ການມອບ​ລາງວັນ​ດວງ​ດາວ​ ປີ 2021-​ ເປັນ​ການຊຸກ​ຍູ້​ວິ​ວັດ​ທະ​ນາ​ການ​ຫັນ​ເປັນ​ດີ​ຈີ​ຕອນ

(VOVWORLD) -ສະຫະສະມາຄົມ ຊອບແວ ແລະ ບໍລິການເຕັກໂນໂລຊີຂໍ້ມູນຂ່າວສານ ຫວຽດນາມ (VINASA) ຫາກໍ່ຈັດການມອບລາງວັນດວງດາວ ປີ 2021. ດ້ວຍເກືອບ 300 ຜະລິດຕະພັນທີ່ໄດ້ສະເຫນີມາ, ປີນີ້ ມີ 180 ຜະລິດຕະພັນດີເດັ່ນທີ່ໄດ້ຮັບການເຊີດຊູ. ລາງວັນດວງດາວແມ່ນອີງໃສ່ບັນດາມາດຖານກ່ຽວກັບລາຍຮັບ ການເຕີບໂຕ, ເຕັກໂນໂລຊີ ການປະດິດຄິດສ້າງ ແລະ ລະດັບກະທົບເຖິງສັງຄົມ - ປະສິດທິຜົນ - ແກ້ໄຂຄວາມຫຍຸ້ງຍາກໃນຊີວິດ.
ການມອບ​ລາງວັນ​ດວງ​ດາວ​ ປີ 2021-​ ເປັນ​ການຊຸກ​ຍູ້​ວິ​ວັດ​ທະ​ນາ​ການ​ຫັນ​ເປັນ​ດີ​ຈີ​ຕອນ - ảnh 1ພິທີມອບລາງວັນດວງດາວ (ພາບ: TTXVN)

ພາຍຫລັງ 18 ປີການຈັດຕັ້ງມອບລາງວັນດວງດາວ, ມາຮອດປະຈຸບັນ ມີ ປະມານ 1.270 ຜະລິດຕະພັນໄດ້ຮັບການເຊີດຊູ, ໃນນັ້ນ ປີ 2021 ແມ່ນ 180 ຜະລິດຕະພັນ. ປີ 2021 ແມ່ນປີທຳອິດທີ່ປະຕິບັດແຜນການ 5 ປີ ຫວຽດນາມ ຫລຸດພົ້ນອອກຈາກປະເທດມີລາຍຮັບປານກາງຕ່ຳ, ປະຕິບັດຍຸດທະສາດ 10 ປີ ກາຍເປັນປະເທດມີລາຍຮັບປານກາງສູງ. ປີ 2021 ກໍ່ແມ່ນປີທຳອິດຂອງຄວາມຄາດຫວັງ 25 ປີກາຍເປັນປະເທດພັດທະນາເຊື່ອມໂຍງສູງ ແລະ ເລີ່ມຕົ້ນວິວັດທະນາການຫັນເປັນດີຈີຕອນແຫ່ງຊາດ ສະນັ້ນ ບັນດາຜະລິດຕະພັນທີ່ຍາດໄດ້ລາງວັນດວງດາວປີນີ້ ເຊື່ອໝັ້ນວ່າຈະເປັນການຊຸກຍູ້ວິວັດທະນາການຫັນເປັນດີຈີຕອນຢ່າງຮອບດ້ານ. ທ່ານ ຟານເຕີມ, ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ ແລະ ການສື່ສານ ຫວຽດນາມ ຕີລາຄາວ່າ:

“ກະຊວງຖະແຫລງຂ່າວ ແລະ ການສື່ສານ ຕີລາຄາສູງຄວາມມານະພະຍາຍາມຂອງ VINASA ທີ່ໄດ້ຈັດຕັ້ງການມອບລາງວັນດວງດາວປີ 2021 ຢ່າງສຳເລັດຜົນ ເຖິງວ່າ ຈະປະສົບກັບຄວາມຫຍຸ້ງຍາກສິ່ງທ້າທາຍຈາກໂລກລະບາດໂຄວິດ 19 ກໍ່ຕາມ. ພິເສດ ຄະນະຈັດຕັ້ງປີນີ້ ໄດ້ນຳເອົາບັນດາມາດຖານດ້ານເຕັກໂນໂລຊີ 4.0 ແລະ ເພີ່ມເຕີມບັນດາລາຍການຫັນເປັນດີຈີຕອນເຂົ້າໃນລະບົບລາງວັນ ແມ່ນສອດຄອ່ງກັບແຜນນະໂຍບາຍຂອງພັກ ແລະ ລັດ ກໍ່ຄືຂອງກະຊວງ”.

 ຜະລິດຕະພັນທີ່ໄດ້ຮັບການສະເຫນີເຂົ້າຮ່ວມການແຂ່ງຂັນລາງວັນດວງດາວປີນີ້ແມ່ນເພີ່ມຂຶ້ນເກືອບ 60% ເມື່ອທຽບໃສ່ປີກາຍ, ສິ່ງນັ້ນໄດ້ເປັນການພິສູດໃຫ້ເຫັນວ່າ ປະຊາຄົມເຕັກໂນໂລຊີ ຢູ່ ຫວຽດນາມ ນັບມື້ນັບເສີມຂະຫຍາຍບົດບາດແກ່ນສານໃນວິວັດທະນາການຫັນເປັນດີຈີຕອນໂດຍອີງໃສ່ພື້ນຖານ Make in VietNam. ທ່ານ ຫງວຽນແທງຕວຽນ ຮອງຫົວຫນ້າກົມເຕັກໂນໂລຊີ ແລະ ການສື່ສານ ຕີລາຄາວ່າ:

“ປີນີ້ ຈຳນວນຜະລິດຕະພັນສະເຫນີມາແມ່ນຫລາຍທີ່ສຸດ ແລະ ເປັນຫລາຍຮູບແບບ. ພິເສດ ປີນີ້ ມີວິສາຫະກິດຫລາຍແຫ່ງເລືອກເຟັ້ນບັນດາຜະລິດຕະພັນຕອບສະຫນອງບັນດາບັນຫາຮ້ອນເຮັ່ງຂອງຫວຽດນາມ ຕົວຢ່າງຄື: ສາທາລະນະສຸກ. ນອກນັ້ນ ກໍ່ຍັງມີໂປຼແກມໃຫມ່ກ່ຽວກັບການບັນເທິງ ຫລື ການກຸສົນຈຳນວນຫນຶ່ງ”

ບັນດາຜະລິດຕະພັນທີ່ຍາດໄດ້ລາງວັນ ອາດຈະສຳຜັດກັບຜູ້ນຳໃຊ້ຢ່າງວ່ອງໄວກວ່າ, ສ້າງເປັນລະບົບຊີວະພາບດີຈີຕອນໃຫ້ສົມບູນແກ່ຫວຽດນາມ ຊ່ວຍຍູ້ໄວວິວັດການຫັນເປັນດີຈີຕອນແຫ່ງຊາດ. ທ່ານ ເຈືອງຢາບີ່ງ ປະທານສະພາກໍ່ຕັ້ງ VINASA ໃຫ້ຮູ້ວ່າ:

“ກ່ອນນີ້ 18 ປີ ໂດຍເປັນຄັ້ງທຳອິດທີ່ຈັດຕັ້ງພິທີມອບລາງວັນດວງດາວ ແລະ ຫລັງຈາກນັ້ນ 18 ປີ ຄືວັນນີ້ ມີເຖິງ 180 ຜະລິດຕະພັນທີ່ຍາດໄດ້ລາງວັນດວງດາວ. 18 ປີແຫ່ງການພັດທະນາທີ່ວ່ອງໄວສ້າງເປັນຂະແຫນງອຸດສາຫະກຳໃຫຍ່ສຸດຂອງຊາດ ເຊິ່ງຂະແຫນງເຕັກໂນໂລຊີຂໍ້ມູນຂ່າວສານຂອງພວກເຮົາໄດ້ກວມເອົາ 14,3% GDP ແລະ ລະດັບເຕີບໂຕໃນຕະຫລອດສິບໆປີຜ່ານມາ ແມ່ນ 37% ສະມັດຕະພາບແຮງງານຂອງຂະແຫນງນີ້ສູງກວ່າ 7,6 ເທົ່າ”

    ການປະຕິບັດຄວາມຄາດຫວັງຫັນເປັນດີຈີຕອນ ໂດຍອີງໃສ່ບັນດາພື້ນຖານເຕັກໂນໂລຊີ Make in VietNam ຊຸກຍູ້ບັນດາຂະແຫນງ, ຂົງເຂດ ໄດ້ກ້າວເຂົ້າໄລຍະຍູ້ຄວາມໄວໃນການຫັນເປັນດີຈີຕອນ. ຄາດວ່າ ປີນີ້ ກະຊວງຖະແຫລງຂ່າວ ແລະ ການສື່ສານ ຈະຍື່ນສະເຫນີຕໍ່ລັດຖະບານ ປະກາດໃຊ້ບັນດາຍຸດທະສາດພັດທະນາພື້ນຖານດີຈີຕອນ, ຍຸດທະສາດພັດທະນາພື້ນຖານໂຄງລ່າງໄປສະນີດີຈີຕອນ, ຍຸດທະສາດພັດທະນາວິສາຫະກິດດີຈີຕອນ, ຍຸດທະສາດພັດທະນາລັດຖະບານດີຈີຕອນ, ຍຸດທະສຸດພັດທະນາເສດຖະກິດດີຈີຕອນ, ຍຸດທະສາດຄວາມປອດໄພເຄືອຂ່າຍອິນເຕີເນັດ, ຫັນເປັນດີຈີຕອນໃນຂະແຫນງສື່ມວນຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ