ກົດໝາຍວ່າດ້ວຍວິສາຫະກິດ, ກົດໝາຍວ່າດ້ວຍການລົງທຶນ -ຫວນຄືນໄລຍະ 1 ປີແຫ່ງການປະຕິບັດ

(vovworld) – ມີ​ວິ​ສາ​ຫະ​ກິດ​ເກືອບ 106 ແຫ່ງ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ໃໝ່ ແລະ ມີ​ 3.500 ເງື່ອນ​ໄຂ​ດຳ​ເນີນ​ທຸ​ລະ​ກິດ​ໝົດ​ຜົນ​ສັກ​ສິດແມ່ນ​ບັນ​ດາ​ໝາກ​ຜົນ​ທີ່​ໜ້າ​ຮັບ​ຮູ້ ພາຍ​ຫຼັງ 1 ປີແຫ່ງ​ການ​​ຜັນ​ຂະ​ຫຍາຍ​ກົດ​ໝາຍ​ວ່​າ​ດ້ວຍ​ວິ​ສາ​ຫະ​ກິດ ແລະ ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ (ສະ​ບັບ​ປັບ​ປຸງ) ຢູ່​ຫວຽດ​ນາມ. ເຖິງ​ຢ່າງ​ໃດ​ກໍ່​ຕ​າມ, ດ້ວຍ​ໝາກ​ຜົນ​ເບື້ອງ​ຕົ້ນ​ທີ່​ບັນ​ລຸ​ໄດ້​ນັ້ນ, ລັດ​ຖະ​ບານ ພ້ອມ​ກັບ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ ຍັງ​ຄົງ​ສືບ​ຕໍ່​ກວດ​ກາ, ປັບ​ປຸງ​ເພື່ອ​ໃຫ້​ກົດ​ໝາຍ​ບັນ​ລຸ​ປະ​ສິດ​ທິ​ຜົນ​ຢ່າງ​ຕົວ​ຈິງ. ບົດ​ຂຽນ “ກົດ​ໝາຍ​ວ່າ​ດ້ວຍ​ວິ​ສ​າ​ຫະ​ກິດ, ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ - ຫວນ​ຄືນ​ໄລ​ຍ​ະ 1 ປີ​ແຫ່ງ​ການ​ປະ​ຕິ​ບັດ” ຂອງ​ ເກີມ​ຕູ໋, ນັກ​ຂ່າວ VOV.


ກົດໝາຍວ່າດ້ວຍວິສາຫະກິດ, ກົດໝາຍວ່າດ້ວຍການລົງທຶນ -ຫວນຄືນໄລຍະ 1 ປີແຫ່ງການປະຕິບັດ - ảnh 1
(ພາບ​ປະ​ກອບຈາກ​ອີນ​ເຕີ​ແນດ)

ນັບ​ແຕ່​ເມື່ອ​ກົດ​ໝາຍ​ວ່າ​ດ້ວຍ​ວິ​ສ​າ​ຫະ​ກິດ, ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ 2014 ເລີ່ມ​ມີ​ຜົນ​ບັນ​ຄັບ​ໃຊ້​ນັບ​ແຕ່​ວັນ​ທີ 01/07/2015, ນອກ​ຈາກ​ຈຳ​ນວນ​ວິ​ສາ​ຫະ​ກິດ​ເພີ່ມ​ຂຶ້ນ, ຈຳ​ນວນ​ທຶນ​ຈົດ​ທະ​ບຽນ​ໃໝ່​ກໍ່​ເພີ່ມ​ຂຶ້ນ. ເວ​ລາຈົດ​ທະ​ບຽນ​ສ້າງ​ຕັ້ງ​ວິ​ສາ​ຫະ​ກິດໃໝ່ ແລະ ຈົດ​ທະ​ບຽນ​ປ່ຽນ​ແປງ​ເນື້ອ​ໃນດຳ​ເນີນ​ທຸ​ລະ​ກິດກໍ່​ຫຼ​ຸດ​ລົງ​ພໍ່​ສົມ​ຄວນ ເມື່ອ​ທຽບ​ໃສ່​ໄລ​ຍະກ່ອນ​ທີ່​ມີ​ກົດ​ໝາຍ​ວ່າ​ດ້ວຍ​ວິ​ສາ​ຫະ​ກິດ​ປີ 2014. ໃນ​ຂະ​ນະ​ນັ້ນ, ເລື່ອງ​ຍົກ​ເລີກ​ການຈົດ​ຂະ​ແໜງ, ອາ​ຊີບ​ດຳ​ເນີນ​ທຸ​ລະ​ກິດ​ໃນ​ໃບ​ຢັ້ງ​ຢຶ​ນຈົດ​ທະ​ບຽນ​ດຳ​ເນີນ​ທຸ​ລະ​ກິດ ແລະ ຍົກ​ເລີກ​ຂໍ້​ກຳ​ນົດ​ມອບ​ໃບ​ຢັ້ງ​ຢືນຈົດ​ທະ​ບຽນລົງ​ທຶນ​ໃຫ້​ນັກ​ລົງ​ທຶນ​ພາຍ​ໃນ​ປະ​ເທດ ກໍ​ໄດ້​​ປະ​ກອບສ່ວນ​ຫຼຸດ​ຜ່ອນລາຍ​ຈ່າຍ​ໃນ​ການ​ເຮັດລະ​ບ​ຽບ​ການ​ບໍ​ລິ​ຫານ, ຍົກ​ສູງ​ລັກ​ສະ​ນະ​ເປັນ​ເຈົ້າ​ການ, ມີ​ໄຫວ​ພິບ​ໃຫ້​ວິ​ສາ​ຫະ​ກິດ; ພ້ອມ​ທັງ​ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ບັນ​ດາ​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ​ທີ່​ຢາກ​ລົງ​ທຶນ​ເຂົ້າ​ຫວຽດ​ນາມ. ທ່ານ ໂດ້​ເຍີດ​ຮ່​ວາງ, ຫົວ​ໜ້າ​ກົມ​ລົງ​ທຶນ​ຕ່າງ​ປະ​ເທດ, ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ ໃຫ້​ຮູ​້​ວ່າ.

  “ລັດ, ລັດ​ຖະ​ບານ, ສະ​ພາ​ແຫ່ງ​ຊາດ ແລະ ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ທ້ອງ​ຖິ່ນ ໄດ້​ຕັ້ງ​ໜ້າ ແລະ ມາ​ນະ​ພະ​ຍາ​ຍາມ​ປັບ​ປຸງ​ສະ​ພາບ​ແວດ​ລ້ອ​ມແຫ່ງກ​ານ​ລົງ​ທຶນ​ດຳ​ເນີນ​ທຸ​ລະ​ກິດ​ໃນ​ການ​ປັບ​ປຸງກົດ​ໝາຍ, ນະ​ໂຍ​ບາຍ​ໃຫ້ນັບ​ມື້​ນັບ​ສະ​ດວກສະ​ບາຍກວ່າ​ໃຫ້​​ແກ່ການ​ເຄື່ອນ​ໄຫວ​ລົງ​ທຶນ, ດຳ​ເນີ​ນ​ທຸ​ລະ​ກິດ. ພ້ອມ​ທັງ, ​ເດັດ​ດຽວ​ຜັນ​ຂະ​ຫຍາຍ​ການ​ປະ​ຕິ​ບັດ​ໃຫ້​ນັບ​ມື້​ນັບ​ສະ​ດວກ, ໃກ​້​ຊິດ​ສະ​ໜິດ​ສະ​ໜົມກວ່າ​ໃຫ້​ບັນ​ດາ​ນັກ​ລົງ​ທຶນ”.

  ຍ້ອນ​ມີ​ບັນ​ດາ​ການ​​ປະ​ຕິ​ຮູບ​ຢ່າງ​ແຮງ​ໃນ​ການ​ປັ​ບ​ປຸງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ, ດຳ​ເນີ​ນ​ທຸ​ລະ​ກິດ ກໍ​ຄື​ບັນ​ດາ​ການ​ປ່ຽນແປງ​ເຊິ່ງກົດ​ໝາຍ​ວ່​າ​ດ້ວຍ​ວິ​ສາ​ຫະ​ກິດ ແລະ ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ (ສະ​ບັບ​ປັບ​ປຸງ) ນຳ​ມາ​ໃຫ້, ​ທະ​ນາ​ຄານ​ໂລກ ​ຕີ​ລາ​ຄາ​ວ່າ ຫວຽດ​ນາມ ໄດ້​ເພີ່ມ​ຂຶ້ນ 3 ຂັ້ນ​ໃນ​ຕາ​ຕະ​ລາງ​ຈັດ​ອັນ​ດັບ “ສະ​ພາບ​ແວດ​ລ້ອ​ມ​ແຫ່ງ​ການ​ລົງ​ທຶນ​​ທົ່ວ​ໂລກ”. ພ້ອມ​ກັນ​ນັ້ນ, ໃນ​ ​“ບົດລາຍ​ງານດັດ​ຊະ​ນີ​ຄວາມ​ສາ​ມາດ​ແກ່ງ​ແຍ້ງ​ຂັ້ນ​ແຂວງ (PCI) 2015” ຂອງ​ຫ້ອງ​ການ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ​ຫວຽດ​ນາມ ກໍ​ຮັບ​ຮູ້​ການ​ຈົດ​ທະ​ບຽນ​ສ້າງ​ຕັ້ງ​ວິ​ສາ​ຫະ​ກິດທີ່ມີບ​າດ​ກ້າວໃຫຍ່​ສຸດ ແລະ ມີ​ຄະ​ແນນ​ສູງ​ສຸດ​ໃນ​ຮອບ​ເວ​ລາ 11 ປີ ແຫ່ງ​ການ​​ສຳ​ຫຼວດ PCI.

ນອກ​ຈາກ​ບັນ​ດາ​ໝາກ​ຜົນຕັ້ງ​ໜ້າ​ທີ່ບັນ​ລຸ​ໄດ້​, ມາ​ຮອດ​ປະ​ຈຸ​ບັນ​, ການ​ປະ​ຕິ​ບັດ ກົດ​ໝາຍ​ວ່​າ​ດ້ວຍ​ວິ​ສາ​ຫະ​ກິດ ແລະ ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ (ສະ​ບັບ​ປັບ​ປຸງ) ຍັງ​ມີ​ບາງ​ຂໍ້​ກຳ​ນົດ​ຍັງ​ບໍ່​ທັນ​ຄົບ​ຊຸດ ກັບ​ບັນ​ດາກ​ົດ​ໝາຍ​ສະ​ເພາະຂະ​ແໜງ. ທ່ານ ວູ​ຕຽນ​ໂລກ, ປະ​ທານ​ຫ້ອງ​ການ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ​ຫວຽດ​ນາມ ໃຫ້​ຮູ້​ວ່າ.

  “​ຜ່ານ​ວິ​ວັດ​​ແຫ່ງການກວດ​ກາ, ຮັບ​ເ​ອົາ​ຄຳ​ເຫັນ​ຈາກວິ​ສາ​ຫະ​ກິດ, ພວກ​ຂ້າ​ພະ​ເຈົ້າ​ກໍ່​ເຫັນ​ວ່າ, ກົດ​ໝາຍ​ວ່​າ​ດ້ວຍ​ວິ​ສາ​ຫະ​ກິດ ແລະ ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ, ມີ​ບາງ​ຈຸດຍັງ​ບໍ່​ທັນເໝາະ​ສົມ, ພິ​ເສດ​ແມ່ນ​ບັນ​ຊີບັນ​ດາ​ຂະ​ແໜງ, ອາ​ຊີບທີ່​ມີ​ເງື່ອນ​ໄຂ​ດຳ​ເນີນ​ທ​ຸ​ລະ​ກິດ. ໃນ​ຕົວ​ຈິງ, ມີ​ບາງ​ຂະ​ແໜງ, ອາ​ຊີບ ບໍ່​ຈຳ​ເປັນ​ຕ້ອງ​ມີ​ເງື່ອນ​ໄຂ​ດຳ​ເນີນ​ທຸ​ລະ​ກິດ​ຕາມ​ຄວາມ​ຮຽກ​ຮ້ອງ​ຂອງ​ລັດ​ຖະ​ທຳ​ມະ​ນູນ ແລະ ກົ​ດ​ໝາຍ. ເພາະ​ສະ​ນັ້ນ, ພວກຂ້​າ​ພະ​ເຈົ້າ​ພວມກວດ​ກາ​ເພື່ອ​ສະ​ເໜີ​ຕ​ໍ່​ລັດ​ຖະ​ບານ, ສະ​ພາ​ແຫ່ງ​ຊາດ ປະ​ກາດ​ໃຊ້ກົດ​ໝາ​ຍ​ເພື່ອ​ປັບ​ປຸງ​ກົດ​ໝາຍ​ຫຼາຍ​ສະ​ບັບ​ທີ່​ກ່ຽວ​ຂ້ອງ​ເຖິງ​ການ​ດຳ​ເນີນ​ທຸ​ລະ​ກິດ, ໃນ​ນັ້ນ​ລວມ​ທັງກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ ແລະ ກົດ​ໝາຍ​ວ່​າ​ດ້ວຍ​ວິ​ສາ​ຫະ​ກິດ ເພື່ອ​ຮັບ​ປະ​ກັບ​ລັກ​ສະ​ນະ​​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍຂອງ​ລະ​ບົບ​ກົດ​ໝາຍ ແລະ ຮັບ​ປະ​ກັນ​ສະ​ພາບ​ແວ​ດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ​ໃຫ້​ດີ​ທີ່​ສຸດ, ຮັບ​ປະ​ກັນ​ສິດ​ເສ​ລີ​ໃນ​ການ​ດຳ​ເນີນ​ທຸ​ລະ​ກິດ​ຂອງ​ປະ​ຊາ​ຊົນ ແລະ ວິ​ສາ​ຫະ​ກິດ”.

  ເຖິງວ່າ​ໜ່ວຍ​ປະ​ຕິ​ບັດ​ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ ແລະ ກົດ​ໝາຍ​ວ່​າ​ດ້ວຍ​ວິ​ສາ​ຫະ​ກິດ ໄດ້​ພ້ອມ​ກັບກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ, ​ຫ້ອງວ່າ​ການ​ລັດ​ຖະ​ບານ ແລະ ກະ​ຊວງ​ຍຸ​ຕິ​ທຳ ກວດ​ກາ, ຍົກ​ເລີກ​ເງື່ອນ​ໄຂ​ດຳ​ເນີນ​ທຸ​ລະ​ກິດ​ທີ່ບໍ່​ເໝາະ​ສົມ, ກໍ່​ຄວາມ​ຫຍຸ້ງ​ຍາກ​ໃຫ້​ວ​ິ​ສາ​ຫະ​ກິດ​ນັບພັນ​ຂໍ້; ພ້ອມ​ທັງ, ຕັ້ງ​ໜ້າ​ແນະ​ນຳ​ໃຫ້​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ທີ່​ກ່ຽວ​ຂ້ອງໃນ​ການ​ສ້າງ, ຮຽບ​ຮຽງ​ບັນ​ດາດຳ​ລັດ​ກ່ຽວ​ກັບ​ເງື່ອນ​ໄຂ​ດຳ​ເນີນ​ທຸ​ລະ​ກິດ, ແຕ່​ມາ​ຮອດ​ປະ​ຈຸ​ບັນ, ຍັງ​ມີ​ເງື່ອນ​ໄຂ​ດຳ​ເນີນ​ທຸ​ລະ​ກິດ​ບໍ່​ຈຳ​ເປັນ​ຫຼາຍ​ຂໍ້, ທັງ​ກີດ​ຂວາງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການດ​ຳ​ເນີນ​ທຸ​ລະ​ກິດ, ທັງ​ບໍ່​ຮັບ​ປະ​ກັນ​ຜົນ​ສັກ​ສິດ​ຂອງ​ການ​ຄຸ້ມ​ຄອງ​ລັດ​ຢູ່. ທ່ານ ຟານ​ດຶກ​ຮ໋ຽວ, ຮອງ​ຫົວ​ໜ້າ​ສະ​ຖາ​ບັນ, ​ຄົ້ນ​ຄວ້າ​ຄຸ້​ມ​ຄອງ​ເສດ​ຖະ​ກິດ​ສູນ​ກາງ​ໃຫ້​ຮູ້​ວ່າ.

  “ໃນ​ການກວດ​ກາ​​ຫວ່າງ​ແລ້ວນີ້, ລັດ​ຖະ​ບານ​ໄດ້​ມອບ​ໃຫ້​ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ​ເປັນ​ເຈົ້າ​ພາບ​ສ້າງ​ກົດ​ໝາຍ 1, ດ້ວຍ​ຄາດ​ໝາຍ​ແມ່ນ​ປັບ​ປຸງ​ບັນ​ດາ​ກົດ​ໝາຍ​ທີ່​ກ່ຽວ​ຂ້ອງ​ເພື່ອ​ຮັບ​ປະ​ກັນ​ບັນ​ດາ​ຈິດ​ໃຈ ແລະ ເນື້ອ​ໃນ​ຂ​ອງກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ ແລະ ກົດ​ໝາຍ​ວ່​າ​ດ້ວຍ​ວິ​ສາ​ຫະ​ກິດ ​ໄດ້​​ຮັບ​ການປະ​ຕິ​ບັດຢ່າງ​​ເຖິງ​ຖອງກວ່າ​, ເພື່ອບໍ່​ຖືກ​​ຈຳ​ກັດຍ້ອນ​ບັນ​ດາ​ຂໍ້​ກຳ​ນົດ​ອື່ນໆ. ທີ 2 ແມ່ນ​ລົບ​ລ້າງ​ບັນ​ດາ​ສິ່ງ​ທີ່ບໍ່​ເໝາະ​ສົມ ຫຼື ຂັດ​ແຍ່ງ​ກັນລະ​ຫວ່າງກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ, ກົດ​ໝາຍ​ວ່​າ​ດ້ວຍ​ວິ​ສາ​ຫະ​ກິດ ແລະ ບັນ​ດາ​ກົດ​ໝາຍ​ທີ່​ກ່ຽວ​ຂ້ອງ. ທີ 3 ແມ່ນ, ໃນ​ອາ​ຍຸ​ການນີ້, ສະ​ພາ​ແຫ່ງ​ຊາດ​ກໍມອບ​ໜ້າ​ທີ່ກວດ​ກາ​ຄືນ​ນັບ​ທັງ 267 ຂະ​ແໜງ​ອາ​ຊີບດຳ​ເນີນ​ທຸ​ລະ​ກິດ​ຕ້ອງ​ມີ​ເງື່ອນ​ໄຂ ເພື່ອ​ຍົກ​ເລີກ​ບັນ​ດາ​ຂະ​ແໜງ​ອາ​ຊີບ​ດຳ​ເນີນ​ທຸ​ລະ​ກິດ​ທີ່​ມີ​ເງື່ອນ​ໄຂ​ຫາກບໍ່​ຈຳ​ເປັນ​ອ​ີກ.”

  ເພື່ອ​ຍົກ​ສ​ູງປະ​ສິດ​ທິ​ຜົນ​ຕົວ​ຈິງ​ຂອງກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ ແລະ ກົດ​ໝາຍ​ວ່​າ​ດ້ວຍ​ວິ​ສາ​ຫະ​ກິດ, ໃນ​ໄລ​ຍ​ະ​ຈະ​ມາ​ເຖິງ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ ໄດ້​ຊີ້​​ນຳບັນ​ດາ​ຫົວ​ໜ່ວຍ​ທີ່ກ​່ຽວ​ຂ້ອງ ສືບ​ຕໍ່​ສຸມ​ໃສ່​​ປັບ​ປຸງ​ກົດ​ໝາຍ​ໃຫ້​ສຳ​ເລັດ. ໃນ​ນັ້ນ, ສຸມ​ໃສ່ເຂົ້າ​ໃນ​ການ​ສ້າງ​ຄວາມ​ສະ​ດວກໃຫ້​ວິ​ສາ​ຫະ​ກິດ ຕາມ​ຈິດ​ໃຈ​ມະ​ຕິ​ຂອງ​ລັດ​ຖະ​ບານ ກ່ຽວ​ກັບ​ການ​ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ, ດຳ​ເນີນ​ທຸ​ລະ​ກິດ, ຍົກ​ສູງ​ກຳ​ລັງ​ແກ່ງ​ແຍ້ງ​ແຫ່ງ​ຊາດ.


ຂ່າວ/ບົດ​ອື່ນ