ປະ​ສິດ​ທິ​ຜົນ​ໃນ​ເບື້ອງ​ຕົ້ນ​ຈາກ​ອາ​ຊີບ​ລ້ຽງ​ນົກ​ແອ່ນ​ຢູ​ເມືອງຈື​ເຊ, ແຂວງ​ຢາ​ລາຍ

(VOVWORLD) - ໂດຍເຫັນວ່າສະພາບດິນຟ້າອາກາດ, ສິ່ງແວດລ້ອມເໝາະສົມກັບອາຊີບລ້ຽງນົກແອ່ນ, ປຊຊ ໃນບໍລິເວນເມືອງຈືເຊ, ແຂວງຢາລາຍ ໄດ້ກ້າລົງທຶນ, ກໍ່ສ້າງເຮືອນລ້ຽງນົກແອ່ນ. ນີ້ແມ່ນທິດເດີນໃໝ່ ເພື່ອພັດທະນາເສດຖະກິດຢູ່ທ້ອງຖິ່ນ.
ປະ​ສິດ​ທິ​ຜົນ​ໃນ​ເບື້ອງ​ຕົ້ນ​ຈາກ​ອາ​ຊີບ​ລ້ຽງ​ນົກ​ແອ່ນ​ຢູ​ເມືອງຈື​ເຊ, ແຂວງ​ຢາ​ລາຍ - ảnh 1

 ການລ້ຽງນົກແອ່ນພວມແມ່ນທິດເດີນໃໝ່ຂອງຫຼາຍຄອບຄົວຢູ່ເທືອງຈືເຊ, ແຂວງຢາລາຍ (ພາບ: VOV)

ປຊຊ   ຫຼາຍຄອບຄົວ ຢູ່ເມືອງຈືເຊ ໄດ້ປົວແປງບັນດາກິດຈະກຳເຮືອນຢູ່ ຫຼືລົງທຶນກໍ່ສ້າງບັນດາເຮືອນລ້ຽງນົກແອ່ນໃໝ່, ນຳໃຊ້ບັນດາເຄື່ອງສຽງ ເພື່ອດຶງດູດນົກແອນມາເຮັດຮັງ, ອອກແມ່ແຜ່ລູກ. ປະຈຸບັນ, ໃນບໍລິເວນ ເມືອງຈືເຊ, ມີເຮືອນນົກແອ່ນປະມານ 230 ຫຼັງ, ປະລິມານຮັງນົກແອນປະມານ 50 ໂລ/ເດືອນ. ດ້ວຍລາຄາໃນຕະຫຼາດມີການເໜັງຕີງແຕ່ 20-24 ລ້ານດົ່ງ/ໂລ. ລາຍຮັບຂອງແຕ່ລະຄອບຄົວຈາກເຮືອນນົກແອ່ນບັນລຸແຕ່ 20-70 ລ້ານດົ່ງ/ເດືອນ, ມີສະເພາະແຕ່ຄອບຄົວກໍ່ມີລາຍຮັບເຖິງຮ້ອຍລ້ານດົ່ງ. ທ່ານຫງວຽນວັນເຮີບ ຫົວໜ້າຫ້ອງການກະສິກຳ ແລະ ພັດທະນາຊົນນະບົດ ເມືອງຈືເຊ ໃຫ້ຮູ້ວ່າ:

   ທາງຫ້ອງການໄດ້ແນະນຳບັນດາຄອບຄົວເຮັດລະບຽບການຕ່າງໆ ເພື່ອຮັບປະກັນຫຼັກອະນາໄມສະບຽງອາຫານ ໃນການຜະລິດ ຕ້ອງນຳມາເຊິ່ງຄຸນນຄ່າດີທີສຸດໃຫ້ແກ່ຜູ້ນຳໃຊ້. ໃນໄລຍະຍາວນານ, ພວກຂ້າພະເຈົ້າຈະແນະນຳໃຫ້ບັນດາຄອບຄົວສ້າງສຳເນົາເອກະສານໃຫ້ສຳເລັດ ເພື່ອບັນລຸມາດຖານຂອງໂຄງການໜຶ່ງຕາແສງໜຶ່ງຜະລິດຕະພັນ (OCOP) ຂອງເມືອງຈືເຊ, ມຸ່ງໄປເຖິງການສ້າງເຄື່ອງໝາຍການຄ້າຮັງນົກແອ່ນຂອງເມືອງຈືເຊ.

ປະ​ສິດ​ທິ​ຜົນ​ໃນ​ເບື້ອງ​ຕົ້ນ​ຈາກ​ອາ​ຊີບ​ລ້ຽງ​ນົກ​ແອ່ນ​ຢູ​ເມືອງຈື​ເຊ, ແຂວງ​ຢາ​ລາຍ - ảnh 2

 ຊາວກະສິກອນເມືອງຈືເຊ ເກັບກ່ຽວຮັງນົກແອ່ນ (ພາບ: VOV)

  ໃນເບື້ອງຕົ້ນ, ຮູບແບບລ້ຽງນົກແອ່ນຢູ່ ເມືອງຈືເຊ ໄດ້ນຳມາເຊິ່ງລາຍຮັບສູງ ແລະ ເປັນປົກກະຕິໃຫ້ແກ່ຫຼາຍຄອບຄົວ. ຢູ່ນີ້ກໍ່ປະກົດມີບັນດາຄອບຄົວລ້ຽງນົກແອ່ນດີເດັ່ນ. ທ່ານຟ້າມຕຽນຢຸງ, ຜູ້ນຳໜ້າໃນການເຮັດອາຊີບລ້ຽງນົກແອ່ນຢູ່ ເມືອງຈືເຊ ໃຫ້ຮູ້ວ່າ, ປີ 2014, ທ່ານໄດ້ຫັນປ່ຽນຈາກການປູກໝາກພິກໄທ ໄປສູ່ການລ້ຽງນົກແອ່ນ, ຍ້ອນເຫດນັ້ນ, ເສດຖະກິດຄອບຄົວຈຶ່ງພັດທະນາດີຂຶ້ນ:

   ເດືອນຕຸລາປີ 2014, ຂ້າພະເຈົ້າໄດ້ກໍ່ສ້າງເຮືອນກ້ວາງກ່ວາ 90 ມ2, ເມື່ອລ້ຽງນົກແອ່ນໃນເວລາກ່ວາ 7 ປີ, ປະລິມານຮັງນົກແອ່ນທີ່ໄດ້ຮັບປະມານ 20 ໂລ/ເດືອນ. ປະຈຸບັນ, ເນື້ອທີ່ລ້ຽງນົກແອນທັງໝົດແມ່ນກ່ວາ 1000 ມ2 ແລ້ວ. ຕົ້ນປີ 2022, ລາຄາຮັງນົກແອນພຸ່ງຂຶ້ນສູງໂດຍກະທັນຫັນ, ຂຶ້ນເຖິງ 24-25 ລ້ານດົ່ງ/ໂລ.

   ກໍ່ຄືກັນກັບຄອບຄົວທ່ານຢຸງ, ຄອບຄົວທ່ານ ລ້ານວັນຟອງ, ຢູ່ເທດສະບານ ເມືອງຈືເຊ ກໍ່ມີລາຍຮັບເປັນປົກກະຕິຈາກການລ້ຽງນົກແອ່ນ. ປີ 2016, ທ່ານໄດ້ລົງທຶນຈຳນວນເງິນກ່ວາ 300 ລ້ານດົ່ງເພື່ອກໍ່ສ້າງເຮືອນລ້ຽງນົກແອ່ນ. ພາຍຫຼັງໄດ້ລ້ຽງນົກແອ່ນເປັນເວລາ 6 ປີ, ປະຈຸບັນ, ສະເລ່ຍແຕ່ລະເດືອນ, ຄອບຄົວທ່ານມີລາຍຮັບກ່ວາ 100 ລ້ານດົ່ງຈາກການເກັບຮັງນົກແອ່ນຂາຍ. ທ່ານ ລ້ານວັນຟອງ ເລົ່າສູ່ຟັງວ່າ:

   ເມື່ອເຮັດອາຊີບລ້ຽງນົກແອນນີ້,  ຂ້າພະເຈົ້າໄດ້ໄປ Ayun Pa ເຊັນສັນຍາກັບບໍລິສັດຮັງນົກແອນແຄັງຮ່ວາ. ແລ້ວເມືອເຮັດຮູບແບບທຳອິດໃນເນື້ອທີ 120 ມ2. ປີກາຍກໍ່ເກັບຮັງນົກ ໄດ້ແຕ່ 50-60 ໂລ. ເມື່ອເຮັດອາຊີບນີ້ ກໍ່ເສຍເງິນລົງທຶນໃນເບື້ອງຕົ້ນເທົ່ານັ້ນ, ຫຼັງຈາກນັ້ນ ກໍ່ເກັບຜະລິດຕະພັນໄດ້. ເຮັດອາຊີບລ້ຽງນົກແອ່ນກໍ່ຄືກັນກັບການປູກຕົ້ນກາເຟ, ໝາກພິກໄທ, ພາຍຫຼັງ 3 ປີກໍ່ໄດ້ຮັບກຳໄລ.

   ຫຼາຍຄອບຄົວລ້ຽງນົກແອນຢູ່ເມືອງຈືເຊ ຍັງໄດ້ພັດທະນາບັນດາຜະລິດຕະພັນຮັງນົກແອນປອດສານຜິດ, ຮັງນົກສຳເລັດຮູບດ້ວຍລາຄາສູງກ່ວາ, ຕອບສະໜອງຄວາມຮຽກຮ້ອງຕ້ອງການທີ່ມີຫຼາຍຮູບແບບຂອງຕະຫຼາດ. ບັນດາຄອບຄົວລ້ຽງນົກແອນກໍ່ໄດ້ຮ່ວມສຳພັນນຳກັນ ເພື່ອຊອກຫາທິດເດີນທີ່ເໝາະສົມໃນໄລຍະຈະມາເຖິງ ເພື່ອສາມາດມີບັນດາຜະລິດຕະພັນທີ່ມີຄຸນນະພາບສູງ. ຂະແໜງກະສິກຳເມືອງຈືເຊ ພວມສ້າງເຄື່ອງໝາຍການຄ້າຮັງນົກແອ່ນຈືເຊ ເທື່ອລະກ້າວ, ເຂົ້າຮ່ວມບັນດາການຄ້າເອເລກໂຕນິກ ເພື່ອແນໃສ່ໂຄສະນາຜະລິດຕະພັນຮັງນົກແອ່ນອອກສູ່ຕະຫຼາດຢູ່ພາຍໃນ ແລະ ຕ່າງປະເທດ./.

ຕອບກັບ

ຂ່າວ/ບົດ​ອື່ນ