OCOP ເຊີນ​ລາ ​ບືນ​ຕົວ​ຂຶ້ນ​ອອກ​ສູ່​ໂລກ

(VOVWORLD) - ມາຮອດປັດຈຸບັນ, ແຂວງເຊີນລາ ມີຜະລິດຕະພັນ OCOP 83 ຢ່າງ, ໃນນັ້ນມີ 1 ຜະລິດຕະພັນ ລະດັບ 5 ດາວ, ສ່ວນຍັງເຫຼືອແມ່ນຜະລິດຕະພັນບັນລຸ 3 ແລະ 4 ດາວ. ມີຜະລິດຕະພັນ OCOP ຫຼາຍຢ່າງຂອງແຂວງເຊີນລາ ຢັ້ງຢືນໄດ້ເຄື່ອງໝາຍການຄ້າ, ຄຸນນະພາບ, ພິຊິດໄດ້ຕະຫຼາດທັງພາຍໃນປະເທດ ແລະ ບືນຕົວຂຶ້ນອອກສູ່ໂລກເທື່ອລະກ້າວ



OCOP ເຊີນ​ລາ ​ບືນ​ຕົວ​ຂຶ້ນ​ອອກ​ສູ່​ໂລກ - ảnh 1ບັນດາຜະລິດຕະພັນເຮັດດ້ວຍໄມ້ໃຜ່ (ພາບ: VOV)

ປັດຈຸບັນກາເຟຝຸ່ນບໍລິສຸດ ຂອງສະຫະພັນກາເຟບິກທາວ, ນະຄອນເຊີນລາ ແມ່ນຜະລິດຕະພັນອັນໜຶ່ງດຽວຂອງແຂວງເຊີນລາ ຂຶ້ນກັບ Top 20 ຜະລິດຕະພັນ OCOP 5 ດາວ ລະດັບຊາດໃນປີ 2021. ກ່ອນໜ້ານັ້ນ, 2 ຜະລິດຕະພັນແມ່ນກາເຟຝຸ່ນບໍລິສຸດ ແລະ ຊາເປືອກກາເຟ ຂອງ ສະຫະກອນກໍ່ບັນລຸໄດ້ 4 ດາວ ຂັ້ນແຂວງໃນປີ 2019.

ທ່ານຫງວຽນຊວັນທາວ, ຫົວໜ້າສະຫະກອນກາເຟບິກທາວ ເຊີນລາ ໃຫ້ຮູ້ວ່າ: ຕົ້ນກາເຟໄດ້ຕິດພັນກັບຊາວເຊີນລາແຕ່ຫຼາຍປີມານີ້. ເຖິງຢ່າງໃດກໍ່ຕາມ, ເຂດວັດຖຸດິບກາເຟໄດ້ປູກແຕ່ປີ 1994 ກໍແກ່ແລ້ວ, ເຊິ່ງສົ່ງຜົນສະທ້ອນຕໍ່ຄຸນນະພາບຂອງຜະລິດຕະພັນການສົ່ງອອກ. ເພື່ອຍົກສູງຄຸນຄ່າຜະລິດຕະພັນ, ຕອບສະໜອງຄວາມຮຽກຮ້ອງຕ້ອງການ, ນັບແຕ່ເວລາສ້າງຕັ້ງເມື່ອປີ 2017, ສະຫະກອນກາເຟ ບິກທາວ ໄດ້ນຳແນວພັນໃໝ່ເຂົ້າໃນການຜະລິດ ແລະ ສຸມໃສ່ພັດທະນາແນວພັນກາເຟທີ່ມີຄຸນນະພາບສູງ, ກາເຟທີ່ມີຊື່ສຽງ. ການໄປຖືກທິດນີ້ແມ່ນໄມ້ງັດຊ່ວຍສະຫະກອນມີຜະລິດຕະພັນ OCOP ທີ່ມີຄຸນນະພາບສູງ. ທ່ານ ຫງວຽນຊວັນທາວໃຫ້ຮູ້ວ່າ:

ກາເຟແນວພັນໃໝ່ໄດ້ຄົ້ນຄ້ວາແມ່ນຕ້ານການປ່ຽນແປງຂອງດິນຟ້າອາກາດ, ຕ້ານພະຍາດ, ແຢນຂອງມັນ 100% ແມ່ນກາເຟ aramica (ກາເຟຊາ). ໂດຍເຫັນໄດ້ວ່າ ຄວາມຕ້ອງການ ພາຍໃນປະເທດ ແລະ ຕະຫຼາດເອີລົບລ້ວນແຕ່ມີຄວາມນິຍົມຊົມຊອບກາເຟທີ່ເປັນເອກະລັກສະເພາະ, ນັບແຕ່ປີ 2018, ສະຫະກອນໄດ້ເຊື້ອເຊີນບັນດານັກຊ່ຽວຊານຕ່າງປະເທດ ກ່ຽວກັບການຝຶກອົບຮົມໃຫ້ແກ່ສະມາຊິກສະຫະກອນ, ຮັບວິທີການປຸງແຕ່ງກາເຟນ້ຳເຜີ້ງ ບໍ່ນຳໃຊ້ນ້ຳ, ເປືອກເຮັດຊາ cascara ສົ່ງອອກ, ນຳມາເຊິ່ງລົດຊາດທີ່ເປັນເອກະລັກສະເພາະຂອງກາເຟເຊີນລາ ແລະ ມີມູນຄ່າທີ່ສູງກວ່າ, ເປັນມິດກັບສິ່ງແວດລ້ອມ.

        ບັນດາຜະລິດລະພັນ OCOP ຂອງສະຫະພັນ ກາເຟບິກທາວ ໄດ້ຂາຍຢູ່ຫຼາຍລະບົບ, ຮ້ານສັບພະສິນຄ້າ ພາຍໃນປະເທດ ແລະ ການສົ່ງອອກ. ເພື່ອພິຊິດໄດ້ບັນດາຕະຫຼາດທີ່ມີຄຸນນະພາບສູງ, ສະຫະກອນໄດ້ເອົາໃຈໃສ່ຂັ້ນຕອນ, ຮັບປະກັນມາດຖານນັບແຕ່ການປູກຕົ້ນໄມ້, ບົວລະບັດ, ເກັບກູ້ ແລະ ປຸງແຕ່ງຢ່າງເຂັ້ມງວດ. ລະດູການກາເຟປີນີ້, ສະຫະກອນ ໄດ້ນຳໂຮງງານປຸງແຕ່ງກາເຟທີ່ມີຂອບຂະໜາດເກືອບ 1.120 ຕາແມັດ, ມີສະມັດຕະພາບເມັດກາເຟ 20 ໂຕນ/ວັນ ເຂົ້າເຄື່ອນໄຫວ ດ້ວຍລະບົບການປຸງແຕ່ງຕາມຂັ້ນຕອນຄົບວົງຈອນ, ໄດ້ສ້າງເຮືອນແກ້ວ 3 ຫຼັງ, ສ້າງບັນດາສວນກ້າເບ້ຍກາເຟ… ທ່ານ ຫງວຽນຊວັນທາວ ໃຫ້ຮູ້ວ່າ: ປີ 2022 ຄາດວ່າສະມັດຕະພາບບັນລຸປະມານ 2000 – 4000 ໂຕນ, ຍ້ອນກາເຟແນວພັນໃໝ່ມີສະມັດຕະພາບສູງກ່ວາ. ປະລິມານກາເຟສົ່ງອອກແຕ່ກ່ອນມາຮອດປັດຈຸບັນ ຍາມໃດກໍ່ບັນລຸ 90 - 95% ໃນຍອດປະລິມານ, ໂດຍມີມູນຄ່າແຕ່ 15 - 20 ຕື້ດົ່ງ.

          ຊຸດ 3 ຜະລິດຕະພັນຄື ຈອກໄມ້ໄຜ່, ທໍ່ດູດໄມ້ໄຜ່, ຊຸດມິີດ, ບ່ວງ, ສ້ອມໄມ້ໄຜ່ ຢາຟາດ ບັນລຸ ລະດັບ OCOP 4 ດາວ ຂອງບໍລິສັດຫຸ້ນສ່ວນກຸ່ມບໍລິສັດໄມ້ໄຜ່ເຊີນລາ ກໍ່ໄດ້ຮັບການຕີລາຄາສູງຈາກຜູ້ບໍລິໂພກ ຍ້ອນມີຄຸນນະພາບ, ລາຄາ ແລະ ຄວາມເປັນມິດກັບສິ່ງແວດລ້ອມ. ປັດຈຸບັນ, ບໍລິສັດ ໄດ້ມີ 70 ສາຂາຢູ່ຫຼາຍແຂວງ, ນະຄອນ ແລະ ກວມເອົາປະມານ 60% ຕະຫຼາດພາຍໃນປະເທດ, ພ້ອມກັນນັ້ນ ກໍສົ່ງອອກໄປຍັງອິນເດຍ, ຝລັ່ງ, ເຢຍລະມັນ, ອາເມລິກາ, ສ.ເກົາຫຼີ. ທ່ານ ເລຕຽນຢຸງ, ຜູ້ອຳນວຍການໃຫຍ່ ບໍລິສັດຫຸ້ນສ່ວນກຸ່ມບໍລິສັດໄມ້ໄຜ່ ເຊີນລາ ແບ່ງປັນວ່າ:

          ບໍລິສັດໄດ້ກຳນົດທິດແມ່ນພັດທະນາປະເພດຜະລິດຕະພັນເຄື່ອງໃຊ້ສອຍໂດຍກົງໃຫ້ແກ່ມະນຸດ, ທັງຮັກສາທາດແທ້ຂອງໄມ້ໄຜ່, ບໍ່ໃຊ້ທາດເຄມີໃດທີ່ມີຜົນສະທ້ອນຕໍ່ມະນຸດ. ການຕ້ານມອດ ໄດ້ຮັບການແກ້ໄຂດ້ວຍຄວາມຮ້ອນ, ຄວາມດັນອາຍສູງເພື່ອກຳຈັດນ້ຳຕານຂອງໄມ້ໄຜ່ອອກ. ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການສົ່ງອອກ, ພວກຂ້າພະເຈົ້າໄດ້ເອົາໃຈໃສ່ຍົກສູງຄຸນຄ່າຂອງບັນດາຜະລິດຕະພັນ, ຈາກເຂດວັດຖຸດິບ, ສ້າງເຂດວັດຖຸດິບຫຼັງຂຸດຄົ້ນຄືນໃໝ່, ຕະຫຼອດຮອດຂອບຂະໜາດໂຮງຈັກໂຮງງານ, ຂະໜາດຜະລິດຕະພັນ, ຜົນສະທ້ອນສິ່ງແວດລ້ອມ. ເພາະສະນັ້ນ ບໍລິສັດໄດ້ເອົາໃຈໃສ່ເປັນພິເສດເຖິງການພັດທະນາໂຮງງານເພື່ອຕອບສະໜອງຄວາມຮຽກຮ້ອງໃນການຜະລິດ, ເພື່ອໃຫ້ຜະລິດຕະພັນມີການພັດທະນາ ໄກກ່ວາ.

          ພ້ອມກັບກາເຟ ແລະ ໄມ້ໄຜ່, ມີຫຼາຍຜະລິດຕະພັນ OCOP ໄດ້ສ້າງຈາກບັນດາຜະລິດຕະພັນທີ່ເປັນເອກະລັກສະເພາະຂອງແຂວງເຊີນລາ ກໍ່ສຳຜັດກັບຕະຫຼາດສາກົນເທື່ອລະກ້າວຄື: ບັນດາຜະລິດຕະພັນຊາຈາກເຂດຊາ ຕາຊົ່ວ ຂອງບໍລິສັດຫຸ້ນສ່ວນຊາ ແລະ ຜະລິດຕະພັນເອກະລັກ ໄຕບັກ ຈຳກັດ, ຊາ ຈ້ອງງວຽນໂຝງລາຍ ຂອງສະຫະກອນຜະລິດດຳເນີນທຸລະກິດ ແລະ ການບໍລິການສັງລວມ ບິ່ງທ້ວນ, ລຳໄຍແຫ້ງຂອງ ສະຫະກອນ ບາວມິງ…

          ເພື່ອໃຫ້ບັນດາຜະລິດຕະພັນ OCOP ບືນຕົວຂຶ້ນອອກສູ່ໂລກ, ແຂວງເຊີນລາໄດ້ ແລະ ພວມມີການກຳນົດທິດ, ຂັ້ນຕອນລະອຽດໃນການສ້າງຜະລິດຕະພັນທີ່ເປັນເອກະລັກສະເພາະ, ມີຄຸນນະພາບ, ຍົກລະດັບ ແລະ ຍົກສູງຄຸນຄ່າຜະລິດຕະພັນ OCOP. ທ່ານນາງ ຮ່ວາງທິທູຮ່ຽນ,  ຮອງຫົວໜ້າຜູ້ປະຈຳການຫ້ອງການປະສານງານກໍ່ສ້າງຊົນນະບົດໃໝ່ແຂວງເຊີນລາ ໃຫ້ຮູ້ວ່າ:

ເພື່ອໃຫ້ຜະລິດຕະພັນ OCOP ບືນຕົວຂຶ້ນອອກສູ່ໂລກ, ບັນດາສະຫະກອນ, ເຈົ້າຂອງທີ່ເຂົ້າຮ່ວມ OCOP ຕ້ອງປະຕິບັດບັນດາຂັ້ນຕອນຜະລິດກັບແຕ່ລະຜະລິດຕະພັນຢ່າງເຂັ້ມງວດ. ພວກຂ້າພະເຈົ້າຈະເປັນເສນາທິການໃຫ້ແກ່ແຂວງ ເພື່ອຍົກສູງບັນດາຜະລິດຕະພັນ OCOP ໃນປັດຈຸບັນ ເພື່ອບັນລຸມາດຖານສູງກ່ວາ, ຮັບປະກັນບັນດາເງື່ອນໄຂສົ່ງອອກໄປຍັງຕະຫຼາດທີ່ມີຄຸນນະພາບ. ການສົ່ງອອກບັນດາຜະລິດຕະພັນ OCOP ກໍ່ປະກອບສ່ວນນຳຈຸດທີ່ເປັນເອກະລັກສະເພາະຂອງແຕ່ລະເຂດ ເຊີນລາ ໄປຍັງເພື່ອນມິດ 5 ທະວີບ.

        ປັດຈຸບັນ, ບັນດາຂະແໜງການທີ່ມີໜ້າທີ່ ແລະ ທ້ອງຖິ່ນຕ່າງໆຂອງແຂວງ ເຊີນລາ ກໍພວມສືບຕໍ່ຂຸດຄົ້ນຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບ, ຜັນຂະຫຍາຍກົນໄກ, ນະໂຍບາຍໜູນຊ່ວຍ, ສົ່ງເສີມບັນດາອົງການ, ສະຫະກອນ, ວິສາຫະກິດລົງທຶນກໍ່ສ້າງຜະລິດຕະພັນ…ສູ້ຊົນໃນປີ 2022 ມີຜະລິດຕະພັນ OCOP ຕື່ມອີກ 40 ຢ່າງທີ່ເຂັ້ມຂົ້ນໄປດ້ວຍສີສັນ, ລັກສະນະພິເສດ, ພິຊິດໄດ້ບັນດາຕະຫຼາດທີ່ມີຄຸນນະພາບສູງ ປະກອບສ່ວນສ້າງກຳລັງແຮງໃຫ້ແກ່ການສ້າງຊົນນະບົດໃໝ່, ປັບປຸງ ແລະ ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ