ການປະຕິຮູບດ້ານບໍລິຫານເພື່ອສ້າງສະພາບແວດລ້ອມແຫ່ງການລົງທຶນຢ່າງສະດວກ

(VOVWORLD) - ການປະຕິຮູບດ້ານບໍລິຫານ, ຫລຸດຜ່ອນບັນດາລະບຽບການເພື່ອສ້າງຄວາມສະດວກໃຫ້ແກ່ສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດ ໄດ້ຮັບການກຳນົດວ່າແມ່ນຂອດບຸກທະລຸໃນການປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ຊຸກຍູ້ເສດຖະກິດພັດທະນາ. ຫນ້າທີ່ນີ້ໄດ້ຮັບການຜັນຂະຫຍາຍຢ່າງຕັ້ງຫນ້າໃນໄລຍະຜ່ານມາ ຈາກບັນດາທ້ອງຖິ່ນ, ພ້ອມກັບບັນດາກະຊວງ, ຂະແຫນງການຂອງຫວຽດນາມ ແລະ ບັນລຸໄດ້ບັນດາໝາກຜົນດີພໍສົມຄວນ.

ການປະຕິຮູບດ້ານບໍລິຫານເພື່ອສ້າງສະພາບແວດລ້ອມແຫ່ງການລົງທຶນຢ່າງສະດວກ - ảnh 1ຮ່າໂນ້ຍ ແມ່ນນະຄອນນຳຫນ້າໃນທົ່ວປະເທດກ່ຽວກັບການດຶງດູດເງິນລົງທຶນຂອງຕ່າງປະເທດ

ພາບ:baodautu

ມີນັກລົງທຶນຕ່າງປະເທດຫລາຍຄົນໄດ້ເລືອກເຟັ້ນນະຄອນ ຮ່າໂນ້ຍ ແມ່ນສະຖານທີ່ເພື່ອນຳໃຊ້ແຫລ່ງເງິນລົງທຶນຢ່າງມີປະສິດທິຜົນ. ຮອດເດືອນ ມິຖຸນາປີ 2018, ຢູ່ ບໍລິເວນນະຄອນ ມີປະມານ 4.300 ໂຄງການລົງທຶນໂດຍກົງຂອງຕ່າງປະເທດ (FDI) ຍັງມີຜົນສັກສິດ ດ້ວຍຍອດຈຳນວນທຶນຈົດທະບຽນບັນລຸກວ່າ 33,38 ຕື້ USD. 9 ເດືອນຕົ້ນປີ 2018, ຮ່າໂນ້ຍ ນຳຫນ້າທົ່ວປະເທດກ່ຽວກັບການດຶງດູດທຶນ FDI.

ຫນຶ່ງໃນບັນດາສາຍເຫດນຳມາເຊິ່ງຜົນສຳເລັດໃນການດຶງດູດການລົງທຶນ FDI ນັ້ນແມ່ນ ນະຄອນຮ່າໂນ້ຍ ໄດ້ປະຕິບັດການປະຕິຮູບລະບຽບການບໍລິຫານເປັນຢ່າງດີ, ສ້າງຄວາມສະດວກໃຫ້ແກ່ການພັດທະນາການຜະລິດ. ນະຄອນຮ່າໂນ້ຍ ໄດ້ປະຕິບັດກົນໄກປະຕູດຽວ, ປະຕູດຽວເຊື່ອມຕໍ່ ໃນບັນດາອົງການບໍລິຫານ. ເລື່ອງຮັບເອົາສຳເນົາເອກະສານ ແລະ ສົ່ງໝາກຜົນໃນການແກ້ໄຂລະບຽບການບໍລິຫານແມ່ນຜ່ານການບໍລິການໄປສະນີ ຊ່ວຍປະຢັດເວລາ, ກຳລັງເຫື່ອແຮງ, ການໄປມາຂອງປະຊາຊົນ, ອົງການຈັດຕັ້ງ ແລະ ວິສາຫະກິດ. ທ່ານ ຫງວຽນດຶກຈູງ ປະທານຄະນະກຳມະການປະຊາຊົນ ນະຄອນ ຮ່າໂນ້ຍ ຊີ້ແຈ້ງວ່າ:

        “ຄຽງຄູ່ບັນດາຄວາມມານະພະຍາຍາມໃນການຜັນຂະຫຍາຍ ແລະ ປະຕິບັດການລົງທຶນພື້ນຖານໂຄງລ່າງຢ່າງມີປະສິດທິຜົນແລ້ວ, ຮ່າໂນ້ຍ ໄດ້ສ້າງສະພາບແວດລ້ອມແຫ່ງການດຳເນີນທຸລະກິດຢ່າງສະດວກ, ການປະຕິຮູບດ້ານບໍລິຫານ, ຍູ້ແຮງລັດຖະບານເອເລັກໂຕນິກ ແລະ ສະຫນອງບໍລິການສາທາລະນະຜ່ານ ອິນເຕີແນັດ. ນະຄອນ ກໍ່ໄດ້ສືບຕໍ່ປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດພ້ອມກັບວິສາຫະກິດ, ຖືປະຊາຊົນເປັນໃຈກາງ.”

ໃນຂະນະນັ້ນ, ຢູ່ ທາງທິດຕາເວັນອອກພາກໃຕ້, ແຂວງ ບີງເຢືອງ ແມ່ນທ້ອງຖິ່ນປະສົບຜົນສຳເລັດໃນການດຶງດູດການລົງທຶນ ຍ້ອນມີນະໂຍບາຍ ແລະ ການປະຕິຮູບລະບຽບການບໍລິຫານຢ່າງເໝາະສົມ. ທາງແຂວງ ໄດ້ດຶງດູດກວ່າ 3800 ໂຄງການລົງທຶນໂດຍກົງຂອງຕ່າງປະເທດ ດ້ວຍຍອດຈຳນວນທຶນຈົດທະບຽນກວ່າ 30 ຕື້ USD ກາຍເປັນທ້ອງຖິ່ນຢືນອັນດັບ 3 ກ່ຽວກັບການດຶງດູດເງິນລົງທຶນຂອງຕ່າງປະເທດຢູ່ຫວຽດນາມ. ທ່ານ ເຈີນແທງລຽມ ປະທານຄະນະກຳມະການປະຊາຊົນແຂວງ ບີງເຢືອງ ຖືວ່າ:

        “ບັນລຸໄດ້ໝາກຜົນຄືດັ່ງກ່າວ ກໍ່ຍ້ອນວ່າທຸກຂັ້ນ ທຸກຂະແຫນງການ ຕ້ອງສ້າງສະພາບແວດລ້ອມແຫ່ງການດຳເນີນທຸລະກິດຢ່າງສະດວກກວ່າເພື່ອແນໃສ່ດຶງດູດເງິນລົງທຶນ, ຍາມໃດກໍ່ຮັບຟັງຄຳເຫັນປະກອບ ແລະ ແກ້ໄຂບັນດາຄວາມຫຍຸ້ງຍາກຂໍ້ຕິດຄັດຂອງວິສາຫະກິດຢ່າງທັນການ ເພື່ອຜ່ານນັ້ນ ສ້າງຄວາມໄວ້ເນື້ອເຊື່ອໃຈໃຫ້ແກ່ບັນດານັກລົງທຶນ ແລະ ວິສາຫະກິດ. ແຂວງກໍ່ສຸມໃສ່ປະຕິບັດການປະຕິຮູບລະບຽບການບໍລິຫານເປັນຢ່າງດີ, ປະຕິບັດບັນດາການເຄື່ອນໄຫວຂອງບັນດາອົງການລັດຢ່າງເປີດເຜີຍ, ເປັນຕົ້ນແມ່ນບັນດາອົງການມີຫນ້າທີ່ຮັບຜິດຊອບທີ່ມີສ່ວນກ່ຽວຂ້ອງໂດຍກົງເຖິງການແກ້ໄຂລະບຽບການບໍລິຫານຂອງບັນດານັກລົງທຶນຢູ່ພາຍໃນ ແລະ ຕ່າງປະເທດ.”

ພ້ອມກັບການປະຕິຮູບລະບຽບການບໍລິຫານຂອງທ້ອງຖິ່ນ, ມີຫລາຍກະຊວງ, ຂະແຫນງການ ກໍ່ຜັນຂະຫຍາຍເລື່ອງຫລຸດຜ່ອນເງື່ອນໄຂດຳເນີນທຸລະກິດ. ການປະຕິຮູບ, ຫລຸດຜ່ອນກ່ຽວກັບລະບຽບການ, ເງື່ອນໄຂດຳເນີນທຸລະກິດ ໄດ້ປະກອບສ່ວນຫລຸດຜ່ອນລາຍຈ່າຍປະຕິບັດຕາມລະບຽບການບໍລິຫານກ່ຽວກັບການເຂົ້າຮ່ວມຕະຫລາດ, ການກໍ່ສ້າງຮາກຖານການຜະລິດ ດຳເນີນທຸລະກິດ, ຫລຸດຜ່ອນລາຍຈ່າຍສົ້ນເຂົ້າຂອງການຜະລິດ ດຳເນີນທຸລະກິດ.

ເຖິງຢ່າງໃດກໍຕາມ, ເພື່ອສ້າງການຫັນປ່ຽນໃຫຍ່ ກ່ຽວກັບການປະຕິຮູບສະພາບແວດລ້ອມແຫ່ງການລົງທຶນ ດຳເນີນທຸລະກິດ, ໃນໄລຍະຈະມາເຖິງ ບັນດາມາດຕະການມີລັກສະນະຍາວນານ ເພື່ອແນໃສ່ປະຕິຮູບສະພາບແວດລ້ອມແຫ່ງການລົງທຶນ ດຳເນີນທຸລະກິດ ຄື ຫລຸດຜ່ອນເງື່ອນໄຂດຳເນີນທຸລະກິດ, ປະຕິຮູບລະບຽບການບໍລິຫານ.. ຄວນສືບຕໍ່ໄດ້ຮັບຄວາມເອົາໃຈໃສ່, ຜັນຂະຫຍາຍຢ່າງຕັ້ງຫນ້າ ແລະ ມີປະສິດທິຜົນກວ່າຈາກບັນດາກະຊວງ, ຂະແຫນງການ. ເມື່ອເຕື້ອງເຖິງຫນ້າທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີງ ຊີ້ແຈ້ງວ່າ:

“ບັນດາກະຊວງ, ຂະແຫນງການ ແລະ ທ້ອງຖິ່ນຕ່າງໆ ຄວນປັບປຸງການແກ້ໄຂລະບຽບການບໍລິຫານຢູ່ໃນອົງການ, ຫົວຫນ່ວຍຂອງຕົນ, ຈຳກັດຢ່າງສຸດຂີດເລືື່ອງປະຊາຊົນ, ວິສາຫະກິດຕ້ອງໄປມາຫລາຍເທື່ອ. ຄວນເລັ່ງລັດການກວດກາເລື່ອງແກ້ໄຂລະບຽບການບໍລິຫານ, ແກ້ໄຂສະພາບການຂາດຄວາມເປີດເຜີຍ, ໂປ່ງໃສຂອງຂໍ້ມູນຂ່າວສານກ່ຽວກັບລະບຽບການບໍລິຫານ, ສະພາບເກີນເວລາກຳນົດໃນການແກ້ໄຂລະບຽບການບໍລິຫານ. ຄວນແກ້ໄຂຢ່າງເຂັ້ມງວດບັນດາຄຳສ່ອງແສງ, ຂໍ້ສະເຫນີແນະຂອງສ່ວນບຸກຄົນ, ອົງການກ່ຽວກັບການກຳນົດລະບຽບການບໍລິຫານ.”

ປັບປຸງໂດຍພື້ນຖານ, ສ້າງການຫັນປ່ຽນບັນດາຄາດໝາຍກ່ຽວກັບສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ກຳລັງແກ້ງແຍ້ງຂອງພື້ນຖານເສດຖະກິດຢ່າງແຮງ ພວມປະກອບສ່ວນຊຸກຍູ້ການເຕີບໂຕເສດຖະກິດຢ່າງວ່ອງໄວ ແລະ ໝັ້ນຄົງ, ສ້າງສະພາບແວດລ້ອມແຫ່ງການລົງທຶນຢ່າງສະດວກ. ນີ້ກໍ່ແມ່ນຫນຶ່ງໃນບັນດາມາດຕະການຕົ້ນຕໍ, ຮັບປະກັນການປະຕິບັດຫນ້າທີ່ພັດທະນາເສດຖະກິດ ສັງຄົມປີ 2018.

ຕອບກັບ

ຂ່າວ/ບົດ​ອື່ນ