ການສົ່ງອອກ - ຈຸດພົ້ນເດັ່ນຂອງເສດຖະກິດຫວຽດນາມໃນປີ 2012

(vovworld) - ປີ 2012, ໃນ​ສະ​ພາບ​​ທີ່​ພື້ນ​ຖານເສດ​ຖະ​ກິດພວມປະ​ສົບ​ກັບ​ຄວາມ​ຫ​ຍຸ້ງ​ຍາກຫຼາຍ​ຢ່າງນັ້ນ, ແຕ່​​ການ​ສົ່ງ​ອອກ​ຍັງ​ຄົງ​ບັນ​ລຸ​ລະ​ດັບ​ເຕີບ​ໂຕ​ດີ​ພໍ​ສົມຄວນ ແລະ ຖືກ​ຖື​ວ່າ​ແມ່ນ​ຈຸດ​ພົ້ນ​ເດັ່ນ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ​ຫວຽດ​ນາມ.​

ການສົ່ງອອກ - ຈຸດພົ້ນເດັ່ນຂອງເສດຖະກິດຫວຽດນາມໃນປີ 2012 - ảnh 1

(ພາບປະກອບ)

        ຕາມ​ຕົວ​ເລກ​ລ້າ​ສຸດ​ຂອງ​ກະ​ຊວງ​ອຸດ​ສາ​ຫະ​ກຳ ການ​ຄ້າ ຫວຽດ​ນາມ ແລ້ວ, ວົງ​ເງິນ​ສົ່ງ​ອອກ​ໃນ​ເດືອນ 11 ບັນ​ລຸ​ໄດ້ 10,2 ຕື້ ໂດ​ລາ​ສະ​ຫະ​ລັດ, ແລະ ໄລ່​ລວມ 11 ເດືອນ​ໃນ​ປີ 2012 ແມ່ນ​ບັນ​ລຸ​ໄດ້​ກວ່າ 104 ຕື້ ໂດ​ລາ​ສະ​ຫະ​ລັດ, ເພີ່ມ ຂຶ້ນ18,4% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັ​ນ​ຂອງ​ປີ 2011. ດ້ວຍ​ຄວາມ​ສະ​ດວກ​ຕ່າງໆ​ໃນ​ເດືອນ​ທ້າຍ​ປີ, ການ​ສົ່ງ​ອອກ​ຂອງ​ຫວຽດ​ນາມ​ ຈະ​ລື່ນ​ກາຍ​ຄາດ​ໝາຍ​ທີ່​ໄດ້​ວາງ​ອອກ​ໃນ​ປີ 2012 ແມ່ນ 109 ຕື້ ໂດ​ລາ​ສະ​ຫະ​ລັດ. ຕາມ​ການ​ຕີ​ລາ​ຄາ​ຂອງ​ກະ​ຊວງ​ອຸດ​ສາ​ຫະ​ກຳ ການ​ຄ້າ​ແລ້ວ, ສະ​ພາບ​ການ​ສົ່ງ​ອອກ​ຂອງ​ຫວຽດ​ນາມ​ໃນ​ປີ​ຜ່ານ​ມາ ແມ່ນ​ມີ​ການ​ຫັນ​ປ່ຽນ​ຕາມ​ທິດ​ເພີ່ມ​​ໝວດ​ສິນ​ຄ້າ​ປຸງ​ແຕ່ງ, ຜະລິດ, ໝວດ​ສິນ​ຄ້າ​ນຳ​ໃຊ້​ເຕັກ​ໂນ​ໂລ​ຢີ​ສູງ ແລະ ພູມ​ປັນ​ຍາ, ຫຼຸດ​ຜ່ອນ​ການ​ສົ່ງ​ອອກວັດ​ຖຸ​ດິບ. ການ​ສົ່ງ​ອອກ​ຂອງ​ຫວຽດ​ນາມ​ໃນ​ປີ​ຜ່ານ​ມາ​ແມ່ນ​ມີ​​ບັນ​ດາ​ປັດ​ໃຈ​ໃໝ່​ຄື: ນອກ​ຈາກ​ສິນ​ຄ້າ​ສົ່ງ​ອອກ​ທີ່​ເປັນ​ມູນ​ເຊື້ອ​ຄື: ໄມ້, ເຄື່ອງ​ເຟີ​ນີ​ເຈີ, ເຄື່ອງ​ຕ່ຳ​ແຜ່ນ​ຕັດ​ຫ​ຍິບ, ເກີບຫຼາຍ​ປະ​ເພດ, ຜະ​ລິດ​ຕະ​ພັນ​ກະ​ເສດ, ເຄື່ອງ​ປ່າ​ຂອງ​ດົງ​ເຊັ່ນ: ເຂົ້າ​ສານ, ກາ​ເຟ, ຢາງ​ພາ​ລາ ແລ້ວ. ຍັງ​ມີ​ສິນ​ຄ້າ​ປະ​ເພດ​ຕ່າງໆ​ທີ່​ມີ​ມູນ​ຄ່າ​ສົ່ງ​ອອກ​ສູງ. ໃນ​ນັ້ນ, ສະ​ເພາະ​ໂທ​ລະ​ສັບ, ຄອມ​ພິວ​ເຕີ, ຜະ​ລິດ​ຕະ​ພັນ​ເອ​ເລກ​ໂຕ​ນິກ ແລະ ສິນ​ສ່ວນ, ອັນ​ໄດ້​ປະ​ກອບ​ສ່ວນ​ເພີ່ມ​ວົງ​ເງິນ​ສົ່ງ​ອອກ​ໃນ 11 ເດືອນ​ຜ່ານ​ມາ​ຂຶ້ນ 8,5 ຕື້​ໂດ​ລາ​ສະ​ຫະ​ລັດ. ທ່ານ ໂງ​ສີ​ບັ່ງ, ຫົວ​ໜ້າ​ຄະ​ນະ​ຄຸ້ມ​ຄອງ​ບັນ​ດາ​ເຂດ​ອຸດ​ສາ​ຫະ​ກຳ​ແຂວງ​ບັກ​ນິງ, ຖື​ວ່າ:

        “ເມື່ອ​ເລີ່ມ​ດຶງ​ດູດ​ບັນ​ດາ​ໂຄງ​ການ​ເຕັກ​ໂນ​ໂລ​ຢີ​ສູງ​ເຂົ້າ​ມາ​ລົງທຶນ, ພິ​ເສດ​ແມ່ນ​ບັນ​ດາ​ໂຄງ​ການ​ເອ​ເລກ​ໂຕ​ນິກ ໂທ​ລະ​ຄົມ​ນັ້ນ, ມູນ​ຄ່າ​ສົ່ງ​ອອກ​ກໍ່ເລີ່ມ​ມີ​ບົດ​ບາດ​ສຳ​ຄັນ​ທີ່​ສຸດ ແລະ ໃນ​ຂົງ​ເຂດນີ້, ພວກ​ເຮົາ​ໄດ້​ກຳ​ນົດ​ທິດ​ຢ່າງ​ຖືກ​ຕ້ອງ. ໃນ​ໄລ​ຍະ​ຍາວ, ພວກ​ເຮົາ​ຈະ​ສູມ​ໃສ່​​ບັນ​ດາ​ໂຄງ​ການ​ເຕັກ​ໂນ​ໂລ​ຢີ​ສູງ, ມີ​ມູນ​ຄ່າ​ເພີ່ມ, ສາມາດ​ຍົກ​ສູງວົງ​ເງິນ​ສົ່ງ​ອອກ​ຂອງ​ຫວຽດ​ນາມ​ໄດ້”.

ການສົ່ງອອກ - ຈຸດພົ້ນເດັ່ນຂອງເສດຖະກິດຫວຽດນາມໃນປີ 2012 - ảnh 2

ຫວຽດນາມຊຸກຍູ້ການສົ່ງອອກເຄື່ອງເອເລກໂຕນິກ

(ພາບອິນເຕີແນດ)

        ປີ 2012 ກໍ່ແມ່ນ​ປີ​ທີ່​​​ບັນ​ດາ​ວິ​ສາ​ຫະ​ກິດ​ລົງ​ທຶນ​ໂດຍ​ກົງ​ຕ່າງ​ປະ​ເທດ FDI ​ໄດ້ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​​ເຂົ້າໃນ​ຂົງ​ເຂດ​ສົ່ງ​ອອກ, ພິ​ເສດ​ແມ່ນ​ສົ່ງ​ອອກ​ເຄື່ອງ​ຈັກ, ອຸ​ປະ​ກອນ, ເຄື່ອງ​ອາ​ໄຫຼ່ ແລະ ພາ​ຫະ​ນະ​ຂົນ​ສົ່ງ. ສິນ​ຄ້າ​ທັງ​ສອງ​ປະ​ເທດ​ລ້ວນ​ແຕ່​ມີ​ລະ​ດັບ​ເຕີບ​ໂຕກວ່າ 60%. ສິ່ງ​ດັ່ງ​ກ່າວ​ໄດ້​ປະ​ກອບ​ສ່ວນ​ສ້າງ​ຄວາມ​ດຸນ​ດຽງ​ລະ​ຫວ່າງ​ການ​ສົ່ງ​ອອກ ແລະ ນຳ​ເຂົ້າ​ຂອງ​ຫວຽດ​ນາມ. ໃນ​ປະ​ຈຸ​ບັນ, ຫວຽດ​ນາມ​ມີ​ສິນ​ຄ້າ 22 ປະ​ເພດ​ບັນ​ລຸ​ລະ​ດັບ​ການ​ສົ່ງ​ອອກກວ່າ 1 ຕື້​ໂດ​ລາ​ສະ​ຫະ​ລັດ (ເພີ່ມ​ຂື້ນ 3 ປະ​ເພດ ເມື່ອ​ທຽບ​ໃສ່​ປີ 2011). ນັ້ນ​ແມ່ນ​ຜະ​ລິດ​ຕະ​ພັນ​ເຫຼັກ​ກ້າ, ວັດ​ຖຸ​ໜຽວ, ກະ​ເປົາ, ຫີ​ບ, ຄັນ​ຮົ່ມ. ບົດ​ລາຍ​ງານ​ຂອງ​ອົງ​ການ​ການ​ຄ້າ​ໂລກ​ຫວ່າງ​ແລ້ວນີ້​ໃຫ້​ຮູ້​ວ່າ: ການ​ສົ່ງ​ອອກ​ຂອງ​ທົ່ວ​ໂລກ​ໃນ​ປີ 2012 ເພີ່ມ​ຂຶ້ນ​ພຽງແຕ່ 5 – 6% ເທົ່າ​ນັ້ນ, ແຕ່​ໃນ 11 ເດືອນ​ຜ່ານ​ມາ, ຫວຽດ​ນາມ​ໄດ້ເພີ່ມ​ຂຶ້ນກວ່າ 18%, ດັ່ງ​ນັ້ນ​, ນີ້​ແມ່ນ​ໝາກ​ຜົນ​ທີ່​ໜ້າ​ຊື່ນ​ຊົມ. ຜູ້​ຊ່ຽວ​ຊານ​ດ້ານ​ເສດ​ຖະ​ກິດ ຫງວຽນ​ມິງ​ຟອງ, ຖື​ວ່າ:

        ”​ເພື່ອ​ບັນລຸ​ໄດ້​ໝາກຜົນ​ດັ່ງກ່າວ, ຂະ​ແໜງ​ສົ່ງ​ອອກ​ຫວຽດນາມ​ໄດ້​ມີ​ຄວາມ​ມານະ​ພະຍາຍາມ​ທີ່​ສຸດ, ​ໃນ​ສະພາບ​ການ​ທີ່​ຕະຫຼາດ​ຖືກ​ຮັດ​​ແຄບ​ລົງ, ຮົ້ວ​ປົກ​ປ້ອງ​ພວມ​ເພີ່ມ​ຂຶ້ນ ​ແລະ ຄ່າ​ໃຊ້​ຈ່າຍ​ພາຍ​ໃນ​ປະ​ເທດ​ບໍ່​ທັນ​ຫຼຸດ​ລົງ​ຫຼາຍ. ພິ​ເສດ, ​ເຖິງ​ວ່າລາຄາສິນຄ້າ​ສົ່ງ​ອອກບາງ​ປະ​ເພດຖືກ​ຫຼຸດ​ລົງກໍ່ຕາມ, ​ແຕ່​ຍ້ອນ​ມີ​ການ​ປັບປຸງ​ການ​ສົ່ງ​ອອກ​ຢ່າງ​ທັນ​ການ, ດັ່ງ​ນັ້ນ​ຍັງ​ຄົງ​ບັນລຸ​ຜົນງານ​ທີ່​ດີ, ສິ່ງ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ຄວາມ​ມານະ​ພະຍາຍາມ​ຂອງ​ບັນດາ​ວິ​ສາ​ຫະກິດ​ໃນ​ການ​ຂຸດ​ຄົ້ນ​ຕະຫຼາດ”.

ການສົ່ງອອກ - ຈຸດພົ້ນເດັ່ນຂອງເສດຖະກິດຫວຽດນາມໃນປີ 2012 - ảnh 3

ການສົ່ງອອກເຂົ້າສານຂອງຫວຽດນາມ

(ພາບອິນເຕີແນດ)

        ​ໃນ​ຂະນະ​ນັ້ນ, ຜະລິດ​ຕະພັນ​ກະ​ເສດ, ​ເຄື່ອງ​ປ່າ​ຂອງ​ດົງ​ສົ່ງ​ອອກ​ຍັງ​ຄົງ​ບັນລຸ​ລະດັບ​ເຕີບ​ໂຕ​ສູງ​ພໍ​ສົມຄວນ​ຄື: ມັນ​ຕົ້ນ​ເພີ່ມ​ຂຶ້ນ 63,5%, ກາ​ເຟ​ເພີ່ມ​ຂຶ້ນ 34,6%, ສິ່ງ​ທີ່​ໜ້າ​ສົນ​ໃຈ​ແມ່ນ​ໃນ​ອົງ​ປະກອບ​ການ​ສົ່ງ​ອອກ, ໝວດ​ສິນຄ້າ​ອຸດສາຫະກຳ​ປຸງ​ແຕ່ງ, ຜະລິດ​ ບັນລຸ​ມູນ​ຄ່າ 67 ຕື້​ໂດ​ລາ​ສະຫະລັດ, ກວມ​ເຖິງ 64,3% ຍອດ​ວົງ​ເງິນ​ສົ່ງ​ອອກ. ນີ້​ແມ່ນ​ສັນຍານ​ທີ່​ໜ້າ​ຊື່ນ​ຊົມ, ສະ​ແດງ​ໃຫ້​ເຫັນ​ຄວາມ​ເປັນ​ເຈົ້າ​ການ​ໃນ​ການ​ກໍ່ສ້າງ​ບັນດາ​ຮາກ​ຖານ​ຜະລິດ​ທີ່​ທັນ​ສະ​ໄໝ, ​ເຕັກ​ໂນ​ໂລ​ຢີສູງ, ​ເປັນ​ກຳລັງ​ໜູນ​ປະກອບສ່ວນ​ຍູ້​ໄວ​ວິວັດ​ການ​ຫັນ​​ພື້ນຖານ​ເສດຖະກິດ​ເປັນ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ.

        ​ໃນ​ປີຜ່ານມາ, ສິນຄ້າ​ສົ່ງ​ອອກ​ຂອງ​ຫວຽດນາມ​ຍັງ​ຮັກສາ​ທີ່​ຕັ້ງ​ໝັ້ນຄົງ​ໃນ​ຕະຫຼາດ​ທີ່​ມີ​ຢູ່​ແລ້ວ​ຄື: ອີ​ຢູ, ອາ​ເມ​ລິ​ກາ, ອາຊຽນ, ຍີ່ປຸ່ນ, ຈີນ… ບັນດາ​ວິ​ສາ​ຫະກິດ​ກໍ່​ເປັນ​ເຈົ້າ​ການ ​ໃນ​ການ​ຂຸດ​ຄົ້ນ​ປະສິດທິ​ຜົນ​ຈາກຕະຫຼາດ​ອື່ນໆ​. ມາ​ຮອດ​ຈຸດ​ເວລາ​ນີ້, ສາມາດ​ເຫັນ​ໄດ້​ຢ່າງ​ຈະ​ແຈ້ງວ່າ, ຍອດ​ວົງ​ເງິນ​ສົ່ງ​ອອກ​ຂອງ​ຫວຽ​ດນາມ​ໃນ​ປີ​ນີ້​ຈະ​ບັນລຸ​ປະມານ 114,5 ຕື້​ໂດ​ລາ​ສະຫະລັດ, ​ເພີ່ມ​ຂຶ້ນ 4,6% ​ເມື່ອ​ທຽບ​ໃສ່​ແຜນການ ​ແລະ ​ເພີ່ມ​ຂຶ້ນ​ປະມານ 18,2% ​ເມື່ອ​ທຽບ​ໃສ່​ປີ 2011. ອາດ​ຢືນຢັນ​ໄດ້​ວ່າ​ການ​ເຄື່ອນ​ໄຫວ​ສົ່ງ​ອອກໄດ້ປະກອບສ່ວນ​ຢ່າງ​ມີ​ປະສິດທິ​ຜົນ​ເຂົ້າ​ໃນ​ການ​ສ້າ​ງຄວາມ​ດຸນດຽງ​​ໃຫ້​ແກ່​ດຸນການ​ຄ້າ, ສ້າງ​ແຫຼ່ງສະໜອງ​ເງິນຕາ​ຕ່າງປະ​ເທດ​ໃຫ້​ແກ່​ການ​ຊຳລະ​ຂອງ​ຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ