ການວາງແຜນຍຸດທະສາດຍາວນານໃຫ້ແກ່ການຜະລິດເຂົ້າສານສົ່ງອອກ

(vovworld)- ກະສິກຳ​ພວມ​ໄດ້​ຮັບ​ຖື​ວ່າ ​ແມ່ນ​ພື້ນຖານ​ພັດທະນາສຳຄັນ​ຂອງ​ພື້ນຖານ​ເສດຖະກິດ​ຫວຽດນາມ, ​ເປັນ​ຕົ້ນ​ໃນ​ໄລຍະ​ເສດຖະກິດ​ໂລກ​ໍຄື​ຢູ່​ຫວຽດນາມ ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຍ້ອນ​ວິ​ກິດ​ການ. ​ເລື່ອງ​ຫັນປ່ຽນ​ຜົນລະປູກ, ນຳ​ວິທະຍາສາດ​​ເຕັກນິກ​ເຂົ້າ​ໃນ​ການ​ຜະລິດ ​ເພື່ອ​ຍົກ​ສູງ​ມູນ​ຄ່າ​ຜະລິດ​ຕະພັນ​ກະ​ເສດ​ເພື່ອ​ສົ່ງ​ອອກ, ​ເປັນ​ຕົ້ນ​ສຳລັບ​ການ​ຜະລິດ​ເຂົ້າສານ​ສົ່ງ​ອອກ​ແມ່ນ​ບັນຫາ​ຊື່​ງຫວຽດນາມ ພວມ​ເອົາ​ໃຈ​ໃສ່.

ການວາງແຜນຍຸດທະສາດຍາວນານໃຫ້ແກ່ການຜະລິດເຂົ້າສານສົ່ງອອກ - ảnh 1
ພາບປະກອບ:internet

ລະດູການ​ຜະລິດ​​ເຂົ້າລະດູຫນາວ​ຕໍ່ລະດູບານ​ໃຫມ່ 2013-2014, ຊາວ​ກະສິກອນ​ຢູ່​ເຂດ​ທົ່ງພຽງ​ແມ່​ນຳ້ຂອງ​ທາ​ງພາກ​ໃຕ້​ຫວຽດນາມ ​ໄດ້​ຮັບ​ຜົນ​ດີ. ຢູ່ທ້ອງ​ຖິ່ນ​ຫລາຍ​ແຫ່ງ, ຊາວ​ກະ​ສິກ​ອນພວມ​ເກັບ​ກ່ຽວ​​ເຂົ້າ​ລະດູ​ຫນາວ​ຕໍ່​ລະດູບານ​ໃຫມ່ ດ້ວຍ​ສະມັດຕະພາບ​ສະ​ເລ່ຍບັນລຸ​​ເກືອບ 7 ​ໂຕນ/​ເຮັກຕາ, ບາງ​ສະຖານ​ທີ່​ບັນລຸ 10 ​ໂຕນ/​ເຮັກ​ຕາ. ​ເຖິງ​ວ່າ ລະດູ​ການ​ເກັບ​ກ່ຽວ​ໄດ້​ຮັບ​ຜົນ​ດີກໍ​ຕາມ ​ແຕ່​ຊາວ​ກະສິກອນ ພັດ​​ເປັນ​ຫ່ວງ​ກັງວົນ​ວ່າ ລາຄາ​ເຂົ້າສານ​​ຫລຸດ​ລົງ. ກາງ​ເດືອນ 3, ລັດຖະບານ ​ໄດ້​ຜັນ​ຂະ​ຫຍາ​ຍລາຍການ​ຊື້​ເຂົ້າສານ ແຮ​ໄວ້ 1 ລ້ານ​ໂຕນ ​ ​ເພື່ອ​ແບ່ງ​ເບົາ​ຄວາມ​ຫຍຸ້ງຍາກ​ໃຫ້​ແກ່​ຊາວ​ກະສິກອນ ​ແລະ ຊ່ວຍ​ຮັກສາ​ລາຄາ​ເຂົ້າສານ​ໃຫ້​ເປັນ​ປົກກະຕິ. ​ແຕ່​ກາ​ນຊື້​​ເຂົ້າສານແຮ​ໄວ້​ພຽງ​​ແຕ່​ຮັບປະກັນ​ບໍ່​ໃຫ້​ລາຄາ​ເຂົ້າຫລຸດ​ລົງ​ຫລາຍ​ເທ່ົາ​ນັ້ນ ຫາກ​ບໍ່​​​ເຮັດ​ໃຫ້​ລາຄາ​ເຂົ້າເພີ່ມ​ຂຶ້ນ, ຂະນະ​ທີ່​ຕະຫລາດ​ສົ່ງ​ອອກ​ພວມ​ແກ້ງ​ແຍ້​ງຢ່າງ​​ແຮງ, ຍາມ​ໃດ​ລາຄາ​ເຂົ້າຂອງ​ຫວຽດນາມ ກໍ​ຕຳ່​ກວ່າ​ເມື່ອ​ທຽ​ບ​ໃສ່​ບັນດາ​ປະ​ເທດ​ສົ່ງ​ອອກ​ເຂົ້າສານອື່ນ​. ​ໃນ​ຈຸດ​ເວລາ​ນີ້, ບັນດາ​ແຂວງ​ຢູ່ເຂດ​ທົ່ງພຽງ​ແມ່​ນຳ້ຂອງ ​ເກັບ​ກ່ຽວ​​ເຂົ້າໄດ້​ປະມານ 700 ​ເຮັກ​ຕາ ​ແລະ ຄາດ​ວ່າ​ຮອດ​ເດືອນ 4/2014 ຈະ​ເກັບ​ກ່ຽວ​ກວ່າ 1.600.000 ​ເຮັກຕາ. ທ່ານ ຫງວຽນ​ຟອງ​ກວາງ, ຮອງ​ຫົວຫນ້າ​ຄະນະ​ປະຈຳ, ຄະນະ​ຊີ້​ນຳ​ເຂດ​ຕາ​ເວັນ​ຕົກ​ພາກ​ໃຕ້ ​ໃຫ້​ຮູ້​ວ່າ:

        “ການ​ຜະລິດ​​ເປັນ​ຈຳນວນ​ຫລວງຫລາຍ, ​ການ​ເກັບ​ກ່ຽວ​ໄດ້​ຮັບ​ຜົນ​ດີ ​ແຕ່​ລາຄາ​ພັດຫລຸດ​ລົງ. ຊາວ​ກະສິກອນ​ແມ່ນ​ຜູ້​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ກວ່າ​ໝູ່.​ ນີ້​ແມ່ນ​ບັນຫາ​ໃຫຍ່​​​ຢູ່​ເຂດ​ທົ່ງພຽງ​ແມ່​ນຳ້​ຂອງ. ສະ​ນັ້ນ ຕ້ອງ​ມີ​ການ​ຄົ້ນ​ຄ້ວາ​ຢ່າງ​ລະອຽດ. ບັນຫາ​ຕົ້ນຕໍ ນັ້ນ​ແມ່ນ ຕ້ອງ​ມີ​ມາດ​ຕະການ​ເປັນ​ເຈົ້າ​ການ​ໃນ​ການ​ເກັບ​ຊື້, ​ແຮ​ໄວ້ ​ເພື່ອ​ຮັກສາ​ລາຄາ​ໃຫ້​ເປັນ​ປົກກະຕິນັບ​ແຕ່​ຕົ້ນ​ລະດູ​ການ​ຈົນ​ເຖິງ​ທ້າຍ​ລະດູ​ການ. ”

        ຄຽງ​ຄູ່​ກັບ​ການ​​ເພີ່ມ​ມູນ​ຄ່າ, ​ແກ້​ໄຂ​ສົ້ນ​ອອກ​ໃຫ້​ແກ່​ຕົ້ນ​ເຂົ້າ, ຮັບປະກັນ​ຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ຊາວ​ກະສິກອນ​ຄື​ກຳລັງປະຕິບັດ, ຫວຽດນາມ ​ໄດ້​ເປັນ​ເຈົ້າ​ການ​ມີ​ຍຸດ​ທະ​ສາດ​ພັດທະນາ​ກະສິກຳ​​ແບບ​ຍືນ​ຍົງ ​ແລະ ປະສິດທິ​ຜົນ. ​ໂຄງການ​ສັງ​ລວມສ້າງ​ໂຄງ​ປະກອບ​ພື້ນຖານກະສິກຳ​ຄືນ​ໃຫມ່ ດ້ວຍ​ແຜນ​ນະ​ໂຍບາຍ​ຍູ້​ແຮງ​ການ​ຫັນປ່ຽນ​ຜົນລະປູກ, ກໍ່ສ້າງ​ທົ່ງ​ນາ​ຂະຫນາດ​ໃຫຍ່, ນຳ​ວິທະຍາສາດ​ເຕັກນິກ​ເຂົ້າ​ໃນ​ການ​ຜະລິດ​ກະສິກຳ ​ເພື່ອ​ຍົກ​ສູງ​ມູນ​ຄ່າ​ຜະລິດ​ຕະພັນ​ກະ​ເສດ​ສົ່ງ​ອອກ ​ໄດ້​ຮັບ​ຖື​ວ່າ​ແມ່ນ​ທິດ​ກ້າວ​ເດີນ​ຢ່າງ​ຖືກຕ້ອງ ​ແລະ ຍາວ​ນານ ​ເພື່ອ​ໃຫ້​ພື້ນຖານ​ກະສິກຳ​ຫວຽດນາມ ພັດທະນາ​​ເປັນ​ປົກກະຕິ.

        ຄວາມ​ຈິງ​ໃຫ້​ເຫັນ​ວ່າ: ທົ່ງ​ນາ​ຂະຫນາດ​ໃຫຍ່, ​ແມ່ນ​ຮູບ​ແບບ​ການ​ຜະລິດ​ຕາມ​ທິດ​ເປັນ​ຈຸດ​ສຸມ ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຢ່າງ​ແຮງ​ຂອງ​ວິ​ສາ​ຫະກິດ ພວມ​ຄ່ອຍໆ​ໄດ້​ຮັບ​ການ​ຢັ້ງຢືນ​ໝາກຜົນ​ກ່ຽວ​ກັບ​ດ້ານ​ເສດຖະກິດ, ສັງຄົມ. ​ເລື່ອງ​ເຂົ້າ​ຮ່ວມ​ ທົ່ງ​ນາ​ຂະຫນາດ​ໃຫຍ່ ອາດ​ຈະ​ຫລຸດຜ່ອນ​ລາຄາ​ຜະລິດ, ປັບປຸງ​ສະມັດ​ຕະພາບ, ຄຸນ​ນະພາ​ບ, ກ້າວ​ໄປ​ເຖິງ​ການ​ສ້າງ​ເຄື່ອງໝາຍ​ການ​ຄ້າ​ເພື່ອ​ຍົກ​ສູງ​ມູນ​ຄ່າ​ເຂົ້າສານ​​ແຕ່​ຍັງ​ຮັບປະກັນ​ການ​ສ້າງກ​ຳ​ໄລ. ​ເລ່ືອງ​ຜັນ​ຂະຫຍາຍ​ທ່ົງ​ນາ​ຂະຫນາດ​ໃຫຍ່​ຢູ່ ຫລາຍ​ທ້ອງ​ຖິ່ນ​​ໃນ​ໄລ​ຍະ​ຜ່ານ​ມາສະ​ແດງ​ໃຫ້​ເຫັນ​ວ່າ ​ເມື່ອ​ເຂົ້າ​ຮ່ວມ​ຮູບ​ແບບ​ນີ້, ຊີວິດ​ການ​ເປັນ​ຢູ່​ຂອງ​ຊາວ​ກະສິກອນ ມີ​ການ​ປ່ຽນ​ແປງ​ຢ່າງ​ເຫັນ​ໄດ້​ຊັດ. ທ່ານ ຫງວຽນ​ວັນ​ຕັກ ຢູ່​ຕາ​ແສງ ຫວີງ​ບີ​ງ ​ເມື​ອງ ​ເຈົາ​ແທ່ງ ຢູ່​ແຂວງ ອານ​ຢາງ ​ໃຫ້​ຮູ້​ວ່າ:

        “ຮູບ​ແບບ​ການ​ຮ່ວມ​ສຳພັນ​ໃນ​ການ​ຜະລິດ​ຂອງ​ທົ່ງ​ນາ​ຂະຫນາດ​ໃຫຍ່ ​ແມ່ນ​ຮູບ​ແບບ​ທີ່​ຂ້າພະ​ເຈົ້າ​​ ​ແລະ ຊາວ​ກະສິກອນ​ຫລາຍ​ຄົນເຫັນ​ວ່າ​ເໝາະ​ສົມ​ທີ່​ສຸດ. ຜ່ານ​ນັ້ນ ​ຊາວ​ກະສິກອນ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຢ່າງ​ແທ້​ຈິງ​ກວ່າ​ຈາກ​ການ​ສ້າງ​ເຄື່ອງ​ໝາຍ​ການ​ຄ້າ​ສົ່ງ​ອອກ​ເຂົ້າສານ.”

        ​ເລື່ອງ​ສ້າງ​ຮູບ​ແບບ​ຮ່ວມ​ສຳພັນ​ລະຫວ່າງ​ລັດ, ນັກວິທະຍາສາດ, ວິ​ສາ​ຫະກິດ ​ແລະ ຊາວ​ກະສິກອນ ນັບ​ມື້​ນັບ​ແຫນ້ນ​ແຟ້ນກວ່າ. ຜ່າ​ນບັນດາ​ສັນຍາ​ການ​ຄ້າ, ວິ​ສາ​ຫະກິດ ​ໄດ້​ສະຫນອງ​ແນວ​ພັນ, ຝຸ່ນ​ເຄມີ, ຢາ​ປາບ​ສັດຕູ​ພືດ, ກົນ​ຈັກ, ອຸປະກອນ​ຮັບ​ໃຊ້​ການ​ນຳ​ໃຊ້​ກົນ​ຈັກ​ໃນ​ການ​ຜະລິດ​ເຂົ້າ. ມາ​ຮອດ​​ເວລາ​​ເກັບ​ກ່ຽວ, ວິ​ສາ​ຫະກິດ​ໝັ້ນ​ໝາຍ​ຊື້​ເຂົ້າຂອງ​ຊາວ​ກະສິກອນ​ດ້ວຍ​ລາຄາ​ເໝາະ​ສົມ​. ​ເມື່ອ​ທຽບ​ໃສ່​ບັນດາ​ທົ່ງ​ນາ​ບໍ່​ຂຶ້ນ​ກັບ​ທົ່ງ​ນາ​ຂະຫນາດ​ໃຫຍ່, ບັນດາ​ທົ່ງ​ນາ​ໃນ​ຮູບ​ແບບ​ນີ້​​ແມ່ນ​ສ້າງ​ກຳ​ໄລ​ສູງ​ກວ່າ​. ອ້າ​ຍ ຫງວຽນ​ວັນ​ເກືອ​ງ, ຊາວ​ກະສິກອນ​ຜະລິດ​ເຂົ້າ​ຢູ່​ທົ່ງ​ນາ​ຂະຫນາດ​ໃຫຍ່ ຫວີງ​ບີ​ງ ​ໂດຍ​ບໍລິສັດ​ປ້ອງ​ກັນ​ພືດ ອານ​ຢາງ ລົງທຶນ ​ໃຫ້​ຮູ້​ວ່າ:

        “ຈາກ​ສະພາບ ລະດູ​​ເກັບ​ກ່ຽວ​ໄດ້​ຮັບ​ຜົນ​ດີ ​ແຕ່​ລາຄາ​ຖືກ​ຫລຸດ​ລົງ, ປະຈຸ​ບັນ ​​ໂດຍ​ມີ​ການ​ຮ່ວມ​ສຳພັນ​ກັບ​ບໍລິສັດ, ຊາວ​ກະສິກອນ​ຜະລິດ​ເຂົ້າ​​ເລືອກ​ເອົາ​ຜູ້​ຊື້ເຂົ້າ​ຕາມ​ໃຈ. ຕົວຢ່າງ ປະຈຸ​ບັນ ​ເມື​່ອ​ເກັບ​ກ່ຽວ​ສຳ​ເລັດ​ແລ້ວ ​ເຫັນ​ວ່າ ລາຄາ​ເຂົ້າ​ເໝາະ​ສົມ​ຈະຂາຍ​ເລີຍ. ຖ້າ​ຫາກ​ລາຄາ​ຕຳ່ ​ແມ່ນ​ແຮ​ໄວ້ ຖ້າ​​ເວລາລາຄາ​ເພີ່ມ​ຂຶ້ນ​ຈຶ່ງ​ຂາຍ”

        ຫວຽດນາມ ​ໄດ້​ກາຍ​ເປັນ​ປະ​ເທດ​ສົ່ງ​ອອກ​ເຂົ້າສານ​ນຳ​ຫນ້າ​ໂລກ ​ແລະ ຜະລິດ​ຕະພັນ​ກະ​ເສ​ດຈຳນວນ​ຫນຶ່ງ. ຂະ​ແຫນງ​ກະສິກຳ ຫວຽດນາມ ກໍ​ໄດ້​ຄິດ​ໄລ່​ເຖິງ​ປັດ​ໄຈ​​ເພື່ອ​ເຮັດ​ໃຫ້ການ​ເຕີບ​ໂຕ​ບັນລຸ​ລະດັບ​ສູງ​ກວ່າ ນັ້ນ​ແມ່ນ: ຊັບພະຍາກອນ​ທຳ​ມະ​ຊາດ, ທີ່​ດິນ, ​ແຫ​ລ່ງຊັບພະຍາກອນ​ມະນຸດ. ​ເພາະວ່າ ບັນດາ​ປັດ​ໄຈ​ນີ້ ບໍ່​ມີ​ຄຸນ​ປະ​ໂຫຍ​ດຕັດສິນ​ຊີ້​ຂາດ​. ​ແທນ​ທີ່​ນັ້ນ, ​ເລື່ອ​ງສ້າງ​ໂຄງ​ປະກອບ​ຜົນລະປູກ​, ສັດລ້ຽງຄືນ​ໃຫມ່,  ​ແລະ ລະດັບ​ຄວາມ​ຮູ້​ໃນ​ການ​ໝູນ​ໃຊ້​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ ​ຈຶ່ງ​ແມ່ນ​ປັດ​ໄຈ​ຕົ້ນຕໍ​ເພື່ອ​ຊ່ວຍ​ຂະ​ແຫນງ​ກະສິກຳ​ຢືນຢັນ​ປະສິດທິ​ຜົນ​ໃນອັດຕາ​ສ່ວນ​ໂຄງປະກອບ​ເສດຖະກິດ​ຂອງ​ປະ​ເທດ​ຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ