ກົດໝາຍວ່າດ້ວຍໜູນຊ່ວຍວິສະຫະກິດຂະໜາດກາງແລະນ້ອຍ-ກຳລັງໜູນໃໝ່ເພື່ອໃຫ້ວິສາຫະກິດພັດທະນາ

(vovworld)-​ປະ​ຈຸ​ບັນ, ວິ​ສາ​ຫະ​ກິດ​ຂະ​ໜາດ​ນ້ອຍ ແລະ ກາງກວມ​ເອົາ 97% ຍອດ​ຈຳ​ນວນ​ວິ​ສາ​ຫະ​ກິດ​ຂອງ​ຫວຽດ​ນາມ ແລະ ມີ​ທ່ີ​ຕັ້ງສຳ​ຄັນ​ພິ​ເສດ​ໃນ​ພື້ນ​ຖານ​ເສດ​ຖະ​ກິດ. ໃນ​ໄລ​ຍະ​ຜ່ານ​ມາ​, ລັດ​ຖະ​ບານ ໄດ້​ມີ​ບັນ​ດາ​​ລາຍ​ການ ແລະ ນະ​ໂຍ​ບາຍ​ໜູນ​ຊ່ວຍວິ​ສາ​ຫະ​ກິດ​ຂະ​ໜາດ​​ນ້ອຍ ແລະ ​ກາງ​ພັດ​ທະ​ນາ ແລ​ະ ການສ້າງ​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ໜູນ​ຊ່ວຍ​ວິ​ສາ​ຫະ​ກິດ​ຂະ​ໜາດ​ນ້ອຍ ແລະ ກາງ ໄດ້​ຮັບ​​ຄວາມຫວັງ​ວ່າ ຈະ​ສ້າງ​ບາດ​ກ້າວ​ບຸກ​ທະ​ລຸ​ຊ່ວຍ​ໃຫ້​ວິ​ສາ​ຫະ​ກິດນີ້​ພັດ​ທະ​ນາ. ບົດ​ຂຽນ “ກົດ​ໝາຍ​ວ່າ​ດ້ວຍການ​ໜູນ​ຊ່ວຍ​ວິ​ສ​າ​ຫະ​ກິດ​ຂະ​ໜາດ​ນ້ອຍ ແລະ ກາງ - ກຳ​ລັງ​ໜູນ​ໃໝ່ເພື່​ອ​ໃຫ້​ວິ​ສາ​ຫະ​ກິດ​ພັດ​ທະ​ນາ” ຂອງ​ເກີມ​ຕູ, ນັກ​ຂ່າວ VOV.


ກົດໝາຍວ່າດ້ວຍໜູນຊ່ວຍວິສະຫະກິດຂະໜາດກາງແລະນ້ອຍ-ກຳລັງໜູນໃໝ່ເພື່ອໃຫ້ວິສາຫະກິດພັດທະນາ - ảnh 1
(ກອ​ງ​ປະ​ຊຸ​ມ​ສຳ​ມະ​ນາ​ກ່ຽວ​ກັບການຊ່ວຍວິ​ສາ​ຫະ​ກິດ
​ຂະ​ໜາດ​​ນ້ອຍ ແລະ ​ກາງ​ພັດ​ທະ​ນາ)

ໃນ​ໄລ​ຍະ​ຜ່ານ​ມາ, ລັດ​ຖະ​ບານ​ໄດ້​ມີ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຫຼາຍ​ຢ່າງ​ໃນ​ການ​ສ້າງ​ຕັ້ງ ແລະ ຮັກ​ສາ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ​ໃຫ້​ມີ​ຄວາມ​ສະ​ດວກ, ສະ​ເໝີ​ພາບໃຫ້​ແກ່ວິ​ສາ​ຫະ​ກິດ​ຄ​ື: ຮັກ​ສາ​ເສດ​ຖະ​ກິດ​ມະ​ຫາ​ພາກ​ເປັນ​ປົກ​ກະ​ຕິ, ສ້າງກອບ​ກົດ​ໝາຍ ດ້ວຍ​ຂັ້ນ​ຕອນ, ລະ​ບ​ຽບ​ການ​ບໍ​ລິ​ຫານ​ທີ່​ງ່າຍ​ດາຍ, ກະ​ຈາງ​ແຈ້ງ ແລະ ມີ​ປະ​ສິດ​ທິ​ຜົນ, ເພີ່ມ​ທະ​ວີ​ຄວາມ​ສາ​ມາດ​ສຳ​ພັດ​ກັບ​ແຫຼ່ງ​ກຳ​ລັງ ແລະ ໜູນ​ຊ່ວຍ​ເປີດກວ້າງກາ​ລະ​ໂອ​ກາດ​ຜະ​ລິດ, ດຳ​ເນີນ​ທ​ຸ​ລ​ະ​ກິດ, ​ການສຳ​ພັດ​ຕະ​ຫຼ​າດ​ໃຫ້​ວິ​ສາ​ຫະ​ກິດ… ກົດ​ໝາຍ​ວ່າ​ດ້ວຍ​ການ​ໜູນ​ຊ່ວຍ​ວິ​ສາ​ຫະ​ກິດ​ຂະ​ໜາດ​ນ້ອຍ ແລະ ກາງ ຫາກໍ່ສ້າງ​ຂຶ້ນ ໄດ້​ຮັບ​ຄວາມ​ຫວັງ​ວ່າ​ຈະ​ສ້າງກອບ​ກົດ​ໝາຍ, ແມ່ນ​ເຄື່ອ​ງ​ມື​ສຳ​ຄັນ, ຊຸກ​ຍູ້​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດຂະ​ໜາດ​ນ້ອຍ ແລະ ກາງ​ພັດ​ທະ​ນາ. ຕາມ​ທ່ານ ດ່າວ​ຈ້ອງ​ລິ໋, ປະ​ທານ​ສະ​ພາ​ຄຸ້ມ​ຄອງ ທັງ​ເປັນ​ຜູ​້​ອຳ​ນວຍ​ການ​ບໍ​ລິ​ສັດ​ຫຸ້ນ​ສ່ວນ Aprocimex ແລ້ວ, ຮ່າງ​ກົດ​ໝາຍມີ​ນະ​ໂຍ​ບາຍ​ໜູນ​ຊ່ວຍ​ຫຼ​າຍ​ຢ່າງ​ໃຫ່​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ.

        “ພວກ​ຂ້າ​ພະ​ເຈົ້າ​ເຫັນ​ວ່າ, ຮ່າງ​ກົດ​ໝາຍ​ໄດ້​ຮັບ​ການ​ກະ​ກ​ຽມ​ຢາງ​ລອບ​ຄອບ​ຖີ່​ຖ້ວນ, ລະ​ອຽດ​ລະ​ອໍ. ບັນ​ດາ​ພາກ​ສ່ວນ​ຫັນ​ເປັນ​ລະ​ອຽດ ບາງ​ເທື່ອ​ຍັງມີ​ສິ່ງ​ຊ້ອນ​ກັນ​ຢູ່, ແຕ່​ຜ່ານ​ບັນ​ດາ​ກອງ​ປະ​ຊຸມ​ສຳ​ມະ​ນາ​ໄດ້​ຮັບ​​ຄຳ​ເຫັນ​ປະ​ກອບ ແລະ ໄດ້​ຮັບ​ການປັບ​ປຸງ ພວກ​ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ ກົ​ດ​ໝາຍນີ້​ຈະ​ໄດ້​ຮັບ​ການ​ຮັບ​ຮອງ​ເ​ອົາ​ຈາກ​ສະ​ພາບ​ແຫ່ງ​ຊາດ​ໂດ​ຍ​ໄວ. ໃນ​ຂະ​ນະ​ນັ້ນ, ປະ​ຊາ​ຄົ​ມ​ວິ​ສ​າ​ຫະ​ກິດ​ຈ​ະ​ມີ​ກາ​ລະ​ໂອ​ກາດ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ຢ່າງ​ສະ​ເໝີ​ພາບ​ດ້ວຍ​ກົດ​ໝາຍ. ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ​ພວກ​ຂ້າ​ພະ​ເຈົ້າ​ ຕ້ອນ​ຮັບ​ກົດ​ໝາຍນີ້​​ດ້ວຍ​ຄວາມ​ພາກ​ພູ​ມ​ໃຈ”.

        ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ວິ​ສາ​ຫະ​ກິດ​ຂະ​ໜາດ​ນ້ອຍ ແລະ ກາງ ລວມ​ມີ 5 ພາກ, ໃນ​ນັ້ນ ເນື້ອ​ໃນ​ລະ​ອຽດ​ກ່ຽວ​ກັບ​ບັນ​ດາ​ການ​ໜູນ​ຊ່ວຍ​ແມ່ນ​ລະ​ບູ​ໄວ້​ໃນ 10 ມາດ​ຕາໃນ 2 ພາກ, ລວມ​ມີ​ບັນ​ດາ​ການ​ໜູນ​ຊ່ວຍສຳ​ພັດ​ກັບ​ບ້​ວງ​ສິນ​ເຊື່ອ, ການ​ເງິນ, ທີ່​ດິນ, ກ​ຳ​ລັງຄວາມ​ສາ​ມາດ​ດ້ານ​ເຕັກ​ໂນ​ໂລ​ຊ​ີ, ​ການສົ່ງ​ເສີມ​ດ້ານ​ການ​ຄ້າ, ດ້ານ​ຂໍ້​ມູນ​ຂ່າວ​ສານ… ຕາມນັ້ນ​ແລ້ວ, ວິ​ສາ​ຫະ​ກິດ​ຂະ​ໜາດ​ນ້ອຍ ແລະ ກາງ​ຈະ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ຈາກ​ລັດ​ກ່ຽວ​ກັບ​ດ້ານການ​ເງິນ​ໃນ​ການ​ເຄື່ອນ​ໄຫວ​ສົ່ງ​ອອກ, ຄົ້ນ​ຄວ້າ​ຜະ​ລິດ​ຕະ​ພັນ​, ໄດ້​ຮັບ​ບຸ​ລິ​ມະ​ສິດ​ໃນ​ການ​ຈຳໝາຍ​ສິນ​ຄ້າ, ຮັບ​ປະ​ກັນ​ການ​ກູ້​ຢືມ​ທຶນ, ຫຼຸດ​ຜ່​ອນ, ຍົ​ກ​ເວັ້ນ​ພາ​ສີໃນ​ບາງ​ກໍ​ລະ​ນີ. ທ່ານ​ນາງ ຟ້າມ​ທິ​ທູ​ຮັ່ງ, ເລ​ຂາ​ທິ​ການ​ໃຫຍ່​ຫ້ອງ​ການ​ກາ​ນ​ຄ້າ​ ແລະ ອຸດ​ສາ​ຫະ​ກຳ​ຫວຽດ​ນາມ ຖື​ວ່າ, ວິ​ສາ​ຫະ​ກິດ​ຫວຽດ​ນາມ​ສ່ວນ​ຫຼາຍ​ແມ່ນ​ມີ​ຂອບ​ຂະ​ໜາດ​ນ້ອຍ ແລະ ກາງ, ດັ່ງ​ນັ້ນ​ຈຶ່ງ​ບໍ່​ມີ​ທ່າ​ແຮງ​ໃນ​ການ​ແກ່ງ​ແຍ້ງ​ກັບ​ວິ​ສາ​ຫະ​ກິດ​ສາ​ກົນ, ສະ​ນັ້ນ​​ຈຶ່ງຕ້ອງ​​ການໄດ້​ຮັບ​ການ​ໜູນ​ຊ່ວຍ​ຢ່າງ​ແທ້​ຈິງ, ເໝາະ​ສົມ​ໃນ​ການ​ພັດ​ທະ​ນາ.

        “ຕ້ອງ​ລະ​ດົມ​ບັນ​ດາ​ແຫຼ່ງ​ກຳ​ລັງ​ຂອງ​ສັງ​ຄົມ​ ໃນ​ການ​ໜູນ​ຊ່ວຍ​ວິ​ສາ​ຫະ​ກິດ​ຂະ​ໜາດ​ນ້ອຍ ແລ​ະ ກ​າງ​ໃຫ້​ໄດ້. ແຫຼ່ງ​ກຳ​ລັງ​ນີ້ ບໍ່​ພຽງ​ແຕ່ຈາກ​ບັນ​ດາວ​ິ​ສາ​ຫະ​ກິດ​ຂະ​ໜາດ​ນ້ອຍ ແລະ ກາງ ຫຼື ບັນ​ດາ​ອົງ​ການ​ພາກ​ລັດ​ເທົ່າ​ນັ້ນ, ຫາກ​ຍັງ​​ຈຳ​ເປັນຕ້ອງ​ມີ​ການ​ເຂົ້​າ​ຮ່ວມ​ຂອງ​ບັນ​ດາ​ສະ​ຫະ​ສະ​ມາ​ຄົມ​ວ​ິ​ສາ​ຫະ​ກິດ, ບັນ​ດາ​ທະ​ນາ​ຄານ, ກອງ​ທຶນ​ອີກ​ດ້ວຍ. ນັ້ນ​ແມ່ນ​ໄມ້​ງັດ​ພ້ອມ​ກັບ​ບັນ​ດາແຫຼ່ງ​ໜູນ​ຊ່ວຍ​ຂອງ​ລັດ ຈະ​ສ້າງການ​ໜູນ​ຊ່ວຍໃຫ້​ແກ່​ການ​ພັດ​ທະ​ນາ​ຂອງວິ​ສາ​ຫະ​ກິດ​ຂະ​ໜາດ​ນ້ອຍ ແລະ ກາງ”.

ກົດໝາຍວ່າດ້ວຍໜູນຊ່ວຍວິສະຫະກິດຂະໜາດກາງແລະນ້ອຍ-ກຳລັງໜູນໃໝ່ເພື່ອໃຫ້ວິສາຫະກິດພັດທະນາ - ảnh 2
(ພາບ​ປະ​ກອບ)

ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ວິ​ສາ​ຫະ​ກິດ​ຂະ​ໜາດ​ນ້ອຍ ແລະ ກາງ ທີ່​ຫາກໍ່​ສ້າງ​ຂຶ້​ນ​ໃຊ້​ນັ້ນ ໄດ້​ຮັບ​ຄວາມ​ຫວັງ​ວ່າ​ຈະ​ “ໜູນ​ຊ່ວຍ” ວິ​ສາ​ຫະ​ກິດ​ຫຼຸ​ດ​ພົ້ນ​ອອກ​ຈາກຄວາມ​ຫຍຸ້ງ​ຍາກ ແລະ ບື່ນ​ຕົວ​ຂຶ້ນ​ເພື່ອ​ພັດ​ທະ​ນາ. ຮ່າງ​ກົດ​ໝາຍ​ໃໝ່​ນີ້ຈະ​​ແມ່ນກອບ​ກົດ​ໝາຍ​ສູງ​ສຸດ ແລະ ມີ​ລັກ​ສະ​ນະ​ລຽນ​ຕິດ, ເປັນ​ເອ​ກະ​ພາບ, ຮອບ​ດ້ານ​ໃຫ້​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ​​ຂະ​ໜາດ​ກາງ ແລະ ນ້ອຍ. ຮ່າງ​ກົດ​ໝາຍນີ້​ຍັງ​ຊ່ວຍ​ເພີ່ມ​ຈ​ຳ​ນວນ ແລະ ຍົກ​ສູ​ງ​ຄຸນ​ນະ​ພາບ​ການເຄື່ອນ​ໄຫວ​ໃນ​ເຂດ​ວິ​ສາ​ຫະ​ກິດຂະ​ໜາດ​ກາງ ແລະ ນ້ອຍ, ຜ່ານ​ການ​​ວາງ​ບັນ​ດາ​ນະ​ໂຍ​ບາຍ, ລາຍ​ການ​ໜູນ​ຊ່ວຍ​ມີ​ການ​ຄັດ​ເລືອກ​ຢ່າງ​ຄົບ​ຊຸດ, ເໝາະ​ສົມ​ກັບ​ຈຸດ​ໝາຍທີ່​ໄດ້​ວາງ​ອອກ. ທ່ານ ໂດ້​ຕ໋ຽນ​ທ​ິ້ງ, ຜູ້​ອຳ​ນວຍ​ການ​​ສູນ​ໜູນ​ຊ່ວຍ​ວິ​ຊາ​ການ​ຈົດ​ທະ​ບຽນ​ດຳ​ເນີນ​ທຸ​ລະ​ກິດ, ກະ​ຊວງ​ແຜນ​ການ ແລະ ​ການ​ລົງ​ທຶນ ໃຫ້​ຮູ້​ວ່າ.

        “ກົ​ດ​ໝາຍ​ດັ່ງ​ກ່າວ​ໄດ້​ຮັບ​ຄວາມ​ຫວັງ​ວ່າ​ ຈະ​ສ້າງ​ກົນ​ໄກ​ເພື່ອ​ສົ່ງ​ເສີມ​ການ​ພັດ​ທະ​ນາ​ຂອງວິ​ສ​າ​ຫະ​ກິດ​ຂະ​ໜາດ​ນ້ອຍ ແລະ ກາງ. ບໍ່​ພ​ຽງ​ແຕ່​ວິ​ສ​າ​ຫະ​ກິດ​ຂະ​ໜາດ​ນ້ອຍ ແລະ ກາງ ເປົ້າ​ໝາຍ​ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ວິ​ສາ​ຫະ​ກິດ​ເທົ່າ​ນັ້ນ, ຫາກ​ຍັງ​ລວມ​ທັງ​ວິ​ສາ​ຫະ​ກິດ​ເອ​ກະ​ຊົນອີ​ກ​ດ້ວຍ. ປະ​ຈຸ​ບັນ, ມີ​ເກືອບ 2 ລ້ານ​ວິ​ສາ​ຫະ​ກິດຄອບ​ຄົວ​​ພວມດຳ​ເນີນ​ທຸ​ລະ​ກິດ ກໍ​ໄດ້​ຮັບ​ຖື​ວ່າ​​ແມ່ນວິ​ສາ​ຫະ​ກິດ​ຂະ​ໜາດ​ນ້ອຍ, ໝາຍ​ຄວາມ​ວ່າ​ຈະ​ເປີດກວ້າງກວ່າ ບັນ​ດາ​ສິ່ງ​ທີ່​ພວກ​ເຮົາ​ພວມ​ນຶກ​ເຫັ​ນ​ກ່ຽວ​ກັບຄວາມ​ສຳ​ນຶກວິ​ສາ​ຫະ​ກິດ. ໃນ​ນັ້ນ, ຈ​ະ​ມີ​ບັນ​ດາ​ກົນ​ໄກ​ບຸ​ລິ​ມະ​ສິດກ່ຽວ​ກັບ​ນະ​ໂຍ​ບາຍ​ທີ່​ດິນ, ​ການໜູນ​ຊ່ວຍ​ກ່ຽວ​ກັບ​ອຸດ​ສາ​ຫະ​ກຳ​ຫົວ​ຄິດ​ປະ​ດິດ​ສ້າງ​ ກໍ​ຄື​ໜູນ​ຊ່ວຍ​ການ​ສຳ​ພັດ​ກັບ​ບ້ວງ​ສິນ​ເຊື່ອ”.

        ໜຶ່ງ​ໃນ​ບັນ​ດາ “ຈຸ​ດ​ພົ້ນ​ເດັ່ນ” ຂອງ​ກົດ​ໝາຍ​ວ່​າ​ດ້ວຍ​ການ​ໜູນ​ຊ່ວຍ​ວິ​ສາ​ຫະ​ກິດ​ຂະ​ໜາດ​ນ້ອຍ ແລະ ກາງ ແມ່ນ​ກົ​ດ​ໝາຍ​ຈະ​​ກຳ​ນົ​ດ​ຄວາມ​ຮັບ​ຜິດ​ຊອບ ແລະ ບົດ​ບາດ​ຂອງ​ລັດ​ຖະ​ບານ, ອົງ​ການ​ສູນ​ກາງ ແລະ ທ້ອງ​ຖິ່ນ, ບັນ​ດາ​ອົງ​ການ​ສັງ​ຄົມ ແລະ ພາກ​​ສ່ວນ​ເອ​ກະ​ຊົນ​ໃນ​ການ​ໜູນ​ຊ່ວຍ​ວິ​ສາ​ຫະ​ກິດ​ຂະ​ໜາດ​ນ້ອຍ ແລະ ກາງ​ຢ່າງ​ຈະ​ແຈ້ງ. ພ້ອມ​ທັງ​ປັບ​ປຸງ​ລະ​ບົບ​ຜັນ​ຂະ​ຫຍາຍ​ນະ​ໂຍ​ບາຍ​ໜູນ​ຊ່ວຍວິ​ສາ​ຫະ​ກິດ​ຂະ​ໜາດ​ນ້ອຍ ແລະ ກາງ ຈາກ​ຂ​ັ້ນ​ສູນ​ກາງ​ລົງ​ຮອດ​ຂັ້ນ​ທ້ອ​ງ​ຖິ່ນ ແລະ ເພີ່ມ​ທະ​ວີ​ການ​ເຂົ້າ​ຮ່ວມ​ຂອງ​ພາກ​​ສ່ວນເອ​ກະ​ຊົນ.

        ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​​ການ​ໜູນ​ຊ່ວຍວິ​ສາ​ຫະ​ກິດຂະ​ໜາດ​ນ້ອຍ ແລະ ກາງ ຄາດ​ວ່າ ຈະຍື່ນ​ສະ​ເໜີ​ຕໍ່​ສະ​ພາ​ແຫ່ງ​ຊາດ ທີ່ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອທີ 2 ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 14, ​ເຊິ່ງຄາດ​ວ່າ​ຈະ​ດຳ​ເນີນ​ໄປ​ໃນ​ເດືອນ 10/2016. ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ​ພວມ​​ຫວັງ​​ວ່າ ​ເມື່ອ​ກົດ​ໝາຍນີ້​ມ​ີ​ຜົນ​ສັກ​ສິດ ​ຈະ​ຊ່ວຍ​ໃຫ້​​ວິ​ສາ​ຫະ​ກິດ​ຂະ​ໜາດ​ນ້ອຍ ແລະ ກາງ ດຳ​ເນີນ​ທຸ​ລະ​ກິດມີ​ຄຸນ​ນະ​ພາບກວ່າ ແລະ ຂອບ​ຂະ​ໜາດ​ຂອງ​ບັນ​ດາ​ວິ​ສ​າ​ຫະ​ກິດ​ຈະ​ນັບ​ມື້​ນັບ​ໄດ້​ຮັບ​ການ​ເປີດກວ້າງ.

ຂ່າວ/ບົດ​ອື່ນ