ASOSAI 14 ຫວຽດນາມ ພັດທະນາການກວດສອບບັນຊີສິ່ງແວດລ້ອມໃຫ້ສອດຄ່ອງກັບທ່າອ່ຽງ, ທຳນຽມສາກົນ

(VOVWORLD) -ກອງປະຊຸມໃຫຍ່ບັນດາອົງການກວດສອບບັນຊີສູງສຸດໃນພາກພື້ນ ອາຊີ ຄັ້ງທີ 14 (ASOSAI 14) ຈະດຳເນີນແຕ່ວັນທີ 19-22 ກັນຍາປີ 2018 ຢູ່ ນະຄອນຫລວງ ຮ່າໂນ້ຍ. ບັນດາສິ່ງທ້າທາຍກ່ຽວກັບມົນລະພິດສິ່ງແວດລ້ອມແມ່ນເນື້ອໃນສຳຄັນຕົ້ນຕໍຊື່ງໄດ້ຮັບຄວາມສົນໃຈຈາກຫລາຍປະເທດທີ່ກອງປະຊຸມໃຫຍ່ຄັ້ງນີ້. ດ້ວຍບົດບາດເປັນປະເທດເຈົ້າພາບ, ໂດຍຜ່ານ ASOSAI 14, ອົງການກວດສອບບັນຊີແຫ່ງລັດຫວຽດນາມ ເປັນເຈົ້າການຜັນຂະຫຍາຍຫລາຍມາດຕະການໃນການກວດສອບບັນຊີສິ່ງແວດລ້ອມ ເພື່ອແນໃສ່ຕອບສະຫນອງຄວາມຮຽກຮ້ອງຕ້ອງການພຶດຕິກຳຕົວຈິງ, ສອດຄ່ອງກັບທ່າອ່ຽງ ແລະ ທຳນຽມສາກົນ.

ASOSAI 14 ຫວຽດນາມ ພັດທະນາການກວດສອບບັນຊີສິ່ງແວດລ້ອມໃຫ້ສອດຄ່ອງກັບທ່າອ່ຽງ, ທຳນຽມສາກົນ - ảnh 1 ທ່ານ ໂຮ່ດຶກເຝິກ, ຫົວຫນ້າອົງການກວດສອບບັນຊີແຫ່ງລັດ ຫວຽດນາມ

ພາບ:vietnam+

ASOSAI 14 ແມ່ນເຫດການສາກົນຂັ້ນສູງ ມີຂອບຂະຫນາດໃຫຍ່ຂອງຂະແຫນງກວດສອບບັນຊີອາຊີ ເປັນຄັ້ງທຳອິດໄດ້ຮັບການຈັດຕັ້ງຢູ່ຫວຽດນາມ, ຄາດວ່າ ຈະມີຜູ້ແທນ 350 ຄົນມາຈາກ 46 ອົງການກວດສອບບັນຊີສູງສຸດຂອງບັນດາປະເທດ ອາຊີ ເຂົ້າຮ່ວມ. ຕາມຂໍ້ກຳນົດຂອງ ASOSAI 14 ແລ້ວ, ເມື່ອເປັນເຈົ້າພາບຈັດກອງປະຊຸມ ASOSAI 14, ຫວຽດນາມ ຈະກາຍເປັນປະທານ ASOSAI  ອາຍຸການ 2018 – 2021 ແລະ ແມ່ນສະມາຊິກຄະນະບໍລິຫານ ASOSAI ໃນ 3 ອາຍຸການລຽນຕິດ ແຕ່ປີ 2015 – 2024. ທ່ານ ໂຮ່ດຶກເຝິກ, ຫົວຫນ້າອົງການກວດສອບບັນຊີແຫ່ງລັດ ໃຫ້ຮູ້ວ່າ: ກອງປະຊຸມໃຫຍ່ ASOSAI 14ຈະປະກອບສ່ວນເພີ່ມທະວີກຳລັງຄວາມສາມາດໃຫ້ແກ່ບັນດາອົງການກວດສອບບັນຊີແຫ່ງລັດສູງສຸດໃນພາກພື້ນ: ກອງປະຊຸມໃຫຍ່ ຈະດຳເນີນບັນດາເຫດການຕົ້ນຕໍລວມມີ: ພິທີໄຂ, ກອງປະຊຸມຄົບຄະນະຄັ້ງທີຫນຶ່ງກອງປະຊຸມຫົວເລື່ອງສະເພາະຄັ້ງທີ 7, ກອງປະຊຸມຄົບຄະນະຄັ້ງທີ 2 ແລະ ພິທີອັດ.

        “ກອງປະຊຸມໃຫຍ່ ASOSAI ແມ່ນກາລະໂອກາດໃຫ້ແກ່ປະເທດຊາດ ໂຄສະນາພາບພົດ, ປະເທດຊາດ, ມະນຸດ, ພື້ນຖານວັດທະນະທຳ ແລະ ຄວາມສາມາດບົ່ມຊ້ອນໃນການຮ່ວມມືຂອງຫວຽດນາມ. ພ້ອມກັນນັ້ນ ສະແດງໃຫ້ເຫັນການເຕີບໃຫຍ່ ແລະ ອິດທິພົນຊື່ສຽງຂອງອົງການກວດສອບບັນຊີແຫ່ງລັດຫວຽດນາມໃນວິວັດການເຊື່ອມໂຍງເຂົ້າກັບສາກົນ. ຈາກນັ້ນ ເພີ່ມທະວີຄວາມສາມັກຄີລະຫວ່າງບັນດາອົງການກວດສອບບັນຊີສູງສຸດກໍ່ຄືເພີ່ມທະວີການແບ່ງປັນບັນດາແນວຄວາມຄິດ ບົດຮຽນໃນການເຄື່ອນໄຫວກວດສອບບັນຊີ ແລະ ກຳນົດບັນດາເປົ້າໝາຍ ແລະ ການປະກອບສ່ວນໃຫ້ແກ່ພື້ນຖານເສດຖະກິດ ອາຊີ ແລະ ໂລກ.”

        ສິ່ງແວດລ້ອມ ແລະ ການພັດທະນາແບບຍືນຍົງ ປະຈຸບັນ ບໍ່ພຽງແຕ່ແມ່ນບັນຫາສະເພາະຂອງປະເທດໃດຫນຶ່ງ ຫາກໄດ້ກາຍເປັນບັນຫາທົ່ວໂລກ ແລະ ພວມໄດ້ຮັບຄວາມສົນໃຈຈາກຫລາຍປະເທດໃນໂລກ. ຢູ່ ຫວຽດນາມ ບັນຫາສິ່ງແວດລ້ອມ ແລະ ປົກປັກຮັກສາສິ່ງແວດລ້ອມ, ຊັບພະຍາກອນມະນຸດ, ຊັບພະຍາກອນທຳມະຊາດ, ເຖິງວ່າ ໄປຕາມຫລັງເມື່ອທຽບໃສ່ປະຊາຄົມສາກົນກໍ່ຕາມ ແຕ່ໄດ້ຮັບຄວາມເອົາໃຈໃສ່ເປັນພິເສດ ສະນັ້ນ ແຕ່ລະປີ ງົບປະມານແຫ່ງລັດ ແລະ ບັນດາແຫລ່ງກຳລັງໃຫຍ່ຂອງປະຊາຊົນ ແລະ ບັນດາອົງການຈັດຕັ້ງ ໄດ້ລົງທຶນໃຫ້ການປົກປັກຮັກສາສິ່ງແວດລ້ອມ. ບັນຫາວາງອອກໃນປະຈຸບັນ ແມ່ນເຮັດແນວໃດຕິດຕາມ, ກວດກາການຄຸ້ມຄອງ ແລະ ນຳໃຊ້ບັນດາແຫລ່ງກຳລັງເຫລົ່ານັ້ນໃຫ້ມີປະສິດທິຜົນ, ປະກອບສ່ວນປົກປັກຮັກສາສິ່ງແວດລ້ອມ. ໃນຂອບເຂດຂອງ ASOSAI 14, ກອງປະຊຸມຫົວເລື່ອງສະເພາະຄັ້ງທີ 7 ໄດ້ຮັບການຈັດຕັ້ງຂຶ້ນ ດ້ວຍຫົວຂໍ້ “ກວດສອບບັນຊີສິ່ງແວດລ້ອມເພື່ອການພັດທະນາແບບຍືນຍົງ”. ນີ້ແມ່ນຫນຶ່ງໃນບັນດາເນື້ອໃນສຳຄັນທີ່ກອງປະຊຸມ, ສະແດງໃຫ້ເຫັນຄຳໝັ້ນສັນຍາ, ຄວາມມານະພະຍາຍາມ ແລະ ການປະກອບສ່ວນແທດຈິງຈາກປະຊາຄົມບັນດາອົງການກວດສອບບັນຊີສູງສຸດ ພາກພື້ນ ອາຊີ ໃນກິດຈະການເດີນຕາມເປົ້າໝາຍພັດທະນາແບບຍືນຍົງຂອງ ສປຊ ເວົ້າລວມ ແລະ ການແກ້ໄຂບັນດາສິ່ງທ້າທາຍກ່ຽວກັບສິ່ງແວດລ້ອມທົ່ວໂລກເວົ້າສະເພາະ. ທ່ານ ໂຮ່ດຶກເຝິກ ຫົວຫນ້າອົງການກວດສອບບັນຊີແຫ່ງລັດໃຫ້ຮູ້ວ່າ: ອົງການກວດສອບບັນຊີແຫ່ງລັດໄດ້ກຳນົດຄວາມຮັບຜິດຊອບ ແລະ ບົດບາດຂອງຕົນໃນການປົກປັກຮັກສາສິ່ງແວດລ້ອມເວົ້າສະເພາະ ແລະ ຊຸກຍູ້ການພັດທະນາແບບຍືນຍົງເວົ້າລວມ. ພາຍຫລັງກາຍເປັນສະມາຊິກກຸ່ມປະຕິບັດງານກ່ຽວກັບກວດສອບບັນຊີສິ່ງແວດລ້ອມຂອງ ອົງການກວດສອບບັນຊີສູງສຸດ ອາຊີ, ກວດສອບບັນຊີແຫ່ງລັດ ໄດ້ຄົ້ນຄ້ວາ, ສ້າງຕັ້ງກົງຈັກ ແລະ ຜັນຂະຫຍາຍທົດລອງບັນດາການກວດສອບບັນຊີກ່ຽວກັບສິ່ງແວດລ້ອມ. ອົງການກວດສອບບັນຊີແຫ່ງລັດຖືວ່າ ຄວນເພີ່ມທະວີການຮ່ວມມືສາກົນກ່ຽວກັບກວດສອບບັນຊີກ່ຽວກັບສິ່ງແວດລ້ອມ, ເພາະນີ້ແມ່ນຂົງເຂດໃຫມ່, ກ່ຽວຂ້ອງເຖິງຫລາຍປະເທດໃນພາກພື້ນ ແລະ ໃນໂລກ. ອົງການກວດສອບບັນຊີແຫ່ງລັດຫວຽດນາມ ໄດ້ຜັນຂະຫຍາຍຫລາຍມາດຕະການກ່ຽວກັບການຮ່ວມມືສາກົນ ໃນຂົງເຂດກວດສອບບັນຊີກ່ຽວກັບຂົງເຂດສິ່ງແວດລ້ອມເພື່ອຮ່ຳຮຽນ, ແບ່ງປັນບົດຮຽນ ທັງສົມທົບກັນປະຕິບັດບັນດາເປົ້າໝາຍກວດສອບບັນຊີລວມ.

        “ກອງປະຊຸມໃຫຍ່ ASOSAI 14, ອົງການກວດສອບບັນຊີແຫ່ງລັດຫວຽດນາມ ເອົາຫົວຂໍ້ຂອງກອງປະຊຸມແມ່ນ ກວດສອບບັນຊີສິ່ງແວດລ້ອມເພື່ອການພັດທະນາແບບຍືນຍົງ, ພວກຂ້າພະເຈົ້າຖືວ່າ ບັນຫາສິ່ງແວດລ້ອມແມ່ນບັນຫາທົ່ວໂລກ ແລະ ຄຳຕັດສິນເຖິງບັນຫາພັດທະນາແບບຍືນຍົງຂອງເສດຖະກິດສຳລັບປະເທດເຮົາໃນວິວັດການປະຕິບັດດຶງດູດການລົງທຶນ. ຖ້າພວກເຮົາບໍ່ສົນໃຈເຖິງບັນຫາສິ່ງແວດລ້້ອມ ຈະຜົນສະທ້ອນເຖິງວິວັດການພັດທະນາແບບຍືນຍົງ. ສະນັ້ນ ພວກຂ້າພະເຈົ້າເລືອກເຟັ້ນຂົງເຂດນີ້ ແມ່ນຂົງເຂດຈຳເປັນ, ຮີບເຮັ່ງ ເພື່ອນຳໃຊ້ໃນຫົວຂໍ້ຂອງ ASOSAI 14, ນີ້ກໍ່ແມ່ນຄວາມຕັດສິນໃຈຂອງອົງການກວດສອບບັນຊີແຫ່ງລັດໃນອະນາຄົດກ່ຽວກັບຫົວເລື່ອງກວດສອບບັນຊີກ່ຽວກັບສິ່ງແວດລ້ອມ.”

ປີ 2008, ອົງການກວດສອບບັນຊີແຫ່ງລັດ ໄດ້ສ້າງຕັ້ງ ຫນ່ວຍປະຕິບັດງານກ່ຽວກັບການກວດສອບບັນຊີສິ່ງແວດລ້ອມ, ນຳເນື້ອໃນກ່ຽວກັບການກວດສອບບັນຊີສິ່ງແວດລ້ອມເຂົ້າໃນແຜນການດຳເນີນງານການປະຕິບັດຍຸດທະສາດພັດທະນາກວດສອບບັນຊີແຫ່ງລັດຮອດປີ 2022. ນີ້ແມ່ນບາດກ້າວພັດທະນາສຳຄັນໃນການເຄື່ອນໄຫວຂອງອົງການກວດສອບບັນຊີແຫ່ງລັດດ້ວຍວິທີສຳຜັດແມ່ນພັດທະນາບັນດາຮູບການ,ຂົງເຂດກວດສອບບັນຊີໃຫມ່ໃຫ້ສອດຄ່ອງກັບທ່າອ່ຽງ ແລະ ທຳນຽມສາກົນ. ຫົວຂໍ້ ຂອງ “ການກວດສອບບັນຊີສິ່ງແວດລ້ອມເພື່ອການພັດທະນາແບບຍືນຍົງ ສຳລັບກອງປະຊຸມໃຫຍ່ ASOSAI 14ຢູ່ ຫວຽດນາມ ແມ່ນກາລະໂອກາດເພື່ອໃຫ້ອົງການກວດສອບບັນຊີແຫ່ງລັດ ເພີ່ມທະວີການຮ່ວມມື, ແບ່ງປັນບົດຮຽນກ່ຽວກັບຂົງເຂດກວດສອບສິ່ງແວດລ້ອມ, ພ້ອມທັງສະແດງໃຫ້ເຫັນຄວາມມານະພະຍາຍາມ, ການປະກອບສ່ວນຢ່າງແທດຈິງຂອງອົງການກວດສອບບັນຊີແຫ່ງລັດຫວຽດນາມ ສຳລັບກິດຈະການເດີນຕາມເປົ້າໝາຍການພັດທະນາແບບຍືນຍົງຂອງໂລກເວົ້າລວມ ແລະ ການແກ້ໄຂສິ່ງທ້າທາຍກ່ຽວກັບສິ່ງແວດລ້ອມທົ່ວໂລກເວົ້າສະເພາະ.

 

 

ຕອບກັບ

ຂ່າວ/ບົດ​ອື່ນ