ASOSAI 14: ເພີ່ມທະວີການຮ່ວມມື, ຍົກສູງທີ່ຕັ້ງບົດບາດຂອງ ອົງການກວດສອບແຫ່ງລັດຫວຽດນາມ

(VOVWORLD) -ໂດຍໄດ້ຮັບການສ້າງຕັ້ງເມື່ອວັນທີ 11 ກໍລະກົດປີ 1994, ໃນໄລຍະ 24 ປີຜ່ານມາ, ອົງການກວດສອບແຫ່ງລັດຫວຽດນາມ ໄດ້ພັດທະນາຢ່າງບໍ່ຢຸດຢັ້ງ, ປະກອບສ່ວນເຂົ້າໃນພາລະກິດສ້າງພື້ນຖານການເງິນແຫ່ງຊາດ. ເດືອນກັນຍາປີ 2018, ອົງການກວດສອບຫວຽດນາມ ໄດ້ກາຍເປັນປະເທດເຈົ້າພາບຈັດກອງປະຊຸມໃຫຍ່ບັນດາອົງການກວດສອບສູງສຸດ ອາຊີ ຄັ້ງທີ 14 (ASOSAI 14). ນີ້ໄດ້ຮັບຖືວ່າ ແມ່ນຈຸດເດັ່ນສຳຄັນໃນວິວັດການເຊື່ອມໂຍງ ແລະ ການຮ່ວມມືສາກົນ ຂອງ ອົງການກວດສອບແຫ່ງລັດຫວຽດນາມ ນັບແຕ່ເມື່ອເຂົ້າເປັນສະມາຊິກຂອງ ASOSAI ໃນເດືອນມັງກອນປີ 1997.

ASOSAI 14: ເພີ່ມທະວີການຮ່ວມມື, ຍົກສູງທີ່ຕັ້ງບົດບາດຂອງ ອົງການກວດສອບແຫ່ງລັດຫວຽດນາມ - ảnh 1 ທ່ານ ໂຮ່ດຶກເຝິກ ປະທານອົງການກວດສອບແຫ່ງລັດຫວຽດນາມ 

ເລື່ອງເປັນເຈົ້າພາບຈັດກອງປະຊຸມໃຫຍ່ ASOSAI 14 ແມ່ນຫນຶ່ງໃນບັນດາເປົ້າໝາຍສຳຄັນໃນຍຸດທະສາດພັດທະນາຂອງອົງການກວດສອບແຫ່ງລັດຫວຽດນາມ ຮອດປີ 2020. ນີ້ແມ່ນເຫດການສາກົນຂັ້ນສູງມີຂອບຂະຫນາດໃຫຍ່ຂອງ ASOSAI - ເວທີປາໄສການຮ່ວມມືຫລາຍຝ່າຍໃຫຍ່ສຸດ ແລະ ແມ່ນອົງການສູງສຸດຂອງ ASOSAI ເປັນຄັ້ງທຳອິດໄດ້ຮັບການຈັດຕັ້ງຢູ່ຫວຽດນາມ. ກອງປະຊຸມໃຫຍ່ ASOSAI 14 ຍັງແມ່ນເຫດການການເມືອງ ການທູດ ທີ່ມີຄວາມໝາຍສຳຄັນຍິ່ງ, ເປັນການພິສູດໃຫ້ເຫັນການເຕີບໂຕ ແລະ ພັດທະນາຂອງ ອົງການກວດສອບແຫ່ງລັດຫວຽດນາມ, ຢືນຢັນທີ່ຕັ້ງບົດບາດຂອງອົງການກວດສອບແຫ່ງລັດຫວຽດນາມໃນພາກພື້ນ ແລະ ໃນໂລກ ເມື່ອກາຍເປັນປະທານ ASOSAI  ອາຍຸການ 2018 – 2021 ແລະ ເປັນສະມາຊິກ ຄະນະບໍລິຫານ ງານ ASOSAI ໃນ 3 ອາຍຸການລຽນຕິດ ແຕ່ປີ 2015 – 2024. ທ່ານ ໂຮ່ດຶກເຝິກ, ປະທານອົງການກວດສອບແຫ່ງລັດຫວຽດນາມ ເນັ້ນຫນັກວ່າ: ໂດຍເປັນເຈົ້າພາບຈັດຕັ້ງກອງປະຊຸມໃຫຍ່ ASOSAI 14 ແມ່ນກາລະໂອກາດເພື່ອໃຫ້ ອົງການກວດສອບແຫ່ງລັດຫວຽດນາມສືບຕໍ່ປ່ຽນແປງໃຫມ່, ປັບປຸງທຸກດ້ານ, ສ້າງກຳລັງຫນູນໃຫ້ແກ່ຖັນແຖວພະນັກງານກວດສອບໃນການຝຶກຝົນຫລໍ່ຫລອມ, ເພີ່ມທະວີກຳລັງຄວາມສາມາດດ້ານວິຊາສະເພາະ, ຄຸນສົມບັດຈັນຍາບັນອາຊີບໃນສະພາບແວດລ້ອມໂລກ ແລະ ກໍ່ແມ່ນກາລະໂອກາດເພື່ອແນະນຳກ່ຽວກັບພາບພົດປະເທດຊາດ ແລະ ຊາວຫວຽດນາມ ເຖິງເພື່ອນມິດສາກົນ.

“ຄວາມເຊື່ອໝັ້ນຂອງອົງການຈັດຕັ້ງສາກົນ, ບັນດາອົງການກວດສອບສູງສຸດ ອາຊີ ທີ່ກອງປະຊຸມໃຫຍ່ ASOSAI 13 ຊື່ງຈັດຂຶ້ນຢູ່ ມາເລເຊຍ, ຫວຽດນາມ ມີຄວາມເປັນກຽດໄດ້ຮັບຫນ້າທີ່ເປັນປະເທດເຈົ້າພາບຈັດຕັ້ງກອງປະຊຸມໃຫຍ່ ASOSAI 14. ນີ້ແມ່ນຄວາມເປັນກຽດຂອງອົງການກວດສອບແຫ່ງລັດຫວຽດນາມ ແລະ ແມ່ນຄວາມຮັບຜິດຊອບ ຄວາມເປັນກຽດຂອງປະເທດຊາດ. ເປັນການສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈຂອງເພື່ອນມິດສາກົນສຳລັບຫວຽດນາມ.”

ໂດຍໄດ້ດຳເນີນແຕ່ວັນທີ 19 – 22 ກັນຍາ, ກອງປະຊຸມໃຫຍ່ ASOSAI 14 ມີການ   ເຄື່ອນໄຫວຫລາຍຢ່າງຄື: ພິທີໄຂ, ວາລະປະຊຸມຄົບຄະນະຄັ້ງທີຫນຶ່ງ, ກອງປະຊຸມຫົວເລື່ອງສະເພາະຄັ້ງທີ 7, ວາລະປະຊຸມຄົບຄະນະຄັ້ງທີ 2 ແລະ ພິທີອັດ. ນອກນັ້ນ  ກອງປະຊຸມໃຫຍ່ ASOSAI 14 ຍັງມີບັນດາເນື້ອໃນຕົ້ນຕໍລວມມີ: ພິທີສະເຫລີມສະຫລອງ 40 ປີ ກົດບັດ ASOSAI (1978- 2018); ຮັບຮອງເອົາແຜນການດຳເນີນງານປະຈຳປີກ່ຽວກັບການປະຕິບັດແຜນການຍຸດທະສາດ ASOSAI 2016 -2021, ແຜນການພັດທະນາກຳລັງຄວາມສາມາດ ໄລຍະ 2018 – 2021; ເລືອກຕັ້ງ ຄະນະບໍລິຫານງານ, ຈັດຕັ້ງກອງປະຊຸມຫົວເລື່ອງສະເພາະຄັ້ງທີ 7 ແລະ ຮັບຮອງເອົາຖະແຫລງການ ຮ່າໂນ້ຍ.

ໃນຂອບເຂດຂອງກອງປະຊຸມໃຫຍ່ ASOSAI 14, ກອງປະຊຸມຫົວເລື່ອງສະເພາະຄັ້ງທີ 7 ຖືກຈັດຂຶ້ນດ້ວຍຫົວຂໍ້ “ກວດສອບສິ່ງແວດລ້ອມ ເພື່ອການພັດທະນາແບບຍືນຍົງ”. ນີ້ກໍ່ແມ່ນຫົວເລື່ອງຕົ້ນຕໍຂອງກອງປະຊຸມໃຫຍ່ ແລະ ແມ່ນຫນຶ່ງໃນບັນດາເນື້ອໃນສຳຄັນໃນກອງປະຊຸມ, ສະແດງໃຫ້ເຫັນຄຳໝັ້ນສັນຍາ, ຄວາມມານະພະຍາຍາມ ແລະ ການປະກອບສ່ວນແທດຈິງຂອງປະຊາຄົມ ASOSAI, ໃນນັ້ນ ຫວຽດນາມກໍ່ມີການປະກອບສ່ວນ ໃນກິດຈະການເດີນຕາມເປົ້າໝາຍພັດທະນາແບບຍືນຍົງຂອງ ສປຊ ເວົ້າລວມ ແລະ ການແກ້ໄຂບັນດາສິ່ງທ້າທາຍກ່ຽວກັບສິ່ງແວດລ້ອມທົ່ວໂລກເວົ້າສະເພາະ. ດ້ວຍຫົວຂໍ້ນີ້, ບັນດາສະມາຊິກ ຈະມີບົດປະກອບຄຳເຫັນກ່ຽວກັບສິ່ງທ້າທາຍ, ບົດຮຽນ ແລະ ມາດຕະການແກ້ໄຂ ເພື່ອແນໃສ່ປະຕິບັດພາລະບົດບາດກວດສອບສິ່ງແວດລ້ອມໃຫ້ມີປະສິດທິຜົນ. ໝາກຜົນຂອງກອງປະຊຸມໃຫຍ່ ຈະແມ່ນພື້ນຖານໃຫ້ແກ່ການສ້າງເອກະສານແນະນຳ, ຂັ້ນຕອນປະຕິບັດ, ມາດຖານການກວດສອບໃຫ້ສົມບູນແບບ, ຕອບສະຫນອງໄດ້ເປົ້າໝາຍພັດທະນາແບບຍືນຍົງຢູ່ບັນດາປະເທດສະມາຊິກ. ທ່ານ ໂຮ່ດຶກເຝິກ ປະທານອົງການກວດສອບແຫ່ງລັດຫວຽດນາມ ໃຫ້ຮູ້ວ່າ:

“ສຳລັບບັນດາຂົງເຂດກວດສອບ, ການກວດສອບບັນຊີ, ງົບປະມານ, ວິສາຫະກິດ, ທະນາຄານ ຫລືກໍ່ສ້າງພື້ນຖານໂຄງລ່າງ ແມ່ນຄວາມຊີນເຄີຍສຳລັບຂະແຫນງກວດສອບຫວຽດນາມ ໃນຊຸມປີຜ່ານມາ. ເຖິງຢ່າງໃດກໍຕາມ, ກວດສອບສິ່ງແວດລ້ອມແມ່ນຂົງເຂດຫນຶ່ງທີ່ໃຫມ່ອ່ຽມ ແລະ ຂະແຫນງກວດສອບຂອງຫວຽດນາມ ຍັງໄປຕາມຫລັງບັນດາປະເທດອື່ນໃນຂົງເຂດກວດສອບສິ່ງແວດລ້ອມ. ສະນັ້ນ ເນື່ອງໃນໂອກາດນີ້ ກອງປະຊຸມໃຫຍ່ ASOSAI ກໍ່ແມ່ນກາລະໂອກາດເພື່ອໃຫ້ອົງການກວດສອບແຫ່ງລັດ ຫວຽດນາມ ແບ່ງປັນບົດຮຽນ, ແນວຄວາມຄິດ, ກໍ່ຄືຂັ້ນຕອນປະຕິບັດ, ເຄື່ອງມື ໃນບັນການກວດສອບສິ່ງແວດລ້ອມ ເພື່ອຍົກສູງກຳລັງຄວາມສາມາດຂອງອົງການກວດສອບແຫ່ງລັດຫວຽດນາມ ໃນຂົງເຂດໃຫມ່ອ່ຽມນີ້.”

        ທີ່ກອງປະຊຸມໃຫຍ່ ASOSAI ຄັ້ງນີ້ ອົງການກວດສອບແຫ່ງລັດຫວຽດນາມ ໄດ້ສະເຫນີຂໍ້ລິເລີ່ມສ້າງຖະແຫລງການຮ່າໂນ້ຍ, ສວມບົດບາດເປັນເຂັມຊີ້ທິດ ເພື່ອແນໃສ່ເປັນເອກະພາບເຈດຈຳນົງຂອງທັງໝົດສະມາຊິກ ໃນການກໍ່ສ້າງ ແລະ ພັດທະນາປະຊາຄົມ ASOSAI . ຖະແຫລງການ ຮ່າໂນ້ຍ ໄດ້ສະແດງໃຫ້ເຫັນວິໄສທັດຍາວໄກຂອງ ອົງການກວດສອບແຫ່ງລັດຫວຽດນາມ ໃນຖານະເປັນປະທານ ASOSAI  ອາຍຸການ 2018 – 2021, ດ້ວຍບົດບາດເປັນເຈົ້າພາທາງ ASOSAI ໃນການກຳນົດທິດທາງ, ມາດຕະການ ແລະ ການເຄື່ອນໄຫວກ່ຽວກັບການສ້າງອົງການໃຫ້ສົມບູນແບບ, ເພີ່ມທະວີປະສິດທິຜົນການເຄື່ອນໄຫວ ເພື່ອແນໃສ່ຊຸກຍູ້ການພັດທະນາ, ນຳມາເຊິ່ງຄຸນຄ່າ ແລະ ຜົນປະໂຫຍດໃຫ້ແກ່ສະມາຊິກ ASOSAI ທັງໝົດ .

ຕອບກັບ

ຂ່າວ/ບົດ​ອື່ນ