ການ​ຄ້າ​ເອ​ເລັກ​ໂຕ​ນິກ ພາຍຫຼັງ​ໂລກ​ລະ​ບາດ​ໂຄວິດ - 19: ກາ​ລະ​ໂອ​ກາດ ແລະ ສິ່ງ​ທ້າ​ທາຍສຳລັບ startup ຫວຽດ​ນາມ

(VOVWORLD) -ໂລກລະບາດໂຄວິດ - 19 ໄດ້ສົ່ງຜົນກະທົບຢ່າງແຮງຕໍ່ການປ່ຽນແປງຄວາມຊິນເຄີຍໃນການຊື້ເຄື່ອງຂອງຜູ້ບໍລິໂພກ ຫວຽດນາມ. ໃນສະພາບການນັ້ນ, ການຄ້າເອເລັກໂຕນິກພັດທະນາເໝືອນດັ່ງຄວາມຈຳເປັນເພື່ອຕອບສະໜອງການຫັນປ່ຽນນີ້. ນີ້ກໍແມ່ນໂອກາດເພື່ອໃຫ້ວິສາຫະກິດ startup  ຫວຽດນາມ ເຂົ້າຮ່ວມການດຳເນີນທຸລະກິດໃນຂົງເຂດການຄ້າເອເລັກໂຕນິກ.
ການ​ຄ້າ​ເອ​ເລັກ​ໂຕ​ນິກ ພາຍຫຼັງ​ໂລກ​ລະ​ບາດ​ໂຄວິດ - 19: ກາ​ລະ​ໂອ​ກາດ ແລະ ສິ່ງ​ທ້າ​ທາຍສຳລັບ startup  ຫວຽດ​ນາມ - ảnh 1(ພາບປະກອບ:ictvietnam.vn)

ໃນຊຸມວັນມໍ່ໆມານີ້, ຕະຫຼາດການຄ້າເອເລັກໂຕນິກ ຢູ່ ຫວຽດນາມ ພວມມີການຫັນປ່ຽນຢ່າງຕັ້ງໜ້າ. ພິເສດໃນສະພາບໂລກລະບາດໂຄວິດ - 19 ໄດ້ສົ່ງຜົນກະທົບຢ່າງໜັກໜ່ວງຕໍ່ພື້ນຖານເສດຖະກິດ, ການຄ້າເອເລັກໂຕນິກນັບມື້ນັບເສີມຂະຫຍາຍທ່າໄດ້ປຽບຂອງພື້ນຖານຊື້ເຄື່ອງຂອງອອນລາຍແບບອັດສະລິຍະ ແລະ ສະດວກຊື້. ໄປຄຽງຄູ່ກັນນັ້ນ, ຫວຽດນາມ ກໍແມ່ນປະເທດທີ່ມີປະຊາຊົນໜຸ່ມກວມເອົາສ່ວນຫຼາຍ ມີຄວາມສາມາດກຳເຕັກໂນໂລຢີຂໍ້ມູນຂ່າວສານໄດ້ຢ່າງວ່ອງໄວພໍສົມຄວນ ເພາະວ່າ ຕະຫຼາດ ຫວຽດນາມ ສາມາດປັບຕົວໄດ້ຢ່າງໄວວາ ແລະ ຢ່າງແຮງໃນຂົງເຂດນີ້.

ການຄ້າເອເລັກໂຕນິກ ພັດທະນາຢ່າງແຮງ ຈະເປີດໂອກາດໃໝ່ຫຼາຍຢ່າງໃຫ້ແກ່ startup  ຫວຽດນາມ. ທ່ານ ຫງວຽນຮົ່ງຮ່າ, ຜູ້ອຳນວຍການການຕະຫຼາດ, ກຸ່ມບໍລິສັດ Vietchem ຖືວ່າ: ນອກຈາກຊ່ວຍປະຢັດຄ່າໃຊ້ຈ່າຍ, ໜູນຊ່ວຍການທຸລະກຳລະຫວ່າງບັນດາຝ່າຍແລ້ວ, ການຄ້າເອເລັກໂຕນິກ ຍັງສ້າງເງື່ອນໄຂສະດວກເພື່ອໃຫ້ວິສາຫະກິດໂຄສະນາເຄື່ອງໝາຍການຄ້າ, ຜະລິດຕະພັນ ແລະ ການບໍລິການຮັບໃຊ້ລູກຄ້າ ແລະ ຄູ່ຮ່ວມມືອີກດ້ວຍ.

“ການເຂົ້າຮ່ວມຕະຫຼາດການຄ້າເອເລັກໂຕນິກຂ້າມຊາຍແດນ ຍັງຊ່ວຍໃຫ້ວິສາຫະກິດຍົກອອກຄຳຕັດສິນກ່ຽວກັບຍຸດທະສາດ, ກຳນົດທິດໃຫ້ແກ່ຜະລິດຕະພັນ ແລະ ສ້າງຜະລິດຕະພັນຂອງຕົນໃຫ້ສົມບູນແບບຢ່າງວ່ອງໄວ ແລະ ງ່າຍດາຍ. Startup ຂະໜາດໜ້ອຍ, ພິເສດແມ່ນ startup ເຕັກໂນໂລຢີ ສາມາດສຸມໃສ່ທ່າແຮງຂອງຕົນ ເພື່ອເຂົ້າຮ່ວມການສ້າງໂຄງລ່າງໜູນຊ່ວຍຜູ້ບໍລິໂພກໃນການເພີ່ມທະວີຮູບແບບຊຳລະ ໂດຍບໍ່ນຳໃຊ້ເງິນສົດ ຫຼື ປະສົມກັບວິສາຫະກິດຂະໜາດໃຫຍ່ເພື່ອພັດທະນາ.”

ປັດຈຸບັນ, ຫວຽດນາມ ພວມໄດ້ຮັບການຕີລາຄາວ່າແມ່ນຕະຫຼາດທີ່ມີລະດັບການເຕີບໂຕການຄ້າເອເລັກໂຕນິກໄວທີ່ສຸດໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້. ຄາດວ່າ, ລະດັບການເຕີບໂຕຍັງສືບຕໍ່ ແລະ ຈະລື່ນກາຍຕົວເລກ 11,8 ຕື້ USD ໃນປີ 2020. ພິເສດ, ພາຍຫຼັງໂລກລະບາດໂຄວິດ - 19, ການຄ້າເອເລັກໂຕນິກ ຈະສືບຕໍ່ຂະຫຍາຍຕົວ ແລະ ສ້າງທ່າອ່ຽງການບໍລິໂພກທີ່ໃໝ່ອ່ຽມ. ນັບແຕ່ເມື່ອໂລກລະບາດໂຄວິດ - 19 ແຜ່ລາມ, ຄວາມຕ້ອງການຊື້ຜ່ານທາງອອນລາຍໄດ້ເພີ່ມຂຶ້ນຢ່າງແຮງ. ມາຮອດປັດຈຸບັນນີ້, ມີປະຊາຊົນ ຫວຽດນາມ ກວ່າ 70% ສຳຜັດກັບອິນເຕີເນັດ, ໃນນັ້ນ, ຜູ້ບໍລິໂພກ ຫວຽດນາມ ເກືອບ 50% ຊື້ເຄື່ອງອອນລາຍ, ປະຊາຊົນ 53% ນຳໃຊ້ກະເປົາເງິນເອເລັກໂຕນິກ ແລະ ຊຳລະຜ່ານທາງອອນລາຍ. ພິເສດ, ຢູ່ສອງນະຄອນໃຫຍ່ຄື ຮ່າໂນ້ຍ ແລະ ນະຄອນ ໂຮ່ຈີມິນ ກວມເອົາເຖິງ 70% ຍອດຜະລິດຕະພັນແລກປ່ຽນຄ້າຂາຍໃນເຄືອຂ່າຍການຄ້າເອເລັກໂຕນິກ. ທ່ານນາງ ຟ້າມທິແອວງ, ຜູ້ອຳນວຍການບໍລິສັດຫຸ້ນສ່ວນ BONPET ຫວຽດນາມ, ວິສາຫະກິດ startup ໃນຂົງເຂດຫົວອາຫານສັດລ້ຽງ ໄດ້ແບ່ງປັນວ່າ: ນັບແຕ່ວັນສ້າງຕັ້ງມານີ້, ທາງບໍລິສັດໄດ້ຍາດແຍ່ງໂອກາດ, ຄວາມສະດວກຂອງເຄືອຂ່າຍການຄ້າເອເລັກໂຕນິກເພື່ອໂຄສະນາເຜີຍແຜ່, ທຸລະກຳ ແລະ ນຳຜະລິດຕະພັນເຖິງມືຜູ້ລ້ຽງສັດ.

ໄລຍະປົກກະຕິໃໝ່, ການຄ້າເອເລັກໂຕນິກ ໄດ້ ແລະ ພວມມີບາດກ້າວເຕີບໂຕຢ່າງແຮງ, ສວມບົດບາດສຳຄັນໃນການຊຸກຍູ້ວິວິດການຟື້ນຟູເສດຖະກິດ. ເຮັດແນວໃດເພື່ອໃຫ້ການເຄື່ອນໄຫວນີ້ສືບຕໍ່ມີຄວາມເຕີບໂຕເປັນຢ່າງດີ, ໄລຍະພາຍຫຼັງໂລກລະບາດ ແມ່ນພື້ນຖານ, ແມ່ນກຳລັງໜູນໃຫ້ວິສາຫະກິດ startup ກໍຄື ອະນາຄົດຂອງເສດຖະກິດ ດີຈີຕອນ ຫວຽດນາມ. ການສະຖິຕິທີ່ຍັງບໍ່ຄົບຖ້ວນການໄດ້ຢັ້ງຢືນຕົວເລກສູງສະຖິຕິຄື: ຈຳນວນບິນສັ່ງຊື້ທາງອອນລຍ ໃນຮອບເວລາພຽງ  8 ອາທິດຈຸດສຸມຂອງໂລກລະບາດ  ໄດ້ເພີ່ມຂຶ້ນເທົ່າກັບ 10 ປີກ່ອນ; ຈຳນວນຜູ້ເຮັດວຽກອອນລາຍກໍເພີ່ມຂຶ້ນທົບ 20 ເທົ່າ, ໃນເວລາພຽງ 3 ເດືອນ; ຮູບແບບກວດສຸຂະພາບທາງໄກເພີ່ມຂຶ້ນທົບ 10 ເທົ່າໃນ 15 ວັນ. ທ່ານ ເຈິ່ນວັນຕູ່ງ, ຮອງລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ຖືວ່າ ນີ້ແມ່ນໂອກາດທີ່ດີເພື່ອໃຫ້ນັກທຸລະກິດ, ວິສາຫະກິດ, ພິເສດແມ່ນປະຊາຄົມ startup.

ການ​ຄ້າ​ເອ​ເລັກ​ໂຕ​ນິກ ພາຍຫຼັງ​ໂລກ​ລະ​ບາດ​ໂຄວິດ - 19: ກາ​ລະ​ໂອ​ກາດ ແລະ ສິ່ງ​ທ້າ​ທາຍສຳລັບ startup  ຫວຽດ​ນາມ - ảnh 2ທ່ານ ເຈິ່ນວັນຕູ່ງ, ຮອງລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຢີ (ພາບ: congluan.vn)

“Startup ໃນຂົງເຂດການຄ້າເອເລັກໂຕນິກ ແມ່ນທ່າອ່ຽງດຳເນີນທຸລະກິດພັດທະນາຢ່າງແຮງໃນໂລກ, ພິເສດແມ່ນພາກພື້ນ ອາຊີ - ປາຊີຟິກ. ວິສາຫະກິດ startup ການຄ້າເອເລັກໂຕນິກພັດທະນາ ຈະຊ່ວຍປະກອບສ່ວນຊຸກຍູ້ການແລກປ່ຽນ, ຊື້ຂາຍສິນຄ້າທາງອອນລາຍ. ກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ຫວຽດນາມ ຈະສືບຕໍ່ພ້ອມກັບກະຊວງອຸດສາຫະກຳ ແລະ ການຄ້າ ວາງອອກບັນດາແບບແຜນໃຫ້ແກ່ວິສາຫະກິດ startup . ນຳໃຊ້ກຳລັງຄວາມສາມາດ, ຄວາມຮູ້ ແລະ ຫົວຄິດປະດິດສ້າງຂອງຕົນເພື່ອແກ້ໄຂບັນຫາທີ່ຕົນປະເຊີນໜ້າ, ດ້ວຍຄວາມຮຽກຮ້ອງພັດທະນາເສດຖະກິດ - ສັງຄົມຂອງປະເທດຊາດ, ພັດທະນາປະຊາຄົມ startup ຫວຽດນາມ ໃຫ້ດີທີ່ສຸດ.”

ເພື່ອຍາດແຍ່ງຈຸດດີຂອງເຄືອຂ່າຍການຄ້າເອເລັກໂຕນິກ ໃຫ້ໄດ້ຫຼາຍທີ່ສຸດນັ້ນ, startup ຫວຽດນາມ ໄດ້ ແລະ ພວມພັດທະນາສັບພະຄຸນທີ່ເປັນເອກະລັກສະເພາະໃນເຄືອຂ່າຍການຄ້າເອເລັກໂຕນິກ ກໍຄືຄົ້ນຄວ້າຜູ້ບໍລິໂພກ ເພື່ອມີການສັງເກດຢ່າງຮອບດ້ານກວ່າ ແລະ ຍູ້ແຮງການສຳຜັດກັບລູກຄ້າ. ພ້ອມດຽວກັນນັ້ນ, ກໍຍົກສູງລັກສະນະຮັກສາຄວາມລັບໃຫ້ແກ່ລູກຄ້າ ກໍຄືປະຕິບັດນະໂຍບາຍກ່ຽວກັບຄວາມປອດໄພດ້ານຂໍ້ມູນຂ່າວສານ, ຮັບປະກັນຂໍ້ມູນລັບໃຫ້ແກ່ລູກຄ້າຢ່າງເຂັ້ມງວດ. ພາຍຫຼັງໂລກລະບາດໂຄວິດ - 19, ດ້ວຍສິ່ງທ້າທາຍຫຼາຍຢ່າງ ແຕ່ກໍມີທ່າໄດ້ປຽບ ແລະ ໂອກາດຫຼາຍຢ່າງໄດ້ເປີດອອກ ເຊິ່ງຈະແມ່ນໄມ້ງັດນຳເຄືອຂ່າຍການຄ້າເອເລັກໂຕນິກ ຫວຽດນາມ ສືບຕໍ່ຂະຫຍາຍຕົວ, ສ້າງທ່າອ່ຽງບໍລິໂພກແບບໃໝ່ໃນໄລຍະຈະມາເຖິງ./.

ຕອບກັບ

ຂ່າວ/ບົດ​ອື່ນ