TPP ສ້າງກຳລັງຫນູນໃຫ້ແກ່ການເຕີບໂຕຂອງວິສາຫະກິດຫວຽດນາມ

(vovworld)- ສັນ​ຍາ​ຄູ່​ຮ່ວມ​ມື​ຂ້າມ​ປີ​ຊີ​ຟີກ (TPP) ຊື່ງ​ຫວຽດ​ນາມ ເປັນ​ສະ​ມາ​ຊິກ ຫາ​ກຳ​ສຳ​ເລັດ​ການ​ເຈ​ລະ​ຈາ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 5/10/2015. ຍາດ​ແຍ່ງ​ກາ​ລະ​ໂອ​ກາດ​ດີ ຊື່ງ TPP ນຳ​ມາ​ໃຫ້, ຄາດ​ຄະ​ເນ ແລະ ຈຳ​ກັດ​ບັນ​ດາ​ ຄວາມ​ສ່ຽງ ຈະ​ແມ່ນ​ບາດ​ລ້ຽວ​ເພື່ອ​ໃຫ້​ພື້ນ​ຖານ​ເສດ​ຖະ​ກິດ​ຫວຽດ​ນາມ ກ້າວ​ເຂົ້າ​ສູ່​ໄລ​ຍະ​ປະ​ຕິ​ຮູບ​ພັດ​ທະ​ນາ, ສ້າງ​ທ່ວງ​ທ່າ​ເພື່ອ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ ຫວຽດ​ນາມ ໄປ​ທັນ​ກັບ​ທ່າ​ເຕີບ​ໂຕ​ຂອງ​ທົ່ວ​ໂລກ. ບົດ​ຂຽນ​ຂອງ​ນັກ​ຂ່າວ ເລ້​ຮັ່ງ ທີ່​ມີ​ຫົວ​ຂໍ້​ວ່າ: ສ້າງ​ກຳ​ລັງ​ຫນູນ​ໃຫ້​ແກ່​ການ​ເຕີບ​ໂຕ​ຂອງວິ​ສາ​ຫະ​ກິດ​ຫວຽດ​ນາມ

TPP ສ້າງກຳລັງຫນູນໃຫ້ແກ່ການເຕີບໂຕຂອງວິສາຫະກິດຫວຽດນາມ - ảnh 1
ພາບ​ປະ​ກອບ:giacaphe

        ຫວຽດ​ນາມ ໄດ້​ຮັບ​ການ​ຕີ​ລາ​ຄາ​ວ່າ ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ໄດ້​ຊົມ​ໃຊ້​ຜົນ​ປະ​ໂຫຍດ​ຫລາຍ​ສຸດຈາກ​ສັນ​ຍາ TPP. ຕາມ​ການ​ຄິດ​ໄລ່, TPP ຈະ​ຊ່ວຍ GDP ຂອງ​ຫວຽດ​ນາມ ເພີ່ມ​ຂຶ້ນ 23,5 ຕຶ້ USD ໃນ​ປີ 2020 ແລະ 33,5 ຕື້ USD ໃນ​ປີ 2025. ການ​ສົ່ງ​ອອກ ຈ​ະ​ເພີ່ມ​ຂຶ້ນ​ຕື່ມ​ອີກ 68 ຕື້ USD ໃນ​ປີ 2025. ເປັນ​ຫນ້າ​ສົນ​ໃຈ ເລື່ອງ​ບັນ​ດາ​ຕະ​ຫລາດ​ໃຫຍ່​ຄື: ອາ​ເມ​ລິ​ກາ, ຍີ່​ປຸ່ນ ແລະ ກາ​ນາ​ດາ ຫລຸດ​ຜ່ອນ​ພາ​ສີ​ນຳ​ເຂົ້າ ລົ​ງ​ລະ​ດັບ 0% ຈະ​ເປັນ​ສິ່ງ​ກະ​ຕຸກ​ຊຸກ​ຍູ້​ສຳ​ລັບ​ການ​ເຄື່ອນ​ໄຫວ​ສົ່ງ​ອອກ​ຂອງ ຫວຽດ​ນາມ. ບັນ​ດາ​ວິ​ສາ​ຫະ​ກິດ​ສົ່ງ​ອອກ​ສຳ​ຄັນ​ຄື: ຕ່ຳ​ແຜ່ນ​ຕັດ​ຫຍິບ, ເກີບ​ຫນັງ, ປະ​ເພດ​ຜະ​ລິດ​ຕະ​ພັນ​ກະ​ເສດ​, ສິນ​ໃນ​ນ້ຳຈຳ​ນວນ​ຫນຶ່ງ… ອາດ​ຈະ​ມີ​ບາດ​ກ້າວ​ພັດ​ທະ​ນາ​ກະ​ໂດດ​ຂັ້ນ​ກ່ຽວ​ກັບ​ວົງ​ເງິນ​ສົ່ງ​ອອກໄປ​ຍັງ​ຕະ​ຫລາດນີ້. ເມື່ອ​ເຂົ້າ​ຮ່ວມ​ສັນ​ຍາ TPP, ບັນ​ດາ​ວິ​ສາ​ຫະ​ກິດ ຫວຽດ​ນາມ ພວມ​ຕ້ອນ​ຮັບ​ຫລາຍ​ກາ​ລະ​ໂອ​ກາດ​ພັດ​ທະ​ນາ, ແຕ່​ຄຽງ​ຄູ່​ກັນ​ນັ້ນ ກໍ​ປະ​ເຊີນ​ຫນ້າ​ກັບ​ບັນ​ດາ​ສິ່ງ​ທ້າ​ທາຍບໍ່​ແມ່ນ​ຫນ້ອຍ. ທ່ານ ຫງວຽນ​ຈີ​ຮຽວ ຜູ້​ຊ່ຽວ​ຊານ​ດ້ານ​ເສດ​ຖະ​ກິດ ຖື​ວ່າ:

        “TPP ເປີດ​ກາ​ລະ​ໂອ​ກາດ​ໃຫຍ່​ໃຫ້ ຫວຽດ​ນາມ, ກາ​ລະ​ໂອ​ກາດ​ໄດ້​ເຊື່ອມ​ໂຍງ​ເຂົ້າ​ກັບ​ພື້ນ​ຖານ​ເສດ​ຖະ​ກິດ​ທົ່ວ​ໂລກ, ພື້ນ​ຖານ​ເສດ​ຖ​ະ​ກິດ ຫວຽດ​ນາມ ຈະ​ປ່ຽນ​ແປງ​ຫລາຍ​ຢ່າງ. ແລະ ພ້ອມ​ກັບ​ການ​ເຊື່ອມ​ໂຍງນັ້ນ ແມ່ນ​ການ​ປ່ຽນ​ແປງ​ ພື້ນ​ຖານ​ເສດ​ຖະ​ກິດ​ຫວຽດ​ນາມ ເກືອບ​ທັງ​ໝົດ​. ເປັນ​ຫນ້າ​ສົນ​ໃຈ ນັ້ນ​ແມ່ນ​ບັນ​ດາ​ປະ​ເພດ​ສິນ​ຄ້າ ຫວຽດ​ນາມ ພວມ​ມີ​ທ່າ​ແຮງ, ມີ​ວົງ​ເງິນ​ສົ່ງ​ອອກ​ໃຫຍ່​ຄື: ເຄື່ອງ​ຕ່ຳ​ແຜ່ນ​ຕັດ​ຫຍິບ, ຜະ​ລິດ​ຕະ​ພັນ​ກະ​ເສດ, ສິນ​ທະ​ເລ, ສິນ​ໃນ​ນ້ຳ ໄດ້​ຊົມ​ໃຊ້​ຜົນ​ປະ​ໂຫຍດ​ຫລາຍກວ່າ.”

        ບັນ​ດາ​ປະ​ເທດ​ເຂົ້າ​ຮ່ວມ TPP ແມ່ນ​ຄູ່​ຮ່ວມ​ມື​ສົ່ງ​ອອກ​ສຳ​ຄັນ​ຂອງ​ຫວຽດ​ນາມ ພິ​ເສດ ແມ່ນ ອາເມ​ລິ​ກາ ແລະ ຍີ່​ປຸ່ນ ກວມເຖິງ 40% ມູນ​ຄ່າ​ສິນ​ຄ້າ​ສົ່ງ​ອອກ​ຂອງ​ຫວຽດ​ນາມ ໄປ​ຍັງ 11 ປະ​ເທດ​ໃນ TPP. ໃນ​ການ​ເຈ​ລະ​ຈາ TPP, ຂະ​ແຫນງ​ຕ່ຳ​ແຜ່ນ​ຕັດ​ຫຍິບ ຂອງ​ຫວຽດ​ນາມ ໄດ້​ຮັບ​ຖື​ວ່າ ແມ່ນ​ຂະ​ແຫນງ​ໄດ້​ຊົມ​ໃຊ້​ຜົນ​ປະ​ໂຫຍດຫລາຍ​ສຸດ​ຈາກ TPP. ເຖິງ​ຢ່າງ​ໃດ​ກໍ​ຕາມ, ເພື່ອ​ຕອບ​ສະ​ຫນອງ​ບັນ​ດາ​ຄຳ​ຮຽກ​ຮ້ອງ​ຕ້ອງ​ການຂອງ TPP, ບັນ​ດາ​ວິ​ສ​າ​ຫະ​ກິດ ຕ່ຳ​ແຜ່ນ​ຕັດ​ຫຍິບ ກໍ​ຕ້ອງ​ມາ​ນະ​ພະ​ຍາ​ຍາມ​ຫລາຍ​ຢ່າງ, ເປັນ​ຕົ້ນ​ແມ່ນ​ຕອບ​ສະ​ຫນອງ​ຂໍ້​ກຳ​ນົດ​​ຕົ້ນ​ກຳ​ເນີດຂອງ​ສັນ​ຍາ. ຕາມ​ບັນ​ດາ​ຂໍ້​ກຳ​ນົດ​ນີ້ ຜະ​ລິດ​ຕະ​ພັນ​ຕ່ຳ​ແຜ່ນ​ຕັດ​ຫຍິບ ຢາກ​ໄດ້​ຊົມ​ໃຊ້​ບຸ​ລິ​ມະ​ສິດ​ພາ​ສີ TPP ຕ້ອງ​ຜະ​ລິດ​ຈາກ​ເສັ້ນ​ຝ້າຍ​ຂຶ້ນ​ໄປ ຢູ່​ປະ​ເທດ​ສະ​ມາ​ຊິກ TPP, ໃນ​ຂະ​ນະ​ທີ່ ຫວຽດ​ນາມ ຍັງ​ຄົງ​ຕ້ອງ​ນຳ​ເຂົ້າ​ແຫລ່ງວັດ​ຖຸ​ດິບ​ແຜ່ນ​ແພ, ເສັ້ນ​ຝ້າຍດ້ວຍ​ລາ​ຄາ​ສູງ ຈາກ​ບັນ​ດາ​ປະ​ເທດບໍ່​ແມ່ນ​ສະ​ມາ​ຊິກ TPP. ສະ​ນັ້ນ ນີ້​ຈະ​ແມ່ນ​ບັນ​ຫາ​ຍາກ ຊື່ງ​ຫວຽດ​ນາມ ຕ້ອງ​ແກ້​ໄຂ​ໃນ​ທັນ​ທີ ເພື່ອ​ສາ​ມາດ​ຊົ​ມ​ໃຊ້​ຜົນ​ປະ​ໂຫຍດ​ຈາກ TPP. ທ່ານ ໂງ​ດືກ​ຮ່​ວາ, ປະ​ທານ​ສະ​ພາ​ບໍ​ລິ​ຫານ​ບໍ​ລິ​ສັດ​ຫຸ້ນ​ສ່ວນຕັດ​ຫຍິບ ທັງ​ເລີ້ຍ ໃຫ້​ຮູ້​ວ່າ:

        “ປະ​ຈຸ​ບັນ ສິ່ງ​ຫຍຸ້ງ​ຍາກ​ທີ່​ສຸດ​ຂອງວິ​ສາ​ຫະ​ກິດ ນັ້ນ​ແມ່ນ​ຕົ້ນ​ກຳ​ເນີດ​ຂອງ​ຜະ​ລິດ​ຕະ​ພັນ​ຕ່ຳ​ແຜ່ນ​ຕັດ​ຫຍິບ​ຕ້ອງ​ແມ່ນ​ຂອງຫວຽດ​ນາມ ໃນ​ຂະ​ນະ​ຫວຽດ​ນາມ ບໍ່​ທັນ​ຕອບ​ສະ​ຫນອງ​ໄດ້. ສ່ວນ​ວິ​ສາ​ຫະ​ກິດ​ນຳ​ເຂົ້າ​ວັດ​ຖຸ​ດິບ​ຈາກ ອາ​ເມ​ລິ​ກາ ແລະ ຍີ່​ປຸ່ນ ລາ​ຄາ​ສູງ​ສົມ​ຄວນ."                    

        ໃນ​ໄລ​ຍະ​ຜ່ານ​ມາ, ບັນ​ດາ​ວິ​ສາ​ຫະ​ກິດ ຫວຽດ​ນາມ ເວົ້າ​ລວມ ແລະ ວິ​ສາ​ຫະ​ກິດ​ຕ່ຳ​ແຜ່ນ​ຕັດ​ຫຍິບ ເວົ້າ​ສະ​ເພາະ ໄດ້​ກຽມ​ພ້ອມ​ໃຫ້​ການ​ເຊື່ອມ​ໂຍງ.

        ກ​ຸ່ມ​ຕ່ຳ​ແຜ່ນ​ຕັດ​ຫຍິບ ຫວຽດ​ນາມ ໄດ້​ເປັນ​ເຈົ້າ​ການ​ສົມ​ທົບ​ກັບ​ບັນ​ດາ​ກະ​ຊວງ, ຂະ​ແຫນງ​ການ, ທ້ອງ​ຖິ່ນ ຮ່ວມ​ສຳ​ພັນ​ກັບ​ບັນ​ດາ​ວິ​ສາ​ຫະ​ກິດ ເພື່ອ​ສ້າງ​ເຂດ​ຜະ​ລິດ​ວັດ​ຖຸ​ດິບ, ຍູ້​ແຮງ​ການ​ອອກ​ແບບ​​ຮູບ​ແບບຜະ​ລິດ​ຕະ​ພັນດ້ວຍ​ຕົນເອງ, ຜະ​ລິດ​ອອກ ຜະ​ລິດ​ຕະ​ພັນ ແລະ ຂາຍ​​ສິ​ນ​ຄ້າໃຫ້​ຜູ້​ຊົ​ມ​ໃຊ້​. ຫວຽດ​ນາມ ພວມ​ມີ​ທ່າ​ແຮງ​ກ່ຽວ​ກັບ​ເຄື່ອງ​ຕ່ຳ​ແຜ່ນ​ຕັດ​ຫຍິບ ແລະ ມີ​ທ່າ​ໄດ້​ປຽບ​ຫລາຍ​ຢ່າງ​ກວ່າ ເມື່ອ​ທຽບ​ໃສ່​ບັນ​ດາ​ປະ​ເທດ ອາ​ຊີ ກ່ຽວ​ກັບ​ສີ​ມື ແລະ ​ປະ​ສົບ​ການ, ສະ​ນັ້ນ ການ​ເຂົ້າ​ຮ່ວມ TPP ຈະ​ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ຫລາຍ​ຢ່າງ​ໃຫ້​ຂະ​ແຫນງນີ້.

        ປະ​ຈຸ​ບັນ ຫວຽດ​ນາມ ກໍ​ແມ່ນ​ຫນຶ່ງ​ໃນ 15 ປະ​ເທດ​ສົ່ງ​ອອກ​ຜະ​ລິດ​ຕ​ະ​ພັນ​ກະ​ເສດ​ໃຫຍ່​ສຸດ​ໄປ​ຍັງ​ຕະ​ຫລາດ ອາ​ເມ​ລິ​ກາ ດ້ວຍ​ບັນ​ດາ​ຜະ​ລິດ​ຕະ​ພັນ​ຄື: ກາ​ເຟ, ໝາກ​ມ່ວງ​ຫິ​ມະ​ພານ, ໝາກ​ພິກ​ໄທ, ເຂົ້າ​ສານ ແລະ ຊາ. ຍີ່​ປຸ່ນ ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ປະ​ເທດ​ພວມ​ເຈ​ລະ​ຈາ​ສັນ​ຍາ TPP ແລະ ກໍ​ແມ່ນ​ຕ​ະ​ຫລາດ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ກະ​ເສດ​ໃຫຍ່​ທີ 3 ຂອງ​ຫວຽດ​ນາມ ດ້ວຍ​ບັນ​ດາ​ປະ​ເພດ​ຜະ​ລິດ​ຕະ​ພັນ​ກະ​ເສດ​ຕົ້ນ​ຕໍ​ຄື: ກາ​ເຟ, ໝາກ​ໄມ້ ແລະ ອື່ນໆ. ປະ​ເທດ​ຈຳ​ນວນ​ຫນຶ່ງ​ຄື: ອົດ​ສະ​ຕາ​ລີ, ເມ​ຊີ​ໂກ ກໍ​ແມ່ນ​ບັນ​ດາ​ຕະ​ຫລາດ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ກະ​ເສດ​ໃຫຍ່​ຂອງ​ຫວຽດ​ນາມ​ໃນ​ກຸ່ມປະ​ເທດ​ສະ​ມາ​ຊິກ TPP  ດ້ວຍ​ບັນ​ດາ​ປະ​ເພດ​ຜະ​ລິດ​ຕະ​ພັນ​ກະ​ເສ​ດ​ຊື່ງ​ຫວຽດ​ນາມ ມີ​ທ່າ​ແຮງ​ຄື: ໝາກ​ມ່ວງ​ຫິ​ມະ​ພານ, ໝາກ​ພິກ​ໄທ, ເຂົ້າ​ສານ, ກາ​ເຟ, ໝາກ​ໄມ້… ເຖິງ​ຢ່າງ​ໃດ​ກໍ​ຕາມ, ຄຽງ​ຄູ່​ກັບ​ບັນ​ດາ​ປະ​ເພດ​ສິນ​ຄ້າ​ມີ​ທ່າ​ແຮງ, ວິ​ສາ​ຫະ​ກິດ​ຜະ​ລິດ​ນ້ຳ​ຕານ, ວິ​ສາ​ຫະ​ກິດ​ການ​ຢາ… ຂອງ​ຫວຽດ​ນາມ ກໍ​ຖືກ​ຜົນ​ສະ​ທ້ອນ​ຈາກ TPP. ເລື່ອງ​ເຂົ້າ​ຮ່ວມ TPP ເຮັດ​ໃຫ້​ຫວຽດ​ນາມ ຕ້ອງ​ເປີດ​ປະ​ຕູ​ຂະ​ແຫນງ​ນ້ຳ​ຕານ, ຍົກ​ເລີກ​ບັນ​ດາ​ໂຄ​ຕາ ນຳ​ເຂົ້າ, ສະ​ນັ້ນ ຂະ​ແຫນງ​ນ້ຳ​ຕານ ຄາດ​ຄະ​ເນ​ວ່າ​ຈະ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ ຍ້ອນ​ລາຍ​ຈ່າຍ​ການ​ຜະ​ລິດ​ຍັງ​ສູງ, ຕ້ອງ​ແກ້​ງ​ແຍ້ງ​ກັບ​ບັນ​ດາ​ປະ​ເທດ​ສະ​ມ​າ​ຊິກ TPP, ໃນ​ນັ້ນ ມີ​ປະ​ເທດ ອົດ​ສະ​ຕາ​ລີ ຊື່ງ​ແມ່ນ​ປະ​ເທດ​ສົ່ງ​ອອກ​ນ້ຳ​ຕານ​ໃຫຍ່​ອັນ​ດັບ 3 ໃນ​ໂລກ. ຂະ​ແຫນງ​ນ້ຳ​ນົມ​ຂອງ​ຫວຽດ​ນາມ ກໍ​ຈະ​ຖືກ​ຜົນ​ສະ​ທ້ອນ​ຢ່າງ​ໃຫຍ່​ຫລວງ ຍ້ອນ​ບັນ​ດາ​ປະ​ເທດ​ເຂົ້າ​ຮ່ວມ TPP ມີ​ອົດ​ສະ​ຕາ​ລີ ແລະ ນິວ​ເຊ​ີ​ແລນ- ຊື່ງ​ແມ່ນ​ບັນ​ດາ​ປະ​ເທດ​ມີ​ຂະ​ແຫນງ​ນ້ຳ​ນົມ​ພັດ​ທະ​ນາ​ທີ່​ສຸດ.

        ຮູ້​ຈັກ​ຍາດ​ແຍ່ງ​ກາ​ລະ​ໂອ​ກາດ, ຈຳ​ກັດ​ຄວາມ​ສ່ຽງ ເມື່ອ​ຫວຽດ​ນາມ​ເຂົ້າ​ຮ່ວມ TPP ຈະ​ຊ່ວຍ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ບື​ນ​ຕົວ​ຂຶ້ນ​ພັດ​ທະ​ນາ, ທັດ​ທຽບ​ກັບ​ທ່າ​ອ່ຽງ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດ​ຖະ​ກິດ​ສາ​ກົນ.

ຕອບກັບ

ຂ່າວ/ບົດ​ອື່ນ