VSIP ຮູບແບບຮ່ວມທຸລະກິດຢ່າງມີປະສິດທິຜົນລະຫວ່າງຫວຽດນາມ ແລະ ສິງກະໂປ


(vovworld)- ໃນ​ຊຸມ​ປີ​ຜ່ານ​ມາ, ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ ລະ​ຫວ່າງ​ຫວຽດ​ນາມ ແລະ ສິງ​ກະ​ໂປ ນັບ​ມື້​ນັບ​ພັດ​ທະ​ນາ​ອັນ​ດີ​ງາມ ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ຢ່າງ​ແທດ​ຈິງ​ໃຫ້​ທັງ​ສອງ​ປະ​ເທດ. ພິ​ເສດ ຮູບ​ແບບ​ບັນ​ດາ​ເຂດ​ອຸດ​ສາ​ຫະ​ກຳ ຫວຽດ​ນາມ - ສິ​ງ​ກະ​ໂປ (VSIP) ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ກ່ອນນີ້ 20 ປີ ໄດ້​ຖື​ວ່າ ແມ່ນ​ຮູບ​ແບບ​ຮ່ວມ​ທຸ​ລະ​ກິ​ດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​, ບັນ​ລຸ​ຜົນ​ງານ​ຫລາຍ​ຢ່າງ. ທີ່​ພິ​ທີ​ເລີ່ມ​ລົງ​ມືກໍ່​ສ້າງ​ເຂດ​ອຸດ​ສາ​ຫະ​ກຳ ຫວຽດ​ນາມ ສິງ​ກະ​ໂປ ຢູ່ ແຂວງ ເງ້​ອານ ເມື່ອ​ວັນ​ທີ 16/9/2015, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ຢືນ​ຢັນ: ຮູບ​ແບບ​ຮ່ວມ​ທຸ​ລະ​ກິດ ຫວຽດ​ນາມ ສິງ​ກະ​ໂປ ແມ່ນຈຸດ​ພົ້ນ​ເດັ່ນໃນ​ການ​ພົວ​ພັນ​ຮ່ວມ​ມື​ສອງ​ຝ່າຍ, ບໍ່​ພຽງ​ແຕ່​ມີ​ຄວາມ​ໝາຍ​ທາງ​ດ້ານ​ເສດ​ຖະ​ກິດ​ຕ່າງ​ຝ​່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ເທົ່າ​ນັ້ນ ຫາກ​ຍັງ​ປະ​ກອບ​ສ່ວນ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ແລະ ຂໍ້​ຕົກ​ລົງ​ເຊື່ອມ​ຕໍ່​ສອງ​ພື້ນ​ຖານ​ເສດ​ຖະ​ກິດ ຫວຽດ​ນາມ ແລະ ສິງ​ກະ​ໂປ ອີກ​ດ້ວຍ.

VSIP ຮູບແບບຮ່ວມທຸລະກິດຢ່າງມີປະສິດທິຜົນລະຫວ່າງຫວຽດນາມ  ແລະ ສິງກະໂປ - ảnh 1
​ເຂດ​ອຸດ​ສາ​ຫະ​ກຳ ຫວຽດ​ນາມ - ສິງ​ກະ​ໂປ VSIP

        ພາຍ​ຫລັງ​ເກືອບ 20 ປີ ນັບ​ແຕ່​ເມື່ອ​ສ້າງ​ຕັ້ງ​ເຂດ​ອຸດ​ສາ​ຫະ​ກຳ ຫວຽດ​ນາມ - ສິງ​ກະ​ໂປ VSIP ແຫ່ງ​ທຳ​ອິດ​ຢູ່ ບີງ​ເຢືອງ ເມື​່ອ​ປີ 1996, ມີ VSIP 6 ແຫ່ງ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ຕ​າມ​ລຳ​ດັບ ແລະ ໄດ້​ພ​ັດ​ທະ​ນາ​ສຳ​ເລັດ​ຜົນ​ຢູ່​ຫວຽດ​ນາມ ດ້ວຍ​ພື້ນ​ຖານ​ໂຄງ​ລ່າງ​ລົງ​ທຶນ​ຢ່າງ​ຄົບ​ຊຸດ, ທັນ​ສະ​ໄຫມ, ບໍ່​ສົ່ງ​ຜົນ​ສະ​ທ້ອນ​ເຖິງສິ່ງ​ແວດ​ລ້ອມ ແລະ ໄດ້​ດຶງ​ດູດ​ນັກ​​ລົງ​ທຶນເຂົ້າ​ຮ່ວມ​ການ​ຜະ​ລິດ, ດຳ​ເນີນ​ທຸ​ລະ​ກິດ​ເປັນ​ຈຳ​ນວນ​ຫລາຍ, ປະ​ກອບ​ສ່ວນ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ຫວຽດ​ນາມ ແລະ ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ລ​ວມ​ໃຫ້​ທັງ​ສອງ​ປະ​ເທດ ຫວຽດ​ນາມ ແລະ ສິງ​ກະ​ໂປ. ບັນ​ດາ​ເຂດ​ອຸດ​ສາ​ຫະ​ກຳ ຫວຽດ​ນາມ - ສິງ​ກະ​ໂປ ໄດ້​ກາຍ​ເປັນ​ຈຸດ​ພົ້ນ​ເດັ່ນ​ແຫ່ງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ເທື່ອ​ລະ​ກ້າວ, ດຶງ​ດູດ​ການ​ລົງ​ທຶນ​ຢູ່​ຫວຽດ​ນາມ. ປະ​ຈຸ​ບັນ ເຂດ​ອຸດ​ສາ​ຫະ​ກຳ ຫວຽດ​ນາມ - ສິງ​ກະ​ໂປ ໄດ​້ຮັບ​ການ​ສ້າງ​ຕັ້ງ​ຢູ່​ຫລາຍເຂດ​ພາກ​ໃນທົ່ວ​ປະ​ເທດປະ​ເທດ​ຫວຽດ​ນາມ. ເຂດ​ອຸດ​ສາ​ຫະ​ກຳ ຫວຽດ​ນາມ - ສິງ​ກະ​ໂປເ​ງ້​ອານ ຫາ​ກໍ​ເລີ່ມ​ລົງ​ມືກໍ່​ສ້າງ ແລະ ນີ້​ແມ່ນ​ໂຄງ​ການ​ທີ 7 ຂອງ ເຂດ​ອຸດ​ສາ​ຫະ​ກຳ ຫວຽດ​ນາມ - ສິງ​ກະ​ໂປ ຢູ່​ຫວຽດ​ນາມ ຖ​ັດ​ຈາກ​ບັນ​ດາ​ ເຂດ​ອຸດ​ສາ​ຫະ​ກຳ ຫວຽດ​ນາມ - ສິງ​ກະ​ໂປ ຢູ່ ບີງ​ເຢືອງ, ບັກ​ນີງ, ຫາຍ​ຟ່ອງ, ກວ໋າງ​ຫງາຍ  ແລະ ຫາຍ​ເຢືອງ. ຍອດ​ເນື້ອ​ທີ່​ດິນ​ຂອງ ເຂດ​ອຸດ​ສາ​ຫະ​ກຳ ຫວຽດ​ນາມ - ສິງ​ກະ​ໂປ ພວມ​ວາງ​ແຜນ​ກຳ​ນົດ ແລະ ພັດ​ທະ​ນາ​ໃຫ້​ຂຶ້ນ​ເຖິງ ກວ່າ 6.150 ເຮັກ​ຕາ. ຍອດເງິນ​ລົງ​ທຶນ ຊື່ງ​ບັນ​ດາ​ນັກ​ລົງ​ທຶນ​ໄດ້​ລົງ​ທຶນ​ເຂົ້າເກືອບ 800 ບໍ​ລິ​ສັດ​ຢູ່​ບັນ​ດາ  ເຂດ​ອຸດ​ສາ​ຫະ​ກຳ ຫວຽດ​ນາມ - ສິງ​ກະ​ໂປ  ແມ່ນ​ຂຶ້ນ​ເຖິງ ເກືອບ 8 ຕື້ USD, ສ້າງວຽກ​ເຮັດ​ງານ​ທຳ​ໃຫ້​ຄົນ​ກ​ງານກວ່າ 155.000 ຄົນ.  ເຂດ​ອຸດ​ສາ​ຫະ​ກຳ ຫວຽດ​ນາມ - ສິງ​ກະ​ໂປ ເງ້​ອານ ແມ່ນ​ເຂດ​ອຸດ​ສາ​ຫະ​ກຳ​ປະ​ສົມ ກວມ​ລວມ​ຫລາຍ​ຂະ​ແຫນງ ພ້ອມ​ກັບ​ເຂດຕົວ​ເມືອງ- ບໍ​ລິ​ການ ໃນ​ເນື້ອ​ທີ່ 1.475 ເຮັກ​ຕາ ແລະ ນອນ​ໃນ​ແຜນ​ຜັງ​ເຂດ​ເສດ​ຖະ​ກິດ​ທິດ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ຂອງ ແຂວງ ເງ້​ອານ, ໃນ​ນັ້ນ ໄລ​ຍະ 1 ມີ​ເນື້ອ​ທີ່ 750 ເຮັກ​ຕາ ດ້ວຍຍອດ​ລະ​ດັບ​ການ​ລົງ​ທຶນ​ເກືອບ 1.700 ຕື້​ດົງ. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ເລີ່ມ​ລົງ​ມືກໍ່​ສ້າງ ເຂດ​ອຸດ​ສາ​ຫະ​ກຳ ຫວຽດ​ນາມ - ສິງ​ກະ​ໂປ ຢູ່ ເງ້​ອານ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ຊີ້​ແຈ້ງວ່າ:

        “ເພື່ອ​ໃຫ້ ເຂດ​ອຸດ​ສາ​ຫະ​ກຳ ຫວຽດ​ນາມ - ສິງ​ກະ​ໂປ ເງ້​ອານ ປະ​ກົດ​ຜົນ​ເປັນ​ຈິງ, ຂ້າ​ພະ​ເຈົ້າ​ສະ​ເຫນີ ການ​ນຳ​ບັນ​ດາ​ກະ​ຊວງ, ຂະ​ແຫນງ​ການ, ແຂວງ ເງ້​ອານ ແລະ ປະ​ຊາ​ຊົນ ໃນ​ບໍ​ລິ​ເວນ​ກໍ່​ສ້າງໂຄງ​ການ ສະ​ຫນັບ​ສະ​ຫນູນ, ຮ່ວມ​ມື​ຢ່າງ​ແຫນ້ນ​ແຟ້ນ​ກັບ​ບັນ​ດາ​ເຈົ້າ​ຂອງ​ການ​ລົງ​ທຶນ ເພື່ອ​ຮັບ​ປະ​ກັນ​ການ​ປະ​ຕິ​ບັດ​ໂຄງ​ການ​​ຕາມ​ກົດ​ໝາຍ,  ຄວາມ​ຄືບ​ຫນ້າ, ຮັບ​ປະ​ກັນ​ຄຸນ​ນະ​ພາບ, ຄວາມ​ປອດ​ໄພ ແລະ ປະ​ສິດ​ທິ​ຜົນ, ຮັບ​ປະ​ກັນ​ສິ່ງ​ແວດ​ລ້ອມ​ເປັນ​ຢ່າງ​ດີ ແລະ ຮັບ​ປະ​ກັນ​ຊີ​ວິດ​ສັງ​ຄົມ​ໃຫ້​ປະ​ຊາ​ຊົນ​ທ້ອງ​ຖິ່ນ. ຂ້າ​ພະ​ເຈົ້າ​ເນ​ັ້ນ​ຫນັກ​ວ່າ ໂຄງ​ການນີ້​ສຳ​ເລັດ​ຜົນ​ບໍ່​ພຽງ​ແຕ່​ປະ​ກອບ​ສ່ວນ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ເງ້​ອານ, ຂອງ​​ເຂ​ດ ແລະ ທົ່ວ​ປະ​ເທດ, ນຳ​ມາ​ເຊິ່ງຜົນ​ປະ​ໂຫຍດ​ໃຫ້​ທັງ​ສອງ​ຝ່າຍ ຫວຽດ​ນາມ ແລະ ສິງ​ກະ​ໂປ ເທົ່າ​ນັ້ນ ​​ຫາກ​ຍັງ​ປະ​ກອບ​ສ່ວນ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ແລະ ຂໍ້​ຕົກ​ລົງ​ເຊື່ອມ​ຕໍ່​ສອງ​ພື້ນ​ຖານ​ເສດ​ຖະ​ກິດ ລະ​ຫວ່າງ​ຫວຽດ​ນາມ ແລະ ສິງ​ກະ​ໂປອີກ​ດ້ວຍ.”

        ບໍ່​ພຽງ​ແຕ່​ດຶງ​ດູດ​ການ​ລົງ​ທຶນ, ພັດ​ທະ​ນາ​ເສດ​ຖະ​ກິດ, ເຂດ​ອຸດ​ສາ​ຫະ​ກຳ ຫວຽດ​ນາມ - ສິງ​ກະ​ໂປ ຍັງ​ມຸ່ງ​ໄປ​ເຖິງ​ຈຸດ​ສຸມ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຢູ່​ບັນ​ດາ​ທ້ອງ​ຖິ່ນ. ສະ​ເພາະ 4 ໂຄງ​ການ​ກ່ອນນີ້ ໂດຍ ເຂດ​ອຸດ​ສາ​ຫະ​ກຳ ຫວຽດ​ນາມ - ສິງ​ກະ​ໂປ ລົງ​ທຶນ​ຢູ່​ແຂວງ ບີງ​ເຢືອງ, ບັກ​ນີງ ແລະ ຫາຍ​ຟ່ອງ ໄດ້​ດຶງ​ດູດ​ເກືອບ 490 ນັກ​ລົງ​ທຶນ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ ຂຶ້ນ​ກັບ 23 ປະ​ເທດ ແລະ ເຂດ​ແຄ້ວນ ດ້ວຍຍອດ​ຈຳ​ນວນ​ເງິນ​ລົງ​ທຶນກວ່າ 6,2 ຕື້ USD, ແກ​້​ໄຂວຽກ​ເຮັດ​ງາ​ນ​ທຳ​ໃຫ້​ແກ່​ຄົນ​ງານກວ່າ 140.000 ຄົນ. ກ່ອນນັ້ນ ເຂດ​ອຸດ​ສາ​ຫະ​ກຳ​ປະ​ສົມ ຕົວ​ເມືອງ ບໍ​ລິ​ການ VSIP ຢູ່ ແຂວງ ກວ໋າງ​ຫງາຍ ກໍ​ໄດ້​ດຶງ​ດູດ​ການ​ລົງ​ທຶນ​ຢ່າງວ່ອງ​ໄວ,  ​ສະ​ແດງ​ໃຫ້​ເຫັນ​ວ່າ ເບື້ອງ​ຕົ້ນ ໄດ້​ຮັບຜົນ​ສຳ​ເລັດ​. ທ່ານ ຫງວຽນ​ຊວນ​ຖູຍ, ຫົວ​ຫນ້າ​ພະ​ແນກ​ອຸດ​ສາ​ຫະ​ກຳ ການ​ຄ້າ​ແຂວງ ກວ໋າງ​ຫງາຍ ຖື​ວ່າ:

        “ເຂດ​ອຸດ​ສາ​ຫະ​ກຳ VSIP ລົງ​ທຶນ​ຢູ່​ທີ່ນີ້​ແມ່ນ​ແກ້​ໄຂ​ໄດ້​ຫລາຍ​ບັນ​ຫາ. ທີ​ຫນຶ່ງ ເມື່ອລົງ​ທຶນ​ເຂົ້າ​ເຂດນີ້ ເຂົາ​ເຈົ້າ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ. ທີ​ສອງ ແມ່ນ​ແກ້​ໄຂ​ບັນ​ຫາ​ເຮືອນ​ຢູ່​ໃຫ້​ກຳ​ມະ​ກອນ, ກໍ່​ສ້າງ​​ເປັນເຂດ​ຕົວ​ເມືອງ. ບັນ​ດາ​ເຂດ​ອຸດ​ສາ​ຫະ​ກຳ​ນີ້​ແມ່ນ​ເຂດ​ອຸດ​ສາ​ຫະ​ກຳ​ຫນູນ​ຊ່ວຍ​ເຂດ​ເສດ​ຖະ​ກິດ ຢູງກວດ.”

        ໄລ​ຍະ​ຜ່ານ​ມາ, ເງິນ​ລົງ​ທຶນ​ໂດຍ​ກົງ​ຂອງ ສິງ​ກະ​ໂປ ເຂົ້າ​ຫວຽດ​ນາມ ເພີ່ມ​ຂຶ້ນ​ຢ່າງບໍ່ຢຸດຢັ້ງ, ປະ​ຈຸ​ບັນ ບັນ​ລຸ​ລ​ະ​ດັບ 33 ຕື້ USD ແລະ ສ່ວນ​ຫລາຍ​ບັນ​ດາ​ໂຄງ​ການ, ລາຍ​ການ​ຮ່ວມ​ມື​ລ້ວນ​ແຕ່​ສຳ​ເລັດ​ຜົນ, ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ໃຫ້​ທັງ​ສອງ​ຝ່າຍ. ການ​​ແລກ​ປ່ຽນ​ດ້ານ​ການ​ຄ້າສອງ​ສົ້ນ ກໍ​ເພີ່ມ​ຂຶ້ນ​ຫລາຍ, ປີ 2015 ບັນ​ລຸ​ລະ​ດັບ​ປະ​ມານ 11 ຕື້ USD. ພິ​ເສດ ເພື່ອ​ຮັກ​ສາ​ຂໍ້​ລິ​ເລິ່​ມ​ຊອງ​ການ​ນຳ​ຂັ້ນ​ສູງ​ສອງ​ປະ​ເທດ, ສອງ​ຝ່າຍ​ໄດ້​ເສີມ​ຂະ​ຫຍາຍ ແລະ ຜັນ​ຂະ​ຫຍາຍ​ຮູບ​ແບບ​ເຂດ​ອຸດ​ສາ​ຫະ​ກຳ VSIP ຢູ່​ບັນ​ດາ​ທ້ອງ​ຖິ່ນ​ຂອງ​ຫວຽດ​ນາມ ເປັນ​ຢ່າງ​ດີ. ເລື່ອງ​ບັນ​ດາ​ເຂດ​ອຸດ​ສາ​ຫະ​ກຳ VSIP ເສີມ​ຂະ​ຫຍາຍ​ປະ​ສິດ​ທິ​ຜົນ ໄດ້​ນຳ​ມ​າ​ເຊິ່ງ​ຄວາມ​ໝາຍ​ດ້ານ​ເສດ​ຖະ​ກິດ​ອັນ​ໃຫຍ່​ຫລວງ​ໃຫ້​ທັງ​ສອງ​ຝ່າຍ ພ້ອມ​ທັງ ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ຈຸດ​ໝາຍ​ເຊື່ອມ​ຕໍ່​ສອງ​ພື້ນ​ຖານ​ເສດ​ຖະ​ກິດ, ປະ​ກອບ​ສ່ວນ​ເພີ່ມ​ພູນ​ຄູນ​ສ້າງ ປັບ​ປຸງ ແລະ ນຳ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຍາວ​ນານ, ໝັ້ນ​ຄົງ ລະ​ຫວ່າງ​ສອງ​ປະ​ເທດ​ນັບ​ມື້​ນັບ​ມີ​ປະ​ສິດ​ທິ​ຜົນ ແລະ ແທດ​ຈິງ.

 

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ