ການຄ້າເອເລັກໂຕນິກ: ທ່າອ່ຽງຂອງການເຊື່ອມໂຍງການຄ້າເອເລັກໂຕນິກ: ທ່າອ່ຽງຂອງການເຊື່ອມໂຍງ

(VOVWORLD) -ທ່າອ່ຽງໝູນໃຊ້ເຕັກໂນໂລຊີໃຫມ່ຄື: ປັນຍາປະດິດຖານຂໍ້ມູນ, ອີນເຕີແນັດ ສັບພະສິ່ງ ພວມດຳເນີນໄປຢ່າງແຮງໃນທົ່ວໂລກ. ສິ່ງນີ້ເຮັດໃຫ້ບັນດາວິສາຫະກິດພາຍໃນປະເທດພວມຢືນຢູ່ຕໍ່ຫນ້າບັນດາຄວາມຮຽກຮ້ອງຕ້ອງການການຫັນປ່ຽນໄປຍັງພື້ນຖານດີຈີຕອນ, ຍູ້ແຮງບັນດາການໝູນໃຊ້ໃຫມ່ໃນການເຄື່ອນໄຫວດ້ານການຄ້າເອເລັກໂຕນິກ ເພື່ອຍົກສູງກຳລັງຄວາມສາມາດແກ້ງແຍ້ງ, ແຊກຊຶມເຂົ້າບັນດາຕະຫລາດທີ່ຕ້ອງການຄຸນນະພາບສູງໃນທົ່ວໂລກ.

ການຄ້າເອເລັກໂຕນິກ: ທ່າອ່ຽງຂອງການເຊື່ອມໂຍງການຄ້າເອເລັກໂຕນິກ: ທ່າອ່ຽງຂອງການເຊື່ອມໂຍງ - ảnh 1 ພາບປະກອບ:

ພາຍຫລັງ 10 ປີ (2009 – 2019), ວົງເງິນສົ່ງອອກຂອງຫວຽດນາມ ໄດ້ເພີ່ມຂຶ້ນສູງທົບ 4 ເທົ່າ, ຈາກລະດັບ 57 ຕຶ້ື້ USD ໃຫ້ຂຶ້ນເຖິງ 244 ຕຶ້ USD. ການປະກອບສ່ວນນີ້ມີບົດບາດສຳຄັນຂອງການຄ້າເອເລັກໂຕນິກ, ພິເສດ ໃນສະພາບການໂລກພວມກ້າວເຂົ້າສູ່ການປະຕິວັດອຸດສາຫະກຳຄັ້ງທີ 4 ດ້ວຍຫລາຍເຕັກໂນໂລຊີໃຫມ່ໄດ້ໝູນໃຊ້ໃຫ້ການພັດທະນາເສດຖະກິດ. ທ່າອ່ຽງຫັນປ່ຽນຈາກການດຳເນີນທຸລະກິດແບບເກົ່າຫັນໄປສູ່ບັນດາພື້ນຖານ ດີຈີຕອນ, ນັບມື້ນັບໄດ້ຮັບການປະຕິບັດຢ່າງກວ້າງຂວາງ ແລະ ໄດ້ຮັບຖືວ່າ ແມ່ນມາດຕະການປະສິດທິຜົນຊ່ວຍໃຫ້ບັນດາວິສາຫະກິດແຊກຊຶມເຂົ້າ ແລະ ເປີດກວ້າງຕະຫລາດສົ່ງອອກ. ເຖິງຢ່າງໃດກໍຕາມ, ການສະຖິຕິຂອງກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມ ໃຫ້ເຫັນວ່າ: ມາຮອດປະຈຸບັນ ວິສາຫະກິດການຄ້າເອເລັກໂຕນິກຢູ່ພາຍໃນປະເທດ ສ່ວນຫລາຍບໍ່ເອົາໃຈໃສ່ປານໃດ. ລະອຽດ ມີ 61% ວິສາຫະກິດຍັງບໍ່ທັນເຂົ້າຮ່ວມ ແລະ 21% ວິສາຫະກິດ ຫາກໍ່ເລີ່ມຕົ້ນບັນດາການເຄື່ອນໄຫວກະກຽມທຳອິດ.

ສິ່ງເປັນຫນ້າປິຕິຊົມຊື່ນ ແມ່ນຄວາມຮັບຮູ້ຂອງວິສາຫະກິດກ່ຽວກັບບັນຫານີ້ ພວມປ່ຽນແປງຕາມທິດຕັ້ງຫນ້າ. ມີວິສາຫະກິດຫລາຍແຫ່ງ ເຫັນໄດ້ບັນດາຄວາມສາມາດບົ່ມຊ້ອນ ແລະ ຜົນປະໂຫຍດໃຫຍ່ຫລວງ ຊື່ງການຄ້າເອເລັກໂຕນິກນຳມາໃຫ້, ສ້າງແຜນການເຂົ້າຮ່ວມ. ທ່ານ ເຈີນດີງຕວ໋ານ, ຮອງຜູ້ອຳນວຍການໃຫຍ່ບໍລິສັດຫຸ້ນສ່ວນການລົງທຶນ ແລະ ເຕັກໂນໂລຊີ OSB ໃຫ້ຮູ້ວ່າ:

“ປະຈຸບັນ ວິສາຫະກິດໄດ້ຖືການຄ້າເອເລັກໂຕນິກຄືດັ່ງເຄື່ອງມືໃນການດຳເນີນທຸລະກິດ ພ້ອມແລ້ວທີ່ຈະລົງທຶນໃຫ້ການຄ້າເອເລັກໂຕນິກ. ມີສອງບັນຫາສຳຄັນນັ້ນແມ່ນ ປ່ຽນແປງຄວາມຮັບຮູ້ກ່ຽວກັບລະດັບຄວາມສຳຄັນ ແລະ ທີສອງ ແມ່ນເລື່ອງກຽມພ້ອມການລົງທຶນ. ມີວິສາຫະກິດຫລາຍແຫ່ງເຫັນໄດ້ຄວາມສຳຄັນແລ້ວ ແຕ່ ຄວນມີແຜນການລົງທຶນໃຫ້ເປັນລະບົບສຳລັບການໝູນໃຊ້ການຄ້າເອເລັກໂຕນິກໃນຍຸດທະສາດຂອງວິສາຫະກິດ”.

ບັນດາຜູ້ຊ່ຽວຊານຖືວ່າ ເພື່ອໃຫ້ການເຄື່ອນໄຫວການຄ້າເອເລັກໂຕນິກເປັນຢ່າງດີ, ມີ ວິສາຫະກິດຄວນຍົກສູງຄວາມຮັບຮູ້ກ່ຽວກັບປະສິດທິຜົນຂອງເຄື່ອງມືດີຈີຕອນ, ສຸມໃສ່ລົງທຶນໃຫ້ຖັນແຖວບຸກຄະລາກອນຫລາຍກວ່າເພື່ອຜັນຂະຫຍາຍການຄ້າເອເລັກໂຕນິກ, ນຳມາໃຫ້ເຂົາເຈົ້າຄວາມຮູ້, ທັກສະ ກ່ຽວກັບການນຳໃຊ້ ເວັບໄຊ, ຂາຍເຄື່ອງອອນລາຍ, ລະດັບດ້ານພາສາຕ່າງປະເທດ… ທ່ານ ຫງວຽນແທງຮຶງ, ປະທານ ສະຫະສະມາຄົມການຄ້າເອເລັກໂຕນິກ ຫວຽດນາມ ຢືນຢັນວ່າ:

“ບັນດາການເຄື່ອນໄຫວການຄ້າເອເລັກໂຕນິກ ຮັບໃຊ້ການສົ່ງອອກເວົ້າສະເພາະ, ແມ່ນກາລະໂອກາດໃຫຍ່ ແຕ່ເພື່ອໃຫ້ກຳແຫນ້ນກາລະໂອກາດນີ້ ແມ່ນອີງໃສ່ວິສາຫະກິດເປັນສ່ວນໃຫຍ່. ໃນໄລຍະ 5 ປີຈະມາເຖິງ ການເຄື່ອນໄຫວການຄ້າເອເລັກໂຕນິກ ຮັບໃຊ້ການສົ່ງອອກເວົ້າສະເພາະ ແນ່ນອນວ່າ ຈະບໍ່ແມ່ນຂຶ້ນທົບສອງ ເທົ່າ ຂ້າພະເຈົ້າ ຫວັງວ່າ ຈະຂຶ້ນທົບ 4 ເທົ່າເມື່ອທຽບໃສ່ປີ 2019 ແລະ ຈຳນວນວິສາຫະກິດຫວຽດນາມ ດຳເນີນທຸລະກິດສຳເລັດຜົນ ການຄ້າເອເລັກໂຕນິກຈະເພີ່ມຂຶ້ນທົບ 4 ເທົົ່າ.”

ການພັດທະນາດ້ານການຄ້າເອເລັກໂຕນິກ ແມ່ນທ່າອ່ຽງຂອງການຄ້າທົ່ວໂລກ. ເຂົ້າໃຈຢ່າງຈະແຈ້ງ ແລະ ໄປທັດທຽມກັບທ່າອ່ຽງ ຈະຊ່ວຍວິສາຫະກິດດຳເນີນທຸລະກິດຢ່າງມີປະສິດທິຜົນ ແລະ ຍືນຍົງ. ບັນຫາສຳຄັນ ແມ່ນເຮັດແນວໃດຮັບປະກັນບັນດາຄວາມຮຽກຮ້ອງຕ້ອງການ ກ່ຽວກັບການສ້າງພື້ນຖານໂຄງລ່າງ, ໂຄສະນາ, ເຜີຍແຜ່ ຍົກສູງຄວາມຮັບຮູ້, ບຳລຸງສ້າງພັດທະນາແຫລ່ງຊັບພະຍາກອນມະນຸດ ຜັນຂະຫຍາຍພື້ນຖານໝູນໃຊ້ການຄ້າເອເລັກໂຕນິກ. ພ້ອມກັນນັ້ນ ພັດທະນາບັນດາຜະລິດຕະພັນ, ມາດຕະການ, ໃຫ້ຄຳປຶກສາກໍ່ສ້າງແຜນການໝູນໃຊ້ການຄ້າເອເລັກໂຕນິກ, ຮ່ວມມືສາກົນ ແລະ ຍົກສູງກຳລັງຄວາມສາມາດການຄຸ້ມຄອງ, ຈັດຕັ້ງການເຄື່ອນໄຫວພັດທະນາການຄ້າເອເລັກໂຕນິກ ເພື່ອແນໃສ່ເສີມຂະຫຍາຍທ່າແຮງຂອງວິສາຫະກິດໃຫ້ດີສຸດ, ປະກອບສ່ວນເຂົ້າໃນການພັດທະນາລວມຂອງພື້ນຖານເສດຖະກິດຂອງປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ