ກວ໋າງນີງ ບຸກທະລຸໃນການດຶງດູດແຫລ່ງເງິນລົງທຶນ

vovworld)- ແຂວງ ກວ໋າງ​ນີງ ໄດ້​ປະ​ຕິ​ບັດ​ບັນ​ດາ​ການ​ເຄື່ອນ​ໄຫວ​ສົ່ງ​ເສີມ​ການ​ລົງ​ທຶນ​ຢ່າງ​ມີ​ປະ​ສິດ ​ທິ​ຜົນ, ຕັ້ງ​ຫນ້າ​ປະ​ຕິ​ຮູບ​ລະ​ບຽບ​ການ​ບໍ​ລິ​ຫານ, ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ, ຫນູນ​ຊ່ວຍ​ວິ​ສາ​ຫະ​ກິດ​ຢ່າງ​ລຽນ​ຕິດ​ໃນ​ໄລ​ຍະ 2011-2015. ​ດ້ວຍບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມນັ້ນ​ແຂວງ ກວ໋າງນີ້ງ ໄດ້​ສ້າງ​ຂີດ​ໝາຍ​ພົ້ນ​ເດັ່ນໃນ​ການ​ດຶງ​ດູດ​ເງິນ​ລົງ​ທຶນ​ເພື່ອ​ພັດ​ທະ​ນາ.

ກວ໋າງນີງ ບຸກທະລຸໃນການດຶງດູດແຫລ່ງເງິນລົງທຶນ - ảnh 1
ປະ​ຈຸ​ບັນ ແຂວງ ກວ໋າງ​ນີງ ມີ 104 ໂຄງ​ການ FDI
ພາບ:internet

        ຫນຶ່ງ​ໃນ​ບັນ​ດາ​ຈຸດ​ພົ້ນ​ເດັ່ນ​ຂອງ​ແຂວງ ກວ໋າງ​ນີງ ນັ້ນ​ແມ່ນ​ດຶງ​ດູດ​ແຫລ່ງ​ເງິນ​ລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປ​ະ​ເທດ (FDI). ໃນ​ໄລ​ຍະ​ແຕ່​ປີ 2012-2014, ​ແຂວງ ກວ໋າງ​ນີງ ດຶງ​ດູດ​ແຫລ່ງເງິນ​ລົງ​ທຶນຈາກ​ຕ່າງ​ປະ​ເທດໄດ້ 1,6 ຕື້ USD. ປະ​ຈຸ​ບັນ ແຂວງ ກວ໋າງ​ນີງ ມີ 104 ໂຄງ​ການ FDI ຍັງ​ມີ​ຜົນ​ສັກ​ສິດ ດ້ວຍຍອດ​ເງິນ​ລົງ​ທຶນ​ຈົດ​ທະ​ບຽນ​ບັນ​ລຸ​ເກືອບ 5,1 ຕື້ USD, ໃນ​ນັ້ນ ຈຳ​ນວນ​ເງິນ​ລົງ​ທຶນ​ໄດ້​ປະ​ຕິ​ບັດ​ບັນ​ລຸກວ່າ 3,6 ຕື້ USD. ບັນ​ດາ​ໂຄງ​ການ​ມີ​ເງິນ​ລົງ​ທຶນ​ຂອງ​ຕ່າງ​ປະ​ເທດ ​ດ້ວຍ​ຂອບ​ຂະ​ຫນາດ​ໃຫຍ່ ແມ່ນ​ບັນ​ດາ​ໂຮງ​ງານ​ຂອງ​ກຸ່ມ​ບໍ​ລິ​ສັດ Texhong ປະ​ເທດ​ຈີນ, ໂຮ​ງ​ງານ​ໄຟ​ຟ້າ​ໃຊ້​ພະ​ລັງ​ຄວາມ​ຮ້ອນ ມົງ​ເຢືອງ 2, ໂຮງ​ງານ ຊີ​ມັງ ທັງ​ລອງ….

        ສຳ​ລັບ​ການ​ດຶງ​ດູດ​ແຫລ່ງ​ເງິນ​ລົງ​ທຶນ​ພາຍ​ໃນ​ປະ​ເທດ, ໄລ​ຍະ 2012-2014, ແຂວງ ກວ໋າງ​ນີງ ດຶງ​ດູດ​ໄດ້ 198 ໂຄງ​ການ ດ້ວຍຍອດ​ຈຳ​ນວນ​ເງິນ​ລົງ​ທຶນ​ບັນ​ລຸກວ່າ 72.000 ຕື້​ດົງ (ເທົ່າ​ກັບ 3,8 ຕື້ USD). ໃນ​ຈຳ​ນວນ​ເຫລົ່າ​ນັ້ນ ມີ​ຫລາຍ​ໂຄງ​ການ​ແມ່ນ​ກຳ​ລັງ​ຫນູນ, ປັບ​ປຸງ​ຄຸນ​ນະ​ພາບ​ພື້ນ​ຖານ​ໂຄງ​ລ່າງ​ດ້ານ​ບໍ​ລິ​ການ, ການ​ຄ້າ​ຂອງ​ແຂວງ ຄື: ໂຄງ​ການ​ສ​ວນ​ສາ​ທາ​ລະ​ນະ ດ້າຍ​ເຢືອງ, ເຂດ​​ພັກຜ່ອນ​ບຳ​ລຸງ​ສຸ​ຂະ​ພາບ​ທັນ​ສະ​ໄຫມ ກວາງ​ແຮງ, ສູນ​ການ​ຄ້າ Vincom Center ຮ້າ​ລອງ, ໂຮງ​ແຮມ​ທັນ​ສະ​ໄຫມ Vinperl… ທ່ານ ຄຸກ​ຕຽນ​ຮ່າ, ຜູ້​ອຳ​ນວຍ​ການ​ຮ້ານ​ຊັບ​ພະ​ສິນ​ຄ້າ ແລະ ສູນ​ການ​ຄ້າ Big C ຮ້າ​ລອງ ໃຫ້​ຮູ້​ວ່າ:

        “ນະ​ໂຍ​ບາຍ​ດຶງ​ດູດ​ແຫລ່ງ​ເງິນ​ລົງ​ທຶນ​ດ້ານ​ການ​ຄ້າ​ຂອງ​ ແຂວງ ກວ໋າງ​ນີງ ມີ​ປະ​ສິດ​ທິ​ຜົນ​ທີ່​ສຸດ, ສຸມ​ໃສ່​ເຂົ້າ​ໃນ​ການກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ດ້ານ​ການ​ຄ້າ. ພິ​ເສດ ແມ່ນ​ວຽກ​ງານ​ບຸກ​ເບີກ​ຫນ້າ​ພຽງ ຂອງ​ແຂວງ ມີ​ປະ​ສິດ​ທິ​ຜົນ​ທີ່​ສຸດ. ນີ້​ແມ່ນ​ປັດ​ໄຈ​ສຳ​ຄັນ​ເພື່ອ​ດຶງ​ດູດ​ແຫລ່ງ​ເງິ​ນ​ລົງ​ທຶນ​ຂອງ​ບັນ​ດາ​ບໍ​ ລິ​ສັດ​ຕ່າງ​ປະ​ເທດ​ທີ່​ກ່ຽວ​ຂ້ອງ​ເຖິງ​ຂົງ​ເຂດ​ການ​ຄ້າ.”

        ບັນ​ລຸ​ໄດ້​ຜົນ​ງານ​ໃນ​ການ​ດຶງ​ດູດ​ການ​ລົງ​ທຶນ​ເພື່ອ​ພັດ​ທະ​ນາ ຍ້ອນ​ແຕ່​ຊຸມ​ປີ 2011, ກວ໋າງ​ນີງ ໄດ້​ສຸມ​ໃສ່​ປ່ຽນ​ແປງ​ຮູບ​ແບບ​ການ​ເຕີບ​ໂຕ, ຜັນ​ຂະ​ຫຍາຍ​ບັນ​ດາ​ມາດ​ຕະ​ການ​ດຶງ​ດູດ​ການ​ລົງ​ທຶນ​ຄື: ສ້າງ ແລະ ປະ​ກາດ​ບັນ​ດາ​​ແຜນ​ຍຸດ​ທະ​ສາດ, ຫັນ​ວິ​ທີ​ສົ່ງ​ເສີມ​ການ​ລົງ​ທຶນ​ເປັນ​ວິ​ຊາ​ສະ​ເພາະໄປ​ຄຽງ​ຄູ່​ກັບ​ການ​ປະ​ ຕິ​ຮູບ​ລະ​ບຽບ​ການ​ບໍ​ລິ​ຫານ. ບັນ​ດາ​ໂຄງ​ການ​ທີ່​ແຂວງ​ ກວ໋າງ​ນີງ ເລືອກ​ເຟັ້ນ ລ້ວນ​ແຕ່​ຕາມ​ທິດ​ມີ​ຂອບ​ຂະ​ຫນາດ​ໃຫຍ່ ແລະ ມີ​ປະ​ສິດ​ທິ​ຜົນ. ພິ​ເສດ ການ​ນຳ​ແຂວງ ກວ໋າງ​ນີງ ຍາມ​ໃດ​ກໍ​ເປັນ​ເຈົ້າ​ການ​ຈັດ​ຕັ້ງ​ບັນ​ດາ​ການ​ພົບ​ປະ, ຫນູນ​ຊ່ວຍ​ວິ​ສາ​ຫະ​ກິດ​ເປັນ​ໄລ​ຍະ​ປະ​ຈຳ ເພື່ອ​ສືບ​ຕໍ່​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ, ຂໍ້​ຕິດ​ຂັດ. ນອກ​ຈາກ​ຈັດ​ຕັ້ງ​ບັນ​ດາ​ກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ລົງ​ທຶນ​ຂອບ​ຂະ​ຫນາດ​ ໃຫຍ່, ບັນ​ດາ​ອົງ​ການ​ກ່ຽວ​ຂ້ອງ​ຂອງ​ແຂວງ ກໍ​ຕັ້ງ​ຫນ້າ​ຜ່ານ​ບັນ​ດາ​ການ​ເຄື່ອນ​ໄຫວ​ພົວ​ພັນ​ແລກ​ປ່ຽນ​ດ້ານ​ວັດ​ທະ​ນະ​ ທຳ ເພື່ອ​ດຶງ​ດູດ​ການ​ລົງ​ທຶນ​ຈາກ ຍີ່​ປຸ່ນ, ອັງ​ກິດ, ຈີນ, ສ​ເກົາ​ຫລີ. ເພື່ອ​ດຶງ​ດູດ​ບັນ​ດາ​ນັກ​ລົງ​ທຶນ​ໃຫຍ່, ແຂວງ ກວ໋າງ​ນີງ ສຸມ​ໃສ່​ລົງ​ທຶນ​ພື້ນ​ຖານ​ໂຄງ​ລ່າງ​ຢ່າງ​ຄົບ​ຊຸດ, ພິ​ເສດ​ຄື ເຂດ​ອຸດ​ສາ​ຫະ​ກຳ​ທ່າ​ກຳ​ປັ່ນ ຫາຍ​ຮ່າ, ເຂດ​ອຸດ​ສາ​ຫະ​ກຳ ດົງ​ມາຍ, ເຂດອ​ຸດ​ສາ​ຫະ​ກຳ ຫວຽດ​ຮືງ,ບັນ​ດາ​ເສັ້ນ​ທາງ​ຄົມ​ມະ​ນາ​ຄົມ​ຕົ້ນ​ຕໍ. ແຂວງ ກວ໋າງ​ນິງ ກໍ​ໝູນໃຊ້​ຮູບ​ການ​ຄູ່​ຮ່ວມ​ມື​ລະ​ຫວ່າງ​ພາກ​ລັດ ແລະ ເອ​ກະ​ຊົນ ຫລື PPP ໃນ​ການ​ລົງ​ທຶນກໍ່​ສ້າງ, ​ນຳ​ບັນ​ດາ​ກິດ​ຈະ​ກຳ ຂອງ​ແຂວງເຂົ້າ​ໃຊ້​ການ. ທ່ານ ຫງວຽນ​ວັນ​ດອກ, ເລ​ຂາຄະ​ນະ​ພັກ​ແຂວງ ກວ໋າງ​ນີງ ຢືນ​ຢັນ​ວ່າ:

        “ທັດ​ສະ​ນະ​ຂອງ​ແຂວງ ປະ​ຈຸ​ບັນ ແມ່ນ: ສິ່ງ​ໃດ​ທີ່​ວິ​ສາ​ຫະ​ກິດ, ປະ​ຊາ​ຊົນ​ລົງ​ທຶນ​ແລ້ວ, ລັດ ບໍ່​ລົງ​ທຶນ​ອີກ. ອົງ​ການ​ໃດ, ວິ​ສາ​ຫະ​ກິດ​ໃດ ຄຸ້ມ​ຄອງ​ດີ, ແຂວງ ກໍ​ມອບ​ໃຫ້ອົງ​ການ, ສ່ວນບ​ຸກ​ຄົນ​ນັ້ນ​ຄຸ້ມ​ຄອງ. ສະ​ນັ້ນ ການ​ປະ​ກອບ​ສ່ວນ​ຂອງ​ບັນ​ດາ​ນັກ​ລົງ​ທຶນ, ວິ​ສາ​ຫະ​ກິດ​ແມ່ນ​ສິ່ງ​ສຳ​ຄັນ​ທີ່​ສຸດໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ ສັງ​ຄົມ​ຂອງ​ແຂວງ.”

        ກຸນ​ແຈເພື່ອ​ດຶງ​ດູດ​ການ​ລົງ​ທຶນ​ຢ່າງ​ແຮງ​ຢູ່​ແຂວງ ກວ໋າງ​ນີງ ແມ່ນ​ການ​ປະ​ຕິ​ຮູບ​ລະ​ບອບ​ນະ​ໂຍ​ບາຍ ແລະ ລະ​ບຽບ​ການ​ບໍ​ລິ​ຫານ ໃນ​ຂົງ​ເຂດ​ດຶງ​ດູດ​ການ​ລົງ​ທຶນ, ຊື່ງ​ການ​ສ້າງ​ຕັ້ງ​ຄະ​ນະ​ສົ່ງ​ເສີມ ແລະ ຫນູນ​ຊ່ວຍ​ກາ​ນ​ລົງ​ທຶນ IPA ໄດ້​ຮັບ​ຖື​ວ່າ​ແມ່ນ​ບາດ​ກ້າວ​ດີ​ສົມ​ຄວນ. IPA ກວ໋າງ​ນີງ ເຄື່ອນ​ໄຫວ​ພາຍ​ໃຕ້​ການ​ຊີ້​ນຳ, ບໍ​ລິ​ຫານ​ໂດຍ​ກົງ​ຂອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ, ແກ້​ໄຂ​ບັນ​ດາ​ລະ​ບຽບ​ການ​ຢ່າງ​ກະ​ທັດ​ລັດ, ຈະ​ແຈ້ງ, ໂປ່ງ​ໃສ ຕາມ​ກົນ​ໄກ​ປະ​ຕູ​ດຽວ, ເອົາ​ໃຈ​ໃສ່, ຫນູນ​ຊ່ວຍ​ໃຫ້​ນັກ​ລົງ​ທຶນ​ໃນ​ລະ​ດັບ​ສູງ​ສຸດ. ຕາມ​ການ​ຮັບ​ຮູ້​ແລ້ວ, ບັນ​ດາ​ລະ​ບຽບ​ການ​ບໍ​ລິ​ຫານ​ກ່ຽວ​ກັບ​ໂຄງ​ການ​ລົງ​ທຶນ​ຢູ່​ແຂວງ ກວ໋າງ​ນີງ ຫລຸດ​ຜ່ອນ​ເກືອບ 2/3 ເວ​ລາ ເມື່ອ​ທຽບ​ໃສ່​ການ​ກຳ​ນົດ​ຂອງ​ລັດ​ຖະ​ບານ. ແຂວງ ກວ໋າງ​ນີງ ໄດ້​ກໍ່​ສ້າງ ແລະ ປະ​ກາດ​ໃຊ້​ບາງ​ນະ​ໂຍ​ບາຍ​ບຸ​ລິ​ມະ​ສິດ​ໃຫ້​ວິ​ສາ​ຫະ​ກິດ, ນັກ​ລົງ​ທຶນ​ຄື: ຫນູນ​ຊ່ວຍ ແລະ ບຸ​ລິ​ມະ​ສິດ​ການ​ລົງ​ທຶນ​ເຂົ້າ​ໃນ​ເຂດ​ອຸດ​ສາ​ຫະ​ກຳ, ເຂດ​ເສດ​ຖະ​ກິດ, ປັບ​ປຸງ​ລາ​ຄາ​ເຊົ່າ​ທີ່​ດິນ, ຫນູນ​ຊ່ວຍ​ກ່ຽວ​ກັບ​ທຶນ​ຮອນ. ພ້ອມ​ກັນ​ນັ້ນ ແຂວງ ໄດ້​ຊີ້​ນຳ​ຢ່າງ​ຂ້ຽວ​ຂາດ​ວຽກ​ງານບ​ຸກ​ເບີກ​ຫນ້າ​ພຽງ, ເກັບ​ຄືນ​ບັນ​ດາ​ໂຄງ​ການພວມ​ໂຈະ​ໄວ້, ສ້າງກອງ​ທຶນທີ່​ດິນ​ມາໃຫ້​​ນັກ​ລົງ​ທຶນ​ .

        ໂດຍ​ຖື​ຄາດ​ໝາຍ “ຮ່ວມ​ແຮງ​ຮ່ວມ​ໃຈ​ພ້ອມ​ກັບ​ວິ​ສາ​ຫະ​ກິດ” ເປັນ​ທິດ​ນຳ, ດຳ​ເນີນ​ການ​ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶ​ນຢ່າງ​ສະ​ດວກ, ການ​ແກ້ງ​ແຍ້ງ​ຢ່າງ​ສະ​ເຫມີ​ພາບ, ແຂວງ ກວ໋າງ​ນີງ ໄດ້ ແລະ​ພວມ ແມ່ນ​ສະ​ຖານ​ທີ່​ລົງ​ທຶນ​ອັນ​ດູດ​ດື່ມ​ຂອງ​ບັນ​ດາ​ນັກ​ລົງ​ທຶນ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ.

ຕອບກັບ

ຂ່າວ/ບົດ​ອື່ນ