ການດຶງດູດ ແລະຍົກສູງຄຸນນະພາບການລົງທຶນໂດຍກົງຂອງຕ່າງປະເທດປີ 2015


(vovworld)- ໂດຍບໍ່​ຫົວ​ຊາ​ຕໍ່​​ບັນ​ດາການ​ຜັນ​ປ່ຽນ​ຂອງ​ໂລກ, ປີ 2015 ຫວຽດ​ນາມ ຍັງ​ຄົງ​ດຶງ​ດູດ​ຈຳ​ນວນ​ເງິນ​ລົງ​ທຶ​ນ​ໂດຍ​ກົງ​ຂອງ​ຕ່າງ​ປະ​ເທດ ເປັນ​ຈຳ​ນວນ​ຫລາຍ ແລະ ເປັກ​ປົກ​ກະ​ຕິ. ໄລ່​ຮອດ​ເດືອນ 11, ຍອດ​ຈຳ​ນວນ​ເງິນ​ລົງ​ທຶນ​ຈົດ​ທະ​ບຽນ​ໃຫມ່ ແລະ ເພີ່ມ​ຂຶ້ນ ບັນ​ລຸ 20,22 ຕື້ USD. ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ປະ​ຕິ​ຮູບ​ລະ​ບອບ​ນະ​ໂຍ​ບາຍ ແລະ ຍູ້​ແຮງ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດ​ຖະ​ກິດ​ສາ​ກົນ ຂອງ​ຫວຽດ​ນາມ ໃນ​ໄລ​ຍະ​ຜ່ານ​ມາ​ ແມ່ນ​ພື້ນ​ຖານ​ຮັກ​ສາ​ສະ​ຖຽນ​ລະ​ພາບ ແລະ ການ​ເຕີບ​ໂຕ​ຂອງ​ການ​ດຶງ​ດູດ​ເງິ​ນ​ລົງ​ທຶນ​ໂດຍ​ກົງ​ຂອງ​ຕ່າງ​ປະ​ເທດ.

ການດຶງດູດ ແລະຍົກສູງຄຸນນະພາບການລົງທຶນໂດຍກົງຂອງຕ່າງປະເທດປີ 2015 - ảnh 1
ໂຄງ​ການ Samsung ຂອງ ສ​ເກົາ​ຫລີ ຢູ່ ບັກ​ນີງ
ພາບ:baomoi.com

        ສະ​ພາບ​ການ​ເສດ​ຖະ​ກິດ​ມະ​ຫາ​ພາກ​ໄດ້​ຮັບ​ການ​ຮັກ​ສາ​ໄວ້ເປັນ​ປົກ​ກະ​ຕິ, ໄພ​ເງິນ​ເຟີ້​ຢູ່​ໃນ​ລະ​ດັບ​ຕ່ຳ, ຄ່າ​ສະ​ກຸນ​ເງິນ​ພາຍ​ໃນ​ປະ​ເທດ​​ໝັ້ນ​ທ່ຽງ, ພື້ນ​ຖານ​ໂຄງ​ລ່າງ​ຄົມ​ມະ​ນາ​ຄົມ, ສັງ​ຄົມ​ໄດ້​ຮັບ​ການ​ປັບ​ປຸງ​ດີ​ສົມ​ຄວນ ນັ້ນ​ແມ່ນ​ສາ​ຍ​ເຫດ​​ທີ່ສ້າງ​ຄວາມ​ດູດ​ດື່ມ​ໃຫຍ່​ສຳ​ລັບນັກ​ລົງ​ທຶນ​ຕ່າງ​ປະ​ເທດ. ກ່າວ​ຄຳ​ເຫັນ​ທີ່​ເວ​ທີ​ປາ​ໄສ​ການ​ລົງ​ທຶນ ຫວຽດ​ນາມ ທົ່ວ​ໂລກ ຊຶ່ງ​ຖືກ​ຈັດ​ຂຶ້ນ​ໃນ​ເດືອນ 9/2015 ຢູ່​ຮ່າ​ໂນ້ຍ, ທ່ານ ບູ່ຍກວາງວີງ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ​ຫວຽດ​ນາມ ໃຫ້​ຮູ້​ວ່າ: ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ​ຢູ່​ຫວຽດ​ນາມ​ໃນ​ປີ​ຜ່ານ​ມາ ໄດ້​ຮັບ​ການ​ປັບ​ປຸງ​ຢ່າງ​ແຮງ, ເປັນ​ຕົ້ນ​ແມ່ນ​ ນະ​ໂຍ​ບາຍ​ກົດ​ໝາຍ. ລະ​ອຽດ​ຄື: ກ​ົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ ສະ​ບັບ​ປັບ​ປຸງ ແລະ ກົດ​ໝາຍ​ວ່າ​ດ້ວຍ​ວິ​ສາ​ຫະ​ກິດ ສະ​ບັບ​ປັບ​ປຸງ ໄດ້​ຮັບ​ການ​ຮັບຮອງ​ເອົ​າ​ຈາກ​ສະ​ພາ​ແຫ່ງ​ຊາດ​ໃນ​ປີ 2014 ໄດ້​ເສີມ​ຂະ​ຫຍາຍ​ຢ່າງ​ມີ​ປະ​ສິດ​ທິ​ຜົນ. ກົດໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ​ສະ​ບັບ​ໃຫມ່ ໄດ້​ຍົກ​ເລີກ​ລະ​ບຽບ​ການກວດ​ກາຢັ້ງ​ຢືນ​ການ​ລົງ​ທຶນ, ຫລຸດ​ຜ່ອນ​ເວ​ລາ​ເຮັດ​ລະ​ບຽບ​ການ​ຈົດ​ທະ​ບຽນ​ໃຫ້​ນັກ​ລົງ​ທຶນ, ບັນ​ດາ​ຂະ​ແຫນງ​ອາ​ຊີບ​ທີ່ຫ້າມ​ການ​ດຳ​ເນີນ​ທຸ​ລະ​ກິດ, ການ​ດຳ​ເນີນ​ທຸ​ລະ​ກິດ​ມີ​ເງື່ອນ​ໄຂ​ໄດ້​ຫລຸດ​ຜ່ອນ​ຫລາຍ​ເມື່ອ​ທຽບ​ໃສ່​ກ່ອນນີ້. ກົດ​ໝາຍ​ວ່າ​ດ້ວຍ​ວິ​ສາ​ຫະ​ກິດ ສະ​ບັບ​ໃຫມ່ ກໍ​ໄດ້​ສ້າງ​ບາດ​ກ້າວ​ບຸກ​ທະ​ລຸ ເມື່ອບໍ່​ຈຳ​ກັດ​ຈຳ​ນວນ, ຂະ​ແຫນງ​ອາ​ຊີບ​ເຄື່ອນ​ໄຫວ​ດຳ​ເນີນ​ທຸ​ລະ​ກິດ​ຂອງວິ​ສາ​ຫະ​ກິດ. ບັນ​ດາ​ການ​ປ່ຽນ​ແປງນີ້​ໄດ້​ສ້າງ​ຄວາມ​ດຶງ​ດູດ​ ອັນ​ໃຫຍ່​ຫລວງ​ໃຫ້​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ.

        ໃນ​ປີ 2015, ເປັນ​ຫນ້າ​ສົນ​ໃຈ​ແມ່ນ​ການ​ຫັນ​ທິດ​ຂອງ​ກະ​ແສ​ເງິ​ນ​ລົງ​ທຶນ​ຂອງ​ຕ່າງ​ປະ​ເທດ. ຖ້າ​ຫາກ​ຊຸມ​ປີ​ກ່ອນນີ້, ການ​ລົງ​ທຶນ​ຂອງ​ຕ່າງ​ປະ​ເທດ​ສຸມ​ໃສ່​ເຂົ້າ​ໃນ​ຂົງ​ເຂດ​ການ​ເງິນ, ຫລັກ​ຊັບ, ອະ​ສັງ​ຫາ​ລິ​ມະ​ສັບ.. ໃນ​ຊຸມ​ປີມໍ່ໆ​ມານີ້ ທ່າ​ອ່ຽງ​ການ​ລົງ​ທຶນ​ໄດ້​ຫັນ​ໄປ​ສູ່​ບັນ​ດາ​ຂົງ​ເຂດ​ການ​ຜະ​ລິດ, ດຳ​ເນີນ​ທຸ​ລະ​ກິດ​ຄື: ອຸດ​ສາ​ຫະ​ກຳ​ພະ​ລັງ​ງານ, ອຸດ​ສາ​ຫະ​ກຳ​ຫນູນ​ຊ່ວຍ, ອຸດ​ສາ​ຫະ​ກຳ​ປຸງ​ແຕ່ງ, ການ​ປະ​ດິດ​ສ້າງ ແລະ ເປັນ​ຕົ້ນ​ແມ່ນ​ການ​ລົງ​ທຶນ​ເຂົ້າ​ໃນ​ການ​ຜະ​ລິດ​ກະ​ສິ​ກຳ.. ແມ່ນ​ບັນ​ດາ​ຂົງ​ເຂດ​ມີ​ຄວາມ​ໝາຍ​ສຳ​ຄັນ, ແທດ​ຈິງ, ສອດ​ຄ​ອ່ງ​ກັບ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ພັດ​ທະ​ນາ ແລະ ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດ​ຖະ​ກິດ​ໂລກ​ຂອງ​ຫວຽດ​ນາມ. ໃນ​ຊຸມ​ປີມໍ່ໆ​ມານີ້ ແຂວງ ບີ່ງ​ເຢືອງ ພຽງ​ແຕ່​ວາງ​ຄາດ​ໝາຍ​ດຶງ​ດູດ​ເງິນ​ລົງ​ທຶນ​ຂອງ​ຕ່າງ​ປະ​ເທດ ສະ​ເລ່ຍ 1 ຕື້ USD/ປີ. ແຕ່​ລະ​ປີ ແຫລ່ງ​ເງິນ​ລົງ​ທຶນ​ຂອງ​ຕ່າງ​ປະ​ເທດ​ລ້ວນ​ແຕ່​ລື່​ນ​ກາຍ​ຄາດ​ໝາຍ​ທີ່​ວາງ​ອອກ ແລະ ຍາມ​ໃດ​ກໍ​ນອນ​ໃນ​ບັນ​ຊີ​ລາຍ​ຊື່​ບັນ​ດາ​ແຂວງ, ນະ​ຄອນ ນຳ​ຫນ້າ​ໃນ​ການ​ດຶງ​ດູດ​ທຶນ FDI ຫລາຍກວ່າ​ໝູ່​ໃນ​ທົ່ວ​ປະ​ເທດ. ແຂວງ ບີງ​ເຢືອງ ໄດ້​ເປັນ​ເຈົ້າ​ການ​ເລືອກ​ເຟັ້ນ​ບັນ​ດາ​ໂຄງ​ການ​ລົງ​ທຶນ​ທີ່​ເໝາະ​ສົມ​ກັບ​ການ​ພັດ​ທະ​ນາ​ຂອງ​ທ້ອງ​ຖິ່ນ, ສົ່​ງ​ເສີມ​ດຶງ​ດູດ​ບັນ​ດາ​ກຸ່ມ​ບໍ​ລິ​ສັດ, ວິ​ສາ​ຫະ​ກິດ​ມີ​ຄວາມ​ສາ​ມາດ​ດ້ານ​ການ​ເງິນ​ຢ່າງ​ແຮງ ແລະ ຕະ​ຫລາດ​ທີ່ກວ້າງ​ໃຫຍ່, ດຶງ​ດູດ​ບັນ​ດາ​ຂະ​ແຫນງ​ອຸດ​ສາ​ຫະ​ກຳ​ສູງ, ສ້າງ​ຜະ​ລິດ​ຕະ​ພັນ​ມີ​ມູນ​ຄ່າ​ເພີ່​ມ​ຄື: ໄຟ​ຟ້າ, ເອ​ເລັກ​ໂຕ​ນິກ, ການ​ຢາ, ກົນ​ຈັກ. ທ່ານ ມາຍ​ຮູ່ງ​ຢູງ, ຜູ້​ອຳ​ນວຍ​ການ​ພະ​ແນກ​ແຜນ​ການ ແລະ ການ​ລົງ​ທຶນ ແຂວງ ບີງ​ເຢືອງ ໃຫ້​ຮູ້​ວ່າ:

        “ຈຳ​ກັດ​ການ​ລົງ​ທຶນ​ທີ່ກໍ່​ມົນ​ລະ​ພິ​ດ​ເຖິງ​ສິ່ງ​ແວດ​ລ້ອມ, ນຳ​ໃຊ້​ຄົນ​ງານ​ຫລາຍ. ຄຽງ​ຄູ່​ກັນ​ນັ້ນ ​ແຂວງ ກໍ​ສົ່ງ​ເສີ​ມ​ບັນ​ດາ​ນັກ​ລົງ​ທຶນ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ສະ​ອາດ ລົງ​ທຶນ​ຢູ່​ນອກ​ເຂດ​ອຸ​ດ​ສາ​ຫະ​ກຳ, ເປັນ​ຕົ້ນ​ແມ່ນ​ບັນ​ດາ​ແຂວງ​ທາງ​ພາກ​ເຫນືອ. ສ່ວນ​ພາກ​ໃຕ້ ຍັງ​ຄົງ​ໃຫ້​ບຸ​ລິ​ມະ​ສິດ​ພັດ​ທະ​ນາ​ບໍ​ລິ​ການ. ນັກ​ລົງ​ທຶນ​ສ່ວນ​ຫລາຍ​ມີ​ຄວາມ​ພຶງ​ພໍ​ໃຈ ເພາະ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ພວກ​ເຂົາ​ເຈົ້າ​ປະ​ຕິ​ບັດ​ຕາມ​ການ​ຊີ້​ນຳ​ຂອງ​ຄະ​ນະ​ພັກ, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງລ້ວນ​ແຕ່​ໄດ້​ຮັບ​ການສ້າງ​ເງື່ອນ​ໄຂ​​ເພື່ອໃຫ້​ວິ​ສາ​ຫະ​ກິດ​ພັດ​ທະ​ນາ​ດີກວ່າ.”

        ​ປີ 2015, ບັນ​ດາ​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ ລົງ​ທຶນ​ເຂົ້າ 18 ຂະ​ແຫນງ, ຂົງ​ເຂດ, ໃນ​ນັ້ນ ອຸດ​ສາ​ຫະ​ກຳ​ປຸງ​ແຕ່ງ, ປະ​ດິດ​ສ້າງ ແມ່ນ​ຂົງ​ເຂດ​ດຶງ​ດູດ​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ​ເ​ປັນ​ຈຳ​ນວນ​ຫລາຍ ດ້ວຍ 892 ໂຄງ​ການ​ລົງ​ທຶນ​ຈົດ​ທະ​ບຽນ​ໃຫມ່ ແລະ 491 ໂຄງ​ການທີ່​ເພີ່​ມ​ເງິນ​ລົງ​ທຶນ. ບັນ​ດາ​ໂຄງ​ການ​ລົງ​ທຶນ​ໃນ​ປີນີ້ ແມ່ນ​ສຸມ​ໃສ່​​ເຂົ້າ​ໃນ​ບັນ​ດາ​ຂົງ​ເຂດ​ຜະ​ລິດ, ແຈກ​ຢາຍ​ໄຟ​ຟ້າ, ດຳ​ເນີນ​ທຸ​ລະ​ກິດ​ອະ​ສັງ​ຫາ​ລິ​ມະ​ຊັບ. ປະ​ຈຸ​ບັນ ມີ 57 ປະ​ເທດ ແລະ ເຂດ​ແຄ້ວນ​ມີ​ໂຄງ​ການ​ລົງ​ທຶນ​ຢູ່ ຫວຽດ​ນາມ. ໃນ​ນັ້ນ ສ​ເກົາ​ຫລີ ນຳ​ຫນ້າ ດ້ວຍຍອດ​ຈຳ​ນວນ​ເງິນ​ລົງ​ທຶນ​ຈົດ​ທະ​ບຽນ​ໃຫມ່ ແລະ ເພີ່ມເຕີ​ມ 6,3 ຕື້ USD. ຖັດ​ມາ​ແມ່ນ ມາ​ເລ​ເຊຍ, ຍີ່​ປຸ່ນ ແລະ British Virgin Islands. ບັນ​ດາ​ໂຄງ​ການ​ລົງ​ທຶນ​ໃຫຍ່​ພົ້ນ​ເດັ່ນ​ນັ້ນ​ແມ່ນ: ໂຄງ​ການ​ໂຮງ​ງານ​ໄຟ​ຟ້າ ຢ​ວຽນ​ຫາຍ 2 ຂອງ​ນັກ​ລົງ​ທຶນ ມາ​ເລ​ເຊຍ ຢູ່ ແຂວງ ຈາ​ວີງ; ໂຄງ​ການ​ບໍ​ລິ​ສັດ Samsung Display ຫວຽດ​ນາມ ສ​ເກົາ​ຫລີ ຢູ່ ແຂວງ ບັກ​ນີງ, ໂຄງ​ການ​ຂອງ​ບໍ​ລິ​ສັດ​ ຮ່ວມ​ທຸ​ລະ​ກິດ​ ນະ​ຄອນ ເດ​ເວືອງ ຈຳ​ກັດ ມີ​ຍອດ​ຈຳ​ນວນ​ເງິນ​ລົງ​ທຶນ 1,2 ຕື້ USD ໂດຍ​ບໍ​ລິ​ສັດ​ອະ​ສັງ​ຫາ​ລິ​ມະ​ຊັບ ທຽນ​ເຟືອກ ແລະ ບໍ​ລິ​ສັດ​ອະ​ສັງ​ຫາ​ລິ​ມະ​ຊັບ ເຈີນ​ທາຍ ຈຳ​ກັດ ຮ່ວມ​ທຸ​ລະ​ກິດ​ກັບ​ນັກ​ລົງ​ທຶນ Denver Power Ltd  ລາ​ຊະ​ອາ​ນາ​ຈັກ ອັງ​ກິດ ລົງ​ທຶນ ຢູ່ ນະ​ຄອນ ໂຮ່​ຈິ​ມີນ.

        ກ່າວ​ຄຳ​ເຫັນ​ທີ່​ເວ​ທີ​ປາ​ໄສ​ການ​ລົງ​ທຶນ​ຫວຽດ​ນາມ ທົ່ວ​ໂລກ ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ບັນ​ດາການ​ນຳ​ກຸ່ມ​ບໍ​ລິ​ສັດ, ບັນ​ດາ​ນັກ​ລົງ​ທຶນ​ໃຫຍ່​ໃນ​ໂລກ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ໄດ້​ເນັ້ນ​ຫນັກ​ວ່າ ເຖິງວ່າ ຍັງ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຫລາຍ​ຢ່າງ​ກໍ​ຕາມ, ແຕ່​ໄລ​ຍະ 2011-2015 ຫວຽດ​ນາມ ຍັງ​ຄົງ​ບັນ​ລຸ​ລະ​ດັບ​ເຕີບ​ໂຕ GDP ສະ​ເລ່ຍ 5,9%, ຕາມ​ທິດ​ເພີ່ມ​ຂຶ້ນ, ປີ 2015 ບັນ​ລຸກວ່າ 6,5%. ຄຽງ​ຄູ່​ກັນ​ນັ້ນ ດ້ວຍ​ບັນ​ດາ​ສັນ​ຍາ​ການ​ຄ້າ​ເສ​ລີ​ພວມ​ເປີດ​ຕະ​ຫລາດ​ການ​ຄ້າ​ທີ່ກວ້າງ​ໃຫຍ່ ລະ​ຫວ່າງ ຫວຽດ​ນາມ ກັບ 55 ຄູ່​ຮ່ວມ​ມື ລວມ​ທັງ​ໝົດ​ບັນ​ດາ​ສະ​ມາ​ຊິກກ​ຸ່ມ G7 ແລະ 15 ສະ​ມາ​ຊິກ ຂອງ G20. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ຊີ້​ແຈ້ງວ່າ:

        “ພວກ​ຂ້າ​ພະ​ເຈົ້າ​ປະ​ຕິ​ບັດ​ໂຄງ​ການ​ປະ​ຕິ​ຮູບ​ຮູບ​ການ​ລົງ​ທຶນ​ແຫ່ງ​ລັດ, ສ້າງ​ສະ​ພາບ​ແວດ​ລ້ອມ​ສະ​ດວກ​ໃຫ້​ພາກ​ເອ​ກະ​ຊົນ​ພາຍ​ໃນ​ປະ​ເທດ ແລະ ສາ​ກົນ​ເຂົ້າ​ຮ່ວມ​ລົງ​ທຶນ​ພື້ນ​ຖານ​ໂຄງ​ລ່າງ ດ້ວຍ​ການ​ບຸ​ລິ​ມະ​ສິດ​ໃຫ້​ບັນ​ດາ​ໂຄງ​ການ​ມີ​ເຕັກ​ໂນ​ໂລ​ຊີ​ສ​ູງ, ອຸ​ດ​ສາ​ຫະ​ກຳ ແລະ ບໍ​ລິ​ການ​ຫນູນ​ຊ່ວຍ. ດຳ​ລັດ​ລົງ​ທຶນ​ຕາມ​ຮູບ​ການ PPP ໄດ້​ມີ​ຜົນ​ສັກ​ສິດ ຈະ​ສ້າງ​ປະ​ຖົມ​ປັດ​ໃຈ​ເພື່ອ​ເປີດ​ກາ​ລະ​ໂອ​ກາດ​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ພາກ​ເອ​ກະ​ຊົນ, ພິ​ເສດ​ແມ່ນ​ແຫລ່ງ​ທຶນ FDI.”

        ປີ 2015 ແມ່ນ​ປີ​ທີ່​ຫວຽດ​ນາມ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ເສດ​ຖະ​ກິດ​ການ​ຕ່າງ​ປະ​ເທ​ດ​ຫລາຍ​ຢ່າງ ມີ​ລັກ​ສະ​ນະ​ເປັນ​ບາດ​ລ້ຽວ. ຫວຽດ​ນາມ ໄດ້​ລົງ​ນາມ ແລະ ສິ້ນ​ສຸດ​ການ​ເຈ​ລະ​ຈາ​ສັນ​ຍາ​ສຳ​ຄັນ 4 ສະ​ບັບ ກ​ັບ​ບັນ​ດາ​ຕະ​ຫລາດ​ໃຫຍ່. ໃນ​ນັ້ນ ໄດ້​ສິ້ນ​ສຸດ​ການ​ເຈ​ລະ​ຈາ​ສັນ​ຍາ​ໃຫຍ່ 2 ສະ​ບັບ ຄື: ສັນ​ຍາ​ຄູ່​ຮ່ວມ​ມື​ຂ້າມ​ປາ​ຊີ​ຟີກ TPP, ສັນ​ຍາ​ການ​ຄ້າ​ເສ​ລີ ຫວຽດ​ນາມ ອີ​ຢູ, ສັນ​ຍາ​ການ​ຄ້າ 2 ສະ​ບັບ​ໄດ້​ຮັບ​ການ​ລົງ​ນາມ ນັ້ນ​ແມ່ນ: ສັນ​ຍາ​ການ​ຄ້າ​ເສ​ລີ ຫວຽດ​ນາມ ພັນ​ທະ​ມິດ​ເສດ​ຖະ​ກິດ ອາ​ຊີ ເອີ​ລົບ ແລະ ສັນ​ຍາ​ການ​ຄ້າ​ເສ​ລີ ຫວຽດ​ນາມ ສ​ເກົາ​ຫລີ. ພ້ອມ​ກັບ​ບັນ​ດາ​ຄວາ​ມ​ມາ​ນະ​ພະ​ຍາ​ຍາມ​ໃນ​ການ​ປະ​ຕິ​ຮູບ​ດ້ານ​ບໍ​ລິ​ຫານ, ການ​ປະ​ຕິ​ຮູບ​ລະ​ບອບ​ນະ​ໂຍ​ບາຍ​ພາຍ​ໃນ​ປະ​ເທດ ແລະ ຍູ້​ແຮງ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດ​ຖະ​ກິດ​ສາ​ກົນ ໄດ້​ກາຍ​ເປັນ​ກຳ​ລັງ​ຫນູນ, ເປີດ​ກາ​ລະ​ໂອ​ກາດ​ຫລາຍ​ຢ່າງ​ເພື່ອ​ໃຫ້​ຫວຽດ​ນາມ ຍູ້​ແຮງ​ການ​ດຶງ​ດູດ​ເງິນ​ລົງ​ທຶນ​ຂອງ​ຕ່າງ​ປະ​ເທດ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ