ມື້​ວັນ​ເສົາເຂດ​ຊົນ​ນະ​ບົດ​ໃໝ່​ຢູ່​ພູ​ພຽງ ຢິ​ລິງ - ເລິມ​ດົງ

(VOVWORLD) - ໂຄງການເປົ້າໝາຍແຫ່ງຊາດກ່ຽວກັບການສ້າງຊົນນະບົດໃໝ່ຢູ່ແຂວງ ເລິມດົງ ພວມໄດ້ຜັນຂະຫຍາຍຢ່າງແຮງ, ດ້ວຍບັນດາວິທີເຮັດຢ່າງມີຫົວຄິດປະດິດສ້າງ ແລະ ແທດຈິງ. ໜຶ່ງໃນນັ້ນແມ່ນຂະບວນການ “ມື້ວັນເສົາເຂດຊົນນະບົດໃໝ່” ຢູ່ເມືອງ ຢີລິງ. ໃນວັນທ້າຍອາທິດ, ພໍ່ແມ່ປະຊາຊົນຢູ່ໝູ່ບ້ານຕ່າງໆຂອງເມືອງ ກໍພາກັນຮ່ວມໄມ້ຮ່ວມມືສ້າງບ້ານເກີດເມືອງນອນ ດ້ວຍການກະທຳທີ່ລະອຽດ.
ມື້​ວັນ​ເສົາເຂດ​ຊົນ​ນະ​ບົດ​ໃໝ່​ຢູ່​ພູ​ພຽງ ຢິ​ລິງ - ເລິມ​ດົງ - ảnh 1ຂະບວນການ “ມື້ວັນເສົາເຂດຊົນນະບົດໃໝ່” ຢູ່ເມືອງ ຢີລິງ ມີກຳລັງແຜ່ກະຈາຍຢ່າງແຮງ (ພາບ: VOV)

ໃນເສັ້ນທາງປູດ້ວຍເບຕົງທີ່ງາມຕາ, ແລ່ນຜ່ານບັນດາຄຸ້ມບ້ານ, ເຈົ້າກົກເຈົ້າເຫຼົ່າ ເກີແກວ, ຢູ່ບ້ານ ຮ່າງລາງ, ຕາແສງ ຢຸງແຣ, ເມືອງ ຢີລິງ (ເລິມດົງ) ທັງພາພວກຂ້າພະເຈົ້າໄປຢ້ຽມຢາມ, ທັງເຜີຍໃຫ້ຮູ້ດ້ວຍຄວາມດີໃຈວ່າ ໂສມໜ້າຊົນນະບົດຂອງຕາແສງ ໄດ້ປ່ຽນແປງຫຼາຍແລ້ວເມື່ອທຽບໃສ່ເມື່ອກ່ອນ. ຍ້ອນມີເສັ້ນທາງຄົມມະນາຄົມໄປມາຢ່າງສະດວກ, ບັນດາຜະລິດຕະພັນກະເສດຂອງທ້ອງຖິ່ນໄດ້ຂົນສົ່ງໄປມາຢ່າງງ່າຍດາຍ, ໄລຍະຫ່າງລະຫວ່າງໝູ່ບ້ານກັບເຂດໃຈກາງກໍຫຼຸດລົງ… ເຈົ້າກົກເຈົ້າເຫຼົ່າ ເກີແກວ ໃຫ້ຮູ້ວ່າ:

“ພໍ່ແມ່ປະຊາຊົນຮັບຮູ້ໄດ້ເຖິງຜົນປະໂຫຍດນີ້ ສະນັ້ນ ກໍມີຄວາມເຫັນດີເຫັນພ້ອມ ແລະ ຕອບສະໜອງ. ໃນໄລຍະຜ່ານມາ, ພໍ່ແມ່ປະຊາຊົນຫຼາຍຄົນໄດ້ມອບຕົ້ນໄມ້, ມອບດິນ ແລະ ປະກອບກຳລັງເຫື່ອແຮງ ເພື່ອພ້ອມກັບລັດສ້າງຊົນນະບົດໃໝ່. ລັດໄດ້ໃຫ້ການໜູນຊ່ວຍ ແລະ ພໍ່ແມ່ປະຊາຊົນປະກອບສ່ວນເຂົ້າຕື່ມເພື່ອເປີດທາງເຂົ້າໄປຍັງບັນດາເຂດຜະລິດ, ສ້າງເສັ້ນທາງຄົມມະນາຄົມຢູ່ເຂດຊົນນະບົດເພື່ອອຳນວຍຄວາມສະດວກແກ່ການພັດທະນາເສດຖະກິດ, ປະກອບສ່ວນເຮັດໃຫ້ໂສມໜ້າຊົນນະບົດນັບມື້ນັບສວຍງາມກວ່າເກົ່າ”.

ໂຄງການສ້າງຊົນນະບົດໃໝ່ ບໍ່ພຽງແຕ່ນຳມາເຊິ່ງປະສິດທິຜົນອັນແທດຈິງເທົ່ານັ້ນ ຫາກຍັງຊ່ວຍຟື້ນຟູໃຫ້ທຸກໝູ່ບ້ານຂອງເມືອງ ຢິລິງ, ແຂວງ ເລິມດົງ ອີກດ້ວຍ. ຢູ່ບ້ານເຢວ້, ຕາແສງດິງລາກ, ໂຄງການ “ມື້ວັນເສົາເຂດຊົນນະບົດໃໝ່” ໄດ້ຊ່ວຍໃຫ້ໂສມໜ້າຂອງໝູ່ບ້ານມີຄວາມຄືກັນກັບຢູ່ເຂດຕົວເມືອງຢູ່ໃຈກາງ: ເສັ້ນທາງມີດອກໄຟແຈ້ງສະຫວ່າງ, ມີລົດເກັບມ້ຽນຂີ້ເຫຍື້ອ, ເສັ້ນທາງໃນໝູ່ບ້ານ, ຄຸ້ມບ້ານກໍກວ້າງຂວາງ, ຂຽວ, ສະອາດ, ງາມຕາ. ອ້າຍ ເມີ ຮິວ ງວຽນ, ເລຂາໜ່ວຍພັກບ້ານ ເຢວ້ ໃຫ້ຮູ້ວ່າ:

“ປັດຈຸບັນ, ຢູ່ບ້ານເຢວ, ພະນັກງານ ແລະ ປະຊາຊົນ ລ້ວນແຕ່ຮ່ວມແຮງຮ່ວມໃຈຕອບສະໜອງໂຄງການ “ມື້ວັນເສົາເຂດຊົນນະບົດໃໝ່”. ຖະໜົນຫົນທາງອ້ອມໝູ່ບ້ານຍາມໃດກໍຂຽວ, ສະອາດ, ງາມຕາ, ຂີ້ເຫຍື້ອໄດ້ເກັບມ້ຽມເປັນປະຈຳ, ດອກໄຟແຄມທາງກໍໄດ້ໃຕ້ຮຸ່ງອ້ອມໝູ່ບ້ານ, ເສັ້ນທາງສ່ວນຫຼາຍໃນໝູ່ບ້ານລ້ວນແຕ່ໄດ້ປູເບຕົງແລ້ວ… ໂສມໜ້າຊົນນະບົດໄດ້ປ່ຽນແປງໃໝ່. ຊີວິດການເປັນຢູ່ຂອງປະຊາຊົນນັບມື້ນັບພັດທະນາດີຂຶ້ນ”.

ມື້​ວັນ​ເສົາເຂດ​ຊົນ​ນະ​ບົດ​ໃໝ່​ຢູ່​ພູ​ພຽງ ຢິ​ລິງ - ເລິມ​ດົງ - ảnh 2ໂສມໜ້າໃໝ່ຂອງເມືອງ ຢີລິງ (ພາບ: VOV)

ໄລ່ຮອດປັດຈຸບັນ, ທົ່ວເມືອງ ຢິລິງ, ມີທັງໝົດ 18 ຕາແສງບັນລຸມາດຖານຊົນນະບົດໃໝ່  ແລະ 2 ຕາແສງ ບັນລຸມາດຖານຊົນນະບົດໃໝ່ລະດັບສູງ ແລະ 1 ຕາແສງບັນລຸມາດຖານຊົນນະບົດໃໝ່ຕົວແບບ. ເພື່ອສືບຕໍ່ຜັນຂະຫຍາຍໂຄງການສ້າງຊົນນະບົດໃໝ່ ໄລຍະ 2021 - 2025 ຢ່າງມີປະສິດທິຜົນນັ້ນ, ອົງຄະນະພັກເມືອງ ຢີລິງ ໄດ້ສ້າງແຜນຮ່າງປະຕິບັດໂຄງການ “ມື້ວັນເສົາເຂດຊົນນະບົດໃໝ່” ຢູ່ທຸກໆໝູ່ບ້ານ. ທ່ານ ຫວູດຶກຍ່ວນ, ຮອງປະທານຄະນະກຳມະການປະຊາຊົນ ເມືອງ ຢີລິງ, ໃຫ້ຮູ້ວ່າ:

“ແຜນຮ່າງຂອງເມືອງແມ່ນແຜນຮ່າງສ້າງຊົນນະບົດໃໝ່ຢ່າງຮອບດ້ານ. ພວກຂ້າພະເຈົ້າໄດ້ມອບໃຫ້ແຕ່ລະຕາແສງ, ແຕ່ລະບ້ານສ້າງຄາດໝາຍກ່ຽວກັບຊົນນະບົດໃໝ່. ທົ່ວເມືອງກໍມີ 9 ຄາດໝາຍກ່ຽວກັບຊົນນະບົດໃໝ່ທີ່ຕ້ອງບັນລຸໃຫ້ໄດ້. ໃນໄລຍະຜ່ານມາ, ຮອດວັນເສົາ, ວັນອາທິດຂອງທຸກໆທິດ, ເລຂາພັກເມືອງ, ການນຳຄະນະກຳມະການປະຊາຊົນເມືອງ ໄດ້ແບ່ງກັນລົງໄປແຕ່ລະຕາແສງເພື່ອເລັ່ງ ແລະ ພ້ອມກັບພໍ່ແມ່ປະຊາຊົນທຳຄວາມສະອາດບ້ານເມືອງ, ແນະນຳປະຊາຊົນໃນການຫັນເປັນດີຈີຕອນ… ຈາກນັ້ນ, ກໍຊ່ວຍໃຫ້ພໍ່ແມ່ປະຊາຊົນຮັບຮູ້ເຖິງບົດບາດຂອງຕົນໃນການສ້າງຊົນນະບົດໃໝ່”.

ປີ 2024, ເມືອງ ຢີລິງ ສູ້ຊົນບັນລຸມາດຖານຊົນນະບົດໃໝ່. ເມືອງໄດ້ວາງຄາດໝາຍຮອດປີ 2025 ຈະປະຕິບັດບັນດາຄາດໝາຍເມືອງຊົນນະບົດໃໝ່ລະດັບສູງ, ຢ່າງໜ້ອຍສຸດມີ 8 ຕາແສງບັນລຸມາດຖານຊົນນະບົດໃໝ່ລະດັບສູງ ແລະ 5 ຕາແສງບັນລຸມາດຖານຊົນນະບົດໃໝ່ຕົວແບບ. ດ້ວຍການຖືປະຊາຊົນເປັນກຳລັງຫຼັກແຫຼ່ງແກ່ນສານ ແລະ ເປັນເຈົ້າກຳໃນການປະຕິບັດຂະບວນການສ້າງຊົນນະບົດໃໝ່, ຂະບວນການ “ມື້ວັນເສົາເຂດຊົນນະບົດໃໝ່" ແມ່ນຕົວຢ່າງລະອຽດ, ເມືອງ ຢີລິງ ຈະບັນລຸໄດ້ບັນດາຄາດໝາຍທີ່ວາງອອກ, ປະກອບສ່ວນສ້າງພູພຽງ ຢິລິງ ໃຫ້ນັບມື້ນັບຮັ່ງມີສວຍງາມ./.

ຕອບກັບ

ຂ່າວ/ບົດ​ອື່ນ