ກົດໝາຍວ່າດ້ວຍການລົງທຶນຂອງລັດປະກອບສ່ວນຍົກສູງປະສິດທິຜົນການລົງທຶນສັງຄົມ


(vovworld)- ກົດໝາຍ​ວ່າ​ດ້ວຍ​ການ​ລົງທຶນ​ຂອງ​ລັດ​ໂດຍ​ກອງ​ປະຊຸມ​ສະ​ໄຫມ​ສາມັນ​ຂອງ​ສະພາ​ແຫ່ງ​ຊາດ​ຫວຽດນາມ​ຊຸດ​ທີ XIII ຮັບຮອງ​ເອົາ​​​​ໃນ​ວັນ​ທີ 18/6/2014 ມີ​ຜົນ​ສັກສິດ​ນັບ​ແຕ່​ວັນ​ທີ 1/1/2015 ​ເປັນ​ຕົ້ນ​ໄປ. ​ເລື່ອງ​ຜັນ​ຂະຫຍາຍ​ກົດໝາຍ​ສະບັບ​ດັ່ງກ່າວ ຈະ​ຫລີກ​ລ້ຽງ​ການ​ລົງທຶນ​ບໍ່​ມີ​ຈຸດ​ສຸມ, ຂາດ​ຄວາມ​ດຸ່ນດ່ຽງ​ໃນ​ການ​ລົງທຶນ, ຜ່ານ​ນັ້ນ ​ແກ້​ໄຂ​ສະພາບ​ກໍ່​ຄວາມ​ຮົ່ວ​ໄຫລ, ​ຟຸມ​​ເຟືອຍ​ໃນ​ການ​ລົງທຶນ.

ກົດໝາຍວ່າດ້ວຍການລົງທຶນຂອງລັດປະກອບສ່ວນຍົກສູງປະສິດທິຜົນການລົງທຶນສັງຄົມ - ảnh 1
ພາບ​ປະ​ກອບ:nguoiduatin

        ຈຸດ​ໃຫມ່​ໃນ​ກົດໝາຍ​ວ່າ​ດ້ວຍ​ການ​ລົງທຶນ​ຂອງ​ລັດ ​ຫັນ​ວຽກ​ງານ​ສ້າງ​ແຜນການ ​ແລະ ການ​ລົງທຶນ​ຂອງ​ປະ​ເທດ​ຊາດ ​ເປັນ​ລະບຽບກວ່າ, ຈາກການສ້າງແຜນການ​ໃຫ້ແຕ່ລະປີ ຫັນໄປສູ່ການສ້າງແຜນການໄລຍະກາງ ແລະ 5 ປີ. ການປ່ຽນໃຫມ່ນີ້ ຈະຮັບປະກັນລັກສະນະພື້ນຖານ,​ຍາວນານຂອງ ການລົງທຶນຂອງລັດ, ສອດ​ຄ່ອງ​ກັບ​ຍຸດ​ທະ​ສາດ, ​ແຜນ​ກຳນົດ​ພັດທະນາ​ເສດຖະກິດ​ສັງຄົມ, ຮັບປະກັນ​ຄວາມ​ດຸ່ນດ່ຽງ​ມະ​ຫາ​ພາກ​ຂອງ​ພື້ນຖານ​ເສດຖະກິດ, ຮັບປະກັນ​ລັກສະນະ​​​ເປີດ​ເຜີຍ, ​ໂປ່​ງ​ໃສ, ປະກອບສ່ວນ​ຫລຸດຜ່ອນ​ຄວາມ​ຫຍໍ້​ທໍ້​ໃນ​ການ​ລົງທຶນ​ຂອງ​ລັດ; ​ແກ້​ໄຂ​ສະພາບ​ການ​ລົງທຶນ​ບໍ່​ມີ​ຈຸດ​ສຸມ, ​ໂຄງການ​ລົງທຶນ​ທີ່​ຊັກ​ຊ້າ​ເມື່ອ​ທຽບ​ໃສ່​ຂໍ້​ຕົກລົງ​ອະນຸມັດ, ປະກອບສ່ວນ​ຍົກ​ສູງ​ປະສິດທິ​ຜົນ​ບັນດາ​ໂຄງການ​ລົງທຶນ. ທ່ານ ຟຸ່ງ​ກວາງ​ຮຸ່ງ, ປະທານ​ຄະນະ​ກຳມະການ​ປະຊາຊົນ ​ແຂວງ ຫວີງ​ຟຸກ ຖື​ວ່າ: ກົດໝາຍ​ວ່າ​ດ້ວຍ​ການ​ລົງທຶນ​ຂອງ​ລັດ ຈະ​ຊ່ວຍ​ໃຫ້​ທ້ອງ​ຖິ່ນ ​ເປັນ​ເຈົ້າ​ການ​ໃນ​ການສັບ​ຊ້ອນ ​ແລະ ນຳ​ໃຊ້​ແຫ​ລ່ງຊັບພະຍາກອນ​ມະນຸດ, ນຳ​ໃຊ້​ແຫ​ລ່ງ​ເງິນ​ລົງທຶນ​ຢ່າງ​ມີ​ປະສິດທິ​ຜົນ.

        “ກະຊວງ​ແຜນການ ​ແລະ ການ​ລົງທຶນ ສະ​ເຫ​ນີ ສ້າງ​ແຜນການ​ໄລຍະ​ກາງ, ສິ່ງ​ນີ້​ໄດ້​ເຮັດ​ໃຫ້​ທ້ອງ​ຖິ່ນ​ພວກ​ຂ້າພະ​ເຈົ້າ​ມີ​ພື້ນຖານ​ສຳຄັນ​ເພື່ອ​ຄຸ້ມ​ຄອງ. ສິ່ງ​ນີ້​ກໍ​ໄດ້​ສ້າງ​ເງື່ອ​ນ​ໄຂ​ໃຫ້​ແກ່​ພວກ​ຂ້າພະ​ເຈົ້າ​ພິຈາລະນາ​ຄື​ນ​ແຫ​ລ່ງງົບປະມານ​ທັງ​ໝົດ, ຈາກ​ນັ້ນ ​ເປັນ​ເຈົ້າ​ການ​ໃນ​ການກໍ່ສ້າງ​ໂຄງການ ​ແລະ ສະກັດ​ກັ້ນ​ສະພາບການ​ຟຸມ​ເຟືອຍ​ໃນ​ການ​ກໍ່ສ້າງ​ພື້ນຖານ ​ແລະ ຄວາມ​ຮັບຜິດຊອບ​ຂອງ​ຜູ້​ລົງທຶນ.”

        ດ້ວຍ​ການ​ຜັນ​ຂະຫຍາຍ​ກົດໝາຍ​ວ່າ​ດ້ວຍ​ການ​ລົງທຶນ​ຂອງ​ລັດ​ຄັ້ງ​ນີ້, ກະຊວງ​ແຜນການ ​ແລະ ການ​ລົງທຶນ​ ກໍ​​ໄດ້​ເປັນ​ເຈົ້າ​ການ​ໃນ​ວຽກ​ງານ​ເປັນ​ເສນາ​ທິການ​​ໃຫ້​ລັດຖະບານ​​ປະກາດ​​​ໃຊ້ຄຳ​ສັ່ງ​ກ່ຽວ​ກັບ​ການ​ກຳນົດ​ທິດ​ລົງທຶນ​ຂອງ​ລັດ​​ໃນໄລຍະ​ກາງ, ມີ​ບັນດາ​ການ​ກຳນົດ​ທິດ​ໃຫຍ່ ​ໃນ​ທັດ​ສະ​ນະ​ກ່ຽວ​ກັບ​ການ​ລົງທຶນ​ຂອງ​ລັດ, ຊ່ວຍ​ໃຫ້​ບັນດາ​ກະຊວງ, ຂະ​ແຫນງ​ການ ​ແລະ ທ້ອງ​ຖິ່ນ ມີ​ພື້ນຖານເພື່ອ​ສ້າງ​ແຜນການ​ລະອຽດ​ຂອງ​ຂະ​ແຫນງ, ທ້ອງ​ຖິ່ນ, ຫລີກ​ລ້ຽງ​ການ​ລົງທຶນ​ບໍ່​ມີ​ຈຸດ​ສຸມ. ທ່ານ ​ເລ​ຮວ່າງ​ກວນ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ​ໂຮ່ຈິ​ມີນ ຖື​ວ່າ​: ​ເລື່ອງ​ປະສານ​ງານ​ລະຫວ່າງ​ແຜນການ​ການ​ເງິນ ກັບ​ແຜນການລົງທຶນ​ເປັນ​ຢ່າງ​ດີ ຈະ​ຫລີກ​ລ້ຽງ​ສະພາບ​ຂາດຄວາມ​ດຸ່ນດ່ຽງ.

        “ການ​ກຳນົດ​ທິດ​ຄື​ດັ່ງກ່າວ ຈະ​ຊ່ວຍ​ໃຫ້​ບັນດາ​ທອ້ງຖີ່​ນ, ພິ​ເສດ​ແມ່ນ​ບັນດາ​ເຂດ​ເສດຖະກິດ​ຈຸດ​ສຸມ​ຂອງ​ປະ​ເທດ​ຊາດ​ສົມທົບ​ກັນ​ເພື່ອ​ກໍ່ສ້າງ. ພວກ​ຂ້າພະ​ເຈົ້າ​ເຫັນ​ວ່າ: ​ໃນ​ແຜນການ, ບັນດາ​ໂຄງການ​ຈຸດ​ສຸມ​ແຫ່ງ​ຊາດ, ບັນດາ​ໂຄງການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ສຳຄັນ​ຂອງ​ປະ​ເທດ​ຊາດ, ​ເພື່ອ​ຫລີກ​ລ້ຽງ​ການ​ລົງທຶນ​​ໂດຍ​ບໍ່ມີ​ຈຸດ​ສຸມ. ”

        ການ​ລົງທຶນ​ຂອງ​ລັດ​​ໄດ້​ປະກອບສ່ວນສ້າງ​ພື້ນຖານ​ນິຕິ​ກຳ​ຢ່າງ​ຄົບ​ຊຸດ, ​ເປັນ​ເອກະ​ພາບ ​ເພື່ອ​ຍົກ​ສູ​ງປະສິດທິ​ຜົນ, ຜົນ​ສັກສິດ​ຂອງ​ວຽກ​ງານ​ຄຸ້ມ​ຄອງ, ​ນຳ​ໃຊ້​ແຫ​ລ່ງທຶນ​ຂອງ​ລັດສຳລັບ​ວິວັດ​ການ​ລົງທຶນ​ທັງ​ໝົດ, ຍົກ​ສູງ​ປະສິດທິ​ຜົນ​ການ​ລົງທຶນ​ຈາກ​ແຫ​ລ່ງທຶນ​ຂອງ​ລັດ​ຕາມ​ການ​ກຳນົດ​ທິດ​ສອດຄ່ອງ​ກັບ​ຍຸດ​ທະ​ສາດ, ​ແຜນ​ກຳນົດ, ​ແຜນການ​ພັດທະນາ​ເສດຖະກິດ​ສັງຄົມ. ​ເລື່ອງ​ປະກາດ​ໃຊ້​ກົດໝາຍ​ດັ່ງກ່າວ ກໍ​ເປັນ​ການ​ຕ້ານ​ສະພາບ​ຮົ່ວ​ໄຫລ, ​ຟຸມ​ເຟືອຍ, ການ​ລົງທຶນ​ໂດຍ​ບໍ່​ມີ​ຈຸດ​ສຸມ ​ແລະ ຮັບປະກັນ​ລັກສະນະ​ໂປ່​ງ​ໃສ, ​ເປີດ​ເຜີຍ​ໃນ​ການ​ເຄື່ອນ​ໄຫວ​ລົງທຶນ​, ນຳ​ໃຊ້​ແຫ່​ລງທຶນ​ຂອງ​ລັດ. ທ່ານ ດາວ​ກວາງ​ທູ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ແຜນການ ​ແລະ ການ​ລົງທຶນ ​ໃຫ້​ຮູ້​ວ່າ:

        “​ເມື່ອ​ສ້າງ​ແຜນກາ​ນລົງທຶນ​ໄລຍະ​ກາງ ​ແລະ ​ໄລຍະຍາວ ຈະ​ຈຳກັດ​ໄດ້​ການ​ລົງທຶນ​​ໂດຍ​ບໍ່​ມີ​ຈຸດ​ສຸມ​ ​ເພາະວ່າ ​ໃນ​ການ​ກຳນົດ​ລົງທຶນ​ໄລຍະ​ກາງ ​ແລະ​ໄລຍະ ຍາວ ​ເມື່ອ​ລົງມື​ກໍ່ສ້າງ​ບັນດາ​ໂຄງການ ລ້ວນ​ແຕ່​ຕ້ອງ​ປະຕິບັດ​ຕາມ​ການ​ກຳນົດ​ຢ່າງ​ເຂັ້ມ​ງວດ. ນັ້ນ​ແມ່ນ ບັນດາ​ຂະ​ແຫນງ​ການ​, ທ້ອງ​ຖິ່ນ​ຕ່າງໆ ຕ້ອງ​ຈັດ​​ແບ່ງແຫ​ລ່ງທຶນ​ໃຫ້​ພຽງພໍ. ຫລັງ​ຈາກ​ນັ້ນ ບຸລິມະສິດ​ໃຫ້​ບັນດາ​ໂຄງການ​ທີ່​ມີ​ຄວາມ​ສາມາດ​ສຳ​ເລັດ​ໂດຍ​ໄວ ​ແລະ ​ນຳ​ເຂົ້າ​ເຄື່ອນ​ໄຫວ. ”

        ທີ່​ກອງ​ປະຊຸມ​ທົ່ວ​ປະ​ເທດ​ກ່ຽວ​ກັບ​ຂະ​ແຫນງ​ແຜນການ ​ແລະ ການ​ລົງທຶນ ຫາ​ກໍ​ດຳ​ເນີນ​ໄປ​ຢູ່ ຮ່າ​ໂນ້ຍ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ໄດ້​ຢືນຢັນ​ວ່າ: ​ແຜນການ ​ແລະ ການ​ລົງທຶນ ​ໄລຍະ​ກາງ ​ແລະ ​ໄລຍະຍາວ 2016-2020 ມີ​ຄວາມ​ໝາຍ​ໃຫຍ່​ຫລວງ, ປະກອບສ່ວນ​ສຳຄັນ​ເພື່ອ​ປະຕິບັດ​ແຜນການ​ພັດທະນາ​ເສດຖະກິດ​ສັງຄົມ ປີ 2016-2020. ​ເລື່ອງ​ຜັນ​ຂະຫຍາຍ​ກົດໝາຍ​ວ່າ​ດ້ວຍ​ການ​ລົງທຶນ ຈະ​ເຮັດ​ໃຫ້ວຽກ​ງານ​ແຜນການ ​ແລະ ການ​ລົງທຶນ​ຂອງ​ປະ​ເທດ​ຊາດ​​ເປັນ​ລະບຽບ​ກວ່າ, ​ເພີ່ມ​ລັກສະນະ​ເປັນ​ເຈົ້າ​ການ​ໃຫ້​ແກ່​ບັນດາ​ທ້ອງ​ຖິ່ນ ​ແລະ ຜ່ານ​ນັ້ນ ຍົກ​ສູງ​ຄຸນ​ນະພາ​ບຄຸ້ມ​ຄອງ, ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ​ສັງຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ