ການ​ຜັນ​ປ່ຽນໃນ​ການປ່ອຍ​ເງິນ​ບັນ​ດາ​ໂຄງ​ກາ​ນ​ລົງ​ທຶນ​ພາກ​ລັດ

(VOVWORLD) -ຄວາມຄືບຫນ້າການປ່ອຍເງິນລົງທຶນພາກລັດສຳລັບບັນດາໂຄງການຄົມມະນາຄົມຈຸດສຸມເວົ້າລວມ ເປັນຕົ້ນແມ່ນໂຄງການກໍ່ສ້າງເສັ້ນທາງຄວາມໄວສູງ ແຕ່ເຫນືອ -ໃຕ້ ໄດ້ມີບັນດາບາດກ້າວປັບປຸງຫລາຍພໍສົມຄວນ. ຈາກການສຳຫລວດກວດກາຄືນສະພາບການປະຕິບັດແຜນການ, ດ້ວຍບັນດາມາດຕະການທັງສຸມໃສ່ ທັງຫັນເປັນມືອາຊີບ, ໝາກຜົນການປ່ອຍເງິນລົງທຶນບັນດາໂຄງການຈຸດສຸມຂອງຂະແຫນງຄົມມະນາຄົມໄດ້ຮັບປະກັນຄວາມຄືບຫນ້າລວມສຳລັບ 6 ໂຄງການລົງທຶນພາກລັດ ແລະ 5 ໂຄງການລົງທຶນຕາມຮູບການຄູ່ຮ່ວມມືພາກລັດ ແລະ ເອກະຊົນ (PPP), ປະຕິບັດໃຫ້ສຳເລັດໂດຍໄວໃນປີ 2022 ຄືຄາດໝາຍໄດ້ວາງອອກ.

ທ່ານ ຫງວຽນແຢັງຮູຍ, ຫົວຫນ້າ ກົມແຜນການ ແລະ ການລົງທຶນ, ສັງກັດກະຊວງຄົມມະນາຄົມຂົນສົ່ງ ໃຫ້ຮູ້ວ່າ:

“ໃນຊຸມເດືອນຜ່ານມາ ໝາກຜົນການປ່ອຍເງິນບັນລຸຄາດໝາຍ. ເດືອນກໍລະກົດ ບັນລຸ 41% ຄາດໝາຍທັງປີ. ເດືອນສິງຫາ ບັນລຸ 58% ແຜນການວາງອອກ. ໝົດເດືອນກັນຍາ ຄາດວ່າຈະບັນລຸໄດ້ 66% ລວມທັງເງິນລົງທຶນຕ່າງປະເທດ ແລະ ພາຍໃນປະເທດ."

ການ​ຜັນ​ປ່ຽນໃນ​ການປ່ອຍ​ເງິນ​ບັນ​ດາ​ໂຄງ​ກາ​ນ​ລົງ​ທຶນ​ພາກ​ລັດ - ảnh 1ຄວາມຄືບຫນ້າການປ່ອຍເງິນລົງທຶນພາກລັດສຳລັບບັນດາໂຄງການຄົມມະນາຄົມຈຸດສຸມເວົ້າລວມ ເປັນຕົ້ນແມ່ນໂຄງການກໍ່ສ້າງເສັ້ນທາງຄວາມໄວສູງ ແຕ່ເຫນືອ -ໃຕ້ ໄດ້ມີບັນດາບາດກ້າວປັບປຸງຫລາຍພໍສົມຄວນ. 


ບັນດາມາດຕະການສຸມໃສ່ ແລະ ໄດ້ຮັບການຕີລາຄາວ່າ ແມ່ນມີປະສິດທິຜົນເພື່ອໃຫ້ໂຄງການຈຸດສຸມແຫ່ງຊາດນີ້ ບັນລຸໝາກຜົນການປ່ອຍເງິນຢູ່ໃນລະດັບສູງ ນັ້ນກໍ່ຍ້ອນວ່າ ບັນດາສ່ວນບຸກຄົນໃນຄະນະຄຸ້ມຄອງໂຄງການ, ບັນດາອົງການເປັນເສນາທິການ, ຜູ້ອຳນວຍການໂຄງການ ລ້ວນແຕ່ມີຄວາມຮັບຜິດຊອບສູງຕໍ່ວຽກງານນີ້. ການນຳກະຊວງຄົມມະນາຄົມຂົນສົ່ງ/ກະຊວງໂຍທາທິການ ແລະ ຂົນສົ່ງ ຮີບເຮັ່ງຮຽກຮ້ອງບັນດາອົງການ, ຫົວຫນ່ວຍສຸມໃສ່ຫລຸດຜ່ອນຂັ້ນຕອນ, ລະບຽບການຜັນຂະຫຍາຍ.

ບໍ່ພຽງແຕ່ເທົ່ານັ້ນ ມີບາງ ໂຄງການ, ຄະນະຄຸ້ມຄອງໂຄງການ ຍັງໄດ້ເຮັດວຽກທັງໃນວັນພັກການເພື່ອຮັບປະກັນການປ່ອຍເງິນໃຫ້ບັນດາ ຜູ້ ຮັບເໝົາໂດຍໄວ. ການປະສານສົມທົບຢ່າງແຫນ້ນແຟ້ນກັບບັນດາທ້ອງຖິ່ນ, ຄວາມໃກ້ຊິດຕິດແທດ ຮ່ວມເດີນທາງໃນວຽກງານບຸກເບີກຫນ້າພຽງ ກໍ່ໄດ້ຮັບຖືວ່າ ແມ່ນໝາກຜົນຈາກຄວາມຕັດສິນໃຈປ່ອຍເງິນຂອງກະຊວງຄົມມະນາຄົມຂົນສົ່ງ ສຳລັບ ຄວາມຄືບຫນ້າຂອງໂຄງການເວົ້າລວມ.

ກ່ຽວກັບໂຄງການກໍ່ສ້າງເສັ້ນທາງຄວາມໄວສູງ ເຫນືອ - ໃຕ້, ປະລິມານຫນ້າວຽກ ແລະ ລະດັບການປ່ອຍເງິນລົງທຶນຂອງໂຄງການ ພວມເພີ່ມຂຶ້ນເທື່ອລະກ້າວຕາມແຕ່ລະໄຕມາດ ແລະ ໝາກຜົນການປ່ອຍເງິນໃນວຽກງານບຸກເບີກຫນ້າພຽງບັນລຸກວ່າ 90%. ຈາກ ຄວາມ ຈິງການຜັນປ່ຽນໃນການປ່ອຍເງິນໃນໄຕມາດ 2 ຜ່ານມາ ແລະ ໄຕມາດ 3 ນີ້ຂອງຂະແຫນງຄົມມະນາຄົມຂົນສົ່ງໃນວຽກງານປ່ອຍເງິນ ເພື່ອໃຫ້ເຫັນໄດ້ຢ່າງຈະແຈ້ງການສຸມໃສ່ ແລະ ຄວາມມານະພະຍາຍາມຢ່າງສູງຂອງພະນັກງານ ລັດຖະກອນ ທົ່ວຂະແຫນງ. ນີ້ກໍ່ແມ່ນວິທີສະແດງໃຫ້ເຫັນຄວາມຕັດສິນໃຈ, ຄວາມມານະພະຍາຍາມອັນໃຫຍ່ຫລວງໃນສະພາບການໂລກລະບາດຜັນແປໄປຢ່າງສັບສົນ ຄວນມີບັນດາການກະທຳເປັນເຈົ້າການ, ປັບຕົວໃຫ້ແທດເໝາະກັບໂລກລະບາດ ແລະ ຮັບປະກັນຄາດໝາຍການເຕີບໂຕລວມຂອງທົ່ວປະເທດ.

  ທ່ານ ເລກີມແທ່ງ, ຫົວຫນ້າກົມຄູ່ຮ່ວມມືພາກລັດ - ເອກະຊົນ (PPP), ສັງກັດກະຊວງຄົມມະນາຄົມຂົນສົ່ງ ໃຫ້ຮູ້ວ່າ:

“ພາຍຫລັງ ສະພາແຫ່ງຊາດ ໄດ້ຫັນປ່ຽນ 3 ໂຄງການມາເປັນການລົງທຶນພາກລັດ, 5 ໂຄງການທີ່ຍັງເຫລືອ ພວກຂ້າພະເຈົ້າໄດ້ແຈ້ງມາຍັງບັນດາ ຜູ້ ຮັບເໝົາ ແລະ ນັກລົງທຶນຮັບຊາບ. ມາຮອດປະຈຸບັນ ມີ 14/16 ນັກລົງທຶນໄດ້ເຂົ້າຮ່ວມການ ປະມູນ. ສະເພາະສຳລັບການປ່ອຍເງິນບຸກເບີກຫນ້າພຽງ ພວກຂ້າພະເຈົ້າໄດ້ສຸມໃສ່ປະຕິບັດ ແລະ ໃນໄຕມາດ 3 ເມື່ອເລືອກເຟັ້ນໄດ້ນັກລົງທຶນແລ້ວ ວຽກງານບຸກເບີກຫນ້າພຽງຈະບັນລຸໄດ້ 90%.”

ດ້ວຍບັນດາມາດຕະການແກ້ໄຂຢ່າງມີໄຫວພິບ, ບັນລຸປະສິດທິຜົນ, ທົ່ວຂະແຫນງ ພວມມານະພະຍາຍາມບັນລຸ 100% ແຜນການປ່ອຍເງິນໃນປີ 2020. ນີ້ກໍ່ແມ່ນບັນດາການກະທຳສະແດງໃຫ້ເຫັນຄວາມມານະພະຍາຍາມ ແລະ ຄວາມຕັດສິນໃຈຂອງທົ່ວຂະແຫນງ, ປະກອບສ່ວນປະຕິບັດສຳເລັດເປົ້າໝາຍຄວບຄູ່ ຄືດັ່ງການຊີ້ນຳຂອງທ່ານນາຍົກລັດຖະມົນຕີ ໃນສະພາບຄວາມຫຍຸ້ງຍາກ, ສຸມໃສ່ຜັນຂະຫຍາຍບັນດາໂຄງການຄົມມະນາຄົມຈຸດສຸມແຫ່ງຊາດໃຫ້ສຳເລັດ, ປະກອບສ່ວນເຂົ້າໃນເປົ້າໝາຍພັດທະນາເສດຖະກິດ ສັງຄົມຂອງປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ