Phu Yen ສຸມກຳລັງແຮງເພື່ອລົງທຶນພັດທະນເຂດເສດຖະກິດທາງທິດໃຕ້.

Phu Yen ສຸມກຳລັງແຮງເພື່ອລົງທຶນພັດທະນເຂດເສດຖະກິດທາງທິດໃຕ້. - ảnh 1
​ເຂດ​ເສດຖະກິດ​ທາງ​ທິດ​​ໃຕ້ Phu Yen
ພາບ:internet


(vovworld)- ​ເຂດ​ເສດຖະກິດ​ທາງ​ທິດ​​ໃຕ້ Phu Yen ​ແຂວງ Phu Yen ​ໄດ້​ຮັບ​ການ​ອະນຸມັດ​ວາງ​ແຜນ​ກຳນົດ​ສັງລວມຈາກ​ນາຍົກລັດຖະມົນຕີນັບ​ແຕ່​ເດືອນ 10/2009. ​ພາຍຫລັງ​ເກ​ືອບ 2 ປີ​ເຄິ່ງທີ່ສຸມ​ໃສ່​ລົງທຶນ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​​ເຕັກນິກ, ​ເຂດ​ເສດຖະກິດ​ນີ້​ພວມ​ນັບ​ມື້​ນັບ​ໄດ້​ຮັບ​ຄວາມ​ປາດ​ຖະຫນາ​ວ່າ​ແມ່ນ​ປະຕູ​​ໄຂອອກ​ສູ່​ທະ​ເລ​ຕາ​ເວັນ​ອອກ​ຂອງ​​ເຂດ​ຕອນ​ໃຕ້​ພາກ​ກາງ ​ແລະ ​ເຂດ​ໄຕ​ງວຽນ. ​ເນື່ອງ​ໃນ​ໂອກາດ​ລະນຶກ 37 ປີ​ແຫ່ງ​ວັນ​ປົດ​ປ່ອຍ​ແຂວງ Phu Yen, ນັກ​ຂ່າວ Hai Son ມີ​ບົດ​ຂຽນ​ທີ່​ພາດ​ຫົວ​ເລື່ອງ​ວ່າ: Phu Yen ສຸມ​ກຳລັງ​ແຮງ​ເພື່ອ​ລົງທຶນ​ພັດທະນາເຂດ​ເສດຖະກິດ​ທາງ​ທິດ​ໃຕ້.

        ເຂດ​ເສດຖະກິດ​ທາງ​ທິດ​ໃຕ້ ແຂວງ Phu Yen ດ້ວຍ​ເນື້ອ​ທີ່​ເກືອບ 21.000 ​ເຮັກຕາ, ຈາກ​ນະຄອນ Tuy Hoa ​ແກ່ຍາວ​ຮອດ​ທ່າ​ກຳ​ປັ່ນ Vung Ro ຕິດ​ກັບ​ແຂວງ Khanh Hoa. ພາຍຫລັງ​ສອງ​ປີ​ເຄິ່ງທີ່ຜັນ​ຂະຫນາຍ​ການ​ກໍ່ສ້າງ​ເຂດ​ເສດຖະກິດ​ນີ້​ ​ມີກິດຈະກຳ​ຫລາຍ​ແຫ່ງ​ໄດ້​ນຳ​ເຂົ້າ​ໃຊ້​ການ​ຄື: ທ່າ​ກຳ​ປັ່ນ Vung Ro, ຂົວ Da Nong, ​ເສັ້ນທາງ Phuoc Tan -  Bai Nga, ​ເຂດ​ອຸດສາຫະກຳ Hoa Hiep ​ໄລຍະ1, ​ເຂດ​ຕັ້ງ​ຖິ່ນ​ຖານ​ຄືນ​​ໃຫມ່ Phu Lac. ​ເພື່ອ​ມອບທີ່​ດິນ​​ໃຫ້​ແກ່​ໂຄງການກໍ່ສ້າງ​ເຂດ​ເສດຖະກິດ, ມີ​ກວ່າ 1000 ຄອບຄົວ ​ໃນ​ນັ້ນສ່ວນ​ຫລາຍ​ຢູ່​ບັນດາ​ຕາ​ແສງ​ຄື Hoa Tam, Hoa Xuan Dong ​ແລະ Hoa Xuan Tay ​ເມືອງ Dong Hoa ​ໄດ້ປະບ່ອນຝ​ັ່ງສາຍ​ແຮ່​ແຜ​່ສາຍ​ບື​ຂອງ​ຕົນຍົກຍ້າຍໄປ​ອາ​ໄສທີ່​ບ່ອນ​ອື່ນ. ຢູ່​ເຂດ​ຕັ້ງ​ຖິ່ນ​ຖານ​ຄືນ​ໃຫມ່ Phu Lac ຕາ​ແສງ Xuan Hoa ​Nam ​ເມືອງ Dong Hoa, ລຸງ Dang Van Ngoi ​ໃຫ້​ຮູ້​ວ່າ:

        “ຢູ່​​ເຂດ​ນີ້ ປະ​ຊາ​ຊົນ​ລ້ຽງ​ກຸ້ງມັງກອນ, ບາງ​ຄອບຄົວ​ຍອມ​​ເສຍ​ປະ​ໂຫຍ​ດ ​ເພ່ືອ​ຮັບ​ໃຊ້​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດຂອງ​ແຂວງ​ແມ່ນ​ນຳ​ມາ​​ເຊິ່ງຜົນ​ປະ​ໂຫຍ​ດຫລາຍ​ກວ່າ, ນັ້ນ​ແມ່ນ​ສິ່ງ​ທີ່​ປະຊາຊົນ​​ປາດ​ຖະຫນາ. ພວກ​ຂ້າພະ​ເຈົ້າ​ຫວັງ​ວ່າ ​ໂຄງການ​ຈະ​​ໄດ້​ຮັບ​ການກໍ່ສ້າງ​ສຳ​ເລັດ​ໂດຍ​ໄວ ​ແລະ ​ເມື່ອ​ໂຮງງານ​ກໍ່ສ້າງ​ສຳ​ເລັດ​ຈະ​ຮັບ​ລູກ​ຫລານ​ຢູ່ Vung Ro ​ເຂົ້າ​ເຮັດ​ວຽກ.”

Phu Yen ສຸມກຳລັງແຮງເພື່ອລົງທຶນພັດທະນເຂດເສດຖະກິດທາງທິດໃຕ້. - ảnh 2
ທ່າກຳປັ່ນVung Ro
ພາບ:chinhphu.vn

        ​ເຖິງ​ວ່າ ພວມຢູ່​ໃນ​ໄລ​ນະ​ຕົ້ນ​ຂອງ​ການກໍ່ສ້າງ ​ແຕ່​ເຂດ​ເສດຖະກິດ Phu Yen ​ໃຕ້ ​ໄດ້​ດຶງ​ດູດ​ນັກ​ລົງທຶນ​ພາຍ​ໃນ ​ແລະ ຕ່າງປະ​ເທດ​​ເປັນ​ຈຳນວນ​ຫລວງຫລາຍ​ມາ​ຊອກ​ຫາ ​ແລະ ດຳ​ເນີນ​ທຸລະ​ກິດ​ຢູ່ Phu Yen. ​ເປັນ​ຫນ້າ​ສົນ​ໃຈ​ນັ້ນ​ແມ່ນ ​ໂຄງການ​ໂຮງງານ​ກັ່ນ​ນ້ຳມັນ Vung Ro ຂອງ​ບໍລິສັດ​ຮ່ວມ​ທຸລະ​ກິດ Technostar Management Limited ລາຊະ​ອາ​ນາ​ຈັກ​ອັງກິດ ​ແລະ ບໍລິສັດ Telloil ຈຳກັດ​ຂອງ​ສະຫະພັນ​ລັດ​ເຊຍ ດ້ວຍ​ຈຳນວນ​ທຶນ 1,7 ຕື້ USD, ກໍ່ສ້າງ​ໃນ​ເນື້ອ​ທີ່ 400 ​ເຮັກຕາ, ​ໃນ​ນັ້ນ ມີ​ກວ່າ​ເຄິ່ງຫນຶ່ງ​ແມ່ນ​ເນື້ອ​ທີ່​ຫນ້າ​ນ້ຳ, ​​ແຕ່ລະ​ປີໂຮງງານ​ມີ​ກຳລັງ​ການ​ຜະລິດ ​ອາຍ​ແກສ,.ນ້ຳມັນ​ສຳລັບ​ຍົນ​ອາຍ​ພົ່ນ, ນ້ຳມັນ​​ແອັດ​ຊັງ, ກະ​ຊ່ວນ​ໄດ້4 ລ້ານ​ໂຕນ.  ປະຈຸບັນ, ​ໂຄງການ​ປະຕິບັດ​ວຽກ​ງາ​ນຊົດ​ເຊີຍ, ຕັ້ງ​ຖິ່ນ​ຖານ​ຄືນ​ໃຫມ່​​ໃຫ້​ແກ່​ປະຊາຊົນ, ກະກຽມພື້ນ​ທີ່​ເພື່ອ​ລົງມື​ກໍ່ສ້າງ​ໃນ​ເດືອນ 9 ຈະ​ມາ​ເຖິງ. ນອກ​ນັ້ນ, ບໍລິສັດ​ຫຸ້ນ​ສ່ວນ Hiep Hoa Phat ຢູ່​ນະຄອນ Ho Chi Minh ກໍ​ພວມ​ຜັນ​ຂະຫຍາຍ​ໂຄງການ​ພື້ນຖານ​ເຕັກນິກ​ເຂດ​ອຸດສາຫະກຳ Hoa Tam ດ້ວຍ​ເນື້ອ​ທີ່​ກວ່າ 2.100 ​ເຮັກຕາ ລວມມີ ​ 3 ​ເຂ​ດຄື: ​ເຂດ​ອຸດສາຫ​ະກຳ​ກັ່ນ​ນ້ຳມັນ​, ​ເຂດ​ອຸດສາຫະກຳ​ຫລາຍ​ຂະ​ແຫນງ ​ແລະ ທ່າ​ກຳ​ປັ່ນ Bai Goc. ທ່ານ Truong Phuoc Cuong, ຫົວຫນ້າ​ຄະນະ​ຄຸ້ມ​ຄອງ​ເຂດ​ເສດຖະກິດ Phu Yen ​ໃຫ້​ຮູ້​ວ່າ: ນັກ​ລົງທຶນ​ໃຫ້​ຄຳ​ໝັ້ນ​ໝາຍ​ລົງມື​ກໍ່ສ້າງ​ໂຄງການ​ດ້ວຍ​ຍອດ​ຈຳນວນ​​ເງິນ​ລົງທຶນ​ກວ່າ 10.000 ຕື້​ດົ່ງ​ໃນ​ໄຕ​ມາດ 3 ປີ​ນີ້. ທ່ານ Truong Phuoc Cuong ຍັງ​ຢືນຢັນ​ວ່າ:

        “ນັບ​ແຕ່​ນີ້​ຮອດ​ປີ 2015, Phu Yen ມີ 3  ວຽກ​ງານ​ສຳ​ຄັນ. ທີ​ຫນຶ່ງ​ແມ່ນ ​ເພີ່ມ​ທະວີ​ການ​ລົງທຶນ​ພື້ນຖານ​ໂຄງ​ລ່າງ​ເຂດ​ເສດຖະກິດ Phu Yen  ​ໃຕ້ ບວກ​ກັບການ​ເລັ່ງລັດ​ນັກ​ລົງທຶນ​ຍູ້​​ໄວ​​ການ​ໂຄສະນາ, ດຶງ​ດູດ​ນັກ​ລົງທຶນສືບ​ຕໍ່​ເຂົ້າ​ມາ​ລົງທຶນ​​ຢູ່​​ເຂດ​ເສດຖະກິດ ​ແລະ ທີ​ສາມ ​ແມ່ນ​ບຸກ​ເບີກ​ຫນ້າ​ພຽງ, ຕັ້ງ​ຖິ່ນ​ຖານ​ຄົງ​ທີ່, ​​ເອົາ​ໃຈ​ໃສ່ເບິ່ງ​ແຍງ​ດູ​ແລຊີ​ວິດ​ການ​ເປັນ​ຢູ່​ໃຫ້​ແກ່​ປະຊາຊົນ.”

        ​ເຂ​ດ​ເສດຖະກິດ Phu Yen ​ໃຕ້​ມີ​ຄວາມ​ສະດວກ​ກ່ຽວ​ກັບ​ທາງ​ຄົມມະນາຄົມ. ນອກຈາກ​ທາງ​ຫລວງ 1A ​​ແລະ ​ເສັ້ນທາງ​ແຄມ​ທະ​ເລ​ແລ້ວ, ​ແຂວງ Phu Yen ຍັງ​ມີ​ເສັ້ນທາງ​ຫລວງ​ເລກທີ 29, 25 ​ເຊື່ອມ​ຕໍ່​ກັບ​​​ເຂດ ​ໄຕ​ງວຽນ ພວມ​ໄດ້​ຮັບ​ການ​ຍົກ​ລະດັບ, ​ເປີດ​ກວ້າງ, ທາງອຸມົງ​ໃຕ້​ດິນ​ກີ່ວ Ca ກໍ​ໄດ້​ລົງມື​ກໍ່ສ້າງ​ຢ່າງ​ມີ​ປະສິດທິ​ຜົນ. ​ແລະ ໃນ​ໄລຍະ​ອັນ​ສັ້ນໆ​ເທົ່າ​ນັ້ນ, ​ເຂດ​ເສດຖະກິດ Phu Yen ​ໃຕ້ ​ແລະ ​ເຂດ​ເສດຖະກິດ ​ເວີນ​ຟອງ ​ແຂວງ Khanh Hoa ຈະ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ ​ແລະ ກາຍ​ເປັນ​ສູນ​ກາງ​ທ່ອງ​ທ່ຽວ​ຂອງ​ທົ່ວ​ປະ​ເທດ. ຄະນະ​ກຳມະການ​ປະຊາຊົນ​ແຂວງ Phu Yen ​ໄດ້​ປະກາດ​ໃຊ້​ແຜນການ​ລົງທຶນ, ກໍ່ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ຢູ່​ເຂດ​ເສດຖະກິດ Phu Yen ​ໃຕ້ ​ໄລຍະ 2011 - 2015. ທ່ານ Huynh Tan Viet ຮອງ​​ເລ​ຂາ​ຄະນະ​ພັກ​ແຂວງ, ປະທານ​ສະພາ​ປະຊາຊົນ​ແຂວງ Phu Yen ​ໄດ້​ຢືນຢັນ​ວ່າ:

        “​ໂຄງການ​ບຸກທະລຸ​ກ່ຽວ​ກັບ​ການ​ສ້າງ​ພື້ນຖານ​ໂຄງ​ລ່າງ ​ແມ່ນ​ຫນຶ່ງ​ໃນ​ບັນດາ​ໂຄງການ​ຈຸດ​ສຸມ​ຂອງ​ຄະນະ​ພັກ​ແຂວງ. ຖ້າ​ຫາກ​ໂຄງການ​ນີ້​ໄດ້​ຮັບ​ການ​ກໍ່ສ້າງ​ສຳ​ເລັດ ຈະ​ປະກອບສ່ວນ​ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ປະຊາຊົນ, ມີ​ແຫ​ລ່ງລາຍ​ຮັບ​ງົບ​ປະມານ​ຫຼວງ​ຫຼາຍ.”

        ​ໃນ​ອະນາຄົດ, ​ໂຄງການສາຍ​ທາງ​ລົດ​ໄຟ​ເຂດ​ເສດຖະກິດ Phu Yen​ໃຕ້ - Buon Ma Thuot ດ້ວຍ​ຄວາມ​ຍາວ 160 ກິ​ໂລ​ແມດ ຈະ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ໃນ​ພາຍ​ພາກ​ຫນ້າ, ​ເມື່ອ​ສາຍ​ທາງ​ຫລວງ​ເລ​ກທີ 29 ​ໄດ້​ຮັບ​ການ​ລົງທຶນ​ຍົກ​ລະດັບ ຈະ​ສັ້ນ​ກວ່າປະມານ 60 ກິ​ໂລ​ແມດ ​ຈາກ​ແຂວງ Phu Yen ​ໄປ Dac Lac. ນີ້​​ແມ່ນ​ປະຕູ​ທາງອອກ​ໃນ​ການຄ້າຂາຍ​ສິນຄ້າ, ປະ​ກອບ​ສ່ວນ​ສ້າງຕ່າ​ຫນ່າງ​ຄົມມະນາຄົມ​ທາງບົກ​ໃນ​ເຂດ​ສາມຫລ່ຽມ​ພັດທະນາ ຫວຽດນາມ ລາວ ກ​ຳປູ​ເຈຍ​ສຳ​ເລັດ​ຜົນ ປະກອບສ່ວນ​ບໍ່​ຫນ້ອຍ​ເພື່ອ​ໃຫ້​ເຂດ​ເສດຖະກິດ Phu Yen ​ໃຕ້ ນັບ​ມື້​ນັບ​ພັດທະນາ.

Bui Hang

ຕອບກັບ

ຂ່າວ/ບົດ​ອື່ນ