ພັດ​ທະ​ນາ​ຮູບ​ແບບ​ລ້ຽງ​ປູກ​ສິນ​ໃນ​ນ້ຳ​ຢູ່ ບ່າ​ເຣ້ຍ - ຫວູງ​ເຕົາ

(VOVWORLD) -ນອກຈາກທ່າແຮງຫາປາແລ້ວ, ແຂວງ ບ່າເຣ້ຍ- ຫວູງເຕົາ ແມ່ນຫນຶ່ງໃນບັນດາທ້ອງຖິ່ນຂອງຫວຽດນາມ ມີຫລາຍເງື່ອນໄຂສະດວກເພື່ອພັດທະນາອາຊີບລ້ຽງປູກສິນໃນນ້ຳ. ຊາວກະສິກອນໃນແຂວງໄດ້ນຳໃຊ້ຫລາຍຮູບແບບລ້ຽງປູກສິນໃນນ້ຳໝູນໃຊ້ເຕັກໂນໂລຊີສູງປະສົບຜົນສຳເລັດ ນຳມາເຊິ່ງປະສິດທິຜົນດ້ານເສດຖະກິດສູງ. ນີ້ກໍ່ແມ່ນການກຳນົດທິດພັດທະນາຂອງຂະແຫນງກະສິກຳແຂວງໃນໄລຍະຈະມາເຖິງ.
 
  ແຂວງ ບ່າເຣ້ຍ- ຫວູງເຕົາ ມີເນື້ອທີ່ປູກລ້ຽງສິນໃນນ້ຳປະມານ 6.300 ເຮັກຕາ. ເພື່ອໃຫ້ອາຊີບລ້ຽງປູກສິນໃນນ້ຳພັດທະນາຕາມທິດຍືນຍົງໃນຂອບຂະຫນາດໃຫຍ່, ພິເສດ ແມ່ນພັດທະນາການລ້ຽງຢູ່ບັນດາເຂດທະເລໄກ, ພະແນກກະສິກຳ ແລະ ພັດທະນາຊົນນະບົດ ແຂວງ ບ່າເຣ້ຍ- ຫວູງເຕົາ ໄດ້ສົ່ງເສີມຊາວກະສິກອນເປັນເຈົ້າການໝູນໃຊ້ວິທະຍາສາດ ເຕັກໂນໂລຊີເຂົ້າໃນການຜະລິດ. ແຂວງ ມີແຜນນະໂຍບາຍກໍ່ສ້າງບັນດາສູນຄົ້ນຄ້ວາ, ຜະລິດພັນສິນໃນນ້ຳຢູ່ບໍລິເວນ, ພິເສດ ການໝູນໃຊ້ເຕັກໂນໂລຊີ 4.0 ຊ່ວຍຄຸ້ມຄອງ, ຫລຸດຜ່ອນຄວາມສ່ຽງ, ເພີ່ມສະມັດຕະພາບ, ຄຸນນະພາບ, ເປັນເຈົ້າການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ມີຄວາມຍືນຍົງກວ່າ.

ສຳລັບການລ້ຽງກຸ້ງ, ແຂວງ ບ່າເຣ້ຍ- ຫວູງເຕົາ ໄດ້ເອົາໃຈໃສ່ເປັນພິເສດເຖິງການພັດທະນາເຂດລ້ຽງກຸ້ງອຸດສາຫະກຳຢູ່ ເມືອງ ເດີດດໍ໋ ນະຄອນ ບ່າເຣ້ຍ ແລະ ລ້ຽງຢູ່ໃນໃສ່ກະຊັງຢູ່ນະຄອນ ຫວູງເຕົາ ເທດສະບານ ຟູໝີ. ປະຈຸບັນ ທົ່ວແຂວງ ມີ ເນື້ອທີ່ຫນ້ານ້ຳປະມານ 3900 ເຮັກຕາ ລ້ຽງກຸ້ງປະເພດຕ່າງໆ. ຮູບແບບລ້ຽງກຸ້ງໝູນໃຊ້ເຕັກໂນໂລຊີສູງ ພວມໄດ້ຮັບການລົງທຶນພັດທະນາເປີດກວ້າງເນື້ອທີ່ຈາກວິສາຫະກິດຫລາຍແຫ່ງ, ສະຫະກອນ ແລະ ຊາວກະສິກຳຢູ່ບໍລິເວນແຂວງ. ອັດຕາສ່ວນລ້ຽງກຸ້ງປະສົບຜົນສຳເລັດກວ່າ 90% ແລະ ປະສິດທິຜົນດ້ານເສດຖະກິດສູງທົບຫລາຍເທົ່າເມື່ອທຽບໃສ່ການລ້ຽງກຸ້ງໃສ່ຫນອງ.

ພັດ​ທະ​ນາ​ຮູບ​ແບບ​ລ້ຽງ​ປູກ​ສິນ​ໃນ​ນ້ຳ​ຢູ່ ບ່າ​ເຣ້ຍ - ຫວູງ​ເຕົາ - ảnh 1 ຮູບແບບລ້ຽງປາໃນກະຊັງໝູນໃຊ້ເຕັກໂນໂລຊີຂອງ ນອກແວ (ພາບ: baobariavungtau.com.vn)

ທ່ານ ຫງວຽນຈິທຶກ ຜູ້ລ້ຽງກຸ້ງ ຢູ່ ແຂວງ ບ່າເຣ້ຍ- ຫວູງເຕົາ ໃຫ້ຮູ້ວ່າ:

“ປະຈຸບັນ ການລ້ຽງກຸ້ງຕາມເຕັກໂນໂລຊີໃຫມ່ ສົມທົບກັບ 3 ສະອາດ (ນ້ຳສະອາດ, ແນວພັນລ້ຽງສະອາດ ແລະ ພື້ນຫນອງສະອາດ) ແລະ ປົກປັກຮັກສາສິ່ງແວດລ້ອມ.  ລ້ຽງຄືແນວນັ້ນຈຶ່ງມີຄວາມຍືນຍົງໄດ້. ເຖິງວ່າ ລາຍຈ່າຍສູງກໍຕາມ ແຕ່ກໍ່ໃຫ້ສະມັດຕະພາບສູງ ແລະ ເກັບທຶນໄດ້ໄວກວ່າ.”

ເລື່ອງໝູນໃຊ້ຮູບແບບຕ່າງໆເຂົ້າໃນການລ້ຽງປູກສິນໃນນ້ຳຕາມເຕັກໂນໂລຊີສູງຢູ່ບໍລິເວນແຂວງ ເບື້ອງຕົ້ນໄດ້ນຳມາເຊິ່ງສັນຍານຕັ້ງຫນ້າ. ນີ້ແມ່ນທິດກ້າວເດີນໃຫມ່, ມີຄວາມສາມາດບົ່ມຊ້ອນໃຫຍ່ ເພາະມັນຊ່ວຍໃຫ້ຜູ້ລ້ຽງມີຄວາມອຸ່ນອ່ຽນໃຈຕໍ່ຫນ້າການປ່ຽນແປງຂອງດິນຟ້າອາກາດຍາກທີ່ຄາດຄະເນລ່ວງຫນ້າໄດ້ ພ້ອມທັງຍົກສູງປະສິດທິຜົນການຜະລິດ. ໄລຍະຈະມາເຖິງ ຂະແຫນງກະສິກຳ ຈະເປີດກວ້າງການຜະລິດເພື່ອຕອບສະຫນອງຄວາມຮຽກຮ້ອງຕ້ອງການກ່ຽວກັບປະລິມານສະມັດຕະພາບ ພ້ອມທັງສືບຕໍ່ຄົ້ນຄ້ວາ, ປັບປຸງເຕັກໂນໂລຊີ ຊ່ວຍເພີ່ມສະມັດຕະພາບ, ຄຸນນະພາບຜະລິດຕະພັນ. ທ່ານ ເຈີນວັນເກື່ອງ, ຫົວຫນ້າພະແນກກະສິກຳ ແລະ ພັດທະນາຊົນນະບົດ ແຂວງ ບ່າເຣ້ຍ- ຫວູງເຕົາ ໃຫ້ຮູ້ວ່າ:

  “ປະຈຸບັນ ແຂວງ ມີທ່າໄດ້ປຽບແມ່ນມີເຂດ ໂກນດ໋າວ ນັ້ນແມ່ນຫນຶ່ງໃນບັນດາຄວາມສາມາດບົ່ມຊ້ອນໃຫຍ່ ແລະ ຍັງບໍ່ທັນໄດ້ຮັບການວາງແຜນຜັງເປັນລະບົບ. ທີສອງ ເຂດແຄມທະເລຈາກ ບີ່ງເຈົາ ໄປຮອດ ຫວູງເຕົາ ກໍ່ມີທ່າໄດ້ປຽບ. ໃນຕໍ່ຫນ້າ ຂະແຫນງຈະສຸມໃສ່ຜັນຂະຫຍາຍບັນດາຮູບແບບທົດລອງ ຄັດເລືອກບັນດາວິສາຫະກິດມີຄວາມສາມາດບົ່ມຊ້ອນ ມາສຳຫລວດທີ່ຕັ້ງ ຄິດໄລ່ການລົງທຶນ ຜະລິດ ຜ່ານັ້ນ ກຳນົດທິດ ແລະພັດທະນາເຂດທີ່ມີຄວາມສາມາດບົ່ມຊ້ອນ”

ພັດ​ທະ​ນາ​ຮູບ​ແບບ​ລ້ຽງ​ປູກ​ສິນ​ໃນ​ນ້ຳ​ຢູ່ ບ່າ​ເຣ້ຍ - ຫວູງ​ເຕົາ - ảnh 2ການລ້ຽງປູກສິນໃນນ້ຳໄດ້ກຳນົດວ່າ ແມ່ນການກຳນົດທິດພັດທະນາແບບຍືນຍົງຂອງ ແຂວງ ບ່າເຣ້ຍ- ຫວູງເຕົາ (ພາບ:baobariavungtau.com.vn)


ແຂວງ ບ່າເຣ້ຍ- ຫວູງເຕົາ ກໍ່ເອື້ອອຳນວຍຄວາມສະດວກເພື່ອໃຫ້ປະຊາຊົນຫັນການລ້ຽງ, ວິທີລ້ຽງ ດ້ວຍເນື້ອທີ່ປູກ ແລະ ສະມັດຕະພາບເໝາະສົມ, ຍູ້ແຮງການໝູນໃຊ້ປະຕິບັດການລ້ຽງປູກສິນໃນນ້ຳມີໃບຢັ້ງຢືນ ແລະ ແຈ້ງຕົ້ນກຳເນີດສິນຄ້າສຳລັບຜະລິດຕະພັນຫລັກແຫລ່ງ. ທ່ານ ຫງວຽນຫຶວທິ ຫົວຫນ້າຫ້ອງການຮັບຜິດຊອບການລ້ຽງປູກ, ຫ້ອງການສິນໃນນ້ຳ  ແຂວງ ບ່າເຣ້ຍ- ຫວູງເຕົາ ໃຫ້ຮູ້ວ່າ:

 “ພັດທະນາຂະແຫນງລ້ຽງປູກສິນໃນນ້ຳ ແມ່ນການກຳນົດທິດລວມ. ທາງແຂວງ ກໍ່ໄດ້ປະກາດໃຊ້ເອກະສານບາງສະບັບ ເພື່ອພັດທະນາການລ້ຽງປູກສິນໃນນ້ຳ, ຫລຸດຜ່ອນສະພາບຂາດແຄນການຂຸດຄົ້ນຢູ່ທະເລ. ຂະແຫນງລ້ຽງປູກສິນໃນນ້ຳ ຈະພັດທະນາຕາມການກຳນົດທິດໝູນໃຊ້ເຕັກໂນໂລຊີສູງ ກ່ອນອື່ນໝົດແມ່ນຂະແຫນງລ້ຽງກຸ້ງ ຕໍ່ຈາກນັ້ນແມ່ນການລ້ຽງສິນໃນນ້ຳ ກ້າວໄປເຖິງການພັດທະນາ ລົງເລິກການປຸ້ງແຕ່ງ.”

  ການລ້ຽງປູກສິນໃນນ້ຳໄດ້ກຳນົດວ່າ ແມ່ນການກຳນົດທິດພັດທະນາແບບຍືນຍົງຂອງ ແຂວງ ບ່າເຣ້ຍ- ຫວູງເຕົາ. ນີ້ແມ່ນກຳລັງຫນູນໃຫ້ແກ່ການພັດທະນາເສດຖະກິດ ທ້ອງຖິ່ນ, ຫັນກະສິກຳ ຊົນນະບົດຂອງແຂວງ ແຂວງ ບ່າເຣ້ຍ- ຫວູງເຕົາ ເປັນທັນສະໄຫມ.

ຕອບກັບ

ຂ່າວ/ບົດ​ອື່ນ