ການດຶງດູດ FDI ເຂົ້າແຂວງ ດົ່ງນາຍ: ເລືອກເຟັ້ນ, ແຕ່ຍັງຄົງມີປະສິດທິຜົນ

(VOVWORLD) - ໂດຍມີແຜນນະໂຍບາຍບໍ່ດຶງດູດການລົງທຶນຈາກຕ່າງປະເທດ (FDI) ດ້ວຍທຸກໆວິທີ, ໃນຊຸມປີຜ່ານມາ, ແຂວງ ດົ່ງນາຍ ເລີ່ມ “ຫັນທິດ”, ນັ້ນແມ່ນດຶງດູດການລົງທຶນໂດຍມີການເລືອກເຟັ້ນດ້ວຍບັນດາມາດຖານທີ່ເໝາະສົມ.
ການດຶງດູດ FDI ເຂົ້າແຂວງ ດົ່ງນາຍ: ເລືອກເຟັ້ນ, ແຕ່ຍັງຄົງມີປະສິດທິຜົນ - ảnh 1 ເຂດເສດຖະກິດ ດົ່ງນາຍ

        ແຕ່ເຖິງຢ່າງໃດກໍ່ຕາມ, ໝາກຜົນແຫ່ງການດຶງດູດການລົງທຶນຈາກຕ່າງປະເທດໃນປີ 2017 ຂອງແຂວງນີ້ ຍັງບັນລຸໄດ້ຕົວເລກປະທັບໃຈ, ດຶງດູດກ່ວາ 1 ຕື້ 250 ລ້ານ USD, ລື່ນກາຍຕົວເລກຄາດໝາຍກ່ວາ 250 ລ້ານ USD. ຊວນເລື້ອງ, ນັກຂ່າວ VOV ມີບົດຂຽນກ່ຽວກັບບັນຫານີ້.

        ປະຈຸບັນ, ດົ່ງນາຍ ແມ່ນແຂວງມີເຂດອຸດສາຫະກຳຫຼາຍກ່ວາໝູ່ໃນທົ່ວປະເທດດ້ວຍຈຳນວນ 30 ແຫ່ງທີ່ພວມເຄື່ອນໄຫວ, ໃນນັ້ນມີຫຼາຍເຂດອຸດສາຫະກຳຫຼາຍແຫ່ງເຄື່ອນໄຫວຢ່າງມີປະສິດທິຜົນ. ປີ 2017, ດົ່ງນາຍ ໄດ້ວາງຄາດໝາຍດຶງດູດເງິນລົງທຶນຈາກຕ່າງປະເທດ (FDI) 1 ຕື້ USD, ແຕ່ເມື່ອສິ້ນສຸດປີ, ຈຳນວນທຶນວິສາຫະກິດ FDI ລົງທຶນເຂົ້າແຂວງບັນລຸຕົວເລກ 1 ຕື້ 250 ລ້ານ USD, ລື່ນກາຍແຜນການກ່ວາ 250 ລ້ານ USD. ພິເສດ, ການປ່ອຍເງິນກູ້ກໍ່ບັນລຸລະດັບສະຖິຕິດ້ວຍຕົວເລກ 1 ຕື້ 100 ລ້ານ USD, ທຽບເທົ່າ 88% ຍອດທຶນໄດ້ຈົດທະບຽນວິສາຫະກິດ.

        ບໍລິສັດ Woosung ຫວຽດນາມ ຈຳກັດ (ທຶນ ສ. ເກົາຫຼີ 100%, ຕັ້ງຢູ່ເຂດອຸດສາຫະກຳ ເບົ່າແຊ໋ວ, ເມືອງ ຈ໋າງບອມ, ເຄື່ອນໄຫວໃນຂົງເຂດການຜະລິດ, ປຸງແຕ່ງຫົວອາຫານສັດ) ໄດ້ເລືອກເອົາແຂວງດົ່ງນາມ ເປັນສະຖານທີ່ຕັ້ງໂຮງງານ. ໂດຍຮັບຮູ້ໄດ້ບັນດາກາລະໂອກາດຂອງການພັດທະນາຕະຫຼາດ, ຫວ່າງແລ້ວນີ້, Woosung ຫວຽດນາມ ສືບຕໍ່ລົງທຶນຈຳນວນເງິນ 2 ລ້ານ USD ຕື່ມອີກ, ຍົກຍອດເງິນລົງທຶນຢູ່ ດົ່ງນາຍຂອງບໍລິສັດນີ້ຂຶ້ນເຖິງຕົວເລກ 18,6 ລ້ານ USD. ການນຳບໍລິສັດນີ້ ໃຫ້ຮູ້ວ່າ: ບໍລິສັດເລືອກເຟັ້ນການລົງທຶນຢູ່ແຂວງ ດົ່ງນາຍ ຍ້ອນວ່າ ນີ້ແມ່ນທ້ອງຖິ່ນທີ່ມີເງື່ອນໄຂອຳນວຍຄວາມສະດວກຫຼາຍຢ່າງເພື່ອລົງທຶນພັດທະນາ, ນັບຈາກລາຄາເຊົ່າທີ່ດິນຖືກ, ມີນະໂຍບາຍບຸລິມະສິດ ຕະຫຼອດຮອດຕະຫຼາດມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ, ທ່ານ Kim Seung Hee, ຜູ້ອຳນວຍການໃຫຍ່ບໍລິສັດ Woosung ຫວຽດນາມ ຈຳກັດ ໃຫ້ຮູ້ວ່າ:

        “ໄລຍະທຳອິດເມື່ອເລີ່ມດຳເນີນການກໍ່ສ້າງ, ລັດໄດ້ຊ່ວຍເຫຼືອພວກຂ້າພະເຈົ້າຫຼາຍຢ່າງ. ຕົວຢ່າງຄືການສຳຫຼວດຊອກຮູ້ຕະຫຼາດ ຫຼື ການຮ່ວມມືທົດລອງ. ລາຄາເຊົ່າທີ່ດິນຢູ່ເຂດອຸດສາຫະກຳກໍ່ຖືກທີ່ສຸດ. ສຳລັບພວກຂ້າພະເຈົ້າແລ້ວ, ນີ້ແມ່ນຕະຫຼາດລົງທຶນທີ່ດີຫຼາຍ.”

        ໃນຊຸມປີຜ່ານມາ, ແຜນນະໂຍບາຍດຶງດູດທຶນ FDI ຂອງແຂວງດົ່ງນາຍ ມີການຫັນປ່ຽນ. ໂດຍແທນທີ່ຈາກການແຂ່ງຂັນດ້ວຍຕົວເລກ “ໃຫຍ່”, ດຶງດູດຍິ່ງຫຼາຍຍິ່ງດີນັ້ນ, ປະຈຸບັນ, ດົ່ງນາຍ ດຶງດູດ FDI ໂດຍມີການເລືອກເຟັ້ນ ດ້ວຍບັນດາມາດຖານເຄັ່ງຄັດກ່ວາ, ໃຫ້ບຸລິມະສິດແກ່ບັນດາໂຄງການເຕັກໂນໂລຢີສູງ, ແຮງງານມີສີມືອາຊີບ, ໂຄງການຜະລິດອຸດສາຫະກຳສຳຮອງ, ໂຄງການເປັນມິດຕໍ່ສິ່ງແວດລ້ອມ, ມີຄວາມສາມາດຖ່າຍທອດເຕັກໂນໂລຢີ… ພ້ອມກັນນັ້ນ, ຄະນະຄຸ້ມຄອງບັນດາເຂດອຸດສາຫະກຳແຂວງ ດົ່ງນາຍ ກໍ່ໃຫ້ຮູ້ວ່າ:  ໄດ້ປະຕິເສດວິສາຫະກິດຕ່າງປະເທດບາງແຫ່ງໃນການຈົດທະບຽນລົງທຶນຍ້ອນຂົງເຂດການເຄື່ອນໄຫວທີ່ບໍ່ເໝາະສົມ.

        ດ້ວຍການປັບປຸງນະໂຍບາຍການລົງທຶນ, ຈຳນວນທຶນ FDI ຈົດທະບຽນຢູ່ດົ່ງນາຍ ປີ 2017 ກໍ່ເພີ່ມຂຶ້ນ, ລື່ນກາຍແຜນການວາງອອກ, ອັດຕາສ່ວນການປ່ອຍເງິນກູ້ບັນລຸລະດັບສູງ. ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນ ດົ່ງນາຍ ສືບຕໍ່ເປັນສະຖານທີ່ທີ່ດີສຳລັບບັນດານັກລົງທຶນຕ່າງປະເທດ. ທ່ານ Kadowaki Keiichi - ປະທານສະຫະສະມາຄົມວິສາຫະກິດ ຍີ່ປຸ່ນ ຢູ່ນະຄອນ ໂຮ່ຈີມິນ ຕີລາຄາວ່າ:

        “ຂ້າພະເຈົ້າເຫັນວ່າ ຈຳນວນກ່ວາ 200 ໂຄງການລົງທຶນຂອງວິສາຫະກິດ ຍີ່ປຸ່ນ ລົງທຶນຢູ່ ດົ່ງນາຍ ໄດ້ສະແດງໃຫ້ເຫັນສະພາບແວດລ້ອມແຫ່ງການລົງທຶນຂອງດົ່ງນາຍ ແມ່ນມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ. ໃນນັ້ນ, ເລື່ອງການນຳແຂວງ ໄດ້ຈັດຕັ້ງບັນດາການສົນທະນາເປັນປະຈຳ ເພື່ອຮັບຟັງຄຳເຫັນ ແລະ ແກ້ໄຂບັນດາຄວາມຫຍຸ້ງຍາກຂອງບັນດາວິສາຫະກິດຢ່າງທັນການແມ່ນການເຄື່ອນໄຫວຄວນສືບຕໍ່ໄດ້ຮັບການເສີມຂະຫຍາຍ.”

        ຕາມຄະນະຄຸ້ມຄອງບັນດາເຂດອຸດສາຫະກຳແຂວງ ດົ່ງນາຍ ແລ້ວ, ເລື່ອງເລືອກເຟັ້ນໂຄງການໄດ້ປະຕິບັດແຕ່ຫຼາຍປີຜ່ານມາ, ເໝາະສົມກັບທ່າອ່ຽງລວມຂອງໂລກກ່ຽວກັບການຜະລິດທີ່ສະອາດ, ເປັນມິດກັບສິ່ງແວດລ້ອມ. ເພື່ອກະກຽມໃຫ້ແກ່ແຜນນະໂຍບາຍນີ້, ແຂວງດົ່ງນາຍ ໄດ້ເປັນເຈົ້າການໃນການສະໜອງຂໍ້ມູນຂ່າວສານເຖິງບັນດາວິສາຫະກິດຄູ່ຮ່ວມມື, ວິສາຫະກິດ ທີ່ເຄີຍລົງທຶນໃນຫຼາຍປີກ່ອນ. ຍ້ອນເຫດນັ້ນ, ບັນດາວິສາຫະກິດໃຫ້ຮູ້ເຖິງ ແລະ ຍອມຮັບແຜນນະໂຍບາຍຂອງແຂວງ. ທ່ານ ມາຍວັນເຍີນ, ຮອງຫົວໜ້າຄະນະຄຸ້ມຄອງບັນດາເຂດອຸດສາຫະກຳແຂວງດົ່ງນາຍ, ໃຫ້ຮູ້ວ່າ:

        “ໃນເວທີປາໄສວິສາຫະກິດ ເຊິ່ງນາຍົກລັດຖະມົນຕີ  ມີຄຳເວົ້າທີ່ໄດ້ສ້າງຄວາມປະທັບໃຈທີ່ສຸດນັ້ນແມ່ນ: ເງິນແຕ່ລະດົ່ງເມື່ອລົງທຶນຈາກບັນດານັກລົງທຶນເປັນບັດສະໜັບສະໜູນລັດຖະບານທີ່ສ້າງສັນ. ຢູ່ແຂວງ ດົ່ງນາຍ ຂອງພວກຂ້າພະເຈົ້າ ກໍ່ເຫັນໄດ້ສິ່ງດັ່ງກ່າວ. ເມື່ອນັກລົງທຶນປ່ອຍເງິນລົງທຶນຢູ່ທີ່ນີ້, ພວກຂ້າພະເຈົ້າຄິດວ່າ ນັກລົງທຶນເຊື່ອໝັ້ນຕໍ່ວິທີການເຮັດວຽກ,  ຄຳຂວັນທີ່ວ່າ “ຮ່ວມເດີນທາງພ້ອມກັບວິສາຫະກິດ” ຂອງແຂວງດົ່ງນາຍ”

        ເຖິງວ່າດົ່ງນາຍ ມີບັນດາຂໍ້ກຳນົດເຄັ່ງຄັດໃນການຮຽກຮ້ອງການລົງທຶນ, ແຕ່ບັນດາວິສາຫະກິດ FDI ຍັງສືບຕໍ່ເຊື່ອໝັ້ນລົງທຶນຕື່ມອີກ, ຫຼື ລົງທຶນໃໝ່ເຂົ້າໃນທ້ອງຖິ່ນນີ້. ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນວ່າ: ການເຊື້ອເຊີນ, ດຶງດູດການລົງທຶນໂດຍມີການເລືອກເຟັ້ນຂອງແຂວງ ດົ່ງນາຍ ແມ່ນພວມກ້າວເດີນຢ່າງຖືກທິດ.

ຕອບກັບ

ຂ່າວ/ບົດ​ອື່ນ