Festival ໝາກພ້າວ Ben Tre ຄັ້ງທີ 3 ປີ 2012

Festival ໝາກພ້າວ Ben Tre ຄັ້ງທີ 3 ປີ 2012  - ảnh 1
ໝາກພ້າວຢູ່ Ben Tre
ພາບ:internet

(vovworld) - Festival ໝາກພ້າວ Ben Tre ຄັ້ງ​ທີ 3 ປີ 2012 ພາຍ​ໃຕ້​ຫົວ​ຂໍ້​ວ່າ: “Ben Tre ບົນ​ເສັ້ນທາງ​ເຊື່ອ​ມ​ໂຍງ ​ແລະ ພັດທະນາ” ​ແມ່ນ​ເຫດການ​ພິ​ເສດ​ຊຶ່ງ​ດຳ​ເນີນ​ແຕ່​ວັນ​ທີ 4 - 10/04/2012 ຢູ່​ແຂວງ Ben Tre. Festival ໝາກພ້າວ​ຄັ້ງ​ນີ້ ບໍ່​ພຽງ​ແຕ່​ແມ່ນ​ວັນ​ບຸນ​ເພື່ອ​ພົບ​ປະ​ແລ​ກປ່ຽນ ​ແລະ ​ເຊີດ​ຊູ​ບັນດາ​ຜູ້​ປູກຕົ້ນ​ໝາກພ້າວ, ​ເຊີດ​ຊູ​ບັນດາ​ວິ​ສາ​ຫະກິດ​ປຸງ​ແຕ່ງ​ໝາກພ້າວ​ເທົ່າ​ນັ້ນ ຫາກ​ຍັງ​ປະກອບສ່ວນ​ເພີ່ມ​ທະວີ, ​ໂຄສະ​ນາ​ພາບ​ພົດ​ເຂດ​ປູກ​ຕົ້ນໝາກພ້າວ ອີກ​ດ້ວຍ ​ເພື່ອ​ຈຸດໝາຍ​ພັດທະນາ​ເສດຖະກິດ, ການ​ທ່ອງ​ທ່ຽວ​ຢູ່ ​ແຂວງ Ben Tre ຊຶ່ງ​ແມ່ນ​ເຂດ​ດິນ​ທີ່​ຍັງ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຫລາຍ​ຢ່າງ​ຄວນ​ໄດ້​ຮັບ​ການ​ຂຸດ​ຂົ້ນ.

        ເມື່ອເວົ້າ​ເຖິງ​ແຂວງ Ben Tre ທຸກ​ຄົນ​ລ້ວນ​ແຕ່​ຄິດ​ເຖິງ​ຕົ້ນ​ໝາກພ​​້າວ ດ້ວຍ​ສວຍ​ໝາກພ້າວ​ທີ່​ຂຽວອຸມທຸ່ມຢູ່​ເຂດ​ແມ່​ນ້ຳ​ລຳ​ເຊ​. ​ແຕ່​ດົນ​ນານ​ມາ​ແລ້ວ ຕົ້ນ​ໝາກພ້າວ​ໄດ້​ຕິດ​ພັນ​ກັບ​ປະຊາຊົນ​ຢູ່​ທີ່​ນີ້ ​ແລະ ກາຍ​ເປັນ​​ສັນຍາ​ລັກ​ໃຫ້​ແກ່​ເຂດ​ດິນ​​ແຫ່ງ​ນີ້, Ben Tre ຍັງ​ຖືກ​ເອີ້ນ​ວ່າ​ແມ່ນ​ເຂດປູກໝາກ​ພ້າວ. ບັນດາ​ໝາກ​ໄມ້ ​ແລະ ຜະລິດ​ຕະພັນ​ທີ່​ໄດ້​ຮັບ​ການ​ປຸງ​ແຕ່ງ​ຈາກ​ຕົ້ນ​ໝາກພ້າວ​ບໍ່​ພຽງ​ແຕ່​​ແມ່ນແຫ​ລ່ງລາຍ​ຮັບດ້ານ​ເສດຖະກິດ​ຕົ້ນຕໍ​ຂອງ​ຊາວ Ben Tre ​ເທົ່າ​ນັ້ນ ຫາກ​ແຕ່​ດົນ​​ແລ້ວ ຮູບພາບ​ຕົ້ນ​ໝາກພ້າວ​ຍັງ​ສ້າງ​ເປັນ​ຈຸດ​ວັດທະນະທຳ​ສິລະ​ປະ​ທີ່​ເປັນ​ເອກະລັກ​ສະ​ເພາະ, ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມຢາມ​ເຂດ​ສວນ​ໝາກພ້າວນັບ​ມື້​ນັບ​ຫລາຍອີກ​ດ້ວຍ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ໃນ​ໄລຍະ​ມໍ່ໆ​ມາ​ນີ້ ຍ້ອນ​ມີ​ການ​ຜັນ​ແປ​ຂອງ​ພື້ນຖານ​ເສດຖະກິດ​ການ​ຕະຫລາດ, ລາຄາ​ຕົ້ນ​ໝາກພ​້າວຖືກ​ຫລຸດ​ລົງ ​ໄດ້​ສ້າງ​ຄວາມ​ວິຕົກ​ກັງວົນ​ຕໍ່​ປະຊາຊົນ​ຜູ້​ປູກ​ຕົ້ນ​ໝາກພ​້າວ, ​ເນື້ອ​ທີ່​ປູກ​ຕົ້ນ​ໝາກພ້າວ​ຫລາຍ​ເຮັດ​ຕາກໍ​ຖືກຮັດ​ແຄບລົງ. ສະ​ນັ້ນ ​ເລື່ອງ​ຈັດ​ຕັ້ງ Festival ໝາກພ້າວ​ປີ 2012 ບໍ່​ພຽງ​ແຕ່​ແມ່ນ​ໂອກາດ​ເຊີດ​ຊູ​ຜູ້​ປູກ​ຕົ້ນ​ໝາກ​ພ້າວ, ບັນດາ​ວິ​ສາ​ຫະກິດ​ຜະລິດ​ບັນດາ​ຜະລິດ​ຕະພັນ​ຈາກ​ໝາກພ້າວ​ເທົ່າ​ນັ້ນ ຫາກ​ຍັງ​ປະກອບ​ສ່ວນ​ຍົກ​ສູງ​ທີ່​ຕັ້ງ​ຂອງຕົ້ນ​ໝາກພ້າວ​ໃນ​ການ​ພັດທະນາ​ເສດຖະກິດ​ຂອງ​ແຂວງ Ben Tre ​ແລະ ບັນດາ​ແຂວງ​ປູກ​ຕົ້ນ​ໝາກ​ພ້າວອີກ​ດ້ວຍ. Festival ຍັງ​ແມ່ນ​ສະຖານ​ທີ່​ເພື່ອ​ໃຫ້​ບັນດາ​ນັກວິທະຍາສາດ, ນັກທຸລະກິດ, ຊາວ​ກະສິກອນ​ປູກ​ຕົ້ນ​ໝາກພ​້າວພົບ​ປະກັນ​ເພື່ອ​ຕີ​ລາຄາ ​ໄຈ້​ແຍກ, ສະຫລຸບ​ບັນດາ​ຄຸນ​ຄ່າ​ ​ຂອງ​ຕົ້ນ​ໝາກ​ພ້າວ​ ຢ່າງ​ຮ້ອບດ້ານເພື່ອມີ​ວິ​ໄສ​ທັດ​ກ່ຽວ​ກັບ​ການວາງ​ແຜນ​ກຳນົດ​ສັງ​ລວມທີ່​ມີ​ຕໍ່​ການ​ປູກ, ຂຸດ​ຄົ້ນ, ປຸງ​ແຕ່ງ ລົງທຶນ​ເທັກ​ໂນ​ໂລ​ຊີ, ຫນູນ​ຊ່ວຍ​ນະ​ໂຍບາຍ​ໃຫ້​ແກ່​ຊາວ​ກະສິກອນ​ປູກ​ຕົ້ນ​ໝາກພ້າວ, ຈາກ​ນັ້ນ ​ເສີມ​ຂະຫຍາຍ​ກຳລັງ​ຄວາມ​ສາມາດ​ທ່າ​ໄດ້​ປຽບ​ຂອງ​ຕົ້ນ​ໝາກພ້າວ ປະກອບສ່ວນ​ເຂົ້າ​ໃນ​ພື້ນຖານ​ເສດຖະກິດ​ຂອງ​ປະ​ເທດ​ຊາດ. ທ່ານ Nguyen Van Hieu ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ Ben Tre ​ໃຫ້​ຮູ້​ວ່າ:

        “ປະ​ຈຸ​ບັນ, ​ແຂວງ Ben Tre ມີ​ເນື້ອທີ່​ປູກ​ຕົ້ນ​ໝາກພ້າວ​ກວ່າ 53.000 ​​ເຮັກຕາ ດ້ວຍ​ປະລິມານ​ການ​ຜະລິດບັນລຸ​ກວ່າ 400 ລ້ານ​ຫນ່ວຍ/ປີ, ກວມ 35% ຍອດ​ຜະລິດ​ຕະພັນ​ໝາກພ້າວ​ຂອງ​ທັງ​ປະ​ເທດ. ມູນ​ຄ່າ​ການ​ຜະລິດ​ຈາກ​ໝາກພ້າວ​ກວມ​ກວ່າ 25% ຍອດ​ມູນ​ຄ່າ​ການ​ຜະລິດ​ອຸດສາຫະກຳ​ຂອງ​ທົ່ວ​ແຂວງ Ben Tre. ຜະລິດ​ຕະພັນ​ໝາກພ້າວ​ຂອງ​ແຂວງ Ben Tre ​ແລະ ບັນດາ​ແຂວງ​ປູກ​ຕົ້ນ​ໝາກພ້າວ ​ໄດ້​ຮັບ​ການ​ສົ່ງ​ອອກ​ເຖິງ ກວ່າ 60 ປະ​ເທດ ​ແລະ ​ເຂດ​ແຄ້ວ​ນຢູ່​ໃນ​ໂລກ. ມີ​ຜະລິດ​ຕະພັນ​ນັບ​ຮ້ອຍ​ຢ່າງ​ໄດ້​ຮັບ​ການ​ປຸງ​ແຕ່ງ​ຈາກຕົ້ນ​ໝາກພ້າວ​, ກວມ​ທີ່​ຕັ້ງ​ຫລັກ​ແຫ​ລ່ງ​ໃນ​ພາລະກິດ​ແຫ່ງ​ການ​ພັດທະນາ​ຂອງ​ແຂວງ Ben Tre, ບໍ່​ສະ​ເພາະ​ກ່ຽວກັບ​ຂົງ​ເຂດ​ເສດຖະກິດ, ວັດທະນະທຳ, ການທ່ອງທ່ຽວ​ເທົ່າ​ນັ້ນ ຫາກ​ຍັງ​ປະກອບສ່ວນ​ຢ່າງ​ຕັ້ງ​ຫນ້າ​ເຂົ້າ​ໃນ​ວິວັດ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ອີກ​ດ້ວຍ.”

Festival ໝາກພ້າວ Ben Tre ຄັ້ງທີ 3 ປີ 2012  - ảnh 2
Festival ໝາກພ້າວ Ben Tre ປີ 2012
ພາບ: sggp.com.vn

        ຢູ່  Festival ໝາກພ້າວ Ben Tre ປີ 2012 ​ໄດ້​ດຳ​ເນີນ​ການ​ເຄື່ອນ​ໄຫວ​ທີ່​ຟົດ​ຟື້ນ​ຫລາຍ​ຢ່າງ ຊື່​ງລວມມີ: ບັນດາ​ກອງ​ປະຊຸມ​ສຳ​ມະ​ນາ, ການ​ແຂ່ງຂັນ, ງານ​ບຸນ​ອາຫານ​ການ​ກິນ, ​ງານ​ຕະຫລາດນັດ​ການ​ຄ້າ, ສິລະ​ປະການ​ຊັບຊ້ອນ​ທີ່​ມີ​ຫົວ​ຂໍ້​ວ່າ: “​ເສັ້ນທາງ​ໝາກພ​້າວ”, ງານ​ປະ​ກວດ​ນາງ​ງາມທີ່​ມີ​ຫົວ​ຂໍ້​ວ່າ: “ນາງ​ງາມ​ຢູ່​ເຂດ​ໝາກພ້າວ” ​ແລະ ການ​ເຄື່ອນ​ໄຫວ​ທ່ອງ​ທ່ຽວ​ທັດສະນີ​ຍະ​ພາບ​ສວນ​ໝາກພ້າວ, ຮາກ​ຖານ​ຜະລິດ​​ເຂົ້າໜົມ​ຈາກ​ໝາກພ້າວ. ​ໃນ​ນັ້ນ ຈຸດ​ໃຈກາງ​ຂອງ Festival ​ແມ່ນ​ງານວາງ​ສະ​ແດງ​ບັນດາ​ຜະລິດ​ຕະພັນ​ໝາກພ້າວ ​ແລະ ງານ​ຕະຫລາດນັດ​ການ​ຄ້າ ຫວຽດນາມ ທີ່​ມີ​ຄຸນ​ນະພາ​ບສູງ ​ໂດຍ​ມີ​ກາ​ນ​ເຂົ້າ​ຮ່ວມ​ຂອງ​ວິ​ສາ​ຫະກິດ​ພາຍ​ໃນ ​ແລະ ນອກ​ແຂວງ ກວ່າ 200 ​ແຫ່ງ, ດ້ວຍ​ຮ້ານ​ວາງສະ​ແດງ 500 ຮ້ານ. ຢູ່ Festival ​ ຍັງ​ດຳ​ເນີນ​ບັນດາ​ລາຍການ​ສະ​ແດງ​ສິລະ​ປະ​ຢູ່​ທ້ອງ​ຖະຫນົນ ດ້ວຍ​​ຮູບ​ການ​ສິລະ​ປະ​ພື້ນ​ເມືອງຕ່າງໆ​ຄື: ຟ້ອນ​ສິງ​ໂຕ, ສະ​ແດງ​ຊຸດອາພອນ​ສະ​ໄຫມ​ເຮັດ​ດ້ວຍ​ຕົ້ນ​ໝາກພ້າວ ​​ແລະ​ ກອງ​ສະ​ແດງກ້ອງ, ​ເປົ່າ​ແຄນ. ນະ​ທີ່​ນີ້ ກໍ​ຈັດ​ໃຫ້​ມີ​ບັນດາ​ກອງ​ປະຊຸມ​ສຳ​ມະ​ນາ​ພາຍ​ໃຕ້​ຫົວ​ຂໍ້​ວ່າ: ຍົກ​ສູງ​ຄຸນຄ່າ​ຂອງ​ຕົ້ນ​ໝາກພ້າວ, ສະພາບ​ຕົວ​ຈິງ ​ແລະ ການ​ກຳນົດ​ທິດ​ພັດທະນາ​ຕົ້ນ​ໝາກພ້າວ, ຄຸນຄ່າ​ຂອງ​ຕົ້ນ​ໝາກພ້າ​ວຢູ່​ປະ​ເທດ​ປູກ​ຕົ້ນ​ໝາກພ້າວ​ຈຳ​ນວນ​ຫນຶ່ງ. ພາຍ​ຫລັງ​ດຳ​ເນີນ​ມາ​ເປັນ​ເວລາ 2 ວັນ, Festival ​ ໝາກພ້າວ Ben Tre ​ໄດ້​ດຶງ​ດູດ​ນັກ​ທ່ອງ​ທ່ຽວ, ວິ​ສາ​ຫະກິດ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ເຂົ້າ​ຢ້ຽມ​ຊົມ, ​ຊອກ​ຮູ້​ເປັນ​ຈຳນວນ​ຫລວງຫລາຍ. ທ່ານ Phan Huynh ນັກທຸລະກິດ​ມາ​ຈາກ ນະຄອນ ​ໂຮ່ຈິມີນ ​ໃຫ້​ຮູ້​ວ່າ:

        “ຂ້າພະ​ເຈົ້າ​ເຫັນ​ວ່າ Festival ​ໝາກພ້າວ​ປີ​ນີ້ ​ໄດ້​ຮັບ​ການ​ລົງທຶນ​ຢ່າງ​ລອບ​ຄອບ​ຖິ່ຖ້ວນ ​ແລະ ດ​້ວຍການ​ລົງທຶນ​ຄື​ແນວ​ນີ້ ຂ້າພະ​ເຈົ້າ​ຄິດ​ວ່າ Festival ​ຈະ​ບັນລຸ​ໝາກຜົນ​ທີ່​ດີ. ຄວາມ​ມຸ້ງ​ມາດປາດ​ຖະຫນາ​ຂອງ​ປະຊາຊົນ​ ​ແລະ ບັນດາ​ອົງການ​ຈັດ​ຕັ້ງ Festival ​​ແມ່ນ​ເຮັດ​ແນວ​ໃດ​ເພື່ອ​ຍົກ​ສູງ​ຄຸນ​ຄ່າ​ຂອງ​ຕົ້ນ​ໝາກພ້າວ​​ໃຫ້ໄດ້.”

        ພາຍຫລັງ​ຈັດ​ຕັ້ງ​ມາ​ເປັນ​ເວລາ 2 ຄັ້ງ ພາຍ​ໃຕ້​ຫົວ​ຂໍ້​ທີ່​ວ່າ: ງານ​ບຸນ​ໝາກພ້າວ Ben Tre, ສ່ວນ ​ໃນຄັ້ງ​ນີ້ ຄະນະ​ກຳມະການ​ປະຊາຊົນ​​ແຂວງ Ben Tre ຕົກລົງ​ຍົກ​ລະດັບ​ງານ​ບຸນ​ນັ້ນໃຫ້​ກາຍ​ເປັນ Festival ​ ​ແລະ ພວມ​ຍື່ນ​ສະ​ເຫ​ນີຕໍ່ລັດຖະບານ​​ເພື່ອຍົກ​ຂຶ້ນ​​ເປັນລະດັບ​ຊາດ​ໃນ​ຄັ້ງ​ຕໍ່​ໄປ. ພ້ອມ​ກັບ​ການ​ເພີ່ມ​ທະວີ​ບົດບາດ​ຂອງ​ສະຫະ​ສະມາຄົມ​ໝາກພ້າວ ຫວຽດນາມ, ບັນດາ​ການ​ເຄື່ອນ​ໄຫວ​ຢູ່ Festival ​ ປະກອບສ່ວນ​ເພີ່ມ​ທະວີ​ການຮ່ວມ​ສຳພັນ​​ຮ່ວມ​ມື​ລະຫວ່າງ ບັນດາ​ອົງການ, ບັນດາ​ນັກວິທະຍາສາດ​ຄົ້ນ​ຄ້ວາ, ​ວິ​ສາ​ຫະກິດ, ຜ່ານ​ນັ້ນ ຮຽກຮ້ອງ​​ໃຫ້​ບັນດາ​ນັກ​ລົງທຶນ​ສາກົນ ຈົ່ງລົງທຶນ​ເຂົ້າ​ບັນດາ​ຜະລິດ​ຕະພັນ​ໝາກພ້າວ ​ເພື່ອ​ຍົກ​ສູງ​ປະສິດທິ​ຜົນ, ຄຸນ​ຄ່າ​ທາງ​ດ້ານ​ເສດຖະກິດຂອງ​ໝາກພ້າວ ​​ແນ​ໃສ່​ນຳ​ຕົ້ນ​ໝາກພ້າວ​​ໃຫ້​ກາຍ​ເປັນ​ຕົ້ນ​ອຸດສາຫະກຳ​ແຫ່ງ​ຊາດ. ບັນດາ​ອົງການ​ຈັດ​ຕັ້ງ Festival ​ ປາດ​ຖະຫນາ​ວ່າ: ​ໃນ​ອະນາຄົດ ບໍ່​ພຽງ​ແຕ່​ມີ​ການຮ່ວມ​ສຳພັນ​ກັບ​ບັນດາ​ແຂວງ​ປູກຕົ້ນ​ໝາກພ້າວ​ເທົ່າ​ນັ້ນ ຫາກ​ຍັງ​ເພີ່ມ​ທະວີ​ການ​ຮ່ວມ​ມືກັບ​ສາກົນອີກ​ດ້ວຍ, ​ເພື່ອຮ່ຳຮຽນ​ເອົາ​ບົດຮຽນ​ຈາກ​ບັນດາ​ປະ​ເທດ​ປູກ​ຕົ້ນ​ໝາກພ້າວ​ໃນ​ໂລກ ​ເຮັດ​​​ໃຫ້ນັບ​ມື້​ນັບ​ມີ​ຜະລິດ​ຕະພັນ​ຈາກ​ຕົ້ນ​ໝາກພ້າວໃຫມ່​ຫລາຍ​ຢ່າງ ​ແລະ ບັນລຸ​ປະສິດທິ​ຜົນ​ທາງ​ດ້ານ​ເສດຖະກິດ​ສູງ​ກວ່າ.

​ໂຕ​ຕວັນ

ຕອບກັບ

ຂ່າວ/ບົດ​ອື່ນ