ການສົ່ງອອກ - ຈຸດພົ້ນເດັ່ນຂອງ ພື້ນຖານເສດຖະກິດຫວຽດນາມໃນປີ 2011

ປີ 2011 ​ເປ​ັນຂີດ​ໝາຍ​​ແຫ່ງ​ລະດັບ​ສະຖິຕິ​ຂອງ​ການ​ສົ່ງ​ອອກ​ຫວຽດນາມ, ດ້ວຍ​ວົງ​ເງິນ​ສົ່ງ​ອອກ​ບັນລຸ​ປະມານ 96 ຕຶ້ USD ລື່ນ​ກາຍ​​​ແຜນການ​ທີ່​ໄດ້​ວາງ​ອອກ ແ​ມ່ນ 80 ຕຶ້ USD. ລະດັບ​ເພີ່ມ​ຂຶ້ນສູງ​ສຸດ​ຂອງ​ປີ​ນີ້​ເມື່ອ​ທຽບ​​ໃສ່​ປີ​ກ່ອນ​ແມ່ນ​ເກືອບ 24 ຕຶ້ USD ນີ້​ກໍ​ແມ່ນ​ລະດັບ​ເພີ່ມ​ຂຶ້ນ​ຫລາຍ​ສຸດ​ນັບ​ແຕ່​ກ່ອນ​ມາ​ຮອດ​ປະຈຸ​ບັນ. ການ​ສົ່ງ​ອອກ​ກາຍ​ເປັນ​ຈຸດ​ພົ້ນ​ເດັ່ນ​ຂອງ​ພື້ນຖານ​ເສດຖະກິດ​ຫວຽດນາມ​ໃນ​ປີ 2011, ອັນ​ໄດ້​ປະກອບສ່ວນ​ຈຳກັດ​ການ​ນຳ​ເຂົ້າ​ເກີນ​ດຸນ, ຂຸກ​ຍູ້​ການຈະ​ເລີ​ນ​ເຕີບ​ໂຕ​ເສດຖະກິດ.

        ປີ 2011 ​ເປັນ​ຂີດ​ໝາຍ​ແຫ່ງ​ການຈະ​ເລີ​ນ​ເຕີບ​ໂຕ​ຂອງ​ການ​ສົ່ງ​ອອກ​ໃນ​​ປະ​ເພດ​ສິນຄ້າ​ຕົ້ນຕໍ​ເປັນສ່ວນ​ຫລາຍ, ​ໃນ​ນັ້ນ ​ເພີ່ມ​ຂຶ້ນ​ຫລາຍ​ສຸດ​ແມ່ນ​ບັນດາ​ປະ​ເພດ​ຄື: ນ້ຳມັນ​ດິບ, ກາ​ເຟ, ຢາງພາລາ, ນ້ຳມັນ​, ໝາກ​ມ່ວງ​ຫິມະພານ, ​ເຂົ້າສານ... ນຳ​ຫນ້າ​ໃນ​ໝວດ​ສິນຄ້າ​ມີ​ລະດັບການ​ສົ່ງ​ອອກ​ສູງ ​ແມ່ນ​ຂະ​ແຫນງ​ຕ່ຳ​ແຜ່ນ​ຕັດ​ຫຍິບ. ປີ 2011 ຂະ​ແຫນງ​ຕ່ຳ​ແຜ່ນ​ຕັດ​ຫຍິບ​ໄດ້​ຜ່ານ​ຜ່າ​ການ​ແກ້ງ​ແຍ້​ງ ຢ່າງຂ້ຽວຂາດ​ຂອງ​ຕະຫລາດ​ການ​ຄ້າ​ໂລກ, ບັນລຸ​ວົງ​ເງິນ​ສົ່ງ​ອອກ​ເກືອບ 16 ຕຶ້ USD.    ທ່ານ ​                ເລ​ຕຽນ​ເຈື່ອງ ຮອງ​ຜູ້ອຳນວຍການ​ໃຫຍ່​ກຸ່ມ​ບໍລິສັດ​ຕ່ຳ​ແຜ່ນ​ຕັດ​ຫຍິບ​ຫວຽດນາມ ​ໃຫ້​ຮູ້​ວ່າ: ປີ​ນີ້ ​ໃບ​ສັ່ງ​ຊຶ້ສິນຄ້າຈາກຕະຫລາດ​ສົ່ງ​ອອກ​ເດີມ​ໄດ້​ເພີ່ມ​ຂຶ້ນ 52% ​ເມື່ອ​ທຽບ​ກັບ​ໄລຍະ​ດຽວ​ກັນຂອງ​ປີ​ກາຍ, ຍ້ອນມີ​ການ​​ເລືອກ​ເຟັ້ນຕະຫລາດ​ຢ່າງ​​ເໝາະ​ສົມ​ເພື່ອ​ຂຸດ​ຄົ້ນ​ທ່າ​ໄດ້​ປຽບ​ໃນ​ການ​ແກ້ງ​ແຍ້​ງ.

        “ພວກ​ຂ້າພະ​ເຈົ້າ​ສຸມ​ໃສ່​ເຂົ້າ​ໃນ​ຕະຫລາດ​ຊຶ່ງ​ພວກ​ເຮົາ​ມີ​ທ່າ​ໄດ້​ປຽບ​ໃນ ການ​ແກ້ງ​ແຍ້​ງດີ​ທີ່ສຸດ, ຮັບ​ໃຊ້​ດີ​ທີ່ສຸດ ​ແລະ​ເລືອກ​ເຟັ້ນ ​ໄດ້​​ບັນດາ​ຜະລິດ​ຕະພັນ​ທີ່​ມີ​ທ່າ​ໄດ້​ປຽບ​ໃນ​ການແກ້ງ​ແຍ້​ງ ສະ​ນັ້ນ​ຈຶ່ງ​ບັນລຸ​ປະສິດທິ​ຜົນ​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ​ດີ​ທີ່ສຸດ. ​ ຍ້ອນ​ບໍ່​ມີ​ຄວາມ​ສາມາດ ​ແລະ ທຶນຮອນຢ່າງ​ພຽງພໍ ສະ​ນັ້ນ ຄວນ​ສຸມ​ໃສ່​ລົງທຶນ​ຕາມ​ລວງ​ເລິກ. ມາດ​ຕະການ​ຕົ້ນຕໍ​​ແມ່ນ​ສຸມ​ໃສ່​ສະມັດ​ຕະພາບ, ຫລຸດຜ່ອນ​ລາຄາ​ຜະລິດ​ຕະພັນ ​ແລະ ລົງທຶນ​ຕາມ​​ລວງ​ເລິກ​ເພື່ອ​ສາມາດ​ຕອບ​ສະຫນອງ​ບັນດາ​ປະ​ເພດ​ສິນຄ້າ​ມີ​ມູນຄ່າ​ສູງ​ກວ່າ, ​ເໝາະ​ສົມ​ກັບ​ກຳລັງ​ຄວາມ​ສາມາດ​ການ​ແກ້ງ​      ແຍ້​ງຂອງ​ຂະ​ແຫນງ​ຕ່ຳ​ແຜ່ນ​ຕັດຫຍິບ​ຫວຽດນາມ.“

        ນອກ​ນັ້ນ, ການ​ສົ່ງ​ອອກ​ຂອງ​ຫວຽດນາມ ​ໃນ​ປີ 2011 ຍັງມີ​ຈຸດ​ພົ້ນ​ເດັ່ນອີກ​ອັນ​ຫນຶ່ງ ນັ້ນ​ແມ່ນ​ປະ​ເພດ​ສິນຄ້າ​ກາ​ເຟ. ຕາມ​ສະຫະ​ສະມາຄົມ​ກາ​ເຟກາ​ກາວ​ຫວຽດນາມ​ແລ້ວ, ການ​ສ່ົງ​ອອກ ກາ​ເຟປີ​ນີ້ ເພີ່ມ​ຂຶ້ນພຽງ​ 2% ດ້ານ​ປະ​ລິ​ມານ ​ແຕ່​ຄຸນຄ່າ​ການ​ສົ່ງ​ອອກ​ຍັງ​ຄົງ​ເພີ່ມ​ຂຶ້ນສູງ​ກ​ວ່າປີ​ກ່ອນ, ຍ້ອນ​ລາຄາ​ສົ່ງ​ອອກ​ຍາມ​ໃດ​ກໍ່ຮັກສາ​ຢູ່​ໃນ​ລະດັບ​ສູງ​ຄື: ປະມານ 2 ​.210 USD/​ໂຕນ, ​ເພີ່ມ​ຂຶ້ນ​ກວ່າ 51% ​ເມື່ອ​ທຽບ​ກັບ​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ. ສະ​ນັ້ນ ກາ​ນສົ່ງ​ອອກ​ກາ​ເຟ​ໃນ​ລະ​ດຸ​ການ​ຜ່ານ​ມາ ບັນລຸ​ວົງ​ເງິນ​ສົ່ງ​ອອກ 2.7 ຕຶ້ USD, ຊຶ່​ງ​ແມ່ນ​ລະດັບ​ສູງ​ສຸດນັບ​ແຕ່​ກ່ອນ​ມາ​ຮອດ​ປະຈຸ​ບັນ. ທ່ານ ຫງວຽນ​ວຽດວີ​ງ, ​ເລຂານຸການ​ສະຫະ​ສະມາຄົມ​ກາ​ເຟກາ​ກາວ​ຫວຽດນາມ​ຖື​ວ່າ: ​ເຖິງ​ວ່າ ​ມີ​ທ່າ​ໄດ້​ປຽບ​ກ່ຽວ​ກັບ​ດ້ານ​ລາຄາ​ກໍ​ຕາມ ​ແຕ່ ຂະ​ແຫ​ນງກາ​ເຟ ​ເວົ້າ​ສະ​ເພາະ ​ແລະ​ບັນດາ​ຂະ​ແຫນງ​ສິນຄ້າ​ອື່ນ​ເວົ້າ​ລວມ  ​ຄວນ​ມີ​ມາດ​ຕະການ​ເພື່ອ​ເພີ່ມ​ ​ມູນ​ຄ່າ​ການສົ່ງ​ອອກຂຶ້ນ​ຕື່ມ.

        “ຂະ​ແຫນງ​ກາ​ເຟ ຄວນ​ມຸ້ງ​​ໄປ​ເຖິງ​​ການເພີ່ມ​ມູນ​ຄ່າ​ການ​ສົ່ງ​ອອກ​ກາ​ເຟ.​ ຍູ້​ແຮງ​ປະ​ເພດ​ສິນຄ້າ​ກາ​​ເຟສຳ​ເລັດ​ຮູບ, ປະຈຸ​ບັນ​ທົ່ວ​ປະ​ເທດ​ມີ​​ໂຮງ​ງານ​ຜະລິດ​ກາ​ເຟສຳ​ເລັດ​ຮູບ ພຽງ 4 ​ແຫ່ງ, ດ້ວຍກຳລັງ​ການ​ຜະລິດ 10.000 ​ໂຕນ/ປີ ​ເທົ່າ​ກັບ ​ກາ​ເຟ​ເມັດ 30 ​ໂຕນ. ປະ​ຈຸ​ບັນ ມີ​ຕະຫລາດ​ຫລາຍ​ແຫ່ງສົນ​ໃຈ​ເຖິງ​ການ​ປຸງ​ແຕ່ງ​ກາ​ເຟ.  ພວກ​ເຮົາ​ທັງ​ຄິດ​ໄລ່​ເຖິງ​ການ​ສົ່ງ​ອອກ​ກາ​ເຟດິບ ທັງ​ຄິດ​ໄລ່​ເຖິງ​ການ​ສົ່ງ​ອອກ​ກາ​ເຟສຳ​ເລັດ​ຮູບເພື່ອ​ເພີ່ມ​ມູນ​ຄ່າ​ການ​ສ່ົງ​ອອກ​ກາ​ເຟ“.

        ​ເຖິງ​ແນວ​ໃດ​ກໍ​ຕາມ, ​ເມື່ອ​ທົບທວນຄືນ​ການ​ສົ່ງ​ອອກ​ໃນ​ປີຜ່ານມາ ຍັງ​ມີ​ຫລາຍ​ຈຸດ​ເປັນ​ຫນ້າ​ເອົາ​ໃຈ​ໃສ່​ຄື:  ອັດຕາ​ສ່ວນ​ວົງ​ເງິນ​ສົ່ງ​ອອກ​ຂອງ​ບັນດາ​ປະ​ເພດ​ສິນ​ຄ້າ ຊຶ່ງ​ແມ່ນ​ວັດຖຸ​ດິບ​ຄື: ນ້ຳມັນ​ດິບ, ​ຖ່ານ​ຫີນ ຍັງ​ໃຫຍ່​ຫລວງ​ຢູ່. ຕາມ​ທ່ານ ດັ້ງ​ກວາງ​ຫາຍ, ຫົວຫນ້າ​ກົມ​ຕະຫລາດ​ເອີ​ລົບ ສັງກັດ​ກະຊວງ​ອຸດສາຫະກຳ ​ແລະ​ການ​ຄ້າ ​ແລ້ວ,​ ຍ້ອນ​ການ​ຜະລິດ​ແບບ​ປະກອບ​ສິ້ນ​ສ່ວນ​ເພື່ອ​ສົ່ງ​ອອກຂອງ​ຫວຽດນາມຍັງ​ໃຫຍ່​ຫລວງ​ຢູ່ ສະ​ນັ້ນ​ສິນ​ຄ້າ​ສົ່ງ​ອອກ​ຍັງ​ອີງ​ໃສ່​ວັດຖຸ​ດິບ ​ແລະ ສົ້ນ​ອອກ​ຢູ່​ຕ່າງປະ​ເທດ. ນີ້​ແມ່ນ​ສິ່ງ​ທ້າ​ທາຍ​ໃຫຍ່ ຖ້າ​ພວກ​ເຮົາ​ບໍ່​ມີ​ມາດ​ຕະການ​ແກ້​ໄຂ ຍາກທີ່ຈະ​ສ້າງ​​ມູນ​ຄ່າ​ເພີ່ມ​ສຳລັບ​ປະ​ເພດ​ສິນຄ້າ​ສົ່ງ​ອອກ​ຕົ້ນຕໍ​ໄດ້. ທ່ານ ດັ້ງ​ກວາງ​ຫາຍ ​ເວົ້າ​ວ່າ:

        “ຂໍ້​ຈຳ​ກັດ​ນີ້ ຍ້ອນ​ບໍ່​ສາມາດ​ສົ່ງ​ອອກ​ໂດຍ​ກົງ​ໄດ້ ຫາກ​ສົ່ງ​ອອກ​ຜ່ານ​ສາ​ຂາ ​ແລະ ຂອດ​ກາງ ພວກ​ເຮົາ​ບໍ່​ຮັກສາ​ເຄ່ືອງໝາຍ​ການ​ຄ້າ​ໄດ້. ຊ້ຳ​ບໍ່​ໜຳ ສິນຄ້າ​ຂອງ​ຫວຽດນາມ​ສົ່ງ​ໄປ​ຍັງ​ປະ​ເທດ​ອື່ນ​ແລ້ວ ​ເຂົາ​ເຈົ້າ​ພັດຫຸ້ມ​ຫໍ​ເປັນ​ສິນຄ້າ​ຂອງ​ໄທ, ສິງກະ​ໂປ. ຖ້າ​ບໍ່​ພັດທະນາ​ເຄື່ອງໝາຍ​ການ​ຄ້າ ແມ່ນ​ຍາກ​ທີ່​ຈະ​ຮັກສາ​ຄຸນ​ນະພາ​ບຜະລິດ​ຕະພັນ​ຂອງ​ຕົນ​​ໄດ້ ​ແລະ ຍາກ​ທີ່​ຈະ​ມີ​ບາດກ້າວ​ບຸກທະລຸ​ກ່ຽວ​ກັບ​ຄຸນ​ນະພາ​ບການ​ສົ່ງ​ອອກ ​ແລະ ການ​ພັດທະນາ​ໄດ້“

        ​ເຖິງ​ແມ່ນ​ວ່າ ຍັງ​ມີ​ຫລາຍ​ບັນຫາ​ຄວນ​ໄດ້​ຮັບ​ການ​ແກ້​ໄຂ ​ເພື່ອ​ຍູ້​ແຮງ​ການ​ສົ່ງ​ອອກ​ໃນ​ໄລຍະ​ຈະ​ມາ​ເຖິງ, ​ແຕ່​ຕາມ​ທ່ານ ຫງວຽນ​ແທ່ງ​ບຽນ ຮອງ​ລັດຖະມົນ​ຕີ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ​ຫວຽດນາມ ​ແລ້ວ,​ ຕົວ​ເລກ​ຂອງ​ວົງ​ເງິນ​ສົ່ງ​ອອກ​ບັນລຸ 96 ຕຶ້ USD, ​​ລະດັບ​ເຕີບ​ໂຕບັນລຸກ​ວ່າ 33% ​ເມື່ອ​ທຽບ​ກັບ​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ ​ແມ່ນ​ໝາກຜົນ​ເປັນ​ຫນ້າ​ປະ​ທັບ​ໃຈ. ນີ້​ແມ່ນ​ລະດັບ​ກາ​ນ​ເຕີບ​ໂຕ​ສູງ​ສຸດ​ນັບ​ແຕ່​ປີ 1997 ມາ​ຮອດ​ປະຈຸ​ບັນ ​ແລະ ກໍ່​ແມ່ນ​ລະດັບ​ສູງ​ສຸດ​ເມື່ອ​ທຽບ​ກັບ​ລະດັບ​ເພີ່ມ​ຂຶ້ນ​ຂອງ​ບັນດາ​ຂະ​ແຫນງ, ຂົງ​ເຂດ​ອື່ນ. ອັດຕາ​ສ່ວນ​ການ​ນຳ​ເຂົ້າ​ເກີນ​ດຸນ​ຫລຸດ​ລົງ​ກວ່າ​ 10%, ຕ່ຳ​ຫລາຍ​ເມື່ອ​ທຽບ​ກັບ​ຕົ​ວ​ເລກ 17.5% ຊຶ່ງ​ສະພາ​ແຫ່ງ​ຊາດ​ໄດ້​ວາງ​ອອກ. ສິ່ງ​ດັ່ງກ່າວ​ຊີ້​ໃຫ້​ເຫັນ​ວ່າ ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ​ຫວຽດນາມ ​ໃນ​ປີ 2011 ກາຍ​ເປັນ​ກຳລັງ​ຫນູນຂອງການ​ເຕີບ​ໂຕ​ເສດຖະກິດ. ທ່ານ ຫງວຽນ​ແທ່ນ​ບຽນ ຢືນຢັນ​ວ່າ:

        “ຍ້ອນ​ບັນລຸ​ລະດັບ​ເຕີບ​ໂຕ​ໃນການ​ສົ່ງ​ອອກ​ສິນຄ້າ ພວກ​ເຮົາ​ຈຶ່ງສ້າງ​ໄດ້​ກຳລັງ​ຫນູນ​ໃຫ້​ແກ່​ການ​ເຕີບ​ໂຕ​ດ້ານ​ເສດຖະກິດ, ຊ່ວຍ​ໃຫ້​ລັດຖະບານ​ປະຕິບັດບັນດາ​ຄຳ​ຮຽກຮ້ອງ​ຕ້ອງການ​ກ່ຽວ​ກັບການ​ຮັກສາ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ​ໄດ້, ສ້າງ​ແຫ​ລ່ງ​ເງິນຕາ​ຕ່າງປະ​ເທດ​ ​ເພື່ອສ້າງ​ຄວາມ​ດຸນ​ດຽງ​ການ​ຮັດ​ແຄບ​ຄວາມ​ຜິດ​ໂຕນ​ກັນ​ທາງ​ດ້ານ​ການ​ຄ້າ, ຊ່ວຍ​ໃຫ້​ອັດຕາ​ແລກປ່ຽນ​ເງິນ​ດົງ​ຂອງ​ຫວຽດນາມ​ເປັນ​ປົກກະຕິ. ກ້າວ​ເຂົ້າ​ສູ່​ປີ 2012 ຫນ້າ​ທີ່ວາງ​ອອກ​ແມ່ນ​ຫນັກຫນ່ວງ​ທີ່​ສຸດ, ​ເຖິງ​ວ່າ ລະດັບ​ການຈະ​ເລີ​ນ​ເຕີບ​ໂຕ​ໃນປະຈຸ​ບັນ, ເຊິ່ງລັດຖະບານ​ໄດ້​ມອບ​ໝາຍໃຫ້​ກະຊວງ​ອຸດສາຫະກຳ ​ແລະ​ ​ການ​ຄ້າ ສູ້​ຊົນ​ບັນລຸ​ລະດັບ​ຈະ​ເລີ​ນ​ເຕີບ​ໂຕໃຫ້​ໄດ້​ແມ່ນ 13%. ​ເມື່ອ​ທຽບກັບ​ປີ 2011 ແມ່ນ​ບໍ່​ສູງປານ​ໃດ, ​ແຕ່​ຕົວ​ເລກ​ນີ້​ເປັນ​ຄັ້ງ​ທຳ​ອິດ​ຈະນຳ​ການ​ສົ່ງ​ອອກ​ຂອງ​ຫວຽດນາມ​ລື່ນ​ກາຍ​ລະດັບ 100 ຕຶ້ USD 

ດ້ວຍ​ບັນດາ​ໝາກຜົນ​ທີ່ສ້າງ​ຄວາມປະ​ທັບ​ໃຈ​ໃນ​ຂົງ​ເຂດ​ການ​ສົ່ງ​ອອກ​ ​ປີ 2011, ອາດ​ຈະ​ເວົ້າ​ໄດ້​ວ່າ ສິນຄ້າ​ສົ່ງ​ອອກ​ຂອງ​ຫວຽດນາມ ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ​ນັບ​ທາງ​ດ້ານ​ປະລິມານ ​ແລະ ຄຸນ​ນະພາ​ບ.​ ການ​ເຕີບ​ໂຕ​ນີ້ ​ໄດ້​ຢັ້ງຢືນ​ວ່າ:​​ ​ເສດຖະກິດ ຂອງ​ຫວຽດນາມ ນັບ​ມື້​ນັບ​​ເຕີບ​ໂຕ, ພວມ​ເຊື່ອມ​ໂຍງ​ ​ແລະ ຢືນຢັນທີ່​ຕັ້ງ​ບົດບາດຂອງ​ຕົນ​ໃນ​ເວທີ​ສາກົນ​ໄດ້ ເທ່ືອ​ລະ​ກ້າວ./.

ຕອບກັບ

ຂ່າວ/ບົດ​ອື່ນ