອອກຫຼາຍຜະລິດຕະພັນທີ່ນຳມາເຊິ່ງປະໂຫຍດ, ມູນຄ່າທາງດ້ານເສດຖະກິດສູງ ແລະ ໄດ້ຮ່ວມມື, ຖ່າຍຖອດໃຫ້ຫຼາຍວິສາຫະກິດ, ຄອບຄົວຊາວກະສິກອນທຳການຜະລິດ. ຕົວຢ່າງຄື: ຜະລິດຕະພັນທີ່ໄດ້ສະກັດມາຈາກເຫັດຖັ່ງເຊົ່າສີທອງ ແລະ ເຫັດລິ້ນຈື່ ຮ່ວມມືກັບບໍລິສັດຫຸ້ນສ່ວນ MHD Inocare; ຂັ້ນຕອນປູກເຫັດສະໝູນໄພ ແລະ ເຫັດກິນຊະນິດຕ່າງໆ ຮ່ວມມືກັບບໍລິສັດຫຸ້ນສ່ວນ ການຢາ ຄາງມິງ. ຫວ່າງແລ້ວນີ້, ສະຖາບັນນີ້ ໄດ້ປະສົບຜົນສຳເລັດໃນການຄົ້ນຄ້ວາເຕັກໂນໂລຊີປຸງແຕ່ງຊາ, ຮ່ວມມືກັບບໍລິສັດຊາ ບຽນໂຮ່ ຢູ່ແຂວງ ຢາລາຍ.

   ທ່ານປະລິນຍາເອກນາງ ຫງວຽນທິລຽນເທຶອງ, ຫົວໜ້າສະຖາບັນຄົ້ນຄວ້າ ມະຫາວິທະຍາໄລ ຖູເຢົາມົດ ໃຫ້ຮູ້ວ່າ, ດ້ວຍຖັນແຖວນັກວິທະຍາສາດກ່ວາ 60 ທ່ານ ຢູ່ໃນບັນດາຂົງເຂດອາຫານການກິນ, ການຢາ, ເຕັກໂນໂລຊີຊີວະສາດ, ເຄມີສາດຢາສະໝູນໄພ, ສະຖາບັນໄດ້ວາງເປົ້າໝາຍ ຈະຄົ້ນຄ້ວາອອກຫຼາຍຜະລິດຕະພັນ ເພື່ອໜູນຊ່ວຍບັນດາວິສາຫະກິດ, ຊາວກະສິກອນ ຍົກສູງມູນຄ່າຜະລິດຕະພັນກະເສດ, ພັດທະນາຂະແໜງກະສິກຳ ຫວຽດນາມ:

   ແລ້ວແຕ່ຕາມຄວາມຕ້ອງການຂອງວິສາຫະກິດໃນຂົງເຂດໃດ ແມ່ນພວກຂ້າພະເຈົ້າຈະສຸມໃສ່ຖັນແຖວນັກຊ່ຽວຊານທີ່ເກັ່ງກ່ວາໝູ່ໃນຂົງເຂດນັ້ນ ແລະ ໝູນໃຊ້ເຕັກໂນໂລຊີໃໝ່ທີ່ສຸດຂອງໂລກ, ເໝາະສົມກັບເງື່ອນໄຂ, ຈຸດພິເສດສະເພາະຂອງຜະລິດຕະພັນ ເພື່ອຜະລິດອອກຜະລິດຕະພັນໃຫ້ເໝາະສົມ. ໝາກຜົນການຄົ້ນຄ້ວາຂອງພວກຂ້າພະເຈົ້າ ໄດ້ນຳໃຊ້ໃນຕົວຈິງຢູ່ວິສາຫະກິດ, ສ້າງເປັນການພັດທະນາ, ລະດັບການແກ່ງແຍ້ງຂອງວິສາຫະກິດພາຍໃນປະເທດ ທີ່ມີຕໍ່ວິສາຫະກິດຕ່າງປະເທດ.

      ປະຈຸບັນ, ສະຖາບັນພັດທະນາໝູນໃຊ້ມະຫາວິທະຍາໄລ ຖູເຢົາມົດ ມີ 2 ໜ້າທີ່ຕົ້ນຕໍຄື: ບຳລຸງສ້າງ ແລະ ຄົ້ນຄ້ວາຖ່າຍທອດເຕັກໂນໂລຊີ. ໃນໄລຍະທີ່ຈະມາເຖິງ, ທາງໂຮງຮຽນ ຈະບຸລິມະສິດແກ່ສະຖານບັນ ສຸມໃສ່ການຄົ້ນຄ້ວາ, ຊ່ວຍຄອບຄົວ, ວິສາຫະກິດໝູນໃຊ້ເຂົ້າໃນການລ້ຽງປູກ, ການຜະລິດ. ທ່ານ ຫງວຽນກວກເກື່ອງ, ອະທິການບໍດີ ມະຫາວິທະຍາໄລ ຖູເຢົາມົດ ໃຫ້ຮູ້ວ່າ:

      ທາງໂຮງຮຽນຈະພະຍາຍາມໜູນຊ່ວຍຄ່າໃຊ້ຈ່າຍ ຜ່ານແຫຼ່ງຄັງເຄື່ອນໄຫວຂອງໂຮງຮຽນ ແລະ ກໍ່ພວມຄົ້ນຄ້ວາໃຫ້ສະຖາບັນ ສ້າງຕັ້ງວິສາຫະກິດ. ໄປຄຽງຄູ່ກັນນັ້ນ, ຄາດວ່າ, ທາງໂຮງຮຽນຈະສ້າງຕັ້ງສູນກຳມະສິດທາງພູມປັນຍາ ແລະ ຖ່າຍທອດເຕັກໂນໂລຊີ ດ້ວຍພາລະໜ້າທີ່ເຊື່ອມຕໍ່, ໜູນຊ່ວຍດ້ານລະບຽບການ ເພື່ອໃຫ້ສະຖາບັນມີເວລາສຸມໃສ່ການຄົ້ນຄ້ວາ.

    ແຂວງ ບິງເຢືອງ ວາງເປົ້າໝາຍຮອດປີ 2025 ຈະນຳມູນຄ່າການຜະລິດຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະ ສິນໃນນ້ຳເພີ່ມຂຶ້ນແຕ່ 2,5 - 3%//ປີ, ອັດຕາມູນຄ່າການຜະລິດກະສິກຳໝູນໃຊ້ເຕັກໂນໂລຊີສູງ ກວມເອົາກ່ວາ 30%. ເພື່ອໜູນຊ່ວຍຊາວກະສິກອນ ຫັນປ່ຽນການຜະລິດ ໄປສູ່ການໝູນໃຊ້ເຕັກໂນໂລຊີສູງນັ້ນ, ແຂວງກໍ່ຜັນຂະຫຍາຍບັນດານະໂຍບາຍໜູນຊ່ວຍໃຫ້ແກ່ການຄົ້ນຄ້ວາ, ຜະລິດໃນຂົງເຂດກະສິກຳຢ່າງຄົບຊຸດ, ຈາກນັ້ນ, ກໍ່ຈະສ້າງບັນດາຮູບແບບທີ່ດີ, ວິທີເຮັດໃໝ່ທີ່ນຳມາເຊິ່ງປະສິດທິຜົນທາງເສດຖະກິດສູງ./.

ຕອບກັບ

ຂ່າວ/ບົດ​ອື່ນ