ການພັດທະນາເສດຖະກິດດີຈີຕອນເປີດກາລະໂອກາດເຕີບໂຕໄວໃຫ້ແກ່ ຫວຽດນາມ

(VOVWORLD) -ຕາມການຄົ້ນຄວ້າຫວ່າງມໍ່ໆມານີ້ຂອງ Google ແລະ Temasek (ສິງກະໂປ), ເສດຖະກິດດີຈີຕອນຂອງຫວຽດນາມ ບັນລຸໄດ້ປະມານ 3 ຕື້ USD ໃນປີ 2015, ເພີ່ມຂຶ້ນ 9 ຕື້ USD ໃນປີ 2018 ແລະ ຄາດຄະເນວ່າຈະບັນລຸ 30 ຕື້ USD ໃນປີ 2025.
ການພັດທະນາເສດຖະກິດດີຈີຕອນເປີດກາລະໂອກາດເຕີບໂຕໄວໃຫ້ແກ່ ຫວຽດນາມ - ảnh 1(ພາບປະກອບອີນເຕີແນັດ)

ການຄົ້ນຄວ້າອື່ນໆຂອງອົງການ Data 61 (ອົດສະຕາລີ) ພັດຖືວ່າ GDP ຂອງຫວຽດນາມ ອາດຈະເພີ່ມຂຶ້ນປະມານ 162 ຕື້ USD ຕື່ມອີກ ໃນເວລາ 20 ປີ, ຖ້າຫາກຫວຽດນາມ ຫັນປ່ຽນເປັນດີຈີຕອນສຳເລັດຜົນ. ສະນັ້ນ, ການພັດທະນາເສດຖະກິດດີຈີຕອນ ຈະເປີດກາລະໂອກາດເຕີບໂຕຢ່າງແຮງໃຫ້ແກ່ຫວຽດນາມ.

        ຢູ່ຫວຽດນາມ, ເສດຖະກິດດີຈີຕອນ ເລີ່ມພັດທະນານັບແຕ່ເມື່ອອິນເຕີເນັດ ເລີ່ມມີໜ້າຢູ່ຫວຽດນາມ. ເສດຖະກິດດີຈີຕອນ ຄ່ອຍໆໄດ້ຮັບການແຜ່ຂະຫຍາຍມີຢູ່ທົ່ວເຖິງ ເມື່ອຈຳນວນໂທລະສັບມືຖືບັນລຸລະດັບກວ່າ 50% ໃນທ້າຍຊຸມປີ 2000. ການປະກົດຕົວຂອງການປະຕິວັດອຸດສາຫະກຳ 4.0 ໃນຊຸມທ້າຍປີ 2010 ເຮັດໃຫ້ເສດຖະກິດດີຈີຕອນຖືກຍູ້ແຮງກວ່າອີກ. ໃນເວລາ 10 ຜ່ານມາ, ເສດຖະກິດດີຈີຕອນຫວຽດນາມ ໄດ້ພັດທະນາຢ່າງບໍ່ຢຸດຢັ້ງ, ນັບທັງທາງດ້ານພື້ນຖານໂຄງລ່າງ ຕະຫຼອດຮອດຕະຫຼາດດຳເນີນທຸລະກິດ. ທ່ານ ດ່າວດິ່ງຂາ, ຫົວໜ້າກົມເຕັກໂນໂລຊີຂໍ້ມູນຂ່າວສານ, ກະຊວງຖະແຫຼງຂ່າວ ແລະ ສື່ສານ, ຖືວ່າ.

        “ປະຈຸບັນພວກເຮົາເຫັນໄດ້ການປ່ຽນແປງຢ່າງໃຫຍ່ຫຼວງຂອງບັນດາວິສາຫະກິດອຸດສາຫະກຳເຕັກໂນໂລຊີຂໍ້ມູນຂ່າວສານທີ່ພວມເຄື່ອນໄຫວ, ກໍ່ຄືບັນດາພື້ນຖານເສດຖະກິດທີ່ພວມເຄື່ອນໄຫວໃນພື້ນຖານເສດຖະກິດດີຈີຕອນ  ມີການປ່ຽນແປງຕາມທິດສຳຜັດຄືກ່ອນນີ້. ໃນພື້ນຖານເສດຖະກິດດີຈີຕອນຮຽກຮ້ອງຕ້ອງການ ການປະດິດຄິດສ້າງ, ການແກ່ງແຍ້ງ ແລະ ແບ່ງປັນ ເຊິ່ງໄດ້ຮັບການປະຕິບັດໂດຍອີງໃສ່ເຕັກໂນໂລຊີດີຈີຕອນ ຫຼື ບັນດາຮູບແບບ ແລະ ທັກສະກ່ຽວກັບເຕັກໂນໂລຊີດີຈີຕອນເປັນຕົ້ນ”.

        ການຄ້າເອເລັກໂຕນິກ, ເຊິ່ງແມ່ນໜຶ່ງໃນບັນດາພາກສ່ວນປະກອບສຳຄັນທີ່ສຸດຂອງເສດຖະກິດດີຈີຕອນຢູ່ຫວຽດນາມ, ສຳລັບດ້ານລາຍຮັບ ແລະ ຂອບຂະໜາດຕະຫຼາດ ໄດ້ຮັບການເຕີບໂຕຢ່າງກະໂດດຂັ້ນ. ປະຈຸບັນ, ຂອບຂະໜາດຂະແໜງການຄ້າເອເລັກໂຕນິກຫວຽດນາມ ຢູ່ໃນລະດັບ 5,2 ຕື້ USD. ປີ 2017, ມີ 21 ວິສາຫະກິດເລີ່ມທຸລະກິດໃນຂົງເຂດການຄ້າເອເລັກໂຕນິກຫວຽດນາມ ທີ່ໄດ້ຮັບການລົງທຶນຈາກຕ່າງປະເທດ, ດ້ວຍຍອດຈຳນວນທຶນແມ່ນຂຶ້ນເຖິງ 83 ລ້ານ USD, ສູງທີ່ສຸດໃນທຸກຂະແໜງອາຊີບທີ່ໄດ້ຮັບການລະດົມເງິນລົງທຶນ. ທ່າອ່ຽງໂຮມເຂົ້າກັນ ແລະ ຊື້ຄືນ (M&A) ລະຫວ່າງບັນດາວິສາຫະກິດການຄ້າເອເລັກໂຕນິກຢູ່ຫວຽດນາມ ກໍ່ໄດ້ຮັບການເຕີບໂຕນັບທັງທາງດ້ານມູນຄ່າ ແລະ ຈຳນວນການໂຮມເຂົ້າກັນ ແລະ ຊື້ຄືນ. ລະບົບຊີວະພາບເລີ່ມທຸລະກິດປ່ຽນແປງໃໝ່, ປະດິດຄິດສ້າງ ເລີ່ມປະກົດຕົວຢ່າງສົມບູນກວ່າ. ມີວິສາຫະກິດກວ່າ 3.000 ແຫ່ງເລີ່ມທຸລະກິດໄດ້ຮັບການສ້າງຕັ້ງພາຍໃນເວລາ 2 ປີຜ່ານມາ, ພ້ອມກັນນັ້ນມີ 40 ກອງທຶນລົງທຶນທີ່ມີຄວາມສ່ຽງ ແລະ  ເຄືອຂ່າຍລົງທຶນຈາກຜູ້ມີຄວາມສາມາດດ້ານທຶນ (Angel Investor). ຕາມຕົວເລກສະຖິຕິຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ມີທັງໝົດ 78 ບໍລິສັດເຕັກໂນໂລຊີການເງິນ (fintech) ໄດ້ຮັບການສ້າງຕັ້ງຢູ່ຫວຽດນາມ. ບັນດາວິສາຫະກິດຂົນສົ່ງກໍ່ໄດ້ສະເໜີຕົວບັນດາໂປຼແກຼມເພື່ອແກ່ງແຍ້ງກັບ Grap, Uber. ອາດເວົ້າເຖິງບັນດາໂປຼແກຼມທີ່ມີຊື່ສຽງໃນຂົງເຂດດັ່ງກ່າວຄື: Fast Go, Be, VATO… ກ່ຽວກັບດ້ານການທ່ອງທ່ຽວ ກໍ່ມີການເຂົ້າຮ່ວມຂອງບັນດາ start – up ຫວຽດນາມ ຄື: Mytour, Luxstay… ທີ່ແກ່ງແຍ້ງກັບບັນດາໂປຼແກຼມໃຫຍ່ຄື: Booking, Agoda ຫຼື AirB&B ຂອງໂລກ. ກ່ຽວກັບການຜັນຂະຫຍາຍລັດຖະບານເອເລັກໂຕນິກ, ຫວຽດນາມ ໄດ້ປະຕິບັດສຳເລັດໂດຍພື້ນຖານການເຊື່ອມຕໍ່ບັນດາລະບົບຄຸ້ມຄອງເອກະສານຂອງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ຕະຫຼອດຮອດຫ້ອງວ່າການລັດຖະບານ, ເພີ່ມຂຶ້ນ 10 ຂັ້ນຕາມການຕີລາຄາຂອງສະຫະປະຊາຊາດ ກ່ຽວກັບລັດຖະບານເອເລັກໂຕນິກ. ທ່ານ ມາຍຕ໊ຽນຢຸງ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານຫວຽດນາມ, ເນັ້ນໜັກວ່າ.

        “ໄຕມາດທີ 4 ປີ 2019, ພວກຂ້າພະເຈົ້າຈະອະນຸມັດຜ່ານປະຕູຖານຂໍ້ມູນການບໍລິການສາທາລະນະ, ສິ່ງທຳອິດຕ້ອງປະຕິບັດນັ້ນແມ່ນ ການບໍລິການສາທາລະນະຈາກສູນກາງ ລົງຮອດທ້ອງຖິ່ນ ເພື່ອໃຫ້ມີບັນດາວຽກງານໃດເຊິ່ງປະຊາຊົນ ແລະ ວິສາຫະກິດມີຄວາມຕ້ອງການທີ່ສຸດແມ່ນຈະເຮັດກ່ອນ. ພວກເຮົາບໍ່ເຮັດພ້ອມກັນ, ແຕ່ຈະເຮັດ 1 ຫາ 2 ການບໍລິການທີ່ມີລັກສະນະຈຸດສຸມ ເພື່ອຖອດຖອນບົດຮຽນ. ເຖິງຢ່າງໃດກໍ່ຕາມ, ຕ້ອງມີລະຫັດສ່ວນຕົວ, ຖ້າຫາກບໍ່ມີລະຫັດສ່ວນຕົວ ພວກເຮົາຈະບໍ່ສາມາດປະຕິບັດບັນຫາແບ່ງປັນການເຊື່ອມຕໍ່ຂອງບັນດາອົງການຈັດຕັ້ງ, ສ່ວນບຸກຄົນໄດ້”.

        ເບິ່ງລວມແລ້ວ, ເສດຖະກິດດີຈີຕອນ ໃນໄລຍະຜ່ານມາແມ່ນພັດທະນາຢ່າງໄວໂດຍພື້ນຖານ. ສິ່ງດັ່ງກ່າວແມ່ນຍ້ອນຫວຽດນາມ ມີພື້ນຖານໂຄມລະຄົມມະນາຄົມ - ເຕັກໂນໂລຊີ ດີພໍສົມຄວນ, ກະຈາຍຄື້ນສັນຍາກວ້າງທົ່ວທຸກບ່ອນ ດ້ວຍຈຳນວນຜູ້ນຳໃຊ້ຢ່າງຫຼວງຫຼາຍ. ຍັງມີສາຍເຫດສຳຄັນອື່ນໆອີກນັ້ນແມ່ນ, ຊາວຫວຽດນາມ ມີຄວາມເມົາມົວນຳເຕັກໂນໂລຊີ, ນຳໃຊ້ເຕັກໂນໂລຊີສູງ ຖືກຈັດຢູ່ໃນລະດັບສູງທີ່ສຸດຢູ່ພາກພື້ນ. ນອກນັ້ນ, ຈຳນວນພົນລະເມືອງໜຸ່ມຂອງຫວຽດນາມ ກໍ່ໄດ້ຮັບການບຳລຸງສ້າງເປັນຢ່າງດີ… ປະຈຸບັນແມ່ນຈຸດເວລາທີ່ຫວຽດນາມ ຕ້ອງມີການຊີ້ນຳນຳພາຢ່າງຖືກທິດ, ຕ້ອງມີຍຸດທະສາດແຫ່ງຊາດກ່ຽວກັບການປ່ຽນແປງໃຫ້ເໝາະສົມກັບການກຳນົດທິດເສດຖະກິດດີຈີຕອນ.

ຕອບກັບ

ຂ່າວ/ບົດ​ອື່ນ