ການສົ່ງອອກ ຜະລິດຕະພັນກະເສດເຄື່ອງປ່າຂອງດົງ - ສັນຍານຕັ້ງຫນ້າຈາກດ່ານຊາຍແດນສາກົນ ລ່າວກາຍ

(vovworld)- ພ້ອມ​ກັບ​ການ​ພັດ​ທະ​ນາ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ ແລະ ທ່າ​ເຕີບ​ໂຕ​ຂອງ​ການ​ສົ່ງ​ອອກ, ວົງ​ເງິນ​ການ​ສົ່ງ​ອອກ​ນຳ​ເຂົ້າ​ສິນ​ຄ້າ​ຢູ່​ດ່ານ​ຊາຍ​ແດນ​ຂອງ​ຫວຽດ​ນາມ​ໃນ​ຊຸມ​ເດືອນ​ຕົ້ນ​ປີ2015 ສືບ​ຕໍ່​ບັນ​ລຸ​ບັນ​ດາ​ສັນ​ຍານ​ຕັ້ງ​ຫ​ນ້າ. ຢູ່​ບັນ​ດາ​ດ່ານ​ຊາຍ​ແດນ ສາ​ກົນ, ໃນ​ນັ້ນ ມີ​ດ່ານ​ຊາຍ​ແດນ​ສາ​ກົນ ລ່າວ​ກາຍ, ການ​ເຄື່ອນ​ໄຫວ​ນຳ​ເຂົ້າ​ ສົ່ງ​ອອກ​ສິນ​ຄ້າດຳ​ເນີນ​ໄປ​ຢ່າງ​ຟົດ​ຟື້ນ, ພິ​ເສດ ວົງ​ເງິນ​ສົ່ງ​ອອກ ຜະ​ລິດ​ຕະ​ພັນ​ກະ​ເສດເຄື່ອງ​ປ່າ​ຂອງ​ດົງ​, ​ເພີ່ມ​ຂຶ້ນ​ຢ່າງ​ແຮງ. ບົດ​ຂຽນ​ຂອງ​ນັກ​ຂ່າວ ຫວີງ​ຟອງ​ດ້ວຍ​ຫົວ​ຂໍ້​ວ່າ: ການ​ສົ່ງ​ອອກ​ ​ຜະ​ລິດ​ຕະ​ພັນ​ກະ​ເສດເຄື່ອງ​ປ່າ​ຂອງ​ດົງ - ສັນ​ຍາ​ນ​ຕັ້ງ​ຫ​ນ້າ​ຈາກ​ດ່ານ​ຊາຍ​ແດນ​ສາ​ກົນ ລ່າວ​ກາຍ.

        ນັບ​ແຕ່​ຮຸ່ງ​ເຊົ້າ, ຢູ່​ສະ​ຖານ​ທີ່​ເຕົ້າ​ໂຮມ​ສິນ​ຄ້າ, ກວດ​ກາ​ສິນ​ຄ້າ​ສົ່ງ​ອອກ​ຂອງ​ດ່າຍ​ຊານ​ແດນ​ສາ​ກົນ ລ່າວ​ກາຍ ​ໄດ້​ເລີ່ມຟົດ​ຟື້ນ​ຂຶ້ນ. ຢູ່​ເຂດ​ສິນ​ຄ້າ, ໝາກ​ໂມ, ໝາກ​ໄມ້​ແຫ້ງ ແລະ ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ​ຊະ​ນິດ​ອື່ນ​ນັບ​ພັນ​ໆ​ໂຕນ ຖືກ​ພໍ່​ຄ້າ​​ແມ່​ຄ້າຫວຽດ​ນາມ ຫຸ້ມ​ຫໍ່, ຕິດ​ກາ​ໝາຍເພື່ອ​ກະ​ກຽມ​ຂົ​ນ​ສົ່ງ​ເຖິງ​ຄູ່​​ຄ້າ​ຈີນ.

        ເອື້ອຍ ຟານ​ທິ​ຫາຍ, ວິ​ສາ​ຫະ​ກິດ ຮ່​ວາຍ​ເຮື່ອງ ນະ​ຄອນ ລ່າວ​ກາຍ, ຊື່ງ​ແມ່ນ​ວິ​ສາ​ຫະ​ກິດ​ປະ​ຕິ​ບັດ​ບັນ​ດາ​ສັນ​ຍາ​ສະ​ຫນອງ​ໝາກ​ໂມ​ໃຫ້​ແກ່​ຝ່າຍ​ຈີນ ໃຫ້​ຮູ້​ວ່າ: ຜະ​ລິດ​ຕະ​ພັນ​ກະ​ເສດ​ຂອງ​ຫວຽດ​ນາມ ໄດ້​ຮັບ​ຄວາມ​ນິ​ຍົມ​ຈາກ​ຝ່າຍ​ຈີນ, ແຕ່​ເຂົາ​ເຈົ້າຕ້ອງ​ການ​ສິນ​ຄ້າ​ມີຄຸນ​ນະ​ພາບ​ສູງ. ເພາະ​ສະ​ນັ້ນ ວິ​ສາ​ຫະ​ກິດ​ສົ່ງ​ອອກ​ຕ້ອງ​ຍົກ​ສູງ​ຄຸນນ​ະ​ພາບ​ສິນ​ຄ້າ​ຢ່າງບໍ່​ຢຸດຢັ້ງ ເພື່ອ​ຕອບ​ສະ​ຫນອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງ​ຄູ່​ູ​ຄ້າ.

        “ສິ​ນ​ຄ້າ​ທີ່​ຝ່າຍ​ຈີນ​ນຳ​ເຂົ້າ​ຈາກ​ຫວຽດ​ນາມຕ້ອງ​​ແມ່ນ​ສິນ​ຄ້າມີ​ຄຸນ​ນະ​ພາບ​ສູງ​ ຖ້າ ບໍ່​ມີ​ຄຸນ​ນະ​ພາບ​ສູງ ເຂົາ​ເຈົ້າ​ຈະສົ່ງ​ຄືນ. ປະ​ຈຸ​ບັນ ຈີນ ຊື​້​ຫລາຍ​ປ​ະ​ເພດ​ສິນ​ຄ້າ​ຈາກ​ຫວຽດ​ນາມ ສະ​ນັ້ນ ນີ້​ກໍ​ແມ່ນ​ຄວາມ​ສະ​ດວກ​​ທີ່​ມີ​ຕໍ່ບັນ​ດາ​ວິ​ສາ​ຫະ​ກິດ​ຫວຽດ​ນາມ.”

ການສົ່ງອອກ ຜະລິດຕະພັນກະເສດເຄື່ອງປ່າຂອງດົງ - ສັນຍານຕັ້ງຫນ້າຈາກດ່ານຊາຍແດນສາກົນ ລ່າວກາຍ - ảnh 1
ລົດ​ຂົນ​ສົ່ງ​ສິນ​ຄ້າ​ສົ່ງ​ອອກ​ຜ່ານ​ດ່ານ​ຊາຍ​ແດນ ລ່າວ​ກາຍ

        ໄລ່​ທ້າຍ​ເດືອນ 3/2015, ການ​ສົ່ງ​ອອກ​ບັນ​ດາ​ຜະ​ລິດ​ຕະ​ພັນ​ກະ​ເສດ, ເຄື່ອງ​ປ່າ​ຂອງ​ດົງ​ຜ່ານ​ດ່ານ​ຊາຍ​ແດນ​ສາ​ກົນ ລ່າວ​ກາຍ ບັນ​ລຸ 18 ລ້າ​ນ USD, ລື່ນ​ກາຍ 10% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ. ສິນ​ຄ້າ​ລວມ​ມີ​ຫລາຍ​ປະ​ເພດ ແລະ ມາ​ຈາກ​ຫລາຍ​ທ້ອງ​ຖິ່ນ​ພາຍ​ໃນ​ປ​ະ​ເທດ. ທ່ານ ຫ​ວູກວາງວີງ, ຮອງ​ຫົວ​ຫ​ນ້າ​ກົມ​ພາ​ສີ​ ດ່ານ​ຊາຍ​ແດນ​ສາ​ກົນ ລ່າວ​ກາຍ ໃຫ້​ຮູ້​ວ່າ:

        “ປະ​ຈຸ​ບັນ ຢູ່​ດ່ານ​ຊາຍ​ແດນ​ມີ​ສິນ​ຄ້າ​​ສົ່ງ​ອອກຫລາ​ຍ​ປະ​ເພດ. ບາງ​ປ​ະ​ເພດ​ແມ່ນ​ຜະ​ລິດ​ຈາກ​ທ້ອງ​ຖິ່​ນ​ຄື: ມັນ​ຕົ້ນ, ໝາກ​ກວ້ຍ ແລະ ເຄື່ອງ​ປ່າ​ຂອງ​ດົງບາງ​ປະ​ເພດ ຄື​ຜະ​ລິດ​ຕະ​ພັນ​ໄມ້​ແມ່ນ​ມາຈາກ​ບັນ​ດາ​ແຂວ​ງ​ຄື ອຽນ​ບາຍ, ຟູ​ທໍ້ ຫລື ໝາກ​ໄມ້​ຂອງ​ບັນ​ດາ​ແຂວງ​ພາກ​ໃຕ້​ສົ່ງ​ມາ​ເພື່ອ​ສົ່ງ​ໄປ​ຂາຍ​ຢູ່​ຈີນ. ວົງ​ເງິນ​ສົ່ງ​ອອກ​ຂອງ​ແຂວງ ລ່າວ​ກາຍ ລ້ວນ​ແຕ່​ເພີ່ມ​ຂຶ້ນ. ປະ​ຈຸ​ບັນ ແຂວງ ລ່າວ​ກາຍ ມີ​ການ​ປ່ຽນ​ແປງ​ຫລາຍ​ຢ່າງ​ກ່ຽວ​ກັບ​ກົນ​ໄກ​ນະ​ໂຍ​ບາຍ​ເພື່ອ​ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່​ວິ​ສາ​ຫະ​ກິດ.”

        ນອກ​ຈາກ​ການ​ຟື້ນ​ຕົວ​ຂອງ​ຕະ​ຫລາດ​ຈີນ, ວິ​ສາ​ຫະ​ກິດ ຫວຽດ​ນາມ ຍົກ​ສູງ​ຄຸ​ນ​ນະ​ພາບ​ສິນ​ຄ້ານັ້ນ ບັນ​ດາ​ນະ​ໂຍ​ບາຍ​ຂອງ​ລັດ ແລະ ພາ​ສີ​ແຂວງ ລາວ​ກາຍ ກໍ​ຊ່ວຍ​ໃຫ້​ວົງ​ເງິນ​ສົ່ງ​ອອກ​ຂອງ​ບັນ​ດາ​ດ່ານ​ຊາຍ​ແດນ​​ໃນບໍ​ລິ​ເວນ​ແຂວງ ເພີ່ມ​ຂຶ້ນ​ແຮງ. ຕາມ​ທ່ານ ຫງວຽນ​ກວຽດ​ຈຽນ, ຫົວ​ຫນ້າ​ກົມ​ພາ​ສີ​ ​ດ່ານ​ຊາຍ​ແດນ ລ່າວ​ກາຍ, ນັບ​ແຕ່​ເມື່ອ ພາ​ສີ​ດ່ານ​ຊາຍ​ແດນ ລ່າວ​ກາຍ ນຳ​ໃຊ້​ລະ​ບົບ​ເຮັດ​ລະ​ບຽບ​ການ​ພາ​ສີ​ເອ​ເລັກ​ໂຕ​ນິກ,  ​ການເຮັດລະ​ບຽບ​ການ​ພາ​ສີ​ລະ​ຫວ່າງ​ສອງ​ປະ​ເທດ​ໄດ້​ດຳ​ເນີນ​ສະ​ດວກ​ຢ່າງສະ​ດວກ​ໄວ​ກວ່າ.

        “ກົມ​ພາ​ສີ​ດ່ານ​ຊາຍ​ແດນ ລ່າວ​ກາຍ ຍາມ​ໃດ​ກໍ​ສ້າງ​ເງື່ອ​ນ​ໄຂ​ສະ​ດວກ​ໃຫ້​ແກ່​ບັນ​ດາ​ການ​ເຄື່ອນ​ໄຫວ​ດຳ​ເນີນ​ທຸ​ລະ​ກິດ, ການ​ລົງ​ທຶນ​ໃນ​ບໍ​ລິ​ເວນ​ແຂວງ. ນັບ​ແຕ່​ເມື່ອ​ນຳ​ໃຊ້​ລະ​ບົບ​ເຮັດ​ລະ​ບຽບ​ການ​ພາ​ສີ​ເອ​ເລັກ​ໂຕ​ນິກ, ການ​ເຮັດ​ລະ​ບຽບ​ການ​ພາ​ສີ​ສິນ​ຄ້າ​ໄດ້​ຮັບ​ການ​ປະ​ຕິ​ບັດ​ຢ່າງວ່ອງ​ໄວ, ໂປ່ງ​ໃສ. ການ​ປະ​ຕິ​ຮູບ​ລະ​ບຽບ​ການ​ບໍ​ລິ​ຫານ ແລະ ນຳ​ລະ​ບົບ​ໃຫມ່​ນຳ​ໃຊ້​ແມ່ນໄດ້​ຮັບ​ຄວາມຊົມ​ເຊີຍ​ ແລະ ສະ​ຫນັບ​ສະ​ຫ​ນູນຈາກ​ບັນ​ດາ​ວິ​ສາ​ຫະ​ກິດ​”

        ບັນ​ດາ​ການ​ປະ​ຕິ​ຮູບ​ກ່ຽວ​ກັບ​ລະ​ບຽບ​ການ​ບໍ​ລິ​ຫານ​ພ້ອມ​ກັບ​ນະ​ໂຍ​ບາຍ​ຂອງ​ລັດ​ໃນ​ການ​ຊຸກ​ຍູ້​ການ​ສົ່ງ​ອອກ​ສິນ​ຄ້າ ແມ່ນ​ບັນ​ດາ​ສັນ​ຍານ​ຕັ້ງ​ຫນ້າ​ໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກິດ​ຫວຽດ​ນາມ. ນີ້​ແມ່ນ​ການ​ພິ​ສູດ​ຢ່າງ​ມີ​ຊີ​ວິດ​ຊີ​ວາ, ຢືນ​ຢັນ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຍົກ​ສູງ​ຄຸນ​ນະ​ພາບ​ສິນ​ຄ້າ​ໃນ​ການ​ດຳ​ເນີນ​ທຸ​ລະ​ກິດ ແລະ ການ​ເຊື່ອມ​ໂຍ​ງ​ເຂົ້າ​ກັບ​ສາ​ກົນ.


ຕອບກັບ

ຂ່າວ/ບົດ​ອື່ນ