ລາຍ​ເຈົາ​ດຶງ​ດູດ​ແຂກ​ທ່ອງ​ທ່ຽວ​ດ້ວຍ​ທ່າ​ໄດ້​ປຽບ​ຈາກວັດ​ທະ​ນະ​ທຳ​ບັນ​ດາ​ຊົນ​ເຜົ່າ

(VOVWORLD) - ວັດທະນະທຳທີ່ເປັນເອກະລັກສະເພາະຂອງປະຊາຄົມບັນດາເຜົ່າ ພວມແມ່ນທ່າແຮງສະເພາະທີ່ມີມາແຕ່ດົນນານ ອັນໄດ້ສ້າງກຳລັງດຶງດູດແຂກທ່ອງທ່ຽວພາຍໃນ ແລະ ຕ່າປະເທດມາຢ້ຽມຢາມແຂວງ ລາຍເຈົາ. ດ້ວຍທ່າໄດ້ປຽບນີ້, ບັນດາຂັ້ນ, ຂະແໜງການ, ທ້ອງຖິ່ນຕ່າງໆ ພວມມານະພະຍາຍາມປົກປັກຮັກສາ, ປຸກລຸກ ແລະ ເສີມຂະຫຍາຍ ເພື່ອແນະນຳ, ໂຄສະນາໃນຍຸດທະສາດພັດທະນາການທ່ອງທ່ຽວເຂດຊຸມຊົນຂອງແຂວງ.
ລາຍ​ເຈົາ​ດຶງ​ດູດ​ແຂກ​ທ່ອງ​ທ່ຽວ​ດ້ວຍ​ທ່າ​ໄດ້​ປຽບ​ຈາກວັດ​ທະ​ນະ​ທຳ​ບັນ​ດາ​ຊົນ​ເຜົ່າ - ảnh 1

ຈຸດພິເສດສະເພາະໃນບັນດາພິທີກຳດ້ານຈິດວິນຍານ (ພາບ: VOV)

   ງານບຸນລົງທົ່ງນາ ແມ່ນຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງຊາວເຜົ່າໄທດຳ, ເມືອງທານອວຽນ, ແຂວງລາຍເຈົາ ຊື່ງໄດ້ຈັດຂຶ້ນເປັນປະຈຳປີ ແຕ່ວັນທີ 6-10 ເດືອນຈຽງ ພາຍຫຼັງບຸນປີໃໝ່ປະຈຳຊາດ. ເພື່ອແນະນຳງານບຸນດັ່ງກ່າວ ກັບແຂກທ່ອງທ່ຽວ, ແຂວງລາຍເຈົາ ໄດ້ຈັດການສະແດງການເຄື່ອນໄຫວຕ່າງໆຂອງງານບຸນລົງທົ່ງນາຄືນໃໝ່ ໃນບັນດາການເຄື່ອນໄຫວດ້ານວັດທະນະທຳຂອງທ້ອງຖິ່ນໃນໄລຍະຜ່ານມາ ແລະ ໄດ້ສ້າງຄວາມປະທັບໃຈທີ່ບໍ່ອາດຫຼົງລືມໄດ້ສຳລັບແຂກທ່ອງທ່ຽວ. ທ່ານ ຫງວຽນວັນງວຽນ, ແຂກທ່ອງທ່ຽວມາຈາກແຂວງ ບັກນິງ ແບ່ງປັນວ່າ:

ຢູ່ແຂວງບັກນິງ ກໍ່ມີຫຼາຍງານບຸນພິເສດ ແຕ່ຂ້າພະເຈົ້າເຫັນວ່າ ງານບຸນຢູ່ແຂວງລາຍເຈົາ ມີຈຸດພິເສດສະເພາະຕ່າງຫາກ. ໂດຍໄດ້ເຂົ້າຮ່ວມງານບຸນຢູ່ ທານອວຽນ ເປັນຄັ້ງທຳອິດ, ຂ້າພະເຈົ້າເຫັນວ່າ ຈຸດວັດທະນະທຳຢູ່ທີ່ນີ້ແມ່ນມີຄວາມອຸດົມສົມບູນທີ່ສຸດ. ຂ້າພະເຈົ້າຮູ້ສືກວ່າ ການໄປຢ້ຽມຢາມ ລາຍເຈົາ ຄັ້ງນີ້ ແມ່ນມີຄວາມໝາຍ ແລະ ມ່ວນທີ່ສຸດ, ປຊຊ ຢູ່ທີ່ນີ້ມີຄວາມສະໜິດສະໜົມ.

ລາຍ​ເຈົາ​ດຶງ​ດູດ​ແຂກ​ທ່ອງ​ທ່ຽວ​ດ້ວຍ​ທ່າ​ໄດ້​ປຽບ​ຈາກວັດ​ທະ​ນະ​ທຳ​ບັນ​ດາ​ຊົນ​ເຜົ່າ - ảnh 2

ຢູ່ບັນດາງານບຸນ, ອາຊີບມູນເຊື້ອຂອງ ປຊຊ ໄດ້ຮັບການຟື້ນຟູ, ອະນຸລັກຮັກສາ (ພາບ: VOV)

 ຖ້າຫາກວ່າ ງານບຸນລົງທົ່ງນາ, ແຊວ່ຈຽງ ແມ່ນງານບຸນວັດທະນະທຳພິເສດຂອງຊາວເຜົ່າໄທ, ງານບຸນ ກາວຕາວ ພັດແມ່ນງານບຸນດ້ານຈິດວິນຍານທີ່ເປັນເອກະລັກສະເພາະຂອງຊາວເຜົ່າມົ້ງ ຊື່ງໄດ້ຈັດຂຶ້ນແຕ່ວັນທີ 2-4 ຂອງບຸນເຕັດ ເພື່ອພາວະນາ ຂໍໃຫ້ດິນຟ້າເອື້ອອຳນວຍຄວາມສະດວກ, ລະດູເກັບກ່ຽວໄດ້ຮັບຜົນດີ. ຕາມພາສາມົ້ງ, ກາວຕາວ ໝາຍຄວາມວ່າ ການລະຫຼີ້ນຢູ່ກາງແຈ້ງ ຫຼືຍັງເອີ້ນວ່າ ງານບຸນໄປຫຼີ້ນຢູ່ໂນນພູຍາມລະດູບານໃໝ່, ເມື່ອງານບຸນ ກາວຕາວ ວຽນມາ, ຊາວເຜົ່າມົ້ງ ຢູ່ທຸກບ້ານທັງຢູ່ໃກ້ ແລະ ຢູ່ໄກ ກໍ່ພາກັນຫຼັ່ງໄຫຼເຂົ້າມາເພື່ອສາມາດພົບປະ, ແລກປ່ຽນກັນ ແລະ ພ້ອມກັນເຂົ້າຮ່ວມການລະຫຼິ້ນພື້ນເມືອງຕ່າງໆ. ເອື້ອຍ ມົວທິເຊີ, ຢູ່ບ້ານ ນ້ຳເໝີ, ຕາແສງ ຕ່າມຸງ, ເມືອງ ທານອວຽນ ໃຫ້ຮູ້ວ່າ:

ນ້ອງມານີ້ເຫັນວ່າມ່ວນຫຼາຍ, ມີຫຼາຍການເຄື່ອນໄຫວຄືແມ່ນງານບຸນສຳລັບຜູ້ຍິງ, ມື້ນີ້ແມ່ນມື້ເປີດງານບຸນ ກາວຕາວ, ທຸກຄົນສາມາດມານີ້ເພື່ອໄປລະຫຼີ້ນມ່ວນຊື່ນນຳກັນ ແລະ ຢູ່ນີ້ກໍ່ມີຕະຫຼາດນັດອີກດ້ວຍ. ນ້ອງຂໍເຊີນຊ່ວນທຸກຄົນ ມາຫຼີ້ນຕະຫຼາດນັດ ຕ່າມຸງ ໃນທ້າຍອາທິດ ຫຼືທ້າຍເດືອນ.

ງານບຸນ ກາວຕາວ ເຄີຍຖືກສູນເສຍຜ່ານການເວລາ. ເລື່ອງທ້ອງຖິ່ນຟື້ນຟູງານບຸນ ໄດ້ເຮັດໃຫ້ ພໍ່ແມ່ ປຊຊ ຢູ່ ທານອວຽນ ມີຄວາມກະຕືລືລົ້ນ ແລະ ເບີກບານມ່ວນຊື່ນທີ່ສຸດ. ທ່ານ ຊຸ່ງອາຊາ, ຮອງປະທານຄະນະກຳມະການ ປຊຊ ຕາແສງ ຕ່າມຸງ, ເມືອງ ທານອວຽນ ໃຫ້ຮູ້ວ່າ:

ເລື່ອງຟື້ນຟູງານບຸນ ກາວຕາວ ຢູ່ຕາແສງຕ່າມຸງ ມີຄວາມໝາຍສຳຄັນທີ່ສຸດ, ເພື່ອຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອຂອງ ປຊຊ ບັນດາເຜົ່າມົ້ງ. ພິເສດ, ງານບຸນນີ້ ໄດ້ຟື້ນຟູການທັກແສ່ວບັນດາລວດລາຍໃນແພ ຖືກຕາມສີສັນວັດທະນະທຳທີ່ເປັນມູນເຊື້ອທີ່ໄດ້ສູນເສຍໄປກ່ອນນີ້.

ໂດຍໄດ້ປະຕິບັດການຊີ້ນຳຂອງແຂວງລາຍເຈົາ ກ່ຽວກັບການອະນຸລັກຮັກສາ, ເສີມຂະຫຍາຍສີສັນວັດທະນະທຳທີ່ເປັນມູນເຊື້ອອັນດີງາມຂອງບັນດາຊົນເຜົ່າ ຕິດພັນກັບການພັດທະນາການທ່ອງທ່ຽວ, ເມືອງ ທານອວຽນ ໄດ້ຜັນຂະຫຍາຍດ້ວຍວິທີສະເພາະ, ອີງບົນທ່າໄດ້ປຽບວັດທະນະທຳທີ່ເປັນເອກະລັກສະເພາະຂອງແຕ່ລະຊົນເຜົ່າທ້ອງຖິ່ນ.

ທ່ານ ເຈິ່ນກວາງຈຽນ ຮອງປະທານຄະນະກຳມະການ ປຊຊ ເມືອງ ທານອວຽນ ໃຫ້ຮູ້ວ່າ: ທາງທ້ອງຖິ່ນ ໄດ້ສຸມໃສ່ກໍ່ສ້າງລະບົບພື້ນຖານໂຄງລ່າງ, ສ້າງບັນດາກົນໄກດ້ານວັດທະນະທຳໃຫ້ສຳເລັດ, ເພື່ອສ້າງເງື່ອນໄຂສະດວກໃຫ້ແກ່ການພັດທະນາການທ່ອງທ່ຽວ. ທາງແຂວງກໍ່ມີແຜນການ, ມາດຕະການລະອຽດ ເພື່ອອະນຸລັກຮັກສາ ບັນດາມໍລະດົກວັດທະນະທຳທີ່ມີຮູບຮ່າງ ແລະ ບໍ່ມີຮູບຮ່າງຂອງບັນດາຊົນເຜົ່າ. ຟື້ນຟູ ແລະ ຮັກສາບັນດາງານບຸນປະເພນີ, ພິທີກຳເຫຼື້ອມໃສພື້ນເມືອງ, ບັນດາຂັບທຳນອງເພງ, ວາດຟ້ອນ; ສ້າງໝູ່ບ້ານທ່ອງທ່ຽວເຂດຊຸມຊົນ…

ພວກຂ້າາພະເຈົ້າໄດ້ປະຕິບັດມະຕິຂອງເມືອງ ແລະ ແຂວງ ກ່ຽວກັບການເສີມຂະຫຍາຍສີສັນວັດທະນະທຳຊົນເຜົ່າ, ຕິດພັນກັບການພັດທະນາການທ່ອງທ່ຽວເຂດຊຸມຊົນ. ດັ່ງນັ້ນ, ທາງເມືອງໄດ້ຟື້ນຟູ ແລະ ຮັກສາການເຫຼື້ອມໃສ, ວັດທະນະທຳຂອງຊົນເຜົ່າຈຳນວນໜຶ່ງໃນບໍລິເວນ ເພື່ອໃຫ້ ປຊຊ ຮັກສາສີສັນວັດທະນະທຳ ຕິດພັນກັບການທ່ອງທ່ຽວເຂດຊຸມຊົນ.

ມີຫຼາຍຈຸດວັດທະນະທຳມູນເຊື້ອ ແລະ ງານບຸນປະເພນີ ທີ່ເປັນເອກະລັກສະເພາະຄື ຮ້ານຄວງ, ກິນປາງ, ບຸນເຂົ້າໃໝ່, ກາວຕາວ, ແຊວ່ຈຽງ…ຂອງພໍ່ແມ່ ປຊຊ ບັນດາເຜົ່າ ເຊິ່ງໄດ້ ແລະ ພວມແມ່ນຂີດໝາຍດຶງດູດແຂກທ່ອງທ່ຽວມາຢ້ຽມຢາມເມືອງ ທານອວຽນ. ໃນປີ 2021 ເມືອງ ທານອວຽນ ໄດ້ຕ້ອນຮັບແຂກທ່ອງທ່ຽວກ່ວາ 20.000 ເທື່ອຄົນ ແລະ ປີ 2022 ແມ່ນເກືອບ 30.000 ເທື່ອຄົນ. ນີ້ແມ່ນປະຖົມປັດໄຈສຳຄັນ ເພື່ອໃຫ້ທ້ອງຖິ່ນ ສືບຕໍ່ມີບາດກ້າວເດີນທີ່ໝັ້ນຄົງ, ເສີມຂະຫາຍຄວາມສາມາດບົ່ມຊ້ອນທີ່ມີຢູ່ແລ້ວ, ສ້າງຜະລິດຕະພັນທ່ອງທ່ຽວສະເພາະ ເພື່ອດຶງດູດແຂກທ່ອງທ່ຽວໃນໄລຍະທີ່ຈະມາເຖິງ./.

ຕອບກັບ

ຂ່າວ/ບົດ​ອື່ນ