ການດຶງດູດ FDI ປີ 2014 ມີການຫັນປ່ຽນກ່ຽວກັບຄຸນນະພາບ ແລະ ຈຳນວນ


(vovworld)- ປີ 2014, ການ​ດຶງ​ດູດ FDI ໄດ້​ມີ​ການ​ຫັນ​ປ່ຽນ​ນັບ​ທັງ​ຄຸນ​ນະ​ພາບ ແລະ ​ຈຳ​ນວນ ດ້ວຍ​ຫລາຍ​ໂຄງ​ການ​ໃຫ​ຍ່​ລົງ​ທຶນ​ເຂົ້າ​ຂົງ​ເຂດ​ເຕັກ​ໂນ​ໂລ​ຊີ​ສູງ, ເຕັກ​ໂນ​ໂລ​ຊີ​ປຸງ​ແຕ່ງ, ການ​ຜະ​ລິດ ແລະ ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ. ຫວຽດ​ນາມ ໄດ້ ແລະ ພວມ​ສ້າງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ​ດີ​ທີ່​ສຸດ ເພື່ອ​ດຶງ​ດູດ​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ.

ການດຶງດູດ FDI ປີ 2014 ມີການຫັນປ່ຽນກ່ຽວກັບຄຸນນະພາບ ແລະ ຈຳນວນ - ảnh 1
ໂຄງ​ການSamsung ຢູ່ ທາຍງວຽນ
ພາບ:antt.vn

        ໃນ​ປີ 2014, ຫວຽດ​ນາມ ໄດ້​ມີ 1.427 ໂຄງ​ການ​ໃຫມ່ ແລະ ໂຄງ​ການ​ຈົດ​ທະ​ບຽນ​ເພີ່ມ​ທຶນ, ​ອັນ​ໄດ້ຍົກ​ຍອດ​ຈຳ​ນ​ວນ​ທຶນ FDI  ມາ​ຮອດ​ປະ​ຈຸ​ບັນ ບັນ​ລຸ 17 ຕື້ 330 ລ້ານ USD. ດ້ວຍໂຄງ​ການ​ທີ່​ມີເງິນ​ລົງ​ທຶນ 3 ຕື້ USD ຢູ່ ທາຍງວຽນ ໃນ​ເດືອນ 11/2014 ນັ້ນ ສ​ເກົາ​ຫລີ ໄດ້​ລື່ນ​ກາຍ ຍີ່​ປຸ່ນ ກາຍ​ເປັນ​ນັກ​ລົງ​ທຶນ​ໃຫ​ຍ່​ສຸດ​ເຂົ້າ​ຫວຽດ​ນາມ. ບັນ​ດາ​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ ໄດ້​ລົງ​ທຶນ​ເຂົ້າ 50 ແຂວງ, ນະ​ຄອນ ໃນ​ທົ່ວ​ປະ​ເທດ. ນຳ​ຫ​ນ້າ​ກ່ຽວ​ກັບ​ການ​ດຶງ​ດູດ​ເງິນລົງ​ທຶນ​ຂອງ​ຕ່າງ​ປະ​ເທດ ນັ້ນ​ແມ່ນ​ບັນ​ດາ​ແຂວງຄື: ທາຍງວຽນ, ນະ​ຄອນ ໂຮ່​ຈິ​ມີນ, ບັກ​ນີງ, ດົງ​ນາຍ, ບີງ​ເຢືອງ, ຫາຍ​ຟ່ອງ, ຮ່າ​ໂນ້ຍ.

        ສິ່ງ​ທີ່​ເປັນ​ຫ​ນ້າ​ສົນ​ໃຈ​ໃນ​ປີ 2014, ນັ້ນ​ແມ່ນ ມີ​ກຸ່ມ​ບໍ​ລິ​ສັດ​ຮ່ວມ​ທຸ​ລະ​ກິດ​ຈາກຫລາຍ​ປະ​ເທດ ຫລາຍ​ແຫ່ງ ສືບ​ຕໍ່​ເປີດກວ້າງ, ເພີ່​ມ​ເງິ​ນ​ລົງ​ທຶນ FDI ເຂົ້າ​ໃນ​ບັນ​ດາ​ຂົງ​ເຂດ​ເຕັກ​ໂນ​ໂລ​ຊີ​ສູງ, ອຸດ​ສາ​ຫະ​ກຳ​ປຸງ​ແຕ່ງ, ກາ​ນ​ຜະ​ລິດ… ພົ້ນ​ເດັ່ນ ແມ່ນ 3 ໂຄງ​ການ​ໃຫ​ຍ່​ຂອງ ສ​ເກົາ​ຫລີ ຜະ​ລິດ​ໂທ​ລະ​ສັບ​ມື​ຖື, ​ເຄື່ອງອາ​ໄລ່​ເອ​ເລັກ​ໂຕ​ນິກ ນັ້ນ​ແມ່ນ: ກຸ່ມ​​ບໍ​ລິ​ສັດເຕັກ​ໂນ​ໂລ​ຊີ​ສູງ Samsung ທາຍງວຽນ, ໂຄງ​ການ​ເອ​ເລັກ​ໂຕ​ນິກ Samsung CE Complex ຢູ່ ນະ​ຄອນ ໂຮ່​ຈິ​ມີນ ແລະ ໂຄງ​ການ Samsung Display ຢູ່​ແຂວງ ບັກ​ນີງ. ບັນ​ດາ​ໂຄງ​ການ FDI ລົງ​ທຶນ​ໃນ​ຂົງ​ເຂດ​ເຕັກ​ໂນ​ໂລ​ຊີ​ສູງ ໄດ້​ເຮັດ​ໃຫ້​ໂຄງ​ປະ​ກອບ​ປະ​ເພດ​ສິນ​ຄ້າ​ສົ່ງ​ອອກ​ປ່ຽນ​ແປງ, ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​   ​ເຕີບ​ໂຕ​ເສດ​ຖະ​ກິດ. ສະ​ເພາະ ກຸ່ມບໍ​ລິ​ສັດ​ຜະ​ລິດ​ໂທ​ລະ​ສັບ ແລະ ຜະ​ລິດ​ຕະ​ພັນ​ເອ​ເລັກ​ໂຕ​ນິກ ຢູ່ ບັກ​ນີງ ແລະ ທາຍງວຽນ, ກຸ່ມ​ບໍ​ລິ​ສັດ Samsung ໄດ້​ລົງ​ທຶນ​ຈຳ​ນວນ​ເງິນ 6 ຕື້ USD ແລະ ສ້າງວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ຄົນ​ງານ​ຫວຽດ​ນາມ 60.000 ຄົນ. ແລະ ຈະ​ມີ​ປະ​ມານ 35% ​ຈຳ​ນ​ວນໂທ​ລະ​ສັບ​ມື​ຖື​ຂອງ Samsung ສະ​ຫນອງ​ໃຫ້​ຕະ​ຫລາດ​ທົ່ວ​ໂລກ​ໄດ້​ຮັບ​ການ​ປະ​ກອບ ແລະ ຜະ​ລິດ​ຢູ່​ຫວຽດ​ນາມ ແລະ ຄາດ​ວ່າ ຈະ​ເພີ່ມ​ຂຶ້ນ​ປະ​ມານ 50% ໃນ​ອະ​ນາ​ຄົດ​ໃກ້ໆ​ນີ້. ບັນ​ດາ​ໂຄງ​ການ​ເຕັກ​ໂນ​ໂລ​ຊີ​ສູງ​ຂອງ​ບັນ​ດາ​ກຸ່ມ​ບໍ​ລິ​ສັດ​ຮ່ວມ​ທຸ​ລະ​ກິດ​ຈາກ​ຫລາຍ​ປະ​ເທດ ໄດ້ ແລະ ພວມ​ສ້າງ​ເງື່ອນ​ໄຂ​ສ້າງ​ຕັ້ງ​ບັນ​ດາ​ວິ​ສາ​ຫະ​ກິດອ້ອມ​ຂ້າງ, ບັນ​ດາ​ວິ​ສາ​ຫະ​ກິດ​ອຸດ​ສາ​ຫະ​ກຳ​ສຳ​ຮອງ. ປະ​ສິດ​ທິ​ຜົນ​ຂອງ​ບັນ​ດາ​ໂຄງ​ການ FDI ດັ່ງ​ກ່າວ​ໄດ້​ປະ​ກອບ​ສ່ວນ​ສ້າງ​ແຫລ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ສຳ​ພັດ​ກັບ​ລະ​ດັບ​​ສາ​ກົນ. ທ່ານ ຫງວຽນ​ວັນ​ຈຸງ, ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ​ຫວຽດ​ນາມ ຖື​ວ່າ:

        “ໃນ​ການ​ດຶງ​ດູດ​ການ​ລົງ​ທຶນ, ຫວຽດ​ນາມ ມີ​ແຜນ​ນະ​ໂຍ​ບາຍບໍ່​ພຽງ​ແຕ່​ດຶງ​ດູດ​ການ​ລົງ​ທຶນ​ດ້ວຍ​ທຸກວິ​ທີ​ເທົ່າ​ນັ້ນ ຫາກ​ພຽງ​ແຕ່​ດຶງ​ດູດ​ບັນ​ດາ​ໂຄງ​ການເຕັກ​ໂນ​ໂລ​ຊີ​ສູງ. ຕົວ​ຢ່າງ​ຄື: ໂຄງ​ການ​ກັ່ນ​ຕອງ​ນ້ຳ​ມັນ, ຫລັງ​ຈາກນັ້ນ​ແມ່ນ ແມ່ນ​ບັນ​ດາ​ໂຄງ​ການ​ອື່ນ, ບັນ​ດາ​​ການບໍ​ລິ​ການ​ຕິດ​ພັນ​ກັບ​ກັ່ນ​ຕອງ​ນ້ຳ​ມັນ​ຈະ​ ​ມີ​ການ​ກະ​ທົບ​ສ້າງ​ເປັນ​ບັນ​ດາ​ວິ​ສາ​ຫະ​ກິດ​ອ້ອ​ມ​ຂ​້າງ​ຄື​ ບັນ​ດາ​ໂຄງ​ການ​ໃຫຍ່​ພວມ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ກັບ ສ​ເກົາ​ຫລີ, ຍີ່​ປຸ່ນ… ສະ​ນັ້ນ ພວກ​ເຮົາ​ຄົ້ນ​ຄ້​ວາ​ເພື່ອ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ສຳ​ຮອງ, ນັ້ນ​ແມ່ນ​ສ້າງ​ຕັ້ງ​ເຂດ​ອຸດ​ສາ​ຫະ​ກຳ​ສຳ​ຮອງ​ຈຳ​ນ​ວນ​ຫນຶ່ງ.”

 

        ໃນ​ປີ 2014, ບັນ​ດາ​ໂຄງ​ການ FDI ຊື່ງ​ບັນ​ດາ​ວິ​ສາ​ຫະ​ກິດ ຍີ່​ປຸ່ນ ລົງ​ທຶນ​ເຂົ້າ​ຫວຽດ​ນາມ ກໍ​ມີ​ການ​ຫັນ​ປ່ຽນ​ດ້ວຍ​ລະ​ບົບ​ມູນ​ຄ່າ​ເພີ່ມ​ຂອງ​ບັນ​ດາ​ຜະ​ລິດ​ຕະ​ພັນ. ການ​ເພີ່ມ​ຂຶ້ນ​ບັນ​ດາ​ໂຄງ​ການ​ຂອງ​ຍີ່​ປຸ່ນ ໄດ້​ປະ​ກອບ​ສ່ວນ​ຊຸກ​ຍູ້​ບັນ​ດາ​ຂ​ະ​ແຫນງ​ອຸດ​ສາ​ຫະ​ກຳ​ສຳ​ຮອງ ກໍ​ຄື​ການ​ຖ່າຍ​ທອດ​ເຕັກ​ໂນ​ໂລ​ຊີ​ໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກິດ​ທ້ອງ​ຖິ່ນ. ທ່ານ ຟານ​ຫືວ​ທັງ, ອະ​ດີດ​ຫົວ​ຫນ້າ​ກົມ​ລົງ​ທຶນ​ຕ່າງ​ປ​ະ​ເທດ, ສັງ​ກັດ​ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ:

        “ເລື່ອງ​ບັນ​ດາ​ວິ​ສາ​ຫະ​ກິດ​ຍີ່​ປຸ່ນ ລົງ​ທຶນ ປະ​ຈຸ​ບັນ​ກວມ 86% ໃນ​ຍອດ​ຈຳ​ນວນ​ເງິນ​ລົງ​ທຶນ​ເຂົ້າ​ບັນ​ດາ​ຂະ​ແຫນງ​ອຸດ​ສາ​ຫະ​ກຳ​ປຸງ​ແຕ່ງ, ການ​ຜະ​ລິດ ແມ່ນ​ເໝາະ​ສົມ​ກັບ​ຈຸດ​ປະ​ສົງ​ລົງ​ທຶນ ຊື່ງ​ຫວຽດ​ນາມ ໄດ້​ວາງ​ອອກ​​ນັບແຕ່​ຫົວ​ທີ. ນັ້ນ​ແມ່ນ ຍົກ​ສູງ​ຄຸນ​ນະ​ພາບ​ກະ​ແສ​ທຶນ FDI ເຂົ້າ​ຫວຽດ​ນາມ.”

        ປີ 2014 ກໍ​ເປ​ັນ​ຂີດ​ໝາຍ​ຫັນ​ປ່ຽນ​ສຳ​ຄັນ​ໃນ​ໂຄງ​ປະ​ກອບ​ດຶງ​ດູດ​ FDI. ມີ​ຫລາຍກຸ່ມ​ບໍ​ລິ​ສັດ​, ນັກ​ລົງ​ທຶນ​ໃຫຍ່​ ມາ​ຈາກ ສ​ເກົາ​ຫລີ, ຍີ່​ປຸ່ນ, ສິງ​ກະ​ໂປ… ໄດ້​ມາ​ຫວຽດ​ນາມ ຊອກ​ຫາ​ກາ​ລະ​ໂອ​ກາດ​ລົງ​ທຶນ​ເຂົ້າ​ໃນ​ບັນ​ດາ​ຂົງ​ເຂດກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ, ພະ​ລັງ​ງານ, ຄົມ​ມະ​ນາ​ຄົມ, ທ່າ​ກຳ​ປັ່ນ, ສະ​ຫນາມ​ບິນ… ກຸ່ມ​ບໍ​ລິ​ສັດ Samsung ຂອງ ສ​ເກົາ​ຫລີ ພວມ​ຊຸກ​ຍູ້​ການ​ລົງ​ທຶນ​​ກໍ່ສ້າງ​​ສາງສະ​ສົມ​ນ້ຳ​ມັນ ຢູງກວັດ, ໂຄງ​ການກໍ່​ສ້າງ​ໂຮງ​ງານ​ໄຟ​ຟ້າ​ໃຊ້​ພະ​ລັງ​ຄວາມ​ຮ້ອນ ງີ​ເຊີນ 2 ຢູ່ ແຂວງ ແທງ​ຮ​ວາ. ໃນ​ຂະ​ນະ​ນັ້ນ Marubeni, Mitsubishi  ແລະ  Sumitomo ແມ່ນ​ບັນ​ດາ​ກຸ່ມ​ບໍ​ລິ​ສັດ​ໃຫຍ່​ຂອງ​ຍີ່​ປຸ່ນ ກໍ​ເອົາ​ໃຈ​ໃສ່​ເຖິງ​ບັນ​ດາ​ໂຄງ​ການ​ໄຟ​ຟ້າ​ໃຊ້​ພະ​ລັງ​ຄວາມ​ຮ້ອນ ຫວູງ​ອາງ 2, ເວີນ​ຟອງ 1 ແລະ ປາດ​ຖະ​ຫນາ​ຢາກ​ຍູ້​ໄວ​ລະ​ດັບ​ຄວາມ​ໄວ​ບັນ​ດາ​ໂຄງ​ການນີ້.

        ໝາກ​ຜົນ​ດຶງ​ດູດ FDI ໃນ​ປີ 2014 ບັນ​ລຸ 17,33 ຕື້ USD ໃຫ້​ເຫັນ​ວ່າ ໄດ້​ມີ​ການ​ຫັນ​ປ່ຽນ​ສຳ​ຄັນ​ໃນ​ການ​ຍົກ​ສູງ​ຄຸນ​ນະ​ພາບ ແລະ ປະ​ສິດ​ທິ​ຜົນ​ກະ​ແສ​ທຶນ FDI ເຂົ້າ​ຫວຽດ​ນາມ. ໝາກ​ຜົນ​ບັນ​ລ​ຸ​ໄດ້​ໃນ​ການ​ດຶງ​ດູດ​ FDI ໃນ​ສະ​ພາ​ວະ​ພື້ນ​ຖານ​ເສດ​ຖະ​ກິດ​ໂລກບໍ່​ທັນ​ຟື​້ນ​ຕົວ ໄດ້​ຢືນ​ຢັນ​ໃຫ້​ເຫັນ​ນະ​ໂຍ​ບາຍ​ຂອງ​ລັດ​ຖະ​ບານ​ຫວຽດ​ນາມ ແມ່ນ​ຕັດ​ສິນ​ໃຈ​ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ ​ອັນໄດ້​ນຳ​ມາ​ເຊິ່ງ​ປະ​ສິດ​ທິ​ຜົນ​ໃຫ້​ແກ່​ພື້ນ​ຖານ​ເສດ​ຖະ​ກິດ.

ຕອບກັບ

ຂ່າວ/ບົດ​ອື່ນ