ເສີມ​ຂະ​ຫ​ຍາຍ​ບົດ​ບາດ​ໜ່ວຍ​ຂົນ​ຂວາຍ​ປະ​ຊາ​ຊົນ​ໃນ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່

(vovworld) – ​​ໃນ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ບົດບາດ​ຂອງ​ປະຊາຊົນ​ທັງ​ເປັນ​ເຈົ້າ​ຂອງການ​ກໍ່ສ້າງ, ທັງ​ເປັນ​ຜູ້​ຊົມ​ໃຊ້. ດັ່ງ​ນັ້ນ​ເພື່ອ​ເຮັດ​ໃຫ້​ປະຊາຊົນ​ຮ່ວມ​​ແຮງ​ຮ່ວມ​ໃຈ ກໍ່ສ້າງ​ຊົນນະບົດ​ໃໝ່, ວຽກ​ງານ​ໂຄສະນາ, ລະດົມ​ຂົນຂວາຍ​ມີ​ຄວາມ​ສຳຄັນ​ທີ່​ສຸດ. ​ໂດຍ​ແມ່ນທ້ອງ​ຖີ່​ນຜະລິດ​ກະ​ສີ​ກຳ​​ເປັນ​ຕົ້ນ​ຕໍ່, ພົນລະ​ເມືອງສ່ວ​ນຫຼາຍ​ແມ່ນ​ຊາວ​ເຜົ່າ​ຈຳ, ດັ່ງ​ນັ້ນ​ອຳນາດ​ການ​ປົກຄອງ​ຕາ​ແສງ​ເຟືອ​ກຫື້​ວ, ​ເມືອງ​ນິງ​ເຟືອ​ກ, ​ແຂວງ​ນິງທ້ວນ​ໄດ້​ຖື​ເປັນ​ສຳຄັນ​ວຽກ​ງານ​ຂົນຂວາຍ​ປະຊາຊົນ. ພາຍຫຼັງ​ເຄື່ອນ​ໄຫວ​ມາ​​ເປັນ​ເວລາ 1 ປີ, “ຮູບ​ແບບ​ໜ່ວຍ​ຂົນຂວາຍ​ປະຊາຊົນ​ບ້ານ“ ​ໄດ້​ປະກອບສ່ວນ​ສົ່ງ​ເສີມ​ພະນັກງານ ​ແລະ ຊາວ​ທ້ອງ​ຖີ່​ນສືບ​ຕໍ່​ປັບປຸງ​ບັນດາ​ມາດຖານ​ກໍ່ສ້າງ​ຊົນນະບົດ​ໃໝ່.

ເສີມ​ຂະ​ຫ​ຍາຍ​ບົດ​ບາດ​ໜ່ວຍ​ຂົນ​ຂວາຍ​ປະ​ຊາ​ຊົນ​ໃນ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່ - ảnh 1
ນິງ​ທ້ວນ​ໃນ​ປະ​ຈຸ​ບັນ
(ພາບ: ອິນ​ເຕີ​ແນດ)

ໃນ​ຊຸມ​ປີກ່ອນ​ນີ້, ​ເມື່ອ​ຝົນຕົກ, ການ​ໄປມາ​ຂອງ​ປະຊາຊົນບ້ານ​ຫື້​ວດຶກ, ຕາ​ແສງ​ເຟືອ​ກຫື້​ວປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ, ​ແຕ່​ປະຈຸ​ບັນ, ທາງຄົມມະ ນາຄົມ​ໃນ​ບ້ານກໍ່​ຄື​​ໃນ​ຮ່ອມ​ບ້ານ​ລ້ວນ​​ແຕ່​ໄດ້​ຮັບ​ການ​ກໍ່ສ້າງ​ດ້ວຍ​ເບ​ຕົງ, ປະກອບ ສ່ວນ​ເຮັດ​ໃຫ້​ໂສມ​ໜ້າ​ຊົນນະບົດ​ມີ​ຄວາມ​ສະອາດ​ສວຍ​ງາມ​ຍິ່ງຂຶ້ນ. ​ເພື່ອ​ບັນລຸ​ໄດ້ຜົນ​ງານ​ດັ່ງກ່າວ, ໜ່ວຍ​ຂົນຂວາຍ​ປະຊາຊົນ​ບ້ານ​ຫື້​ວດຶກ ​ໄດ້​ຂົນຂວາຍ 16 ຄອບຄົວ​ມອບ​ທີ່​ດິນ ​ແລະ ​ປະ​ກອບ​ທຶນ​ຕາມ​ອັດຕາສ່ວນ, ​ປະຊາຊົນ​ປະກອບ 30%, ລັດ​ສະຫງວນ 70%, ​ດ້ວຍ​ມູນ​ຄ່າ​ກວ່າ 4 ຕື້​ດົ່ງ ​ເພື່ອ​ກໍ່ສ້າງ​ທາງ​ເບ​ຕົງ, ພ້ອມ​ທັງ​ຂົນຂວາຍ​ບັນດາ​ຄອບຄົວ​ຄ້າຂາຍ​ຢູ່​ຕະຫຼາດ​ຫື້​ວດຶກ ຍົກຍ້າຍ​​ໄປ​ບ່ອນ​ອື່ນ ​ເພື່ອ​ກໍ່ສ້າງ​ຕະຫຼາດ​ໃໝ່​ທີ່​ມີ​ມູນ​ຄ່າ 5 ຕື້​ດົ່ງ. ທ່ານ​ຟູ໋ວັນ​ດ່ຽນ, ​ເລຂາ​ຄະນະ​ພັກ​ບ້ານ​ຫື້​ວດຶກ, ຕາ​ແສງ​ເຟືອ​ກຫື້​ວ, ​ເມືອງ​ນິງ​ເຟືອ​ກ, ​ແຂວງ​ນິງທ້ວນ, ​ໃຫ້​ຮູ້​ວ່າ:

ພວກ​ຂ້າພະ​ເຈົ້າ​ໄດ້​ແບ່ງ​ງານ​ໃຫ້​ບັນດາ​ສະມາຊິກ​ໃນ​ໜ່ວຍ​ຂົນຂວາຍ​ປະຊາຊົນ, ບັນດາ​ພະນັກງານ​ໃນ​ຄະນະ​ຄຸ້ມ​ຄອງ​ບ້ານ ​ແລະ ອຳນາດ​ການ​ປົກຄອງ, ອົງການ​ຈັດ​ຕັ້ງ​ມະຫາຊົນ, ​ໃນ​ນັ້ນ​ມີ​ບັນດາ​ຜູ້​ອາຍຸ​ສູງທີ່​ມີ​ອິດ​ທິພົນ​ຊື່​ສຽງ ​ໄປ​ຂົນຂວາຍ​ທຸກ​ຄອບຄົວ ​ເພື່ອ​ສ້າງ​ເງື່ອນ​ໄຂໃຫ້​ບັນດາ​ນັກ​ປະມູນ​ເຮັດ​ທາງ​ຊົນນະບົດ. ທີ່​ສອງ​ແມ່ນ​ຂົນຂວາຍ​ປະຊາຊົນ​ສະຫງວນ​ທີ່​ດິນ​ເພື່ອ​ກໍ່ສ້າງ​ທາງ​ຄົມມະນາຄົມ“.

ເສີມ​ຂະ​ຫ​ຍາຍ​ບົດ​ບາດ​ໜ່ວຍ​ຂົນ​ຂວາຍ​ປະ​ຊາ​ຊົນ​ໃນ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່ - ảnh 2
ກໍ່​ສ້າງ​ທາງ​ບ້ານ​ດ້ວຍ​ເບ​ຕົງ​ຢູ່​ແຂວງ​ນິງ​ທ້ວນ
(ພາບ: ອິນ​ເຕີ​ແນດ)

ໜ່ວຍ​ຂົນຂວາຍ​ປະຊາຊົນ​ບ້ານຍັງ​​ຊຸກຍູ້​ການ​ພັດທະນາເສດຖະກິດ​ກະ​ສີ​ກຳ​ໃນ​ບໍລິ​ເວນ​ຕາ​ແສງຕາມ​ທິດ​ຜະລິດ​​ເປັນສິນຄ້າ, ໝູນ​ໃຊ້ຄວາມ​ກ້າວໜ້າ​ດ້ານ​ວິທະຍາສາດ, ​ເຕັກນິກ​ເຂົ້າ​ໃນ​ການ​ຜະລິດ. ບັນດາ​ຮູບ​ແບບ​ຄື “ໝູນ​ໃຊ້​ກົນ​ຈັກ​ເຂົ້າ​ໃນ​ການ​ຜະລິດ“… ​ໄດ້​ຮັບ​ການ​ຂະ​ຫຍາ​ຍຢ່າງ​ກວ້າງຂວາງ​ຢູ່​ຕາ​ແສງ. ພິ​ເສດ, ​ໃນ​ຍາມ​​ເກັບ​ກ່ຽວ​ເຂົ້າລະດູໜາວ​ຕໍ່​ລະດູບານ​ໃໝ່​ຜ່ານ​ມາ, ສະມັດ​ຕະພາບ​ເຂົ້າສະ​ເລ່ຍ​ໃນ​ຕາ​ແສງ​ບັນລຸ 7 ​ໂຕນ/​ເຮັກຕາ, ຍ້ອນ​ເຫດ​ນັ້ນ​ໄດ້​ປະກອບສ່ວນ​ລົບ​ລ້າງ​ຄວາມ​ອຶດ​ຫີ​ວ, ທຸກ​ຍາກ, ນຳ​ມາ​ເຊິ່ງຄວາມ​ອິ່ມໜຳສຳ​ລານ​ໃຫ້​ແກ່​ປະຊາຊົນ. ໜ່ວຍ​ຂົນຂວາຍ​ປະຊາຊົນ​ບ້ານ ກໍ່​ກຳ​ໄດ້​ແນວ​ຄິດ​ຈິດ​ໃຈ, ຄວາມ​ມຸ້ງ​ມາດ​ປາຖະໜາ​ຂອງ​ປະຊາຊົນ, ການ​ພິພາດ, ຄວາມ​ຂັດ​ແຍ້​ງ​ໃນ​ໝູ່​ປະຊາຊົນ​ເປັນ​ປະຈຳ​ ເພື່ອ​ລາຍ​ງານ​ຕໍ່​ອຳນາດ​ການ​ປົກຄອງ​ຢ່າງ​ທັນ​ການ, ພ້ອມ​ທັງ​ສະ​ເໜີ​ມາດ​ຕະການ​ຂົນຂວາຍ, ​ໄກ່​ເກ່ຍອີກ. ນອກ​ນັ້ນ, ໜ່ວຍ​ຂົນຂວາຍ​ປະຊາຊົນ​ບ້ານຍັງຂົນຂວາຍ​ຊາວ​ໜຸ່ມ​ທຸກ​ຄົນ​ທີ່​ມີ​ເງື່ອນ​ໄຂ​ຢ່າງ​ພຽງພໍ​ເຂົ້າ​ເປັນ​ທະຫານ. ທ່ານ ​ເຈິ່ນຍືຮູ​ຍ, ຫົວໜ້າ​ກອງ​ຕຳຫຼວດ​ຕາ​ແສງ​ເຟືອ​ກຫື້​ວ, ​ເມືອງ​ນິງ​ເຟືອ​ກ, ​ແຂວງ​ນິງທ້ວນ, ​ໃຫ້​ຮູ້​ວ່າ:

ຜ່ານ​ການ​ປຸກລະດົມ​ຂະບວນການ​ຮັກສາຄວາມ​ໝັ້ນຄົງ​ຂອງ​ປະ​ເທດ​ຄັ້ງ​ຕ່າງໆ, ​ພວກ​ຂ້າພະ​ເຈົ້າ​ໄດ້ຜັນ​ຂະຫຍາຍ​ກອງ​ປະຊຸມຢ່າງ​ເລິກ​ເຊິ່ງກວ້າງຂວາງ​ເຖິງ​​​ແຕ່ລະບ້ານ. ກ່ອນນີ້, ເມື່ອ​ບໍ່​ທັນ​ມີ​ຮູບ​ແບບນີ້, ສະ​ພາບ​ການ​ໃນ​ບ້ານ​ສັບ​ສົນຫຼາຍ, ພິ​ເສດ​ແມ່ນ​ຄວາມ​ສະ​ຫງົບ, ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ, ແລະ ​ຄວາມ​ປອດ​ໄພ​ທາງ​ຄົມ​ມະ​ນາ​ຄົມ​ໃນ​ບ້ານ, ເມື່ອ​ມີຮູບ​ແບບນີ້​ໄດ້​ນຳ​ມາ​ເຊິ່ງສະ​ຖຽນ​ລະ​ພາບ, ຄວາມ​ສະ​ຫງົບ, ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​​ໃຫ້ທ້ອງ​ຖີ່ນ”.

ເສີມ​ຂະ​ຫ​ຍາຍ​ບົດ​ບາດ​ໜ່ວຍ​ຂົນ​ຂວາຍ​ປະ​ຊາ​ຊົນ​ໃນ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່ - ảnh 3

ຜັນ​ຂະ​ຫ​ຍາຍ​ການ​ປະ​ຊຸມ​​ປຸກ​ລະ​ດົມ​ການ​ເຄື່ອນ​ໄຫວ​ຕ່າງໆໃນ​ແຂວງ
(ພາບ: ອິນ​ເຕີ​ແນດ)

     ຍ້ອນ​ມີ​ການ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ຂອງ​ໜ່ວຍ​ຂົນ​ຂວາຍ​ປະ​ຊາ​ຊົນ​ບ້ານເຂົ້າ​ໃນ​ບັນ​ດາ​ໂຄງ​ການ​ຈຸດ​ໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​. ມາ​ຮອດ​ປະ​ຈຸ​ບັນ, ຕ​າ​ແສງ​ເຟືອກ​ຫື້ວ​ ບັນ​ລຸ​ໄດ້ 5/19 ມາດ​ຖານ​ກ່ຽວ​ກັບ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່. ທ່ານ ລາ​ວັນ​ດຽມ, ຜູ້​ຮັບ​ຜິດ​ຊອບ​ໜ້າ​ທີ່​ຂົນ​ຂວາຍ​ປະ​ຊາ​ຊົນ​​ຕາ​ແສງ​ເຟືອກ​ຫື້ວ, ໃຫ້​ຮູ້​ວ່າ:

        “ພວກ​ຂ້າ​ພະ​ເຈົ້າ​ເຮັດ​ວຽກ​ງານ​ຂົນ​ຂວາຍ​ປະ​ຊາ​ຊົນ, ​​ດັ່ງ​ນັ້ນຕ້ອງໂຄ​ສະ​ນາ​ ຄື​ແນວ​ໃດ​ໃຫ້​ປະ​ຊາ​ຊົນ​ເຂົ້າ​ໃຈ​ໄດ້​ມາດ​ຖານ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່. ປີ 2013, ພວກ​ຂ້າ​ພະ​ເຈົ້າ​ສູ້​ຊົນ​ບັນ​ລຸ​ຕື່ມ​ອີກ 2 ມາດ​ຖານ, ປີ 2014, 2015 ພວກ​ເຮົາ​ສູ້​ຊົນ​​ບັນ​ລຸ​ຕື່ມ​​ອີກແຕ່ 4 – 5 ມາດ​ຖານ​”.

ເສີມ​ຂະ​ຫ​ຍາຍ​ບົດ​ບາດ​ໜ່ວຍ​ຂົນ​ຂວາຍ​ປະ​ຊາ​ຊົນ​ໃນ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່ - ảnh 4
ການ​ເກັບ​ກ່ຽວ​ເຂົ້າ​ຢູ່​ແຂວງ​ນິງ​ທ້ວນ​ໄດ້​ຮັບ​ຜົນ​ດີ
(ພາບ: ອິນ​ເຕີ​ແນດ)

        ແຂວງ​ນິງ​ທ້ວນ​ ກຳ​ນົດການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ແມ່ນ “ບັ້ນຂົນ​ຂວາຍ”, ​ແມ່ນ​ການ​ຮ່ວມ​ແຮງ​ຮ່ວມ​ໃຈ​ຂອງ​ປະ​ຊາ​ຊົນ, ດັ່ງ​ນັ້ນ​ຕ້ອງເສີມ​ຂະ​ຫ​ຍາຍ​ບົດ​ບາດ​ຂອງວຽກ​ງານ “ຂົນ​ຂວາຍ​ປະ​ຊາ​ຊົນ” ໃຫ້​ດີ, ເພື່ອ​ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ລະ​ຫວ່າງ​ແນວ​ຄິດ​ຂອງ​ພັກ ຈິດ​ໃຈ​ຂອງປະ​ຊາ​ຊົນ, ເສີມ​ຂະ​ຫ​ຍາຍ​ຈິດ​ໃຈ​ກຸ້ມ​ຕົນ​ເອງ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ​ຂອງ​ປະ​ຊາ​ຊົນ. ບັນ​ດາ​ແບບ​ຢ່າງ​​ທີ່​ດີ​ໃນ​ການ​ຂົນ​ຂວາຍ​ປະ​ຊາ​ຊົນຢູ່ຕາ​ແສງ​ເຟືອກ​ຫື້ວ, ເມືອງ​ນິງ​ທ້ວນ ພວມ​ຂະ​ຫ​ຍາຍ​ອອກ​ຢ່າງກວ້າງ​ຂວາງ​ຢູ່​ແຂວງ​ນິງ​ທ້ວນ.

ຕອບກັບ

ຂ່າວ/ບົດ​ອື່ນ