ຢ້ຽມ​ຢາມ​ໝູ່​ບ້ານ​ອາ​ຊີບ​ຜະ​ລິດ​ເຄື່ອງ​ປັ້ນ​ດິນ​​ເຜົາ​ບູ​ຮານ ຫວິງ​ຮ​ົງ ຢູ່​ແຂວງກວາງ​ນິງ

(VOVWORLD) -ໝູ່ບ້ານອາຊີບຜະລິດເຄື່ອງປັ້ນດິນເຜົາ ຫວິງົງ ສັງກັດຕາແສງວິ້ງຮົງ, ເທດສະບານດົງຈ່ຽວ, ແຂວງກວາງນິງ, ແມ່ນໝູ່ບ້ານອາຊີບຜະລິດເຄື່ອງປັ້ນດິນເຜົາບູຮານ ແຫ່ງດຽວຢູ່ເຂດດິນແດນແຫ່ງບໍ່ຖ່ານຫີນ”. ແຫ່ງນີ້ໄດ້ຜະລິດບັນດາຜະລິດຕະພັນເຄື່ອງປັ້ນດິນເຜົາພິເສດສະເພາະ ແລະ ໄດ້ສ້າງວຽກເຮັດງານທຳໃຫ້ນັບຮ້ອຍຄອບຄົວຢູ່ທ້ອງຖິ່ນ. ເຊີນທ່ານໄປຢ້ຽມຢາມ ໝູ່ບ້ານອາຊີບຜະລິດເຄື່ອງປັ້ນດິນເຜົາ ຫວິງົງທີ່ມີອາຍຸກ່ວາ 200 ປີແຫ່ງນີ້ພ້ອມກັບນັກຂ່າວວິທະຍຸຫວຽດນາມ.
ຢ້ຽມ​ຢາມ​ໝູ່​ບ້ານ​ອາ​ຊີບ​ຜະ​ລິດ​ເຄື່ອງ​ປັ້ນ​ດິນ​​ເຜົາ​ບູ​ຮານ ຫວິງ​ຮ​ົງ ຢູ່​ແຂວງກວາງ​ນິງ - ảnh 1

ບັນດາຜະລິດຕະພັນຢູ່ເຮືອນຂອງ ປຊຊ ໃນໝູ່ບ້ານອາຊີບຜະລິດເຄື່ອງປັ້ນດິນເຜົາ ຫວິງຮົງ (ພາບ:VOV)

 ອາຊີບຜະລິດເຄື່ອງປັ້ນດິນເຜົາຂອງໝູ່ບ້ານຫວິງຮົງ ມີມາແຕ່ສັດຕະວັດທີ 18 ຍ້ອນບັນດານາຍຊ່າງຜະລິດເຄື່ອງປັ້ນດິນເຜົາຢູ່ເຂດ ຢາເລິມ (ຮ່າໂນ້ຍ) ໄດ້ອົບພະຍົບມາຢູ່ນີ້. ເຖິງວ່າ ບໍ່ມີມູນເຊື້ອປະຫວັດສາດຄືກັນກັບໝູ່ບ້ານອາຊີບຜະລິດເຄື່ອງປັ້ນດິນເຜົາທີ່ມີຊື່ສຽງ ບາດຈ່າງ (ຮ່າໂນ້ຍ), ເຮືອງແກັງ (ວິ້ງຝຸກ), ຈູເດົ້າ (ຫາຍເຢືອງ)….ກໍ່ຕາມ ແຕ່ຜະລິດຕະພັນເຄື່ອງປັ້ນດິນເຜົາ ຫວິງຮົງ ກໍ່ມີຈຸດພິເສດສະເພາະ ຍ້ອນມີຮູບແບບງາມ, ມີຄວາມທົນທານ…..ພິເສດ ໝູ່ບ້ານອາຊີບຜະລິດເຄື່ອງປັ້ນດິນເຜົາທີ່ເປັນມູນເຊື້ອແຫ່ງນີ້ ມາຮອດປະຈຸບັນ ຍັງໄດ້ຮັກສາວິທີເຜົາດ້ວຍຟືນໄວ້ຢູ່. ອ້າຍ ຫງວຽນຊັວນທົງ ເຈົ້າຂອງຮາກຖານຜະລິດເຄື່ອງປັ້ນດິນເຜົາທີ່ເປັນມູນເຊື້ອແຫ່ງໜຶ່ງຢູ່ ຫວິງຮົງ ແບ່ງປັນວ່າ:

ເຕົາໄຟນີ້ ສາມາດເຜົາຜະລິດຕະພັນໄດ້ເຖິງ 2-3 ຮ້ອຍອັນ. ຜະລິດຕະພັນເຜົາດ້ວຍຟືນມີຄຸນນະພາບດີທີ່ສຸດ ຍ້ອນວ່າຍາມໃດເຕົາໄຟກໍ່ຮັກສາຄວາມຮ້ອນໄດ້ດົນ, ແຕ່ຄ່າໃຊ້ຈ່າຍພັດຖືກກ່ວາເມື່ອທຽບກັບການໃຊ້ເຕົາແກັດ, ສະນັ້ນ, ລາຄາຜະລິດຕະພັນຈຶ່ງເໝາະສົມກັບຜູ້ບໍລິໂພກ.

ຢ້ຽມ​ຢາມ​ໝູ່​ບ້ານ​ອາ​ຊີບ​ຜະ​ລິດ​ເຄື່ອງ​ປັ້ນ​ດິນ​​ເຜົາ​ບູ​ຮານ ຫວິງ​ຮ​ົງ ຢູ່​ແຂວງກວາງ​ນິງ - ảnh 2

ເຄື່ອງປັ້ນດິນເຜົາໄດ້ເຜົາໃນເຕົ່າໄຟທີ່ມີອຸນຫະພູມແຕ່ 1.200 - 1.300 ອົງສາ C (ພາບ:VOV)

 ຕາມນາຍຊ່າງຫງວຽນດິງເກົາ ແລ້ວ, ເຄື່ອງປັ້ນດິນເຜົາໄດ້ເຜົາມາ ຕະຫຼອດ 24 ຊົ່ວໂມງໃນອຸນຫະພູມແຕ່ 1200-1300 ອົງສາ C ໃນຂະນະທີ່ບັນດາໝູ່ບ້ານ ຜະລິດເຄື່ອງປັ້ນດິນເຜົາມູນເຊື້ອແຫ່ງອື່ນໆ ຢູ່ເຂດທົ່ງພຽງທາງພາກເໜືອຫວຽດນາມ ໄດ້ເຜົາໃນອຸນຫະພູມພຽງແຕ່ 800 ອົງສາ C ເທົ່ານັ້ນ. ສະນັ້ນ, ຜະລິດຕະພັນເຄື່ອງປັ້ນດິນເຜົາຫວິງຮົງ ຈຶ່ງມີລະດັບຄວາມທົນທານສູງ, ແຕກຫນ້ອຍ ແລະ ລວດລາຍບໍ່ລົບເລືອນ ຍ້ອນໄດ້ຄວັດໃສ່ຜະລິດຕະພັນໂດຍກົງ ຫາກບໍ່ແມ່ນແຕ້ມໃສ່ສີເຄືອບ.

ເພື່ອຜະລິດໄດ້ເຄື່ອງປັ້ນດິນເຜົາທີ່ມີຄຸນນະພາບດີນັ້ນ, ສຳຄັນທີ່ສຸດແມ່ນການເຮັດຂອບຫຼໍ່. ນາຍຊ່າງຫງວຽນດິງເກົາ ໃຫ້ຮູ້ວ່າ
   ການເຮັດຂອບຫຼໍ່ແມ່ນສຳຄັນທີ່ສຸດ, ຖ້າຢາກໃຫ້ຜະລິດຕະພັນງາມນັ້ນ, ກ່ອນອື່ນໝົດແມ່ນຍ້ອນຜູ້ເຮັດຂອບຫຼໍ່ ແລະສ້າງແບບ. ທີ 2 ແມ່ນການເຮັັດຂອບຫຼໍ່ຕ້ອງມີຄຸນນະພາບ, ສາມາດດູດຊັບນ້ຳ, ແຂງແກ່ນ, ບໍ່ຄົດ ຜະລິດຕະພັນທີ່ເຮັດອອກມາຈຶ່ງງາມ, ໄດ້ມາດຕະຖານຂອງູ່ບ້ານເຄື່ອງປັ້ນດິນເຜົາ ຫວິງຮົງ

ກ່ອນນີ້, ທັງໝົດໝູ່ບ້ານ ວີ້ງຮົງ ລວ້ນແຕ່ໄດ້ເຮັດອາຊີບຜະລິດເຄື່ອງປັ້ນດິນເຜົາ ແຕ່ມີໄລຍະໜຶ່ງ, ໝູ່ບ້ານອາຊີບແຫ່ງນີ້ຕົກເຂົ້າສູ່ສະພາບການຂາດບັນດາຜະລິດຕະພັນໃໝ່, ເປັນເອກະລັກສະເພາະ. ບາງຄອບຄົວໄດ້ຫັນປ່ຽນໄປເຮັດວຽກງານອື່ນ, ປະຈຸບັນມີແຕ່ 17 ຄອບຄົວເຮັດອາຊີບນີ້ເທົ່ານັ້ນ. ທ່ານຟ້າມວັນທັງ, ເລຂາໜ່ວຍພັກໝູ່ບ້ານອາຊີບຜະລິດເຄື່ອງປັ້ນດິນເຜົາ ວີ້ງຮົງ, ຜູ້ອຳນວຍການບໍລິສັດທັງລານ ຈຳກັດ ໃຫ້ຮູ້ວ່າ: ໝູ່ບ້ານວິ້ງຮົງ ໄດ້ຫັນປ່ຽນໄປຜະລິດບັນດາຜະລິດຕະພັນອື່ນໆຄື: ໄຫຂະໜາດໃຫ່ຍເພື່ອບັນຈຸເຫຼົ້າ, ນ້ຳປາ, ເຂົ້າສານ…ການປ່ຽນແປງນີ້ໄດ້ສ້າງກຳໄລສະເລ່ຍໃຫ້ແຕ່ລະຄອບຄົວແຕ່ 20-30 ລ້ານດົ່ງ/ເດືອນ; ສ້າງລາຍຮັບເປັນປົກກະຕິແຕ່ 7-8 ລ້ານດົ່ງ/ເດືອນໃຫ້ຜູ້ອອກແຮງງານນັບຮ້ອຍຄົນ:

ພວກຂ້າພະເຈົ້າກໍ່ມີການແລກປ່ຽນບົດຮຽນ, ນັບແຕ່ວິທີການຜະລິດ ກໍ່ຄືການຈຳໜ່າຍເຄື່ອງປັ້ນດິນເຜົາ, ຜ່ານນັ້ນຈະຮ່ຳຮຽນຊື່ງກັນ ແລະ ກັນ. ຂ້າພະເຈົ້າເອງກໍ່ໄດ້ຮ່ຳຮຽນເອົາແນວຄວາມຄິດທີ່ດີຈາກຄອບຄົວອ້ອມຂ້າງ ແລະ ບັນດາຄອບຄົວກໍ່ໄດ້ຮ່ຳຮຽນຕາມປະສົບການໃນກາຜະລິດເຄື່ອງປັ້ນດິເຜົາຂອງພວກຂ້າພະເຈົ້າ. ສະນັ້ນ, ໃນໄລະທີ່ຜ່ານມາ, ເຖິງວ່າສະພາບການໂລກລະບາດມີການຜັນແປຢ່າງສັບສົນກໍ່ຕາມ ແຕ່ພວກຂ້າພະເຈົ້າກໍ່ຍັງຮັກສາການຜະລິດ ແລະ ຈຳໜ່າຍເປັນປົກກະຕິ.

ບັນດາຜະລິດຕະພັນຂອງໝູ່ບ້ານອາຊີບຜະລິດເຄື່ອງປັ້ນດິນເຜົາວິ້ງຮົງ ບໍ່ພຽງແຕ່ໄດ້ຮັບໃຊ້ໃຫ້ແກ່ຄວາມຕ້ອງການຂອງ ປຊຊ ຢູ່ພາຍໃນປະເທດເທົ່ານັ້ນ, ຫາກຍັງໄດ້ສົ່ງໄປຂາຍຢູ່ຕ່າງປະເທດອີກດ້ວຍ. ໃນໄລຍະທີ່ຈະມາເຖິງ, ເມື່ອເຂດ ຜະລິດເຄື່ອງປັ້ນດິນເຜົາທີ່ມີເນື້ອທີ່ 20 ເຮັກຕາໄດ້ຮັບການກຳນົດແຜນຜັງນັ້ນ, ໝູ່ບ້ານອາຊີບຜະລິດເຄື່ອງປັ້ນດິນເຜົາວິ້ງຮົງ ຈະມີເງື່ອນໄຂທີ່ດີ ເພື່ອສ້າງຮູບແບບການສົມທົບລະຫວ່າງການຜະລິດ ແລະ ການທ່ອງທ່ຽວໃຫ້ແກ່ແຂກທ່ອງທ່ຽວໄດ້ມາຊົມ ເພື່ອເສີມຂະຫຍາຍຄຸນຄ່າໃນກ່ວາ 200 ປີຂອງໝູ່ບ້ານອາຊີບທີ່ມີມູນເຊື້ອມາແຕ່ດົນນານແຫ່ງນີ້.

ການຫັນປ່ຽນຂອງໝູ່ບ້ານອາຊີບຜະລິດເຄື່ອງປັ້ນດິນເຜົາວິ້ງຮົງ ເພື່ອຮັບມືກັບຈັງຫວະການດຳລົງຊີວິດທີ່ທັນສະໄໝນັ້ນ ກໍ່ສະແດງໃຫ້ເຫັນຄວາມຂະຫຍັນຂັນເຄື່ອນຂອງ ປຊຊ ໃນໝູ່ບ້ານ, ເພື່ອຮັກສາອາຊີບໄວ້ ກໍ່ຄືແນະນຳສິ່ງທີ່ຍອດຍິ່ງຂອງອາຊີບຜະລິດເຄື່ອງປັ້ນດິນເຜົາທ້ອງຖິ່ນ ກັບເພື່ອນມິດສາກົນເປັນຈຳນວນຫຼວງຫຼາຍ./.

ຕອບກັບ

ຂ່າວ/ບົດ​ອື່ນ