FDI ຖືຄຸນນະພາບເປັນສຳຄັນ

(vovworld) - ຕາມກົມລົງທຶນຕ່າງປະເທດ ສັງກັດກະຊວງແຜນການ ແລະ ການລົງທຶນຫວຽດນາມ​ແລ​້ວ, ຍ້ອນ​ຖືກຜົນ​ສະທ້ອນ​ຈາກ​ສະພາບ​ ​ເສດຖະກິດ​ໂລກ, ສະ​ນັ້ນການ​ດຶງ​ດູດ​ເງິນລົງທຶນ​ໂດຍ​ກົງ​ຂອງ​ຕ່າງປະ​ເທດ (FDI) ​ເຂົ້າ​ຫວຽດນາມ​ໃນ​ເດືອນ 1/2012 ບັນລຸ​ພຽງ 37,5 ລ້ານ USD. ​ເຖິງຢ່າງ​​ໃດ​ກໍ​ຕາມ, ຕາມ​ບັນດາ​ຜູ້​ຊ່ຽວຊານ​ເສດຖະກິດ​ແລ​້ວ, ຕົວ​ເລກ​ດັ່ງກ່າວ​ຍັງບໍ່​ທັນ​ຕີ​ລາຄາ​ຢ່າງຖືກຕ້ອງ​ກັບ​ຄວາມ​ຈິງ​ ​ແລະ ກໍ​ບໍ່​ຄວນ​​ເປັນ​ຫ່ວງ​ເປ​ັນ​ໄຍ. ບັນຫາ​ທີ່​ຄວນ​ເອົາ​ໃຈ​ໃສ່​ໃນ​ພາຍ​ພາກ​ຫນ້າ​ກໍ​ຄືຍາວ​ນານ​ນັ້ນ​ແມ່ນ ​ເຮັດ​ແນວ​ໃດ​ຍົກ​ສູງ​ປະສິດ​ທິຜົນ​ແຫ​ລ່ງທຶນ FDI ​ໃນ​ຍຸດ​ທະ​ສາດ​ສັງ​ລວມ​ແຫ່ງ​ການ​ພັດທະນາ​ເສດຖະກິດ​ຂອງ​ປະ​ເທດ​ຊາດ.

        ກະຊວງ​ແຜນການ ​ແລະ ການ​ລົງທຶນ​ຫວຽດນາມ​ໃຫ້​ຮູ້​ວ່າ: ປີ 2011 ເງິນລົງທຶນ​ໂດຍ​ກົງ​ຂອງ​ຕ່າງປະ​ເທດ (FDI) ​ເຂົ້າ​ຫວຽດນາມ​ບັນລຸ​ພຽງ 14,7 ຕື້ USD ​ເມື່ອ​ທຽບ​ໃສ່​ຄາດໝາຍທີ່​ໄດ້ວາງ​ອອກ​​ແມ່ນ 20 ຕື້ USD. ຕາມ​ບັນດາ​ຜູ້​ຊ່ຽວຊານ​ເສດຖະກິດ​ແລ້ວ, ສາຍ​ເຫດ​ທີ່​ພາ​ໃຫ້ແຫ​ລ່ງທຶນ FDI ຖືກ​ຫລຸດ​ລົງ​ນັ້ນ ສ່ວນ​ຫນຶ່ງ​ແມ່ນ​ຍ້ອນ​ຜົນ​ສະທ້ອນ​ຈາກ​ການ​ຊຸດ​ໂຊມ​ຂອງ​ເສດຖະກິດ​ໂລກ ​ແຕ່​ສິ່ງ​ສຳຄັນ​ກວ່ານັ້ນ​ແມ່ນ ​ຫວຽດນາມ​ມີ​ຄວາມ​ເອົາ​ໃຈ​ໃສ່​​ເປັນ​ພິ​ເສດເຖິງ​ຄຸນ​ນະພາ​ບການ​ລົງທຶນ. ບັນດາ​​ໂຄງການ​ແບບ​ຈອມ​ປອມ, ຜັນ​ຂະຫຍາຍ​ຢ່າງ​ຊັກ​ຊ້າ ດ້ວຍ​ຈຳນວນ​ທຶນ​ຈົດ​ທະບຽນ​ຂຶ້ນ​ເຖິງ​ນັບ​ຕື້ໆ  USD ​ຖືກ​ຫລຸດ​ລົງ​ຫລາຍ. ປິ 2011, ມີ​ພຽງ​ແຕ່ 2 ​ໂຄງການ          ດ​້ວຍທຶນ​ຈົດ​ທະບຽນ​ຂຶ້ນ​ເຖິງ​ກວ່າ 1 ຕື້ USD. ຕາມ​ບັນດາ​ຜູ້​ຊ່ຽວຊານ​ເສດຖະກິດ​ແລ້ວ, ​ໃນ​ສະພາບ​ປະຈຸ​ບັນ ບໍ່​ຄວນ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງຈຳນວນ​ທຶນ​ຈົດ​ທະບຽນ ຫາກ​ຄວນ​ເອົາ​ໃຈ​ໃສ່​ເຖິງ​ການ​ປ່ອຍ​ທຶນ. ສາດສະດາ​ຈານ ຫງວຽນ​ມ້າ​ຍ, ປະທານ​ສະຫະ​ສະມາຄົມ​ວິ​ສາ​ຫະກິດ​ລົງທຶນ​ຂອງ​ຕ່າງປະ​ເທດ​ຖື​ວ່າ: ການ​ຫລຸດ​ລົງ​ທີ່​ຜິດ​ປົກກະຕິ​ກ່ຽວ​ກັບ​ປະລິມານ ​ແລະ ​ແຫ​ລ່ງທຶນ FDI ​ໃນ​ໄລຍະ​ມໍ່ໆ​ມາ​ນີ້ ມັນບໍ່​ສ່ອງ​ແສງຢ່າງ​ຖືກ​ຕ້ອງກັບ​ຄວາມ​ຈິງ ​ແລະ ບໍ່​ຄວນ​​ເປັນ​ຫວ່ງ​ເປັນ​ໄຍ, ​ເພາະວ່າ ​ໃນ​ຈຳນວນ​ທຶນ​ກວ່າ 100 ຕື້ USD ທີ່​ບໍ່​ທັນ​ປະຕິບັດ​ນັ້ນ ສາມາດ​ປ່ອຍ​ທຶນ​ໄດ້​ປະມານ 50 ຕື້ USD. ຖ້າ​ຫາກ​ບໍ່​ເພີ່ມ​ທຶນ​ຈົດ​ທະບຽນ​ໃຫມ່ ກໍ​ຕ້ອງ​ເສຍ​ເວລາ​​ແຕ່ 4 - 5 ປີ​ອີກ​ຈຶ່ງ​ສາມາດປະຕິບັດ​ຈຳນວນ​ທຶນ​ທີ່​ຍັງ​ເຫລືອ​ໃຫ້​ໝົດ​ໄດ້. ສາດສະດາຈານ ຫງວຽນ​ມ້າ​ຍ ​ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ:

        “ຈຳນວນ​ທຶນ​ຈົດ​ທະບຽນ​ບໍ່​ແມ່ນ​ສິ່ງ​ທີ່​ສຳຄັນ. ພວກ​ເຮົາ​ຄວນ​ເອົາ​ໃຈ​ໃສ່​ເຖິງ​ການ​ລົງທຶນ​ໄລຍະ​ຍາວ​ເຂົ້າ​ຂົງ​ເຂດ​ໃດ ປະສິດທິ​ຜົນ​ຄື​ແນວ​ໃດ ​ເໝາະ​ສົມ​ກັບ​ຈຸດໝາຍ​ຂອງ​ປະ​ເທດ​ພວກ​ເຮົາ​​ແມ່ນ​ພວມ​ສຸມ​ໃສ່​ຂົງ​ເຂດ​ເຕັກ​ໂນ​ໂລ​ຊີ​ສູງ, ການ​ສຶກສາ, ສາທາລະນະ​ສຸກ ​ແລະ ບັນດາ​ຂະ​ແຫນງ​ປະຢັດພະລັງງານ, ບໍ່​ສ່ົງ​ຜົນ​ສະທ້ອນ​ເຖິງ​ສິ່ງ​ແວດ​ລ້ອມ. ປະຈຸ​ບັນ ທາງ​ກະຊວງ​ແຜນການ ​ແລະ ການ​ລົງທຶນ ພວມ​ກຳ​ນົດທິດ​ນະ​ໂຍບາຍ​ການ​ລົງທຶນ​ໃຫມ່, ຖື​ຄຸນ​ນະພາ​ບປະສິດທິ​ຜົນ ​ແລະ ການ​ພັດທະນາ​ແບບ​ຍືນ​ຍົງ​ເປັນ​ພື້ນຖານ​ພິຈາລະ​ນາ​ບັນດາ​ໂຄງການ​ລົງທຶນ. ຈາ​ກການ​ກຳນົດ​ທິດ​ໃຫມ່​ນີ້ ພວກ​ເຮົາ​ຈະ​ຕ້ອງ​ປ່ຽນ​ແປງ​ພື້ນຖານ​ນະ​ໂຍບາຍທີ່​ມີ​ຕໍ່​ໂຄງການ​ລົງທຶນ. ”

        ​ໄລຍະ 2005 - 2010, ຫວຽດນາມ​ ດຶງ​ດູດເງິນລົງທຶນ​ໂດ​ຍກົງ​ຂອງ​ຕ່າງປະ​ເທດ​ຈົດ​ທະບຽນ 155 ຕື້ USD,​​ ​ແຕ່​ຈຳນວນ​ທຶນ​ປະຕິບັດ​ບັນລຸ​ພຽງ 47 ຕື້ USD(ປະມານ 31%). ສິ່ງ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ວ່າ ຍັງ​ມີ​ຂໍ້​ຂາດ​ຕົກ​ບົກ​ຜ່ອງ​ໃນ​ການ​ຄຸ້ມ​ຄອງ​ກໍ​ຄື​ໃນ​ການ​ກວດກາ​ໂຄງການ. ​ໃນ​ໄລຍະ​ຜ່ານ​ມາ, ມີ​ທ້ອງ​ຖິ່ນ​ຫລາຍ​ແຫ່ງ ຍ້ອນ​ຢາກ​ບັນລຸ​ຜົນງານ ສະ​ນັ້ນ ການ​ອອກ​ຫນັງສື​ອະນຸຍາດ​​ລົງທຶນ​ບໍ່​ເຂັ້ມ​ງວດ​ປານ​ໃດ. ດອກ​ເຕີ ຟ້າ​ມຮູ່ງຕຽນ, ຮອງ​ຜູ້ອຳນວຍການ​ສູນ​ຄົ້ນ​ຄ້ວາ​ການ​ລົງທຶນ​ຕ່າງປະ​ເທດ ສັງກັດ​ມະຫາວິທະຍາ​ໄລ​ເສດຖະກິດ -ມະຫາວິທະຍາ​ໄລ​ແຫ່ງ​ຊາດ​ຮ່າ​ໂນ້ຍ ຖື​ວ່າ:

        “​ໃນ​ວິວັດທະນາ​ການວາງ​ແຜນ​ກຳນົດ, ກວດກາ​ເພື່ອ​ອອກ​ຫນັງສື​ອະນຸຍາດ​ການ​ລົງທຶນ, ພວກ​ເຮົາ​ຍັງ​ມີ​ວຽກ​ງານຫລາຍ​ຢ່າງ​ສາມາດ​ປະຕິບັດ​ດີ​ກ່ວາ ຈາກ​ຂອດ​ການ​ປະກາດ, ຮຽກຮ້ອງ​​ໂຄງການ​ລົງທຶນຕະຫລອດ​ຮອດ​ການ​ກວດກາ​ກ່ຽວ​ກັບ​ລັກສະນະ​ປະສິດທິ​ຜົນ​ຂອງ​ໂຄງການ​ລົງທຶນ. ​ແລະ ​ເລື່ອງ​ຄຸ້ມ​ຄອງພາຍຫລັງ​ອອກ​ຫນັງສື​ອະນຸຍາດ​ການ​ລົງທຶນ ພວກ​ເຮົາ​ສາມາດ​ປະຕິບັດ​ດີກ​ວ່າ. ຢູ່ ຫວຽດນາມ ອັດຕາ​ສ່ວນປ່ອຍ​ເງິນ​ມີ​ການ​ເຫ​ນັງຕີງ ​ແຕ່ 25 - 30% ກໍ​ບໍ່​ຄວນ​ກັງວົນ, ສິ່ງ​ສຳຄັນ​​​ແມ່ນ​ປ່ອຍ​ເງິນ​​ໃນ​ຂົງ​ເຂດ​ໃດ, ມັນ​ມີການ​ກະທົບ​ ​ເຖິງ​ພື້ນຖານ​ ​ເສດຖະກິດ​ສັງຄົມ​ຄື​ແນວ​ໃດ.”

        ອາດ​ຈະ​ເຫັນ​ໄດ້ຜົນ​ປະ​ໂຫຍ​ດ​ໃນ​ການ​ດຶງ​ດູດທຶນ FDI, ນັ້ນ​ແມ່ນ​ນອກຈາກ​ການ​ປະກອບ​ບັນດາ​ແຫ​ລ່ງພາສີ​ອາກອນໃຫ້​ແກ່ງົບປະມານ​ແລ​້ວ, ບັນດາ​ໂຄງການ FDI ຍັງ​ປະ​ກອບ​ສ່ວນ​ແກ້​ໄຂ​ວຽກ​ເຮັດ​ງານ​ທຳ, ຊ່ວຍ​ໃຫ້​ຂະ​ແຫນງ​ອຸດສາຫະກຳ, ກະສິກຳ​ຖ່າຍ​ທອດ​ເຕັກ​ໂນ​ໂລ​ຊີ​ທັນ​ສະ​ໄໝ​ໄດ້. ​ແຕ່​ໃນ​ຄວາມ​ຈິງ, ປະສິດທິ​ຜົນ​ບັນດາ​ໂຄງການ, FDI ບໍ່​​ແມ່ນ​ເວລາ​ໃດ​ກໍ​​ໄດ້​ຮັບ​ຜົນ​ຄື​ດັ່ງ​ຄວາມ​ປາດ​ຖະຫນາ. ຕົວຢ່າງ​ຄື: ຢູ່​ແຂວງ ​ເລີມ​ດົງ ມີ 108 ​ໂຄງການ FDI ​ໃນ​ນັ້ນ ມີ 68 ​ໂຄງການ​ລົງທຶນ​ເຂົ້າ​ຂົງ​ເຂດ​ກະສິກຳ, ຊຶ່ງ​ແມ່ນ​ຂົງ​ເຂດ​ທີ່ໄດ້​ຮັບ​ການ​ສົ່ງ​ເສີມຫລາຍ​ກວ່າ​ໝູ່ ​ແຕ່​ຕາມ​ການ​ຕີ​ລາຄາ​ລວມຂອງ​ບັນດາ​ໂຄງການ FDI ຢູ່​ທີ່​ນີ້ ສ່ວນ​ຫລາຍ​ພຽງ​ດຶງ​ດູດ​ແຮງ​ງານ​ທຳ​ມະ​ດາ ຫາກ​ບໍ່​ທັນ​ມີ​ການຖ່າຍ​ທອດ​ເຕັກ​ໂນ​ໂລ​ຊີ​ໃຫມ່, ສະ​ນັ້ນ ຊາວ​ກະສິກອນ​ຢູ່​ໃນ​ບໍລ​ິ​ເວນ​ແຂວງ ບໍ່​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຈາກ​ໂຄງການ. ບັນຫາ​ທີ່​ວາງ​ອອກ ​ບໍ່​ພຽງ​ແຕ່​ສຳລັບ​ແຂວງ ​ເລີມ​ດົ່ງ​ເທົ່າ​ນັ້ນ ຫາກ​ຍັງຢູ່​ຫລາຍ​ທ້ອງ​ຖິ່ນ​ອື່ນ, ​ເຮັດ​ແນວ​ໃດ​​ເພື່ອຍົກ​ສູງ​ປະສິດທິ​ຜົນ​ຂອງ​ບັນດາ​ໂຄງການ FDI. ທ່ານ ຟານ​ວັນ​ຢູງ ຮອງ​ຫົວຫນ້າ​ພະ​ແນ​ກ​ແຜນການ ​ແລະ ການ​ລົງທຶນ​​ແຂວງ ​ເລີມ​ດົງ ຖື​ວ່າ:

        “​ນອກ​ຈາກ​ບັນດາ​ນັກ​ລົງທຶນ​ສ້າງ​ລາຍ​ຮັບ​ທາງ​​​ເສດຖະກິດຫຼາຍ​ແລ້ວ, ຄວນມີ​ການ​ປະກອບສ່ວນ​ເຂົ້າ​ໃນ​ການຖ່າຍ​ທອດ​ເຕັກ​ໂນ​ໂລ​ຊີ, ບົດຮຽນ​ການ​ຜະລິດ​​ໃຫ້​ແກ່​ຊາວ​ກະສິກອນ​ຢູ່​ທ້ອງ​ຖິ່ນ.”

FDI ຖືຄຸນນະພາບເປັນສຳຄັນ - ảnh 1

ເຂດອຸດສາຫະກຳແຫ່ງຫນ່ຶງ(ພາບປະກອບ :ຈາກ Internet)

        ທ່ານ ​ໂດ​ເຍີ​ດຮ່ວາງ ຫົວຫນ້າ​ກົມ​ລົງທຶນ​ຕ່າງປະ​ເທດ ສັງກັດ​ກະຊວງ​ແຜນການ ​ແລະ ການ​ລົງທຶນ​ໃຫ້​ຮູ້​ວ່າ: ປີ 2012 ການ​ຄຸ້ມ​ຄອງ​ກະ​ແສ​​ເງິນ​ລົງທຶນ FDI ຈະ​ສຸມ​ໃສ່​​ການ​ຍົກ​ສູງ​ຄຸນ​ນະພາ​ບການ​ລົງທຶນ. ທ່ານ​ກ່າວ​ວ່າ:

        “ນະ​ໂຍບາຍ​ການ​ລົງທຶນ​ຕ່າງປະ​ເທດ​ໃນ​ໄລຍະ​ຈະ​ມາ​ເຖິງ ຕ້ອງ​ຫັນປ່ຽນ​ຕາມ​ທິດ​ຖື​ໂຄງ​ປະກອບ​ຄຸນ​ນະພາ​ບການ​ລົງທຶນ, ພັດທະນາ​ແບບ​ຍືນ​ຍົງ, ບຸລິມະສິດ​ການ​ພັດທະນາ​ບັນດາ​ຂະ​ແຫນງ​ອຸດສາຫະກຳ​ສະອາດ,ການ​ນຳ​ໃຊ້​ບັນດາ​ຊັບພະຍາກອນ

​ທຳ​ມະ​ຊາດ, ພະລັງງານ​ ປະຢັດ ​ແລະ ມີ​ປະສິດທິ​ຜົນ, ລົງທຶນ​ຂະ​ແຫນງ​ອຸດສາຫະ​ກຳ​ສຳຮອງ. ​ໄປ​ຄຽງ​ຄູ່​ກັບ​ການ​ດຶງ​ດູດ​ທຶນ FDI ພວກ​ເຮົາ​ຕ້ອງ​ຕິດຕາມ ກວດກາ​ຢ່າງ​ແຫນ້ນ​ແຟ້ນ.”

 ປີ 2012, ຫວຽດນາມ ຄາດ​ວ່າ ຈະ​ດຶງ​ດູດ​ທຶນ FDI ປະມານ 15 - 16 ຕຶ້ USD . ຄຽງ​ຂ້າງ​ນະ​ໂຍບາຍ​ຊຸກຍູ້​ການ​ປ່ອຍ​ເງິນ​ຢ່າງ​ມີ​ປະສິດທິ​ຜົນ, ບຸລິມະສິດ, ​ມີ​ການ​ຄັດ​ເລືອກ​ບັນດາ​ໂຄງການ​ທີ່​ມີ​ເຕັກ​ໂນ​ໂລ​ຊີ​ທັນ​ສະ​ໄໝ, ບໍ່​ສົ່ງ​ຜົນ​ສະທ້ອນ​ເຖິງ​ສິ່ງ​ແວດ​ລ້ອມ ​ແລະ ດຶງ​ດູດ​ນັກ​ລົງທຶນ​ຈາກ​ບັນດາ​ຕະຫລາດ​ໃຫມ່, ລັດຖະບານ​ຫວຽດນາມ ຕ້ອງ​ວາງ​ຈຸດ​ສຸມ​ເຂົ້າ​ໃນ​ການ​ຍົກ​ສູງ​ຄຸນ​ນະພາ​ບ, ປະສິດທິ​ຜົນ​ບັນດາ​ໂຄງການ FDI ​ໃຫ້​ສອດຄ່ອງ​ກັບ​ຍຸດ​ທະ​ສາດ​ພັດທະນາ​ຂອງ​ພື້ນຖານ​ເສດຖະກິດ​​ແຫ່ງ​ຊາດ.

​ໂຕ​ຕວນ

ຕອບກັບ

ຂ່າວ/ບົດ​ອື່ນ