30 ປີ ແຫ່ງການດຶງດູດທຶນ FDI ຢູ່ ຫວຽດນາມ

(VOVWORLD) -ນັບແຕ່ທ້າຍປີ 1987, ສະພາແຫ່ງຊາດຫວຽດນາມ ໄດ້ປະກາດໃຊ້ກົດໝາຍວ່າດ້ວຍການລົງທຶນ ຕ່າງປະເທດ. ເມື່ອຫວນຄືນໝາກຜົນຂອງວິວັດທະນາການປ່ຽນໃຫມ່ປະເທດຊາດອາດຈະເຫັນໄດ້ວ່າ ການລົງທຶນຕ່າງປະເທດໄດ້ປະກອບສ່ວນສຳຄັນເຂົ້າໃນວິວັດການພັດທະນາ. ຫວຽດນາມ ຈາກປະເທດທຸກຍາກໄດ້ກາຍເປັນປະເທດມີລາຍຮັບປານກາງ, ການເຊື່ອມໂຍງຢູ່ໃນລະດັບຫນ້າປະທັບໃຈ ແລະ ມີທີ່ຕັ້ງບົດບາດໃນພາກພື້ນ ແລະ ສາກົນ.

30 ປີ ແຫ່ງການດຶງດູດທຶນ FDI ຢູ່ ຫວຽດນາມ - ảnh 1ໂຄງການລົງທຶນຂອງ ກຸ່ມບໍລິສັດ Samsung ຢູ່ຫວຽດນາມ

ພາບ:cafef.vn

ຜ່ານການເຊື່ອມໂຍງ ແລະ ພັດທະນາ, ການລົງທຶນຕ່າງປະເທດ (FDI) ໄດ້ກາຍເປັນເຂດເສດຖະກິດຂະຫຍັນຂັນເຄື່ອນ, ປະກອບສ່ວນຕັ້ງຫນ້າໃນຫລາຍດ້ານຂອງແຕ່ລະໄລຍະຂອງປະເທດຊາດ. ໄລ່ຮອດໝົດປີ 2017, ທົ່ວປະເທດມີ 24.748 ໂຄງການລົງທຶນຕ່າງປະເທດຍັງມີຜົນສັກສິດ, ດ້ວຍຍອດຈຳນວນທຶນຈົດທະບຽນແມ່ນ 318,72 ຕື້ USD, ທຶນປະຕິບັດແມ່ນ 172,35 ຕື້ USD. ນັ້ນແມ່ນບັນດາຕົວເລກຫນ້າປະທັບໃຈໃນການດຶງດູດທຶນຕ່າງປະເທດ. ແຕ່ເຖິງຢ່າງໃດກໍຕາມ, ເບິ່ງສັງລວມແລ້ວ ການປະກອບສ່ວນຂອງ FDI ໃຫ້ແກ່ການພັດທະນາເສດຖະກິດສັງຄົມຂອງຫວຽດນາມ ມີຄວາມໝາຍຫລາຍກວ່າ. ທ່ານ ຫງວຽນວັນຕວານ, ຮອງປະທານສະຫະສະມາຄົມ FDI ຫວຽດນາມ ໃຫ້ຮູ້ວ່າ:

“ 30 ປີ ແມ່ນໄລຍະທາງຍາວນານ, ການລົງທຶນຕ່າງປະເທດໄດ້ປະກອບສ່ວນອັນໃຫຍ່ຫລວງໃນຜົນງານແຫ່ງການພັດທະນາຂອງຫວຽດນາມ. ທີຫນຶ່ງ ໄດ້ແກ້ໄຂບັນຫາທຶນຮອນໃຫ້ການເຕີບໂຕ. ທີສອງ ການລົງທຶນຕ່າງປະເທດປະກອບສ່ວນເຮັດໃຫ້ກຳລັງຄວາມສາມາດກ່ຽວກັບການຄຸ້ມຄອງ, ກຳລັງຄວາມສາມາດກ່ຽວກັບແຮງງານຂອງຫວຽດນາມໄດ້ຮັບການຍົກສູງຂຶ້ນ. ທີສາມ ການລົງທຶນຕ່າງປະເທດໄດ້ສ້າງການກະທົບເຊິ່ງກັນ ແລະກັນ, ກະຕຸກຊຸກຍູ້ຫວຽດນາມ ເຊື່ອມໂຍງ, ໃນວິວັດການເຊື່ອມໂຍງຂອງຫວຽດນາມ ການລົງທຶນຕ່າງປະເທດສືບຕໍ່ເຕີບໂຕ.”

30 ປີ ແຫ່ງການດຶງດູດທຶນ FDI ຢູ່ ຫວຽດນາມ - ảnh 2ການຜະລິດລົດໂອໂຕສົ່ງອອກ ຢູ່  Casumina (ພາບ:/sggp.org.vn)

 ໃນຊຸມປີຕົ້ນທົດສະວັດ 90, ຫວຽດນາມ ມີແຮງງານເຫລືອ, ຂາດເຂີນວຽກເຮັດງານທຳ ການລົງທຶນຕ່າງປະເທດໄດ້ປະກອບສ່ວນສຳຄັນເພື່ອແກ້ໄຂຄວາມຫຍຸ້ງຍາກນັ້ນ ແລະ ຍົກທີ່ຕັ້ງບົດບາດຂອງແຮງງານຫວຽດນາມ ເທື່ອລະກ້າວ. ໃນວິວັດການເຮັດວຽກຢູ່ໃນບັນດາວິສາຫະກິດທີ່ມີເງິນລົງທຶນຂອງຕ່າງປະເທດ, ຄົນງານຫວຽດນາມ ໄດ້ເຕີບໃຫຍ່ໃນຫລາຍດ້ານ, ກິລິຍາທ່າທາງການເຮັດວຽກແມ່ນມືອາຊີບ, ມີວັດທະນະທຳວິສາຫະກິດ, ລະດັບທັກສະວິຊາສະເພາະເຕັກນິກ ແລະ ການຄຸ້ມຄອງ, ລະດັບພາສາຕ່າງປະເທດ.. ໝາກຜົນສຳຄັນຫນຶ່ງອີກ ນັ້ນແມ່ນ ການລົງທຶນຕ່າງປະເທດໄດ້ປະກອບສ່ວນຖ່າຍທອດ ແລະ ພັດທະນາເຕັກໂນໂລຊີ, ເຂົ້າຮ່ວມ ແລະ ຊຸກຍູ້ວິວັດການຫັນເປັນອຸດສາຫະກຳຢູ່ຫວຽດນາມ. ຜ່ານໄລຍະ 30 ປີແຫ່ງການປ່ຽນແປງໃຫມ່ ແລະ ເຊື່ອມໂຍງ ພ້ອມກັບຄວາມຕ້ອງການດຶງດູດເງິນລົງທຶນຕ່າງປະເທດ, ລະບົບພື້ນຖານໂຄງລ່າງເຕັກນິກຂອງຫວຽດນາມ ໄດ້ມີບັນດາການພັດທະນາຫນ້າປະທັບໃຈ, ລະບົບເສັ້ນທາງຄົມມະນາຄົມທາງບົກ, ທາງນ້ຳ, ທາງອາກາດ ດ້ວຍບັນດາທ່າກຳປັ່ນ ແລະ ສະຫນາມບິນທັນສະໄຫມລະດັບພາກພື້ນໄດ້ຮັບການກໍ່ສ້າງ, ຕອບສະຫນອງຄວາມຕ້ອງການການພົວພັນແລກປ່ຽນການຄ້າ, ການລົງທຶນພັດທະນາຂອງປະເທດຊາດ. ການລົງທຶນຕ່າງປະເທດໄດ້ນຳເອົາບັນດາວິທີການລົງທຶນ, ດຳເນີນທຸລະກິດໃຫມ່ເຂົ້າຫວຽດນາມ, ປະກອບສ່ວນພັດທະນາເສດຖະກິດສັງຄົມ, ຮັບໃຊ້ຊີວິດການເປັນຢູ່ຂອງປະຊາຊົນ.

ມາຮອດປະຈູບັນ ຫວຽດນາມໄດ້ມີກວ່າ 23.000 ວິສາຫະກິດ FDI ເຄື່ອນໄຫວຕົ້ນຕໍຢູ່ 3 ຂົງເຂດລົງທຶນນັ້ນແມ່ນ: ອຸດສາຫະກຳປຸງແຕ່ງປະດິດຄິດສ້າງ, ອະສັງຫາລິມະສັລ, ການຜະລິດຈຳຫນ່າຍ ຜະລິດໄຟຟ້າອາຍແກັສ. ແຫລ່ງທຶນ FDI ປະຈຸບັນກວມເອົສປະມານ 25% ຍອດເງິນລົງທຶນສັງຄົມ. ຖ້າສັງເກດຕາຕະລາງຈັດອັນດັບການດຶງດູດການລົງທຶນຕ່າງປະເທດອາດຈະເຫັນໄດ້ວ່າ: ສເກົາຫລີ, ຍີ່ປຸ່ນ, ສິງກະໂປ ສືບຕໍ່ແມ່ນບັນດາປະເທດນຳຫນ້າກ່ຽວກັບການລົງທຶນຢູ່ຫວຽດນາມ. ເລື່ອງມີຫລາຍກຸ່ມບໍລິສັດໃຫຍ່ມີຜະລິດຕະພັນທີ່ມີເຕັກໂນໂລຊີສູງມາຈາກ ຍີ່ປຸ່ນ, ສເກົາຫລີ, ອາເມລິກາ.. ລົງທຶນຢູ່ຫວຽດນາມ ໄດ້ ແລະ ພວມປະກອບສ່ວນຍົກຄຸນນະພາບ ແລະ ຄຸນຄ່າການລົງທຶນສູງຂຶ້ນ. ພົ້ນເດັ່ນແມ່ນ ກຸ່ມບໍລິສັດ Samsung ຂອງ ສປປ ເກົາຫລີ ໄດ້ວາງຄາດໝາຍກໍ່ສ້າງ “ຖານທີ່ໝັ້ນ" ຂອງ Samsung ໃຫຍ່ກວ່າໝູ່ໃນໂລກ ຢູ່ ຫວຽດນາມ ແລະ ຫວ່າງແລ້ວນີ້ ໄດ້ກໍ່ສ້າງສູນຄົ້ນຄ້ວາພັດທະນາໃຫຍ່ ດ້ວຍ 2000 ວິສາວະກອນທີ່ໄດ້ຮັບສະໝັກຢູ່ຫວຽດນາມ ແມ່ນເງື່ອນໄຂສະດວກເພື່ອຮັບເອົາ ແລະ ພັດທະນາເຕັກໂນໂລຊີ. ນັກວິສາວະກອນ ເລຕຽນແອງ ເຮັດວຽກຢູ່ສູນຄົ້ນຄ້ວາພັດທະນາໂທລະສັບມືຖື Samsung ໃຫ້ຮູ້ວ່າ:

        “ບໍ່ແມ່ນນັບແຕ່ໄລຍະທຳອິດພວກຂ້າພະເຈົ້າໄດ້ຮັບຜິດຊອບວຽກງານຫຍຸ້ງຍາກ ຫາກພວກຂ້າພະເຈົ້າຕ້ອງຜ່ານຜ່າສິ່ງທ້າທາຍຫລາຍຢ່າງ, ວຽກງານຕ່າງໆ ແລະ ຄ່ອຍໆພວກຂ້າພະເຈົ້າຈຶ່ງພິສູດໃຫ້ກຸ່ມບໍລິສັດ Samsung ເຫັນໄດ້ວ່າ ຄົນງານຫວຽດນາມ ມີຄວາມສາມາດຕອບສະຫນອງບັນດາຄວາມຮຽກຮ້ອງຕ້ອງການຂອງເຂົາເຈົ້າໄດ້.”

ຜ່ານໄລຍະທາງກວ່າ 30 ປີ, ການລົງທຶນຕ່າງປະເທດໄດ້ປະກອບແຫລ່ງທຶນສຳຄັນໃຫ້ການເຕີບໂຕ ແລະ ການສົ່ງອອກ. ດ້ານອື່ນ ການລົງທຶນຕ່າງປະເທດກໍ່ໄດ້ປະກອບສ່ວນສ້າງວຽກເຮັດງານທຳໃຫ້ຄົນງານຫລາຍຄົນ ແລະ ຍົກສູງຄຸນນະພາບແຫລ່ງຊັບພະຍາກອນມະນຸດ, ແມ່ນປັດໄຈພື້ນຖານໃຫ້ແກ່ການເຊື່ອມໂຍງ ແລະ ພັດທະນາ. ເຖິງຢ່າງໃດກໍຕາມ, ໃນແຕ່ລະໄລຍະ, ຍັງມີບັນດາຄາດໝາຍດຶງດູດການລົງທຶນ FDI ຍັງບໍ່ທັນບັນລຸໄດ້. ໃນໄລຍະມໍ່ໆມານີ້, ລັດຖະບານຫວຽດນາມ ສືບຕໍ່ສຸມໃສ່ສ້າງເງື່ອນໄຂເພື່ອເຊື່ອມຕໍ່ລະຫວ່າງເຂດລົງທຶນຕ່າງປະເທດ ແລະ ວິສາຫະກິດພາຍໃນປະເທດເພື່ອໃຫ້ບັນດາວິສາຫະກິດພາຍໃນປະເທດເຂົ້າຮ່ວມລະບົບມູນຄ່າທົ່ວໂລກ, ສ້າງການແຜ່ລາມອອກກ່ຽວກັບເຕັກໂນໂລຊີ, ເພີ່ມທະວີກຳລັງແຮງພາຍໃນຂອງພື້ນຖານເສດຖະກິດ, ຈາກນັ້ນຈຶ່ງສ້າງການພັດທະນາແບບຍືນຍົງໃຫ້ແກ່ການລົງທຶນຕ່າງປະເທດຢູ່ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ