ກວ໋າງນີງ ກັບເປົ້າໝາຍກາຍເປັນສູນການບໍລິການ Logistics ທາງພາກເຫນືອ

(VOVWORLD) -ກວ໋າງນີງ ແມ່ນທ້ອງຖິ່ນ ມີພື້ນຖານໂຄງລ່າງພັດທະນາ, ດ້ວຍສະຫນາມບິນ, ທ່າກຳປັ່ນທະເລ, ເສັ້ນທາງຄວາມໄວສູງ. ການບໍລິການ Logistics ໄດ້ຮັບການກຳນົດວ່າແມ່ນຂະແຫນງບໍລິການສຳຄັນ ສວມບົດບາດໃນການຫນູນຊ່ວຍ, ເຊື່ອມຕໍ່ ແລະ ຊຸກຍູ້ການພັດທະນາເສດຖະກິດ ສັງຄົມ, ຊ່ວຍໃຫ້ແຂວງ ກວ໋າງນີງ ກາຍເປັນສູນ ບໍລິການ Logistics ຢູ່ເຂດທາງພາກເຫນືອຫວຽດນາມ. ໄລຍະຜ່ານມາ ແຂວງກວ໋າງນີງ ໄດ້ສຸມໃສ່ລົງທຶນພື້ນຖານໂຄງລ່າງ, ກະກຽມທຸກເງື່ອນໄຂສະດວກເພື່ອພັດທະນາ ບໍລິການ Logistics.

ກວ໋າງນີງ ກັບເປົ້າໝາຍກາຍເປັນສູນການບໍລິການ Logistics ທາງພາກເຫນືອ - ảnh 1 ທ່າກຳປັ່ນ ກາຍເລີນ

ພາບ:baoquangninh

ໂດຍແມ່ນຫນຶ່ງໃນບັນດາທ້ອງຖິ່ນນຳຫນ້າໃນການປະກາດໃຊ້ແຜນການສະເພາະກ່ຽວກັບການພັດທະນາ Logistics, ແຂວງ ກວ໋າງນີງ ໄດ້ກຳນົດວ່າ: ຮອດປີ 2025 ຈະກໍ່ສ້າງສຳເລັດ ສູນ Logistics 6 ແຫ່ງ, ລວມມີ: ສູນ ບໍລິການ Logistics ກາຍເລີນ, ບໍລິການ Logistics ເວີນດົນ, ບໍລິການ Logistics ກວ໋າງອຽນ, ບໍລິການ Logistics ເຂດຮ່ວມມືເສດຖະກິດ ມອງກາຍ -ຕຸງຊີງ ບໍລິການ Logistics ຫາຍຮ່າ ແລະ ບໍລິການ Logistics ບີງລຽວ. ທ່ານ ຫງວຽນຊວນກີ, ເລຂາຄະນະພັກແຂວງ ກວ໋າງນີງ ໃຫ້ຮູ້ວ່າ:

“ຢາກຊຸກຍູ້ ບໍລິການ Logistics ຕ້ອງຊຸກຍູ້ການຮ່ວມສຳພັນເຂດ, ຊຸກຍູ້ການຮ່ວມສຳພັນໃນລະບົບການຜະລິດ ເພື່ອເພີ່ມມູນຄ່າ ແລະ ຍາດແຍ່ງທ່າໄດ້ປຽບ, ຄວາມສາມາດບົ່ມຊ້ອນຂອງທ້ອງຖິ່ນຢ່າງສຸດຂີດ ເພື່ອເພີ່ມມູນຄ່າເພີ່ມໃນລະບົບຮ່ວມສຳພັນ. ແຂວງ ກວ໋າງນີງ ພວມປະຕິບັດຢ່າງລະອຽດ, ເລີ່ມຕົ້ນດ້ວຍລະບົບພື້ນຖານໂຄງລ່າງທາງບົກ, ສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ ແລະ ປະຕິຮູບລະບຽບການບໍລິຫານໃຫ້ມີຄວາມສະດວກງ່າຍດາຍກວ່າ, ໂດຍສະເພາະສຳລັບບັນດາທ່າກຳປັ່ນທະເລສາກົນ ແລະ ດ່ານສາກົນ ເພື່ອສ້າງເງື່ອນໄຂໃຫ້ການພົວພັນດ້ານການຄ້າ.”

ໂດຍກຳນົດວ່າ ພື້ນຖານໂຄງລ່າງ ແມ່ນຫນຶ່ງໃນບັນດາປັດໄຈຕົ້ນຕໍສຳລັບການພັດທະນາ ບໍລິການ Logistics, ສະນັ້ນ ແຂວງ ກວ໋າງນີງ ໄດ້ສຸມໃສ່ລົງທຶນປັບປຸງຢ່າງແຮງ ຈາກເສັ້ນທາງຄົມມະນາຄົມ ຕະຫລອດຮອດ ສາງ, ທ່າເຮືອ, ທ່າກຳປັ່ນ… ພາຍຫລັງ ປະຕິບັດກໍ່ສ້າງ ມາເປັນເວລາ 4 ປີ, ຮອດເດືອນກັນຍາ ປີ 2018, ເສັ້ນທາງຄວາມໄວສູງສາຍທຳອິດຂອງແຂວງ ກວ໋າງນີງ ນັ້ນແມ່ນ ເສັ້ນທາງ ຮ້າລອງ -ຫາຍຟ່ອງ ໄດ້ນຳເຂົ້າເຄື່ອນໄຫວຢ່າງເປັນທາງການ, ປະກອບສ່ວນເຮັດໃຫ້ເສັ້ນທາງເຊື່ອມຕໍ່ ເຂດເສດຖະກິດກຳລັງຫນູນທາງພາກເຫນືອ (ຮ່າໂນ້ຍ - ຫາຍຟ່ອງ - ກວ໋າງນີງ) ໃຫ້ສຳເລັດໂດຍພື້ນຖານ. ຕໍ່ຈາກນັ້ນ ສອງໂຄງການເສັ້ນທາງຄວາມໄວສູງ ຮ້າລອງ - ເວີນດົນ ແລະ ທ່າອາກາດສະຍານສາກົນ ເວີນດົນ ກໍ່ໄດ້ນຳເຂົ້າເຄື່ອນໄຫວ, ສ້າງເປັນລະບົບໂຄງການຄົມມະນາຄົມຈຸດສຸມ. ນອກນັ້ນ  ມີຫລາຍໂຄງການຄົມມະນາຄົມ ໄດ້ ແລະ ພວມເສີມຂະຫຍາຍຢ່າງມີປະສິດທິຜົນຄື: ຂົວ ບັກລວນ 2, ເສັ້ນທາງເຊື່ອມຕໍ່ ຈາກເຂດເສດຖະກິດດ່ານຊາຍແດນ ມອງກາຍ ໄປເຖິງ ເຂດເສດຖະກິດ ດ່ານຊາຍແດນ ບັກຟອງຊີງ.

ຄຽງຄູ່ກັນນັ້ນ ລະບົບທ່າກຳປັ່ນທະເລ, ທ່າເຮືອ ດ້ວຍ 5 ເຂດຄື: ທ່າເຮືອ ກາຍເລີນ, ເກີ໋ມຝາ, ໝູຍຈົວ, ຫວ້ານຢາ ແລະ ທ່າເຮືອ ICD  ແທ່ງດາດ ກໍ່ໄດ້ຮັບການລົງທຶນ. ພິເສດ ຂົວຟູ ຂ້າມແມ່ນ້ຳເຊື່ອມຕໍ່ນະຄອນ ມອງກາຍ ກັບ ນະຄອນ ຕຸງຊີງ ຂອງຈີນ ໄດ້ນຳເຂົ້າເຄື່ອນໄຫວໃນເດືອນມີນາປີ 2018, ສ້າງເງື່ອນໄຂສະດວກໃຫ້ແກ່ການຈໍລະຈອນສິນຄ້ານຳເຂົ້າສົ່ງອອກ, ຍົກສູງກຳລັງຄວາມສາມາດແກ້ງແຍ້ງລະຫວ່າງ ຄູ່ດ່ານຊາຍແດນ ມອງກາຍ - ຕຸງຊີງ, ກັບດ່ານຊາຍແດນອື່ນ. ໄປຄຽງຄູ່ກັນນັ້ນ ແມ່ນບັນດາບໍລິການຂົນສົ່ງ, ໃຫ້ເຊົ່າ ທ່າເຮືອ, … ຫຸ້ມຫໍ່ສິນຄ້າ ກໍ່ໄດ້ສະຫນອງບໍລິການໃຫ້ທັນທີ່, ຕອບສະຫນອງຄວາມຕ້ອງການຂອງວິສາຫະກິດໂດຍພື້ນຖານ. ທີ່ການເຮັດວຽກກັບຄະນະປະຈຳແຂວງ ກວ໋າງນີງ ເມື່ອເດືອນກໍລະກົດປີ 2019, ທ່ານ ຫງວຽນວັນບີງ ຫົວຫນ້າ ຄະນະເສດຖະກິດສູນກາງ ໄດ້ຕີລາຄາວ່າ:

“ຄວາມສາມາດ ບໍລິການ Logistics ຂອງແຂວງ ກວ໋າງນີງ ຍັງໃຫຍ່ຫລວງຢູ່, ມີມູນຄ່າສູງ, ຈາກນັ້ນ ສາມາດສ້າງທີ່ຕັ້ງບົດບາດໃຫມ່ໃຫ້ແກ່ແຂວງ ກວ໋າງນີງ”

ນອກຈາກພື້ນຖານໂຄງລ່າງ, ຫນຶ່ງໃນບັນດາມາດຕະການຈຸດສຸມພັດທະນາ ບໍລິການ Logistics ຊື່ງແຂວງ ກວ໋າງນີງ ໄດ້ ແລະ ພວມປະຕິບັດ ນັ້ນແມ່ນຫັນບັນດາລະບຽບການບໍລິຫານໃຫ້ງ່າຍດາຍ, ຫລຸດຜ່ອນໄລຍະເວລາເຮັດລະບຽບການພາສີ. ທ່ານ ຫງວຽນງອກແທ່ງ, ຜູ້ອຳນວຍການທ່າເຮືອ ກວ໋າງນີງ ໃຫ້ຮູ້ວ່າ:

“ພວກຂ້າພະເຈົ້າສຸມໃສ່ການສະຫນອງບັນດາບໍລິການສາທາລະນະຢູ່ ໃນລະດັບ 3, ລະດັບ 4, ຜ່ານລະບົບປະຕູດຽວ ແລະ ບັນດາລະບຽບການກຳປັ່ນທະເລ. ກຳປັ່ນ ໄປມາ ຢູ່ເຂດທ່າກຳປັ່ນທະເລ ກວ໋າງນີງ ລ້ວນແຕ່ເຮັດລະບຽບການຜ່ານເອເລັກໂຕນິກ ແລະ ຜ່ານລະບົບຂໍ້ມູນຂ່າວສານປະຕູດຽວແຫ່ງຊາດ. ຜ່ານນັ້ນ ຫລຸດຜ່ອນເວລາເຮັດລະບຽບການ ແລະ ການພົບປະ ເຮັດວຽກລະຫວ່າງວິສາຫະກິດ ກັບພະນັກງານທ່າເຮືອ.”

ກວ໋າງນີງ ກັບເປົ້າໝາຍກາຍເປັນສູນການບໍລິການ Logistics ທາງພາກເຫນືອ - ảnh 2ເສັ້ນທາງຄວາມໄວສູງ ຮ້າລອງ - ຫາຍຟ່ອງ

ພາບ:baoquangninh

ດ້ວຍການລົງທຶນເປັນລະບົບນັ້ນ, ແຂວງ ກວ໋າງນີງ ໄດ້ກຳນົດວ່າ ຮອດປີ 2020 ອັດຕາປະກອບສ່ວນຂອງຂະແຫນງ ບໍລິການ Logistics ຈະບັນລຸແຕ່ 16 – 18% ເຂົ້າຂະແຫນງບໍລິການຂອງແຂວງ; ຮອດປີ 2025 ຕົວເລກນີ້ ຈະບັນລຸ ແຕ່ 18 -20%, ນຳແຂວງ ກວ໋າງນີງ ກາຍເປັນສູນ ບໍລິການ Logistics ເຂດທາງພາກເຫນືອ ເທື່ອລະກ້າວ.

ຕອບກັບ

ຂ່າວ/ບົດ​ອື່ນ