VCCI ຮ່ວມເດີນທາງເພື່ອການພັດທະນາຂອງວິສາຫະກິດ ແລະ ປະເທດຊາດ

(VOVWORLD) -ໂດຍແມ່ນອົງການຕາງຫນ້າໃຫ້ປະຊາຄົມວິສາຫະກິດ, ໄລຍະຜ່ານມາ ຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ ປະຈຸບັນ ແມ່ນ ສະຫະພັນການຄ້າ ແລະ ອຸດສາຫະກຳຫວຽດນາມ (VCCI) ຍາມໃດກໍຮ່ວມເດີນທາງ, ຮັບຟັງຄຳຄິດເຫັນຂອງບັນດາວິສາຫະກິດ. ຈາກນັ້ນ ກໍ່ປະກອບສຽງເວົ້າສຳຄັນຂອງຕົນໄປເຖິງລັດຖະບານ, ບັນດາກະຊວງ, ຂະແຫນງການຂອງສູນກາງ ແລະ ທ້ອງຖິ່ນ, ແກ້ໄຂຄວາມຫຍຸ້ງຍາກ, ສ້າງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດຢ່າງສະດວກ ກໍຄື ຊຸກຍູ້ການຮ່ວມມືກັບຫລາຍປະເທດໃນໂລກ. ຜ່ານນັ້ນ ກໍ່ປະກອບສ່ວນເຂົ້າໃນການເຕີບໃຫຍ່ຂອງປະຊາຄົມວິສາຫະກິດ, ນັກທຸລະກິດ ເວົ້າສະເພາະ ແລະ ວິວັດການພັດທະນາຂອງປະເທດຊາດ ເວົ້າລວມ.

VCCI ຮ່ວມເດີນທາງເພື່ອການພັດທະນາຂອງວິສາຫະກິດ ແລະ ປະເທດຊາດ - ảnh 1ສຳນັກງານຂອງ VCCI. ພາບ: baolaodong

VCCI ໄດ້ຮັບການສ້າງຕັ້ງຂຶ້ນເມື່ອປີ 1963 ດ້ວຍ 93 ອົງການສະມາຊິກທຳອິດ, ເລີ່ມການເຄື່ອນໄຫວຮ່ວມເດີນທາງເພື່ອການພັດທະນາຂອງປະເທດຊາດ, ຂອງພື້ນຖານເສດຖະກິດ ແລະ ປະຊາຄົມວິສາຫະກິດ ຫວຽດນາມ. ໄລຍະຜ່ານມາ VCCI ໄດ້ມີການປະກອບສ່ວນສຳຄັນໃນການສ້າງບັນດາທັດສະນະ, ນະໂຍບາຍ ແລະ ພື້ນຖານດ້ານນິຕິກຳໃຫ້ແກ່ສະພາບແວດລ້ອມແຫ່ງການດຳເນີນທຸລະກິດ ຢູ່ ຫວຽດນາມ.

ຕາມການຕີລາຄາຂອງປະຊາຄົມວິສາຫະກິດ, ໃນຊຸມປີຜ່ານມາ VCCI ຍາມໃດກໍ່ຮ່ວມເດີນທາງພ້ອມກັບຖັນແຖວວິສາຫະກິດ, ນັກທຸລະກິດ, ສຳເລັດຫນ້າທີ່ຂອງຕົນເປັນຢ່າງດີ ນັ້ນແມ່ນຫນູນຊ່ວຍວິສາຫະກິດພັດທະນາ. ທ່ານ ຫງວຽນຫຶວເທິບ, ປະທານ ສະຫະສະມາຄົມວິສາຫະກິດ ແຂວງ ຕວຽນກວາງ ຖືວ່າ:

“ໃນການຫນູນຊ່ວຍໃຫ້ແກ່ວິສາຫະກິດແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຄັດ ເປັນຕົ້ນແມ່ນສຳລັບສິ່ງທີ່ກ່ຽວຂ້ອງເຖິງລະບອບລະບຽບການ, ນະໂຍບາຍ, ການເຄື່ອນໄຫວຜະລິດດຳເນີນທຸລະກິດຂອງວິສາຫະກິດ. VCCI ແຕ່ກອ່ນມານີ້ ລ້ວນແຕ່ເຮັດຫລ້ອນຫນ້າທີ່ຂອງຕົນໄດ້ເປັນຢ່າງດີ.”

ພ້ອມກັບເລື່ອງຊຸກຍູ້ກ່ຽວກັບການປະຕິຮູບລະບອບລະບຽບການ, VCCI ຈັດຕັ້ງການຄົ້ນຄ້ວາ ແລະ ສະເຫນີບັນດາແຜນນະໂຍບາຍ, ວິທີການເຈລະຈາໃນການເຂົ້າເປັນສະມາຊິກ WTO, ສັນຍາການຄ້າເສລີ FTA, ສັນຍາຄູ່ຮ່ວມມືຮອບດ້ານ ຂ້າມປາຊີຟິກ CPTPP, ບັນດາສັນຍາສາກົນ ແລະ ຫລາຍນະໂຍບາຍສຳຄັນອື່ນຂອງພັກ ແລະ ລັດ.

ສິ່ງນີ້ ໄດ້ ແລະ ພວມປະກອບສ່ວນຊຸກຍູ້ວິວັດການເຊື່ອມໂຍງຢ່າງເລິກເຊິ່ງກວ້າງຂວາງເຂົ້າກັບສະພາບແວດລ້ອມສາກົນຂອງຖັນແຖວວິສາຫະກິດ, ນັກທຸລະກິດ ຫວຽດນາມ. ທ່ານ ເທີນດຶກຫວຽດ, ຜູ້ອຳນວຍການໃຫຍ່ ບໍລິສັດຕັດຫຍິບ ເລກ 10 ຕີລາຄາວ່າ: VCCI ເສີມຂະຫຍາຍບົດບາດຮ່ວມສຳພັນ, ເຊື່ອມຕໍ່, ແນະນຳ, ບຳລຸງສ້າງໃນການເຄື່ອນໄຫວສົ່ງເສີມການຄ້າ, ຍູ້ແຮງການສົ່ງອອກສິນຄ້າໃຫ້ແກ່ວິສາຫະກິດແຊກຊຶມເຂົ້າຕະຫລາດສາກົນ.. ນອກນັ້ນ VCCI ຍັງວາງອອກຫລາຍນະໂຍບາຍຢ່າງທັນການ, ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດ.

 “ຕໍ່ຫນ້າຄວາມຫຍຸ້ງຍາກຄືປະຈຸບັນ, ເມື່ອຕ້ອງການການຫນູນຊ່ວຍຂອງລັດຖະບານນັ້ນ, ສຽງເວົ້າຂອງ VCCI ຕາງຫນ້າໃຫ້ປະຊາຄົມວິສາຫະກິດກ່ຽວກັບນະໂຍບາຍເງິນຕາ, ການເງິນ, ຫນູນຊ່ວຍແຫລ່ງຊັບພະຍາກອນມະນຸດ ແລະ ບັນດານະໂຍບາຍອື່ນ ເພື່ອແນໃສ່ຫນູນຊ່ວຍວິສາຫະກິດໃນໄລຍະປະສົບກັບຄວາມຫຍຸ້ງຍາກ, ຊ່ວຍໃຫ້ວິສາຫະກິດ ເວົ້າລວມ ແລະ ບໍລິສັດໃຫຍ່ຕັດຫຍິບ ເລກ 10 ເວົ້າສະເພາະ. ຜ່ານນັ້ນ ວິສາຫະກິດ ກໍ່ໄດ້ຊົມໃຊ້ຫລາຍຜົນປະໂຫຍດຈາກນະໂຍບາຍໃຫມ່ຂອງລັດຖະບານ ຜ່ານຂໍ້ສະເຫນີຂອງ VCCI”.

VCCI ຮ່ວມເດີນທາງເພື່ອການພັດທະນາຂອງວິສາຫະກິດ ແລະ ປະເທດຊາດ - ảnh 2ທ່ານ ຟ້າມເຕີນກົງ, ປະທານ VCCI.  (ພາບ:VCCI)

ໂດຍຮ່ວມເດີນທາງພ້ອມກັບວິສາຫະກິດ ແລະ ປະເທດຊາດ, ມາຮອດປະຈຸບັນ VCCI ມີເຄືອຂ່າຍສະມາຊິກທີ່ກວ້າງຂວາງໃນທົ່ວປະເທດ ດ້ວຍກວ່າ 200 ສະຫະສະມາຄົມວິສາຫະກິດ ແລະ ກວ່າ 200.000 ວິສາຫະກິດຂຶ້ນກັບທຸກຂົງເຂດ, ທຸກຂະແຫນງການ, ພາກສ່ວນເສດຖະກິດ. ຖັນແຖວນັກທຸລະກິດໃນທົ່ວປະເທດ ປະຈຸບັນແມ່ນມີຂຶ້ນເຖິງລ້ານໆຄົນ, ສວມບົດບາດຫລັກແຫລ່ງໃນການຄຸ້ມຄອງ, ຈັດຕັ້ງການເຄື່ອນໄຫວຜະລິດດຳເນີນທຸລະກິດ, ຜະລິດເປັນສິນຄ້າ, ການບໍລິການ ຕອບສະຫນອງຄວາມຮຽກຮ້ອງຕ້ອງການການບໍລິໂພກພາຍໃນປະເທດ ແລະ ການສົ່ງອອກ, ສ້າງຖານະບົດບາດ ແລະ ກຳລັງແຮງໃຫມ່ໃຫ້ແກ່ປະເທດຊາດ. ຈາກປະເທດດ້ອຍພັດທະນາ, ຫວຽດນາມ ມີຄວາມເອກອ້າງທະນົງໃຈວ່າ ປະຈຸບັນ ແມ່ນພື້ນຖານເສດຖະກິດນອນໃນ TOP 40 ຂອງໂລກກ່ຽວກັບ GDP, TOP 20 ກ່ຽວກັບການຄ້າສາກົນ.

ໃນໄລຍະໃຫມ່, ດ້ວຍວິໄສທັດ ແລະ ພາລະກຳກໍ່ສ້າງ “ວິສາຫະກິດໃຫ້ໝັ້ນຄົງເຂັ້ມແຂງ - ປະເທດຊາດພັດທະນາຖາວອນ”, ທ່ານ ຟ້າມເຕີນກົງ ປະທານ VCCI ຢັ້ງຢືນ:

VCCI ຈະສືບຕໍ່ຊຸກຍູ້ການພັດທະນານັກທຸລະກິດ, ວິສາຫະກິດ ຕາມມາດຖານໃຫມ່, ສຸມໃສ່ 3 ບຸກທະລຸ: ກ່ຽວກັບນະໂຍບາຍ, ວັດທະນະທຳ, ການຫັນເປັນດິຈີຕອນ. ມຸ່ງໄປເຖິງຄາດໝາຍ ສ້າງວິສາຫະກິດເປັນທັນສະໄຫມ, ສີວິໄລ, ດຳເນີນທຸລະກິດ ຖືຄຸນສົມບັດ ວັດທະນະທຳເປັນກົກ, ສ້າງສະພາບແວດລ້ອມແຫ່ງການດຳເນີນທຸລະກິດທີ່ດີສຸດເພື່ອໃຫ້ວິສາຫະກິດພັດທະນາ".

          ພ້ອມກັບປະຊາຄົມວິສາຫະກິດ, VCCI  ກໍມີຄວາມເອົາໃຈໃສ່ສ້າງສາ ແລະ ພັດທະນາຖັນແຖວນັກທຸລະກິດ ນັບທັງຈຳນວນ ແລະ ຄຸນນະພາບ. VCCI ຍັງຊຸກຍູ້ການສ້າງວັດທະນະທຳແຫ່ງການດຳເນີນທຸລະກິດ ເພື່ອແນໃສ່ປະກອບສ່ວນປະຕິບັດເປົ້າໝາຍສ້າງຖັນແຖວນັກທຸລະກິດທີ່ມີຈິດໃຈອຸທິດສ່ວນໃຫ້ແກ່ຊາດ, ມີມາດຖານວັດທະນະທຳ, ຄຸນສົມບັດກ້າວຫນ້າ, ຕັ້ງຫນ້າປະຕິບັດຄວາມຮັບຜິດຊອບສັງຄົມ, ມຸ່ງໄປເຖິງຄາດໝາຍພັດທະນາວິສາຫະກິດແບບຍືນຍົງ, ເພື່ອຜົນປະໂຫຍດຂອງປະຊາຄົມ, ສັງຄົມ ແລະ ຄວາມຈະເລີນຮຸ່ງເຮືອງຂອງປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ