ກວ໋າງ​ນີງ - ​ຈຸດເດັ່ນ​​ກ່ຽວ​ກັບການ​ຜະ​ລິດ​ອຸດ​ສາ​ຫະ​ກຳໃນ​ສະ​ພາບ​ເກີດ​ໂລກ​ລະ​ບາດ

(VOVWORLD) -ໃນສະພາບເສດຖະກິດລວມພວມຖືກຊຸດໂຊມຍ້ອນໂລກລະບາດ ໂຄວິດ 19, ແຕ່ແຂວງ ກວ໋າງນີງ ຍັງຄົງສືບຕໍ່ແມ່ນຈຸດເດັ່ນຈາກການຜະລິດອຸດສະຫະກິດ ແມ່ນຫນຶ່ງໃນບັນດາທ້ອງຖິ່ນຮັກສາທ່າເຕີບໂຕ, ອົງປະກອບເສດຖະກິດມີສະຖຽນລະພາບ.

 ການແຜ່ລະບາດຂອງໂລກລະບາດ ໂຄວິດ 19 ໄດ້ເຮັດໃຫ້ຂະແຫນງຖ່ານຫີນ ຊື່ງແມ່ນຫນຶ່ງໃນບັນດາຂະແຫນງອຸດສາຫະກຳຫລັກແຫລ່ງຂອງແຂວງ ກວ໋າງນີງ ປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງ ໃນຂະນະທີ່ຕ້ອງຮັກສາການຜະລິດດຳເນີນທຸລະກິດ ທັງຮັບປະກັນສຸຂະພາບໃຫ້ແກ່ກຳມະກອນນັບໝື່ນໆຄົນ. ໂດຍຜ່ານຜ່າຄວາມຫຍຸ້ງຍາກນັ້ນ, ກຸ່ມອຸດສາຫະກຳຖ່ານຫີນ ບໍ່ແຮ່ ຫວຽດນາມ ໄດ້ມີບັນດາວິທີການຮັບມືຢ່າງທັນການ, ເພີ່ມທະວີການຜະລິດດ້ວຍລະດັບສູງ.

ກວ໋າງ​ນີງ - ​ຈຸດເດັ່ນ​​ກ່ຽວ​ກັບການ​ຜະ​ລິດ​ອຸດ​ສາ​ຫະ​ກຳໃນ​ສະ​ພາບ​ເກີດ​ໂລກ​ລະ​ບາດ - ảnh 1ກຳມະກອນປະຕິບັດບັນດາມາດຕະການປ້ອງກັນ ແລະ ສະກັດກັ້ນໂລກລະບາດຢ່າງເຂັ້ມງວດ 

ບັນດາຫົວຫນ່ວຍຜະລິດຖ່ານຫີນ ໄດ້ປະຕິບັດຕາມແຜນການນຳເອົາກົນຈັກ, ເຄື່ອງຈັກແບບອັດຕະໂນມັດ ແລະ ໝູນໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານຢ່າງຂ້ຽວຂາດເພື່ອຍົກສູງສະມັດຕະພາບ, ຄຸນນະພາບ, ຍູ້ຄວາມຄືບຫນ້າບັນດາໂຄງການຂຸດຄົ້ນບໍ່ແຮ່.. ຄຽງຄູ່ກັນນັ້ນ ກຸ່ມອຸດສາຫະກຳຖ່ານຫີນ ບໍ່ແຮ່ ໄດ້ນຳໃຊ້ບັນດາມາດຕະການປ້ອງກັນ ສະກັດກັ້ນ ໂລກລະບາດ, ຮັກສາສຸຂະພາບໃຫ້ແກ່ຄົນງານ. ໃນໄຕມາດ 1 ຜ່ານມາ, ຍອດປະລິມານການຜະລິດຖ່ານຫີນຂອງ ກຸ່ມອຸດສາຫະກຳຖ່ານຫີນ ບໍ່ແຮ່ ບັນລຸ 10,5 ລ້ານໂຕນ, ເທົ່າກັບ 26% ແຜນການວາງອອກຂອງທັງປີ ແລະ ຈຳຫນ່າຍໄດ້ເກືອບ 12 ໂຕນ, ບັນລຸກວ່າ 22% ແຜນການວາງອອກຂອງທັງປີ. ລາຍຮັບຄາດວ່າບັນລຸກວ່າ 1,2 ຕື້ USD. ທ່ານ ຫງວຽນແມ້ງເຕື່ອງ, ການນຳ ກຸ່ມອຸດສາຫະກຳຖ່ານຫີນ ບໍ່ແຮ່ ຫວຽດນາມ ໃຫ້ຂໍ້ສັງເກດວ່າ:

“ສະພາບໂລກລະບາດ ໂຄວິດ 19 ໄດ້ສົ່ງຜົນສະທ້ອນໂດຍກົງເຖິງໝາກຜົນການຜະລິດດຳເນີນທຸລະກິດ. ແຕ່ເຖິງຢ່າງໃດກໍຕາມ ໝາກຜົນການຜະລິດໃນໄຕມາດ 1 ພວກຂ້າພະເຈົ້າ ໄດ້ປະຕິບັດວຽກງານປ້ອງກັນ ສະກັດກັ້ນໂລກລະບາດຢ່າງຂ້ຽວຂາດ ແລະ ດັດປັບວິທີເຮັດວຽກໃນແຕ່ລະເງື່ອນໄຂລະອຽດ. ສະນັ້ນ ພວກຂ້າພະເຈົ້າບັນລຸໄດ້ທັງສອງເປົ້າໝາຍຄວບຄູ່ ນັ້ນແມ່ນ ຄາດໝາຍການຜະລິດດຳເນີນທຸລະກິດບັນລຸໄດ້ເກືອບທັງໝົດ, ບາງຄາດໝາຍແມ່ນລື່ນກາຍແຜນການ.”

ຍ້ອນຜົນສະທ້ອນຈາກໂລກລະບາດ, ຂະແຫນງການທ່ອງທ່ຽວ ເຊິ່ງເຄີຍແມ່ນຂະແຫນາງເສດຖະກິດປາຍແຫລມຂອງ ກວ໋າງນີງ ໃນຫລາຍປີຜ່ານມາ ແມ່ນຖືກຊຸດໂຊມຢ່າງແຮງ. ເຖິງຢ່າງໃດກໍຕາມ ຍ້ອນຂົງເຂດອຸດສາຫະກຳຮັກສາທ່າເຕີບໂຕ ແລະ ຂົງເຂດກະສິກຳເຄື່ອງປ່າຂອງດົງສິນໃນນ້ຳກໍ່ມີຄວາມສະຖຽນລະພາບ, ສະນັ້ນ ແຂວງ ກວ໋າງນີງ ຍັງຄົງສືບຕໍ່ຮັກສາ GRDP ຢູ່ໃນລະດັບ 7,2% .  ໃນສະພາບໂລກລະບາດຍັງຄົງຜັນແປໄປຢ່າງສັບສົນ, ສະນັ້ນ ໄຕມາດ 2 ແລະ ທັງປີ 2020, ແຂວງ ກວ໋າງນີງ ໄດ້ກຳນົດວ່າ ອຸດສາຫະກຳ, ການກໍ່ສ້າງ ຍັງຄົງແມ່ນຂົງເຂດຈະຮັກສາບົດບາດຫລັກແຫລ່ງ.

ແຂວງ ກວ໋າງນີງ ກໍ່ກຳນົດຊຸກຍູ້ຄວາມຄືບຫນ້າການລົງທຶນ ແລະ ເປີດກວ້າງບັນດາໂຄງການຜະລິດເປັນກຳລັງຫນູນ, ນຳບາງໂຮງຈັກໂຮງງານອຸດສາຫະກຳປຸງແຕ່ງ, ປະດິດສ້າງເຂົ້າເຄື່ອນໄຫວໂດຍໄວ, ສ້າງເງື່ອນໄຂສະດວກໃຫ້ການສົ່ງອອກສິນຄ້າ. ທ່ານ ຫງວຽນວັນທັງ ປະທານຄະນະກຳມະການປະຊາຊົນແຂວງ ກວ໋າງນີງ ເນັ້ນຫນັກມາດຕະການສຸມໃສ່ໃຫ້ແກ່ການລົງທຶນພາກລັດ, ຊຸກຍູ້ບັນດາໂຄງການນອກແຜນງົບປະມານ, ຫນູນຊ່ວຍບັນດາໂຄງການທີ່ສາມາດເຮັດບັນດາລະບຽບການໃຫ້ສຳເລັດ ແລະ ເລີ່ມປະຕິບັດການກໍ່ສ້າງໃນປີ 2020.

“ສ້າງເງື່ອນໄຂຢ່າງສຸດຂີດເພື່ອໃຫ້ບັນດາວິສາຫະກິດ ມີເງື່ອນໄຂສະດວກທີ່ສຸດໃນການຜັນຂະຫຍາຍການຜະລິດດຳເນີນທຸລະກິດ, ຜ່ານນັ້ນ ປະຕິບັດພັນທະຕໍ່ງົບປະມານແຫ່ງລັດ. ບັນດາພະແນກ ຂະແຫນງການທອ້ງຖິ່ນ, ພະນັກງານລັດຖະກອນ ຕ້ອງຍົກສູງຈິດໃຈຮັບຜິດຊອບ, ຈັນຍາບັນລັດຖະກອນ, ເມື່ອຮັບຫນ້າທີ່ແລ້ວ ຕ້ອງປະຕິບັດຢ່າງທັນທີ, ວ່ອງໄວ, ແກ້ໄຂລະບຽບການບໍລິຫານ, ຊຸກຍູ້ການແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດ.”

  ໂດຍກຳແຫນ້ນສະພາບການຜັນແປຂອງໂລກລະບາດ ພ້ອມກັບການຄາດຄະເນ ແລະ ການຕີລາຄາສະພາບການ, ແຂວງ ກວ໋າງນີງ ພວມສ້າງບັນດາແຜນການເຕີບໂຕເສດຖະກິດທີ່ແຕກຕ່າງກັນໃຫ້ແກ່ແຕ່ລະຂະແຫນງການ, ແຕ່ລະຂົງເຂດ, ມາດຕະການແກ້ໄຂ ທັງປ້ອງກັນສະກັດກັ້ນໂລກລະບາດ, ທັງຮັກສາເສດຖະກິດ ສັງຄົມໃຫ້ມີສະຖຽນລະພາບ.

ຕອບກັບ

ຂ່າວ/ບົດ​ອື່ນ